ອ່ານຫລີ້ນບົດເກົ່າໆ

75 views
Skip to first unread message

ຜູ່ບ່າວລາວ

unread,
Dec 31, 2005, 4:25:29 PM12/31/05
to amer...@googlegroups.com
ບົດປີກາຍ ປັນກັນອ່ານຫລີ້ນບາດບໍ່ມີແນວອ່ານ
ພວກນຸ່ງເຄື່ອງຂຽວອ່ອນ ໓ ຄົນ (ອາດຈະແມ່ນຕຳຫລວດ)ແລະນຸ່ງເຄື່ອງຂຽວແກ່ ໒ ຄົນ (ອາດຈະແມ່ນທະຫານ)
ນັ່ງສົດເບັຽບາວ ຢູ່ເກົ້າອີ້ຫິນອ່ອນ ຢູ່ຄຸ້ມໃກ້ໆເຮືອນຂ້ອຍ ແລະມີຜູ່ຍິງນຸ່ງໂສ້ງສອງຄົນ ຢືນຢູ່ ຍິງຜູ່ນຶ່ງເຫັນທ່າທີມີ
ຂອງຫລາຍຫ້ອຍ ມະຕຸ່ງມະຕິ່ງ ຫ້ອຍເຕັມຕົວ ແລະຜູ່ຍິງອີກຄົນບໍ່ມີຫຍັງ ມີເຕົາໂລ້ນ້ອຍ ອັນນຶ່ງແລະມີ ພົກຢູ່ຫົວໂສ້ງ
ພໍດີຜູ່ບ່າວລາວ ຍ່າງກາຍມາ ພໍດີ ຕຳຫລວດວດເອີ້ນໃສ່ ບັກຜູ່ບ່າວລາວ ມືງມານີ້ ເອີ້ນເປັນສຽງແຂງໆ
ສຳນຽງຄົນປາກເຊ  (ຄິດໃນໃຈໂອ໊ຍ ຕຳຫລວດເອີ້ນ ກູໄປຫຍັງເດ!) ຜູ່ບ່າວລາວ ຄ່ອຍໆ ຢ່ອງເຂົ້າໄປ
ຢ້ານຂີ້ຝຸ່ນ ປີວເຂົ້າ ຈອກເຫລົ້າ ອາດຍາເພິ່ນ ຜູ່ຍິງສອງຄົນຫລຽວເບິ່ງຫນ້າ ຜູ່ບ່າວລາວ
(ໂດຍແຕ່ງໂຕມອມແມມ) ແລ້ວບໍ່ເວົ້າຫຍັງ ແລະຕຳຫລວດຜູ່ທີ່ເອີ້ນເຂົ້າໄປນັ້ນຖາມວ່າ: ບັກຜູ່ບ່າວລາວ
ມືງເຄີຍກິນແນວນີ້ບໍ? ຜູ່ບ່າວລາວ ນັ່ງຢ່ອງຢໍ້ລົງແລ້ວວ່າ: ໂອ໊ຍ! ຜູ່ຂ້າ ບໍ່ເຄີຍໄດ້ກິນຈັກເທື່ອດອກ ທ່ານເອີຍ.
ອະມືງຊີມເບິ່ງ ຂໍຂອບໃຈເດີ ອະຍາເອີຍ. ຜູ່ບ່າວລາວຫລຽວເບິ່ງຕາທຸກໆຄົນ ຜູ່ໃດຕາກໍເປັນມັນຕໍ່
ສາວສອງຄົນນັ້ນ ຜູ່ບ່າວລາວ ທຳທ່າຖາມ ສາວບ້ານໃດທ່ານເອີຍ? ຄືມາງາມແທ້! ແລະທະຫານຜູ່ນຶ່ງທີ່
ຫນ້າແດງໆ ຕອບມາຢ່າງ ທັນຄັວນເລີຍວ່າ: “ສາວວຽດນາມ” ແລະທະຫານ ໑ ຄົນເວົ້າມາແບບ ລີ້ນລົວແລ້ວ
“ເມົາແລ້ວ” ນີ້ແລະຕຳຫລວດ Communist ສາກົນ ມືງບໍ່ຮູ້ບໍ? ໂອ໊ຍ! ຜູ່ຂ້າບໍ່ຮູ້ແລ້ວ ບາດນີ້ຮູ້ແລ້ວ ເຈົ້າໆໆໆ…
(ແລ້ວຕຳຫລວດຜູ່ທີ່ເອີ້ນເຂົ້າໄປ ບອກຜູ່ບ່າວລາວ ມືງຢ່າຖາມນັ້ນໆ ນີ້ໆ ບັກຜູ່ບ່າວລາວມືງເມືອ ຕົ້ມບອນ
ເກືອຫມູມືງໄປ໋ ຫມູມັນຮ້ອງ ວາກໆຢາກກິນຮຳ ຢູ່ເຮືອນພຸ້ນນ໋າ) ຜູ່ບ່າວລາວຍ່າງ ກ່ອມກ້ອຍ ກ່ອມກ້ອຍ
ອອກໄປພ້ອມທັງເວົ້າວ່າ ຂອບໃຈເດີ ປາມຶກປີ້ງ ໂຕນຶ່ງ ຜູ່ບ່າວລາວຍ່າງມາບໍ່ທັນຮອດເຮືອນຊຳ້ດອກ
ຫມານ້ອຍຂອງໃຜບຸ? ແກ່ງຫາງມາຫາ ເພາະມັນຫອມປີ້ງປາມຶກຄາມື ຄິດເຖິງຫໍ່ປາມຶກ ເນັບຄາຫົວໂສ້ງອີ່ວຽດ
ເຢັດມັນກູບໍ່ກິນແມ່ມັນດອກ! ແລ້ວເອົາປາມຶກປ່ອນໃສ່ປາກ ຫມານ້ອຍໂຕນັ້ນ ກູໄປກິນເຂົ້າຈຳ້ແຈ່ວຢູ່
ເຮືອນກູຍັງຈະແຊບກ່ວານີ້. ທັງຍ່າງທັງຄິດ ເຕັມໃນວຽງຈັນ ມີແຕ່ແກວຫົວຂອດແລະເຈັກແທ້ໆ ແລະຕຳຫລວດ
Communist ສາກົນແທ້ໆ. ປັດທິໂທ! ພີ່ນ້ອງລາວເອີຍ ມັນກະເຕັມຫມົດແລ້ວວຽງຈັນນີ້ນາ…ເຫັນໄດ້ຢ່າງສັດເຈນ
ໃນຄິວຣົຖທຸກໆ ຄິວຣົຖ ຕລາດ ທຸກໆຕລາດ ແລະຍ່າງເລາະຕາມຫມູ່ບ້ານ ທຸກໆຫມູ່ບ້ານ ພວກຂາຍເຄື່ອງສຳລ້ວຍ
ກົນແຈ ຫວີ ກັບໄຟ ໂມງ ແວ່ນຕາ ຫ້ອຍເຕັມໂຕ ແມ້ກະທັ້ງແຈຕລາດເຊົ້າ ຢ່າງລ້ວຍລ້າຍ ລ້ວຍລ້າຍ
ຈົນລາຍຕາ. ຢ່າລືມເດີ ພວກນີ້ຕາສູງ ສຸດຂີດ ຂນາດສ້ອຍສີຂາວໆ ຄ້າຍໆສ້ອຍເງິນ
ຜ່ານຕາຂອງພວກມັນນ້ອຍດຽວ ມັນຮູ້ເລີຍວ່າເປັນ Platinum ຫລື White Gold ເຂົາຝຶກມາເກັ່ງ ອີ່ຫລີເດີ
ແນວໃດຜູ່ຄົນທີ່ມາຢາມກໍໃຫ້ລະມັດລະວັງແດ່ເດີ ຜູ່ບ່າວລາວຂໍເຕືອນໄວ້ກ່ອນ. ແລະໃຜເວົ້າວ່າປະເທດລາວ
ບໍ່ມີວຽດ ໃຫ້ມາເບິ່ງເດ້ີ… ບາງທີຄົນຕາບອດບໍ່ເຫັນແນ່ນອນ ເພາະມັນບອດ… ພວກນີ້ຢ່າງຫນ້ອຍ, ໑
ຕາຕະລາງກິໂລແມັດ ຈະມີຢູ່ ໒໐ ຄົນໃນວຽງຈັນທນ໌.
ຕາຫມາກນັດ ສາກົນ ມາໃນນາມແມ່ຄ້າ, ພໍ່ຄ້າ, ກຳມະກອນ, ຄົນຮັບຈ້າງ, ຜູ່ຣັບເຫມົາ ຈົນເຖິງ
ນັກວິຊາການ. ໂອ໊ຍ! ອາລັຍ ອາວອນນຳຄົນລາວຜູ່ຢູ່ຕ່າງແດນ. ພວກນີ້ບໍ່ແມ່ນຄົນລາວ ເຮົາຫນາ!
ເປັນຫຍັງເຂົາໄດ້ ມາຢູ່ແຜ່ນດິນລາວເຮົາ? ເບິ່ງບ່ອນໃດ ກະເຕັມແຕ່ເຈັກແຕ່ແກວ ບັດຄົນລາວເຮົາແທ້ໆ
ພັດນຳຂ້ານຳແກງເຂົາ ຈອງລ້າງຈອງຜານເຂົາ ແຕກຫນີກັນຈົນຫມົດໄປເກືອບ
ເຄິ່ງນຶ່ງຂອງປະຊາກອນລາວທັງປະເທດ. ພວກເຜດພວກມານເປັນແບບນີ້ຫລະ!
ເຂົາບໍ່ຄິດຮອດພວກເຈົ້າກະຢ່າເຂົາ ແຕ່ຜູ່ບ່າວລາວ ຍັງຄິດຮອດ ອາລັຍ ອາວອນ ນຳພີ່ນ້ອງລາວຢູ່ຕ່າງແດນກັນ
ທຸກໆຄົນເດີ ຍັງນັບຖືວ່າພວກທ່ານກະແມ່ນຄົນເຫມືອນກັນ ເດີ…..

ຜູ່ບ່າວລາວ

unread,
Dec 31, 2005, 4:27:22 PM12/31/05
to amer...@googlegroups.com
ສະບາຍດີທຸກໆທ່ານ,

        ໄດ້ມື້ງາມຢາມດີ ໄດ້ເລີກໄດ້ຍາມ ແຫ່ງເວລາສາມອ້າຍນ້ອງຈະພົບກັບ ຕາມການຄອງ ຄອຍຂອງປະຊາຊົນ
ລາວໃນ ລາວນອກປາຖນາ ແລະດັ່ງຄຳທຳນາຍໄວ້ເວົ້າວ່າ:
“ບ້ານເມືອງລາວຂອງພວກເຮົາຈະເຣີນຮຸ່ງເຮືອງໄດ້ກໍຕໍ່ເມື່ອສາມອ້າຍນ້ອງ ມາພົບກັນ”.
ອີງຕາມການຕົກລົງຂອງຂ້າຫລວງໃຫຍ່ອົງການສະຫະປະຊາຊາດ ເຫັນດີໃຫ້ລາວຮວມລາວອີກ
“ຊຶ່ງພວກເຮົາເອີ້ນວ່າ ລາວຮວມລາວ” ເປັນຄັ້ງສຸດທ້າຍ ລັງຈາກກອງປະຊຸມໃຫຍ່ທີ່ອົງການສະຫະປະຊາຊາດ
ເພື່ອຄວາມຖືກຕ້ອງປອງດອງ ຂອງຊາດລາວແລະແຜ່ນດິນລາວ ແລະທາງຂ້າຫລວງໃຫຍ່ອົງການ ສະຫະປະຊາຊາດ
ໄດ້ຕົກລົງ ຄຸ້ມຄອງຄວາມເປັນທັມ ໃຫ້ແກ່ຄົນລາວທຸກຊົນຊາດຊົນເຜົ່າ. ດັ່ງນັ້ນ ເພື່ອ
ບໍ່ເປັນການເອົາປຽບແຕ່ລະຝ່າຍ ຕາມການເປັນປະທານ ຂອງການຈັດພາເຂົ້າສາມັກຄີໃນຄັ້ງນີ້
ກໍເລີຍມີຂ້າພະເຈົ້າເອງ ຜູ່ບ່າວລາວ ໄດ້ເປັນເຈົ້າພາບ ເພື່ອຮັກສາປຽບຂອງທາງສາມ
ຝ່າຍພັກການເມືອງຂອງລາວ. ການສເນີໃນຄັ້ງນີ້ ຂ້າຫລວງໃຫຍ່ ອົງການສະຫະປາຊາຊາດ ກໍບໍ່ຂັດຂີນ
ແລະຍິນດີເຂົາຮ່ວມ ພາເຂົ້າໃນຄັ້ງນີ້ເພື່ອເປັນສັກຂີພິຍານ ໂດຍແມ່ນທ່ານ ໂກຟີ ອານັນ ເປັນຄົນເດີນທາງມາຮ່ວມ
ທີ່ເຮືອນຜູ່ບ່າວລາວກໍຣະນີພິເສດ. ອາຫານການກິນ ຕຽມມາເປັນທີ່ຮຽບຮ້ອຍ ຫລາຍຢ່າງໂດຍມີອາຫານ
ພື້ນບ້ານຂອງລາວອີກຫລາຍປະການ ປຸງແຕ່ງໂດຍ ຝີມືຜູ່ບ່າວລາວ (ຄັ້ງຫນ້າຈະຂໍບອກວີທີການທຳ)
ແລະກໍມີອາຫານຫລາຍປະເພດ ມາຈາກທຸກໆປະເທດດ້ວຍກາຍຮ່ວມມືຂອງ ປະຊາຊົນລາວໃນແລະລາວນອກປະເທດ
ທົ່ວທຸກມຸງໂລກ ແລະການຮ່ວມມືຂອງ ສະມາຊິກ SCL.
ທາງໂລກຢາກເຫັນຄວາມຖືກຕ້ອງປອງດອງຂອງຊາດລາວ ໄດ້ເດີນທາງມາ ກ່ອນທຸກພັກການ ເມືອງຂອງລາວ.
ທ່ານ ໂກຟີ ມານັ່ງລໍຖ້າ ຮູບກາເຟລໍຖ້າຢູ່ແລ້ວ.
        ໄດ້ເລີກໄດ້ຢາມ ມີສາມພະນະທ່ານເດີນທາງມາດ້ວຍ ເຄຶ່ອງບິນ ແຮແລກ໊ອບເຕີ ທຸກພັກ.

        ຝ່າຍຂວາ ເດີນທາງມາເຖິງກ່ອນໂດຍມີການນຳຂອງ ພະນະທ່ານ ນາຍພົນ ນໍຣະປະໂມກ ວັງປາວ
ເປັນຜູ່ຫົວຫນ້າເດີນທາງມາພ້ອມດ້ວຍຄນະ ທີມງານການເມືອງ ຂອງແຕ່ລະກຸ່ມ ໂດຍການຂີ່ເຄື່ອງບິນສ່ວນຕົວ
ຂອງກອງທັບອາກາດ ສະຫະຣັຖອາເມຣິກາ ລົງຈອດເດີ່ນ ຈຸດທີ່ນຶ່ງທີ່ເຮືອນຜູ່ບ່າວລາວ ຫລຽວເຫັນທ່ານນາຍພົນ
ວັງປາວ ນຸ່ງເຄື່ອງລາຍ ປາຣາອາເມຣີກາ ຕິດດາວເຕັມຢົດພ້ອມດ້ວຍຄນະໂດຍມີນາຍພົນທອງລິດ, ຣັຖບານຜຸຍ
ມີເຈົ້າຫນໍ່ກະສັຕມານຳອີກແລະນາຍພົນຫລາຍທ່ານທີ່ເດີນທາງມາດ້ວຍ ສັງເກດເບິ່ງມີ ຄົນຕາປີ້ນແລະ
ຂາບໍ່ພຽງກັນກໍໃສ່ເຄື່ອງລາຍ ຢ່າງ ວຸບວັບ ວຸບວັບມາດ້ວຍ ແຫນ້ນເລີຍ “ຄ້າຍໆຄືນັກຣົບເກົ່າ
ຄິດວ່າບໍ່ແມ່ນນັກຣົບໃຫມ່ດອກ”. ຜູ່ບາວລາວກໍໄດ້ເຊີນເຂົ້າໄປ ພັກທີ່ຫ້ອງຮັບແຂກເພື່ອລໍຖ້າ.

        ຝ່າຍກາງ ບໍ່ດົນຫລັງຈາກນັ້ນກໍ ມາສາຍເຂົ້າມາບອກ ຝ່າຍກາງມາແລ້ວ ເຫັນເຄື່ອງບິນ ກອງທັບ
ອາກາດອິນໂດເນເຊັຽ ມາຈອດແລ້ວເຫັນທ່ານ ນາຍພົນກອງແລ ໃສ່ສຸດລາຍ ທະຫານປາຣາ ອິນໂດເນເຊັຽ
ຕິດດາວນາຍພົນແລະຫລຽນຕາມຄາມຊອບ ຕາມທີ່ ໑໔ ປະເທດໄດ້ມອບໃຫ້ມາຈົນຮຸ່ງເຕັມຫນ້າເອິກເລີຍ,
ຊຶ່ງເດີນທາງມາພ້ອມຄນະ ບັນດານາຍທະຫານ ກະດູກເຫລັກຂອງຝ່າຍກາງ “ເຫັນຫມູ່ເພີ່ນ ຄືອ້າຍໃຫຍ່ເຮົານີ້ຫລະ
ກໍເຫັນມາດ້ວຍກັນເພາະນາຍຮ້ອຍດົງເຫັນລຸ້ນດຽວກັນເດ” ແລະພວກຫນັງຫນຽວ ທັງຫລາຍຂອງຝ່າຍກາງ
ໃສ່ປາຣາອິນໂດ ຫມວກເບເຣແດງ ຢ່າງຂາສັ່ນມາແຕ່ລະຄົນ, ຜູ່ບ່າວລາວ ກໍເຊີນເຂົ້າໄປຜັກຜ່ອນໃນຫ້ອງຮັບແຂກ
ຕາມປະເພນີ ທີ່ເປັນເຈົ້າພາບ.

        ຝ່າຍຊ້າຍ ໄດ້ຍິນຂ່າວ ວ່າທຸກຝ່າຍມາເຖິງ ວຈ ແລ້ວແລະຢ້າຜູ່ອື່ນກິນຕ່ອນຫມົດ ຟ້າວເລັ່ງເຄື່ອງບິນມາເຖິງ
ພາຍໃນບໍ່ນານ ໂດຍມີການນຳ ຂອງພະນະທ່ານ ຄຳໄຕ ສີພັນດອນ, ທ່ານ ຈຸມມະລີ, ທ່ານ ສະໄຫວ,
ທ່ານດວງໃຈ ພິຈິດ, ທ່ານ ນາຍພົນ ເພັດສະມອນ ພ້ອມຫນ້າພ້ອມຕາກັນຫມົດທຸກຄົນ ຝ່າຍບັນຊາກອງກຳລັງທັບ
ຂອງປະຊາຊົນປະຕິວັດລາວ “ທະຫານແລະຕຳຣວດພ້ອມດ້ວຍຫນ່ວຍສືບຣາຊການລັບ” ໃສ່ຊຸດທະຫານຂຽວໃບໄມ້ແກ່
ຫມວກແງ໊ບ ຕິດດາວແລະໃສ່ກາຫລຽນຕາມຄຳຊອບ ພັກຄອມມູນິດທີ່ເຄີຍມອບໃຫ້ ເຕັມຈົນຮຸ່ງ
“ຈົນຫົວລ້ານຂອງຜູ່ບ່າວເກືອບໄຫມ້ ພຸ້ນລະ”,
“ການເດີນທາງມາຄັ້ງນີ້ ບໍ່ມີໃຜຖືປືນມາຈັກຄົນ ອີງຕາມການຕົກລົງ ທີ່ UN ດັ່ງນັ້ນ
ທຸກຄົນເດີນທາງມາດ້ວຍກຳປັ້ນເປົ່າ” (ຖືມາໄດ້ຢ່າງດຽວຄື ມີດ ຢູ່ຫວ່າງຂາຂອງແຕ່ ລະຄົນຫັ້ນແລ້ວ
ມີດບາງຄົນກໍໃຊ້ບໍ່ໄດ້ຊຳ້ດອກ)

        ທຸກພັກທຸກຝ່າຍ ຖືວ່າຍົກເລີກຄວາມຄຽດແຄ້ນຫມົດແລ້ວ, ເພາະທຸກຄົນຢຶດຖືສັນຍາ. ສ່ວນ ທະຫານແລະຕຳຫລວດ
ເປັນຂອງຂ້າຫລວງໃຫຍ່ອົງການສະຫະປະຊາຊາດ ເຂົ້າມາປະຈຳການແລ້ວ
ຂອງລາວທຸກຝ່າຍຕ້ອງປົດອາວຸດທຸກຝ່າຍເຫມິດແລ້ວ. ດ້ວຍຄວາມຍິນດີ ຂອງສະມາຊິກ SCL
ກໍຕົມມືເປັນກຽດໃຫ້ແກ່ ສາມພັກການເມືອງ ທີ່ເຂົ້າມາຫາກັນ. ມາເຖິງດ້ວຍກັນຢ່າງພ້ອມຫນ້າພ້ອມຕາ ຜູ່ບ່າວລາວ
ຈູງແຂນແຕ່ລະຄົນແນະນຳກັນກ່ອນ ຫລາຍປີບໍ່ເຫັນຫນ້າກັນ ກໍຕ້ອງລືມກັນ ເປັນຂອງທຳມະດາ ບາງຄົນຫົວລ້ານ
ບໍ່ມີຜົມແລ້ວ ຄົງຈື່ກັນບໍ່ໄດ້ ໃນການແນະນຳກັນ ທຸກຝ່າຍກໍໄຫ້ ສະອຶກ ສະອື້ນ ໃສ່ກັນດ້ວຍຄວາມເສັຽອົກເສັຽໃຈ
ວ່າຫລາຍປີທີ່ ມີແຕ່ການຈອງລ້າງຈອງຜານ ຊຶ່ງກັນແລະ ນັບແຕ່ມື້ນີ້ເປັນຕົ້ນໄປ ແນ່ນອນບໍ່ມີອີກແລ້ວ.

        ໃນຈັດໂຕະພາເຂົ້າ ຈັດຍາວໄປ ນັ່ງຝາກລະ ໕໐ ຄົນ ໂຕະນຶ່ງນັ່ງໄດ້ ໑໐໒ ຄົນ ແລະມີ ສອງໂຕະຍາວ
ບັນຈຸໄດ້ ໒໐໔ ທ່ານ, ທັງສະມາຊິກສະພາ SCL ແລະທີມງານຂອງ ສາມພັກການເມືອງ ໂດຍມີ ໂກຟີ
ອານັນເປັນປະທານ ນັ່ງຫົວໂຕະ. ຖ້າໃຜຍິ່ງແຂ້ວ ຫມາກກອກສັບຫົວເອົາໂລດ. ຂ້າງຊ້າຍ ແມ່ນຝ່າຍຊ້າຍ
ແລະຝ່າຍກາງຫນ້ອຍນຶ່ງ ປະສົມປະເສ ກັນແບບກົມກືນ, ທາງຂວາແມ່ນຝ່າຍຂວາແລະຝ່າຍກາງ ຫນ້ອຍນຶ່ງ
ປະສົມປະເສກັນ. ເຫລືອຈາກນັ້ນມາ ສະມາຊິກສະພາກາເຟ ປະຊາທິປະໄຕເຮົາ
(ບໍ່ຕ້ອງຫ່ວງຜູ່ບ່າວເປັນເຈົ້າພາບເອງ).

        ການຈັດຕຽມອາຫານລຳບາກສຸດຂີດ ເພາະວ່າ ນຶ່ງຕ້ອງໃຫ້ອາຫານຖືກປາກ ທ່ານ ໂກຟີ ອານັນ
ເພາະເປັນຄົນຕ່າງຊາດ ບັນຫາທີ່ສອງ ກໍຕ້ອງຕຽມອາຫານໃຫ້ຖືກປາກທ່ານ ນາຍພົນວັງປາວ ເພາະທ່ານກຳລັງ
ມີບັນຫາເຣຶ່ອງຕັບຢູ່ ຫລາຍຢ່າງທີ່ທ່ານກິນບໍ່ໄດ້ ບັນຫາທີ່ສາມ ກໍຕ້ອງຕຽມອາຫານໃຫ້ ຖືກປາກທ່ານນາຍພົນກອງແລ
ທີ່ກຳລັງເປັນຫືດຢູ່, ບັນຫາທີ່ສີ ກໍຕ້ອງຕຽມອາຫານໃຫ້ຖືກປາກຂອງ ພະນະທ່ານຄຳໄຕ ທີ່ເປັນບົວຫວານແລະ
ປະດົງເຂົ້າຂໍ່ຢູ່. ບັນຫາອັນດັບກາງ ຕ້ອງຕຽມຄົນມາໂຈມລຸກໂຈມນັ່ງ ຂອງສາມທ່ານ ຝ່າຍ ຊ້າຍ ຝ່າຍຂວາ
ຝ່າຍກາງນີ້ ເພາະເຖົ້າແລ້ວພະຍາດແລະເຊື້ອໂຣກມາຢາມ ກັນທຸກຄົນ ແລະບັນຫາອັນສຸດທ້າຍ
ຄືປາກກະບອກສຽງທີ່ຈະສົ່ງສັນຍານ ພາເຂົ້າສາມັກຄີນີ້ ໄປຍັງທົ່ວໂລກ ຕາມເບິ່ງຄືຊີບໍ່ມົ້ມ ສະມາຊິກສະພາເຮົານີ້
ແຕ່ຕ້ອງຕຽມນາຍພາສາ ຝຣັ່ງ, ອັງກິດ, ສເປນ, ຢີ່ປຸ່ນ, ຈີນ, ອາຣັບ, ແລະພາສາອື່ນໆທົ່ວໂລກ.

        ພວກສະມາຊິກ ສະພາເຮົາກໍຕຽມແຈ້ງການລາຍງານ ຕາມຈຸດສັງກັດ ທ່ານທະນູໄຊ
ກໍລາຍງານເຖິງປະຊາຊົນລາວທຸກຊົນຊາດຊົນເຜົ່າໃນລາວ, ດຣ. ສຸກ ກໍຟ້າວລາຍງານໄປ ເມືອງຝຣັ່ງ,
ກາສາລາວ ຟ້າວ ລາຍງານໄປ ພາກຕາເວັນຕົກ ອາເມຣິກາ, ສອງຍາອ້າຍໃຫຍ່ ລາວເກົ່າແລະຍາອ້າຍປະມົງ
ຟ້າວລາຍງານໄປພາກຕາເວັນອອກ ອາເມຣິກາ, ໂຈ້ ຟ້າວລາຍງານຕີແຜ່ໃນ ສະຫຍາມ, ດຣ. ປາວ
ຟ້າວລາຍງານໄປຍັງ ຄົ້ວໂລກໃຕ້, ລຸງທອງວັນຟ້າວ ລາຍງານໃຫ້ສາວວັງວຽງຊາບໂດຍດ່ວຍ,
ລາວພວນຟ້າວລາຍງານ ໄປພູເບັ້ຽດ່ວນ,  ລາວຄຳຫອມ ຟ້າວບັນທຶກສຳເນົາເດີມແລະຕີພິມ, ຄົນສາມັນ
ຟ້າວຕັ້ງທ່າ ປະເມີນຜົນແລະສັງເກດການ, ປີຊອນ ຟ້າວລາຍງານເຖິງ ສະມາຄົມລາວໃນຕ່າງແດນ, ເຮີລາວ
ຟ້າວລາຍງານຂຶ້ນໄປຍັງ ດາວທຽມ, ໄຊຍະສິດ ຟ້າວລາຍງານໄປຍັງກຸ່ມການຄ້າ, ດຣ. ໂປຣເຊ
ຟ້າວລາຍງານໄປ ຍັງສະມາຊິກ ຂອງຝ່າຍມະນຸດສະທັມ, ວະນິດາ ຟ້າວລາຍງານ ໄປຍັງກຸ່ມ
ເຄື່ອນໄຫວປະຊາທິປະໄຕ, ຊີມີ ຟ້າວແປເປັນພາສາມົ້ງ, ຜູ່ບ່າວລາວ ຟ້າວຢາຍເຫລົ້າບອງຢາ ແຈກເບັຽ.

        ຫລັງຈາກຕຽມແລ້ວ ກ່ອນຈະລົງມືຊີມ ຝີມືຜູ່ບ່າວລາວໃນການປຸງແຕ່ງອາຫານ ຜູ່ບ່າວລາວ ກໍຕ້ອງກ່າວຄຳປາໄສ
ໃຫ້ໂອວາດ ຕັກເຕືອນກັນທັງສາມຝ່າຍ ໃນຖານະຜູ່ບ່າວລາວ ເປັນເຈົ້າພາບ ຈັບໄມກ໌ ມາແລ້ວກ່າວ ຕັກເຕືອນ
ສາມພັກນີ້ວ່າ: “ພວກເຈົ້າເຖົ້າກັນທຸກຄົນແລ້ວ ອາຍລູກອາຍຫລານເຂົາ ພວກເຈົ້າຈະຜິດກັນໄປຮອດມື້ໃດ? ຂ້າກັນ
ແກງກັນ ລະແວງກັນ ສົງໄສກັນ ເອົາປຽບເອົາລັດກັນ ມືງດີ ກູຊົ່ວ ມັນຫມົດຍາມແລ້ວ ໃກ້ຈະດັບຂັນ
ກັນທຸກຄົນແລ້ວ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ ຖ້າພວກທ່ານ ທັງສາມພັກນີ້ ເຈດຕະນາດີ ກໍຂໍໃຫ້ອະພັຍໃຫ້ກັນຊະ
ເພື່ອແຜ່ນດິນລາວ ຂອງພວກເຮົາ ແລະປະຊາຊົນລາວຕາດຳໆຂອງພວກເຮົາ ເລີ່ມແຕ່ວິນາທີນີ້ເປັນຕົ້ນໄປ
ລາວບໍ່ຕ້ອງ ຂ້າລາວ ແລະບໍ່ມີໃຜເປັນສັຕຣູຂອງຄົນລາວອີກແລ້ວ... ໃຫ້ອະພັຍກັນຊະ! ເຖົ້າໃກ້ຈະໄປ
ຫມົດທຸກຄົນ ແລ້ວຢ່າໃຫ້ລູກຫລານຍາກນຳອີກ”
ຫລັງຈາກນັ້ນກໍລຸກຂຶ້ນ ຈັບມືກັນ ຫອມແກ້ມກັນ ຄຳໄຕ ຈູບແກ້ມວັງປາວ ວັງປາວ ຈູບແກ້ມກອງແລ
ກອງແລຈູບແກ້ມຄຳໄຕ “ສາມອ້າຍນ້ອງໃຫ້ໃສ່ກັນ” ຕໍ່ຫນ້າ ຂ້າຫລວງໃຫຍ່ ໂກຟີ ອານັນ ເປັນສັກຂີພິຍານ.

        ຄົນລາວໃນລາວນອກ ກໍໄຫ້ໃສ່ກັນ ແບບ ສະອຶກສະອື້ນ ບ້ານເມືອງລາວ ຈະເຮືອງຈະຮຸ່ງ
ລາວຕ້ອງເປັນດັ່ງຄຳວ່າ: ລາວລືໂລກ ສາມຕົວ ”ລ” ດັ່ງຄຳທຳນາຍທີ່ວ່າໄວ້ “ລ”
ໂຕດຽວຂຽນໃສ່ປາກຖົງເສື້ອໄປໄດ້ທົ່ວໂລກ... ຫລັງຈາກເຂົ້າອົກເຂົ້າໃຈກັນແລ້ວ ຜູ່ບ່າວລາວເຊີນແຂກ
ລົງມືກິນເຂົ້າ ສາມັກຄີ ໄດ້ຕາມສະບາຍແລະກິນແບບ ອີ່ມຫນຳສຳລານ. ບາດນີ້ແມ່ນ....ນັກຮ້ອງຈາກຝ່າຍຂວາ
ນຶ່ງຄົນມາຮ້ອງກ່ອມອາລົມ ນັກຮ້ອງຈາກຝ່າຍກາງ ນຶ່ງຄົນມາຮ້ອງກ່ອມມອາລົມ ແລະນັກຮ້ອງຈາກຝ່າຍຊ້າຍ
ນຶ່ງຄົນມາຮ້ອງກ່ອມອາລົມ ພາເຂົ້າ ສາມັກຄີ ໃນງານພິທີສາມອ້າຍນ້ອງພໍ້ກັນນີ້... ກິນເຂົ້າແລ້ວກໍ
ອອກຟ້ອນລຳວົງ ທັງສາມຄົນຂອງແຕ່ລະພັກນີ້ ໃຫ້ລູກນ້ອງໃຜລູກນ້ອງມັນ ຫິ້ວປີກນາຍໄປຟ້ອນລຳວົງລະເນາະ
ຢ້ານນາຍລົ້ມຫັ້ນເດ. ຟ້ອນລົງມາແລ້ວ ແລ້ວເບິ່ງໃຜກໍຫັນໃຈພະງາບ ພະງາບຢູ່... ບ໋ະ!
ຊິເປັນຕາເບິ່ງເນາະແທ້...ແລະໂກຟີ ກໍບໍ່ເຄີຍລຳວົງອີກ ໂອ໊ຍ ລຸງທອງວັນ ຫາສາວວັງວຽງມາຄຳ້ຂາ ໃຫ້
ທ່ານໂກຟີ ແດ່ເດີ ຢ້ານເພິ່ນລົ້ມ ຟ້ອນລຳວົງມ່ວນຫຼາຍນັ້ນນາ ໂລກເຂົາຢາກໃຫ້ປະເທດລາວມີມື້ນີ້ຫລະ
ແຕ່ທຸກຢ່າງກໍບັນລຸໄປໄດ້.

        ຟ້ອນແອະຟ້ອນແອ່ນ ລຳທຸ່ມຫລວງພຣະບາງ ລຳວົງ, ລຳພວນ ລຳວົງ, ຕັ່ງຫວາຍ, ສາລະວັນ, ລຳຜູ່ໄທ,
ລຳຜູ່ລາວກໍວ່າໄປ... ລຳມະຫາໄຊ, ລຳບ້ານຊອກ ນັກຣ້ອງມາຈາກສາມພັກການເມືອງ ບໍ່ຕ້ອງຫ່ວງ ສເນີໄດ້
ທຸກເພັງແລະທຸກໆຫມໍລຳ ຜູ່ບ່າວລາວ ເຈົ້າພາບແລະເປັນໂຄກສົກກະຊິເປັນລົມຄືກັນ (ຫ້າມແຂກມານັ່ງທາງຫນ້າ
ຜູ່ບ່າວລາວ ເພາະນຳ້ລາຍຊິຟົ້ງໃສ່ ຈົນຫົວປຽກຫມົດ) ທີ່ດີໃຈເຫັນສາມອ້າຍນ້ອງ ເຂົ້າຫາກັນ ດັ່ງນັ້ນ
ຈຶ່ງມີກອນນຶ່ງທີ່ໄດ້ ເວົ້າໄວ້ວ່າ “ຄິດຮອດຜູ່ທີ່ຕາຍ ເສັຽດາຍຜູ່ທີ່ເພິ່ນຍັງ” (ໃຜຕາຍໄປກ່ອນບໍ່ທັນໄດ້ເຫັນ
ສາມອ້າຍນ້ອງເຂົ້າກັນ ຜູ່ທີ່ຍັງກໍບໍ່ທັນໄດ້ມາເຫັນ ບ້ານເມືອງມ່ວນຊື່ນໂຮຊຽວກັນທັ້ງປະເທດ) ລຳວົງກັນຮອດແຈ້ງ
ໂຂ້ໂລ້... ຮອດມື້ອື່ນເຊົ້າປະກາດ ເດີນຂະບວນທົ່ວທັງປະເທດໃຫ້ໂລກຮູ້ວ່າລາວມີປະຊາທິປະໄຕແລ້ວ
ເດີນຂະບານ ບໍ່ມີໃຜຈັບບໍ່ມີໃຜກຸມ ເອີ້ນນັກຂ່າວທົ່ວໂລກເຂົ້າໄປຂຽນປ້າຍປະທ້ວງໄດ້ທຸກຢ່າງ ຫລືຈະນອນປະທ້ວງຢູ່
ເດີ່ນທາດຫລວງທຸກມື້ກໍໄດ້ (ຖ້າບໍ່ທຳມາຫາກິນ) ຢາກຄ້າຂາຍ ຫງາຍມືເອົາເລີຍ ຂໍພຽງໃຫ້ມີຢູ່ມີກິນ
ປະຊາຊົນຈະໄດ້ ກິນແຊບ ນຸ່ງງາມ. ຜູ່ໃດຢາກດ່າໃຫ້ດ່າຜູ່ບ່າວລາວ ຄົນດຽວ
ຜູ່ອື່ນໆຖືວ່າເຂົາເຈົ້າບໍ່ມີຄວາມຜິດຫຍັງຕໍ່ໄປອີກແລ້ວ ຄວາມຜິດແມ່ນຢູ່ນຳຜູ່ບ່າວລາວຄົນດຽວ
ທີ່ເອົາສາມອ້າຍນ້ອງເຂົ້າຫາກັນນີ້ຫລະ ປະທ້ວງຜູ່ລາວນີ້ໂລດເດີ...

        ມື້ທີສອງ ສາມອ້າຍນ້ອງເຂົ້າສາບານທີ່ວັດ ສີສະເກດ...ແລະເຂົ້າຫໍສະພາ
ຕຽມຖແລງການຕໍ່ຫນ້າພໍ່ແມ່ພີ່ນ້ອງປະຊາຊົນ ແລະຕໍ່ຫນ້ານາໆຊາດ...ຂໍຂອບໃຈ ທີ່ສະມາຊິກຊ່ວຍອຸດຫນູນ
ເຂົ້ານຳ້ຊຳ້ປາ ເຫລົ້າຢາປາປີ້ງ ແລະຂໍຂອບໃຈພິເສດທີ່ພວກທ່ານທີ່ເຂົ້າ ຮ່ວມພາເຂົ້າໃນຄັ້ງນີ້.
(ລາຍລະອຽດ ການສາບານທີ່ວັດສີສະເກດແລະຖະແຫລງການຮ່ວມ ພ້ອມດ້ວຍຈຸດປະສົງຈະເອົາໄວ້ອາທິດຫນ້າ
ຜູ່ບ່າວລາວຈະຂຽອອກມາອີກ) ຍາວໂພດ ດ໊ຽວກຸໂກຈະບໍ່ໃຫຂ້້ອຍລົງ... ກະຣຸນາ ຕິດຕາມ ອາທິດຫນ້າ...
ຮັກແພງທຸກໆທ່ານ
ຜູ່ບ່າວລາວ

ຜູ່ບ່າວລາວ

unread,
Dec 31, 2005, 4:28:27 PM12/31/05
to AmeriLao ອາເມຣິລາວ
ອ່ານເຕັມບົດກົດລົ່ມນີ້
http://groups.google.com/group/amerilao/msg/4f5a20be346e8c53?

ຜູ່ບ່າວລາວ

unread,
Dec 31, 2005, 4:29:56 PM12/31/05
to amer...@googlegroups.com
ສະບາຍດີທຸກໆທ່ານ
        ໃນບົດນີ້ ເປັນບົດທີ່ຖືວ່າ “ຄວາມຈຳເປັນອັນຮີບດ່ວນ ຂອງປະເທດລາວ”. ຣັຖະທັມມະນູນ ກໍມີຢູ່ແລ້ວ
ແຕ່ເພື່ອຢາກໃຫ້ສົມບູນແບບ ຈະຕ້ອງມີການ ປະຕິຮູບແລະປະຕິບັດ ດັ່ງທີ່ກ່າວໄວ້ ຂ້າງລຸ່ມນີ້. ດັ່ງນັ້ນ
ການຂຽນບົດນີ້ແມ່ນ ຂຽນເວົ້າແບບ ເພື່ອໃຫ້ ປະຊາຊົນ ຊົນນະບົດເຂົ້າໃຈ (ເວົ້າເລິກຫລາຍ
ຄົນລາວໃນເຂົ້າໃຈໄດ້ຍາກ). ໃນຄວາມຈຳເປັນອັນຮີບດ່ວນຂອງ ບ້ານເມືອງລາວ
ຄວາມຈຳເປັນຂອງປະຊາຊົນແລະຄວາມຈຳເປັນຕໍ່ແຜ່ນດິນລາວທົ່ວທັງປະເທດ ດັ່ງນັ້ນ ຜູ່ບ່າວລາວມອງເຫັນ
ສິ່ງທີ່ຂາດຕົກບົກຜ່ອງ ຂອງຣັຖບານ ສປປ ລາວ ສົມຄວນ ຈະຕ້ອງປັບປຸງ ພິຈາຣະນາແລະແກ້ໄຂໃຫ້ທັນທ່ວງທີ
ກັບຄວາມຈຳເປັນ.
        ກ່ອນອື່ນຫມົດ ສປປ ລາວ ສົມຄວນປ່ຽນຊື່ຂອງປະເທດ ມາເປັນ: ປະເທດລາວ ລ້ານຊ້າງ “ຊຶ່ງຊື່ນີ້ເປັນຊື່ຂອງ
ອານາຈັກລາວ ລ້ານຊ້າງແຕ່ດຶກດຳບັນຂອງລາວມາແລ້ວ” (ຄຳວ່າ ສາທາລະນະລັດ...
ມັນຫລ້າຫລັງໄປຫມົດແລ້ວ, ຄອມມູນິດສ໌ ກໍພັງທະລາຍ ລົງແລ້ວ ບໍ່ມີຫຍັງເຫລືອແລ້ວ ມີແຕ່ທັງໂລກເຂົາຈະຫຍໍ້ຫຍັນ
ຄົນລາວແລະປະເທດລາວເທົ່ານັ້ນ ພ້ອມດ້ວຍການດູຖູກແກ່ຄົນລາວ ນັບມື້ນັບຫນັກລົງໄປເລື້ອຍໆ) ເພື່ອເຫັນແກ່
ບັນພະບູບຸດ ທີ່ໄດ້ສ້າງຄວາມຮຸ່ງເຮືອງແລະມີຄວາມຍິ່ງໃຫຍ່ ໃນແຜ່ນດິນຕອນນີ້ມາແລ້ວ.
ສົມຄວນແລ້ວທີ່ຈະເອົາຊື່ວ່າ: ປະເທດລາວລ້ານຊ້າງ ກັບມາໃຊ້ເພື່ອຈາລຶກ ຄວາມຍິ່ງໃຫຍ່ແຫ່ງຄວາມເປັນລາວ
ອອກມາໃຊ້ ທີ່ເປັນອັນເຫມາະສົມແລະເຫັນຄວນ.
        ການເປັນປະເທດລາວຢ່າງສົມແບບໄດ້ ກໍມີການຢຸດຕິບາງຢ່າງ, ຈະຕ້ອງປັບປຸງ ບາງຢ່າງແລະມີການປ່ຽນແປງ
ອັນທີ່ຈຳເປັນເຊັ່ນ:
໑.  ຈຳເປັນຕ້ອງປະກາດໃຫ້ໂລກຮັບຮູ້ວ່າປະເທດລາວ ຈະຕ້ອງປະບັດດັ່ງລຸ່ມນີ້:
-       ຍົກເລີກການເປັນຄອມມູນິດສ໌ ເລີ່ມແຕ່ບັດນີ້ເປັນຕົ້ນໄປໂດຍການ ຕັ້ງຊື່ໃຫມ່ວ່າ: ປະເທດລາວ ລ້ານຊ້າງ
-       ຍົກເລີກຄວາມເປັນຜະເດັດການທຸກຢ່າງ
-       ຍົກເລີກ ການຂ້າລ້າງແຄ້ນ ຫລືກວດລ້າງຊົນເຜົ່າກຸ່ມນ້ອຍໃນ ປະເທດລາວ
-       ຍົກເລີກຂົ່ມເຫັງພໍ່ແມ່ພີ່ນ້ອງປະຊາຊົນທຸກຊົນຊາດຊົນເຜົ່າ ຕັ້ງແຕ່ເຫນືອເຖິງໃຕ້
-       ຍົກເລີກຂົ່ມຂູ່ພໍ່ແມ່ພີ່ນ້ອງປະຊາຊົນທຸກຊົນຊາດຊົນເຜົ່າ ທົ່ວທັງປະເທດ
-       ຍົກເລີກສົນທິສັນຍາແລະອານຸສັນຍາ ສະຫະພັນອິນໂດຈີນ ຕ່າງໆທີ່ປະເທດລາວເປັນ              
ຂ້າທາດຫລືເປັນຫົວເມືອງຂຶ້ນຂອງຕ່າງປະເທດ ທຸກສະບັບ
-       ສ້າງຕັ້ງປະເທດລາວໃຫ້ເປັນປະເທດລາວລ້ານຊ້າງ ຢ່າງສົມບູນແລະເປັນພັນທະມິດ                       ກັບທຸກໆປະເທດໃນທົ່ວໂລກ
-       ປະເທດລາວລ້ານຊ້າງ ຈະຕ້ອງຂໍເຂົ້າໄປເປັນ ສະມາຊິກການຄ້າແບບສົມບູນ                    
ກັບທຸກໆປະເທດແລະທຸກໆອົງການໃນທົ່ວໂລກ
-       ປະເທດລາວລ້ານຊ້າງຈະຕ້ອງເຂົ້າເປັນສະມາຊິກຂອງ ສະຫະ ພັນທະມິຕ ສັນຕິພາບຂອງໂລກ
-       ປະເທດລາວລ້ານຊ້າງ ຈຳເປັນຕ້ອງເຂົ້າຮ່ວມສົນທິສັນຍາ ການຄ້າ ການທູດ                  
ການພະລັງງານແລະສົນທິສັນຍາອື່ນໆຂອງໂລກທີ່ມີຢູ່
-       ປະເທດລາວລ້ານຊ້າງ ຈະຕ້ອງຂໍຄວາມຊ່ວຍເຫລືອຈາກອົງການສາກົນ ແລະອົງການສະຫະປະຊາຊາດ
ເພື່ອມາຊ່ວຍເຫລືອ ຫລືບັນເທົາທຸກໃຫ້ແກ່ ປະຊາຊົນລາວທັງຊາດ ໂດຍອີງຕາມສັດທາຂອງອົງການຕ່າງໆ
ພໍທີ່ຈະຊ່ວຍເຫລືອລາວໄດ້ ໂດຍຜ່ານອົງການ ນານາຊາດ ທີ່ເຂົ້າມາຊ່ວຍເຫລືອ, ທາງດ້ານຝ່າຍມະນຸດສະທັມ
ຊ່ວຍເຫລືອທາງດ້ານການປ້ອງກັນ ແລະຮັກສາຄວາມສະງົບໃຫ້ແກ່ປະຊາຊົນລາວທັງຊາດ ຈົນກ່ວາ ປະເທດລາວ
ຈະປົກປ້ອງແລະປ້ອງກັນຕົວເອງໄດ້ແບບຖາວອນ.
໒.  ປະເທດລາວລ້ານຊ້າງ ຈະຕ້ອງໃຫ້ມີສິດທິດັ່ງລຸ່ມນີ້:
-       ມີສິດເສຣີ ທາງດ້ານ ການປາກເວົ້າ.
-       ມີສິດເສຣີ ທາງດ້ານ ການຂີດຂຽນ
-       ມີສິດເສຣີ ທາງດ້ານ ຄວາມຄິດແລະຄວາມຊື່ຖື
-       ມີສິດເສຣີ ທາງດ້ານ ຄວາມເປັນມະນຸດສະທັມ
-       ມີສິດເສຣີ ທາງດ້ານ ການໄປ ຫລືມາ
-       ມີສິດເສຣີ ທາງດ້ານ ການເລືອກຕັ້ງ
-       ມີສິດເສຣີ ທາງດ້ານ ການເລືອກພັກການເມືອງ ເພື່ອປົກຄອງບ້ານເມືອງ
-       ມີສິດເສຣີ ທາງດ້ານ ທາງດ້ານການຄ້າຂາຍ
-       ມີສິດເສຣີ ທາງດ້ານ ການສ້າງສາ ພັດທະນາ ປະເທດລາວລ້ານຊ້າງຂອງພວກເຮົາ.
໓.  ປະເທດລາວລ້ານຊ້າງ ຈະຕ້ອງຈິງຈັງ ປາບພວກກໍ່ການຮ້າຍແລະພວກກະບົດ
-       ຈິງຈັງ ປາບພວກ ກໍ່ການຮ້າຍ ສາກົນແລະພວກກໍ່ການຮ້າຍພາຍໃນ
-       ຈິງຈັງ ປາບພວກ ປຸ້ນຈີ້
-       ຈິງຈັງ ປາບພວກ ຂີ້ລັກຂະໂມຍນ້ອຍ
-       ຈິງຈັງ ປາບພວກ ມີອິທິພົນ ຂຸນເສິກແລະສັກດີນາ
-       ຈິງຈັງ ປາບພວກ ຢາເສພຕິດທຸກໆປະເພດ ໃນປະເທດລາວລ້າງຊ້າງ
-       ຈິງຈັງ ປາບພວກ ກໍ່ການບໍ່ດີ ລັກຍິງຣົຖ.
໔.  ປະເທດລາວ ລ້ານຊ້າງຈະຕ້ອງ ປະຕິຮູບການເມືອງແລະການປົກຄອງໃຫມ່ ດັ່ງຕໍ່ລົງໄປນີ້:
-       ປະເທດລາວ ລ້ານຊ້າງຈຳເປັນຕ້ອງ ເປີດປະຊາທິປະໄຕ ແລະປົກຄອງແບບປະຊາທິປະໄຕ            
ໂດຍແມ່ນປະຊາຊົນ ເປັນຜູ່ກຳນົດ ໂຊກສະຕາກັມ ຂອງປະເທດຊາດ
-       ປະເທດລາວ ລ້ານຊ້າງຈຳເປັນຕ້ອງ ປະຕິຮູບການປົກຄອງໃຫມ່ ແບບບູຣະນະ (CEO)
-       ປະເທດລາວ ລ້ານຊ້າງຈຳເປັນຕ້ອງ ປະຕິຮູບການບໍຣິຫານ (ການປະຕິບັດ) ໃຫມ່ ເພື່ອໃຫ້ເຫມາະສົມ      
ແລະທ່ວງທັນກັບສະພາບການຂອງໂລກໃນຢຸກປັຈຸບັນທຸກຢ່າງ.
-       ປະເທດລາວ ລ້ານຊ້າງຈຳເປັນຕ້ອງ ຮັກສາ ສິດທິຜົນປະໂຫຍດຂອງ
ຣັຖບານແລະຂອງປະຊາຊົນທຸກຊົນຊາດຊົນເຜົ່າ ທົ່ວທັງປະເທດ ຮວມດ້ວຍ
ທາງດ້ານສັພສິນແລະຊີວິດຂອງປະຊາຊົນລາວທຸກຄົນ.
໕.  ປະເທດລາວລ້ານຊ້າງ ຈະຕ້ອງຈິງຈັງ ເປັນພິເສດໃນການປາບປາມກຸ່ມຄົນບໍ່ດີດັ່ງນີ້:
-       ຈິງຈັງ ປາບພວກ ສໍ້ໂກງປະຊາຊົນ
-       ຈິງຈັງ ປາບພວກ ສໍ້ໂກງຣັຖບານ
-       ຈິງຈັງ ປາບພວກ ໂລບພາສີຂອງປະຊາຊົນ
-       ຈິງຈັງ ປາບພວກ ອາສັຍໂອກາດອຳນາດຂອງຣັຖບານ ເພື່ອຫາຜົນປະໂຫຍດ                         ເຂົ້າສ່ວນຕົວຫລືສ່ວນບຸກຄົນ
-       ຈິງຈັງ ປາບພວກ ສໍ້ໂກງເງິນຂອງຕ່າງປະເທດ ທີ່ມາລົງທຶນຫລືມາຊ່ວຍເຫລືອລ້າໃນ ສປປ ລາວ.
໖.  ປະເທດລາວລ້ານຊ້າງ ຈຳເປັນຕ້ອງເປີດ ປະຕູຂອງປະເທດລາວໃຫ້ກ້ວາງຂຶ້ນ ດັ່ງລຸ່ມນີ້:
-       ໃຫ້ຈຳນວນຄົນ ເຊື້ອຊາດລາວ (ລາວນອກ) ໃນຕ່າງປະເທດ ມີສິດກັບມາຢ້ຽມຢາມ ມາຢູ່ ຫລືມາລົງທຶນ
ໄດ້ໂດຍເສຣີ ບໍ່ມີຂີດຈຳກັດ ພ້ອມທັງເປີດໃຫ້ຊາວຕ່າງຊາດ ຕ່າງປະເທດ ມາຢ້ຽມຢາມ                          
ແລະມາລົງທຶນໂດຍບໍ່ມີຂໍ້ຈຳກັດ (ແຕ່ຢູ່ໃນກອບກົດຫມາຍແລະ ຣັຖທະທັມະນູນ ຂອງ ສປປ ລາວ           ທີ່ມີຢູ່ແລ້ວ)
-       ອະນຸຍາດໃຫ້ ນັກຮຽນ ນັກສຶກສາ ນັກປັນຍາຊົນ ແລະນັກວິຊາການຕ່າງໆ ຊຶ່ງເປັນຄົນລາວໂດຍກຳເນີດ
ຫລືຄົນຕ່າງປະເທດ ເຂົ້າມາຊ່ວຍໃນ ປະເທດລາວລ້ານຊ້າງ ໃຫ້ຫລາຍຂຶ້ນ ເພື່ອສ້າງສາ ພັດທະນາ                
ປະເທດຊາດລາວ ລ້ານຊ້າງ ຕໍ່ໄປໃຫ້ຈະເຣີນຂຶ້ນ.
-       ອະນຸຍາດໃຫ້ ບໍຣິສັດ ຕ່າງປະເທດ ມາລົງທຶນ ໂດຍບໍ່ມີຂີດຈຳກັດ (ຖ້າຫາກເຂົາເຈົ້າ                
ມາດ້ວຍຄວາມພໍໃຈ) ອັນຮວມຢູ່ດ້ວຍການລົງທຶນທາງດ້ານ ການເງິນ ການທະນາຄານ ການຄ້າ             ການສຶກສາ
ທາງດ້ານ ສາທາລະນະສຸຂ ທາງດ້ານ ເທັກໂນໂລຈີ ແລະທາງດ້ານອື່ນໆ                      ທີ່ເປັນຜົນປະໂຫຍດ ຕໍ່ປະຊາຊົນ,
ຕໍ່ປະເທດຊາດແລະຕໍ່ແຜ່ນດິນລາວ
-       ອະນຸຍາດໃຫ້ອົງການ ຝ່າຍມະນຸດສະທັມ ເຂົ້າມາປະຈຳການໃນປະເທດລາວ                    
ຊຶ່ງຮວມຢູ່ດ້ວຍອົງການສະຫະປະຊາຊາດ ອົງການເອກະຣາຊບໍ່ຮ່ວມກຸ່ມ ຫລືອົງການຊ່ວຍເຫລືອລ້າ          
ນານາອົງການ ເຂົ້າມາຊ່ວຍເຫລືອ ຫລືບັນເທົາທຸກພໍ່ແມ່ ພີ່ນ້ອງປະຊາຊົນ ຄົນລາວທົ່ວທັງປະເທດ      
ໄດ້ຢ່າງເສຣີໂດຍບໍ່ມີຂີດຈຳກັດ ຫລືບໍ່ມີຂໍ້ລະແວງແລະຂໍ້ສົງໄສໃດໆ (ຊຶ່ງເປັນອົງການ ທຸກໆປະເທດ            ຍອມຮັບຢູ່ແລ້ວ).
໗.  ຂໍຮ້ອງໃຫ້ຢຸດຕິ ການທະເລາະວິວາດແລະຜິດຖຽງກັນໃນ:
        ຖັນແຖວຂອງ: ຝ່າຍພະນັກງານ ຂ້າຣາຊການ ທະຫານ ຕຳຣວດ ໃນ ສປປ ລາວ ແລະສະມາຄົມ ອົງການ
ການຈັດຕັ້ງ ຫລື ກຸ່ມນັກກູ້ຊາດຂອງແຕ່ລະຝ່າຍ ຂອງລາວໃນຕ່າງແດນ ແລະຢູ່ໃນ ສປປ ລາວ.
        ຂໍສເນີໃຫ້ ສປປ ລາວ ແຈ້ງການໄປຍັງ ຂ້າຫລວງໃຫຍ່ອົງການ ສະຫະປະຊາຊາດ ເພື່ອຈະຍົກທົດແລະ
ອະໂຫສີໃຫ້ຄົນລາວດ້ວຍກັນ ທຸກຊົນຊາດຊົນເຜົ່າ ທຸກເພດທຸກໄວ ທັງໃນແລະຢູ່ຕ່າງປະເທດ
ແລະຈະມີໂຄງການລາວຮວມລາວ ອີກຄັ້ງເປັນ ການດ່ວນ ແລະຂໍສະເນີໃຫ້ ທາງອົງການສະຫະປາຊາຊາດ
ເຂົ້າມາມີບົດບາດ ແລະໃຫ້ຄວາມເປັນທັມ ຕໍ່ປະຊາຊົນລາວອີກດ້ວຍ ເພື່ອຜົນປະໂຫຍດຂອງແຜ່ນດິນລາວ.
        ຫລັງຈາກມີການ ຮັບຮອງຈາກອົງການ ສະຫະປະຊາຊາດແລ້ວ ຂັ້ນຕໍ່ໄປ ອັນການຮີບດ່ວນ ຈະຕ້ອງ
ເພີ່ມເງິນເດືອນ ໃຫ້ແກ່ຂ້າຣາຊການ ຄຣູ ທະຫານ ຕຳຣວດ ພະນັກງານ ນັກວິຊາການ ແລະອົງການບໍຣິຫານ
ທີ່ຢູ່ໃນ ສປປ ລາວ ເປັນຮີບດ່ວນ, ໃຫ້ພໍຢູ່ພໍກິນ ກັນທຸກໆຄົນ ທຸກໆຄອບຄົວ. ການກະທຳເຊັ່ນນີ້ ກໍຫມາຍຄວາມວ່າ
ລາວໃນແລະລາວນອກ ເຂົ້າໃຈ ແລະໃຫ້ກຳລັງໃຈ ຜູ່ທີ່ ປະຕິບັດງານ ບໍຣິຫານແຜ່ນດິນຢູ່ໃນລາວນີ້
ມີກຳລັງໃຈຂຶ້ນ, ທີ່ຜ່ານມາໂດຍບໍ່ມີການດູແລ ຢ່າງພຽງພໍແລະທົ່ວເຖິງນັ້ນ
ຍ້ອນຄວາມທຸກຈົນຂອງປະເທດລາວເຮົາເອງແລະ ຕໍ່ໄປປະຊາຊົນ ຄົນລາວ ທັງໃນປະເທດແລະຕ່າງປະເທດ
ພ້ອມດ້ວຍອົງການສາກົນນານໆຊາດ ຈະຕອບບຸນຄຸນຂອງພວກທ່ານຄືນ ໂດຍຖືວ່າພວກທ່ານເຫລົ່ານັ້ນ
ແມ່ນເສັຽສະລະເພື່ອປະເທດຊາດແທ້ ແລະສູ້ຊົນມາໂດຍຕລອດ ແລະອົງການສະຫະປະຊາດ
ຈະບໍ່ປະບໍ່ຖີ້ມພວກທ່ານເລົ່ານີ້ຢ່າງແນ່ນອນ.
        ສະຫະປະຊາຊາດ ພວກເພິ່ນໃຫ້ຄວາມເປັນທັມແກ່ທຸກໆປະເທດໃນ ທົ່ວໂລກຢູ່ແລ້ວ ດັ່ງນັ້ນ ຈຶ່ງຂໍຮ້ອງມາຍັງ
ຂ້າຣາຊການ ພະນັກງານ ທະຫານ ຕຳຣວດ ຄຣູ ນາຍຫມໍ ພະຍາບານ ແລະປະຊາຊົນລາວ ທົ່ວທັງປະເທດ
ຊ່ວຍກົດດັນ ທຸກຢ່າງ ທຸກວິທີທາງ ເພື່ອທຳໃຫ້ ຣັຖບານ ສປປ ລາວ ມີການຕົກລົງ ກົ້ມຫນ້າເຂົ້າໄປຫາ
ອົງການສະຫະປະຊາຊາດ ເພື່ອມາແກ້ໄຂ ສະຖານະການໃນ ສປປ ລາວ ເພື່ອຄົນລາວທຸກຄົນຈະໄດ້ຢູ່ດີກິນດີ
ກິນແຊບ ນຸ່ງງາມ, ມີເງິນມີທອງໃຊ້ສອຍ ມີເງິນເດືອນກິນ ບຽບພຽງພໍ ປະຊາຊົນກໍມີວຽກເຮັດງານທຳ,
ຢູ່ກິນຢ່າງພຽງພໍ ຄືປະເທດອື່ນໆເຂົາໃນ ທົ່ວໂລກ ດັ່ງທີ່ພວກເຮົາທຸກໆຄົນເຫັນຢູ່ດ້ວຍກັນ.
        ວັນເວລາແຫ່ງການລໍຄອຍ ທີ່ຈະໃຫ້ ຣັຖບານ ສປປ ລາວ ມາຊ່ວຍເຫລືອນັ້ນ ເກືອບຈະເຂົ້າ ໓໐ ປີແລ້ວ,
ພັກແລະລັດບໍ່ມີຫຍັງອີກເລີຍ ທຸກຊຳ້ທຸກ ໄປເລື້ອຍໆ, ດັ່ງນັ້ນພວກເຮົາຄົນລາວດ້ວຍກັນ ພ້ອມກັນລຸກຂຶ້ນ
ເພື່ອທຳທຸກຢ່າງ ກົດດັນໃຫ້ ຣັຖບານ ສປປ ລາວ ຢອມຮັບເອົາ ອົງການສະຫະປະຊາຊາດ ຝ່າຍມະນຸດສະທັມ
ເຂົ້າ ມາດູແລ (ພວກທ່ານເອງນັ້ນຫລະ) ໃຫ້ໄດ້ກ່ອນ ກ່ອນທີ່ພວກເຮົາຈະຕາຍ ຖີ້ມໄປຊື່ໆ ໂດຍບໍ່ມີຫຍັງ!
ຖ້າຣັຖບານເພິ່ນຈະຊ່ວຍໃຫ້ ຮັ່ງພວກທ່ານ ນັ້ນຮັ່ງແລ້ວ, ຖ້າຣັຖບານຈະຊ່ວຍໃຫ້ທ່ານມີ
ພວກທ່ານມີໄປຕັ້ງແຕ່ດົນແລ້ວ, ພວກທ່ານຄົງຈະບໍ່ທຸກບໍ່ຍາກປານນີ້ດອກ ຖ້າຣັຖບານເພິ່ນຢາກຊ່ວຍ ພວກທ່ານແທ້ໆ
(ບໍ່ຈຳເປັນລໍຖ້າຮອດ ໓໐ ປີ ຈົນຜ້າກະຕ່ຽວຂາດຈຳຫຳດອກ).
        ພວກພໍ່ແມ່ ພີ່ນ້ອງປະຊາຊົນລາວທຸກຊົນຊາດຊົນເຜົ່າເອີຍ ຂໍເຊີນມືນຕາເບິ່ງໂລກເຂົາແດ່. ປະເທດລາວເປັນ ໑
ໃນສິບປະເທດ ທີ່ທຸກຍາກທີ່ສຸດຂອງໂລກ. ເປັນຫຍັງປະເທດຂອງ ພວກເຮົາຈຶ່ງເປັນແບບນີ້
ຈະຕອບໃຫ້ພີ່ນ້ອງລາວຟັງວ່າ ຢ້ອນວ່າ ຣັຖບານບໍ່ໃຫ້ ຕ່າງປະເທດ ຫລືອົງການສະຫະປະຊາຊາດມາຊ່ວຍເຫລືອ
ພວກເຈົ້າເອງ, ພວກອົງການຕ່າງໆ ຂອງນານາຊາດ ເຂົາຢາກມາຊ່ວຍຈະຕາຍແລ້ວແຕ່
ພວກເຂົາເຫັນຄວາມທຸກຍາກແລະຄວາມຈຳເປັນຂອງ ປະຊາຊົນລາວດີ ແຕ່ວ່າພວກຣັຖບານຄອມມູນິດສ໌ ຣັຖບານ
ຫນູຮັກ ຄຳໄຕ ແລະພ້ອມພວກຄນະຣັຖບານ ສປປ ລາວ ນີ້ຫລະເປັນຄົນບໍ່ດີຕ່າງຫາກ ບໍ່ໃຫ້ເຂົາມາຊ່ວຍພວກເຈົ້າ
ທຸກກໍຕ້ອງຈຳເປັນທຸກໄປເລື້ອຍໆ...ເລີ່ມແຕ່ນີ້ຕໍ່ໄປປະຊາຊົນລາວທົ່ວທັງປະເທດຈຳເປັນຕ

້ອງຄິດ
ໃຫມ່ເສັຽແລ້ວຫລະ! ສິ່ງທີ່ດີ ທີ່ຊົ່ວ ພວກເຮົາຮູ້ກັນຢູ່ແລ້ວ ດັ່ງນັ້ນ ຈຳເປັນແລ້ວທີ່ຄົນລາວ ພວກເຮົາຕ້ອງຊ່ວຍກັນ
ເພື່ອໃຫ້ປະຊາຊົນລາວທຸກໆຄົນ ໃຫ້ພົ້ນອອກຈາກຄວາມທຸກ ຄວາມຈົນໃຫ້ໄດ້.
ຮັກແພງມາຍັງ ພໍ່ແມ່ພີ່ນ້ອງຄົນລາວທຸກໆຄົນ
ຜູ່ບ່າວລາວ

ຜູ່ບ່າວລາວ

unread,
Dec 31, 2005, 4:32:35 PM12/31/05
to amer...@googlegroups.com
ສະບາຍດີ ທ່ານກາສາລາວ, ທ່ານຄົນສາມັນ, ທ່ານ ຍາອ້າຍປະມົງ,

        ເປັນຕາຢາກຫົວຢູ່ບໍ? ໃຫ້ສົມກັບວ່າ ຜູ່ບ່າວກໍໄດ້ຂຽນອັງກິດລົງໄປນຳຫມູ່ ກໍແລ້ວກັນ!!!!
ຜູ່ບ່າວລາວ ບໍ່ໄດ້ນ້ອຍໃຈ ໃຫ້ຍາອ້າຍປະມົງດອກ ຮູ້ແລ້ວວ່າ ຍາອ້າຍໃຫຍ່ເຮົາຢອກ. ທີ່ຈິງແລ້ວແມ່ນ
ຍາອ້າຍໃຫຍ່ ປະມົງຫັ້ນແຫລະ ເປັນຄົນເຫັນດີ ເຫັນຊອບໃຫ້ ນ້ອງຂຽນເປັນພາສາລາວກ່ວາຄົນອື່ນໆ ແລະ
ອ້າຍປະມົງຫັ້ນແລ້ວ ທີ່ບໍ່ຢາກໃຫ້ນ້ອງຂຽນພາ ສາອັງກິດຈະໂຕເລີຍ. ເຂົ້າໃຈແລ້ວເດີ ຂໍຂອບໃຈ ທີ່ຍັງເປັນຫ່ວງ
ນັກຂຽນດ້ວຍກັນທັງຫລາຍ. ແລະຄວາມຫມາຍຂອງທ່ານ ຂ້ອຍກໍເຂົ້າໃຈດີ ທຸກປະການ.

        ແຕ່ສິ່ງທີ່ ເປັນຕານ້ອຍໃຈ ຄືລູກຫລານລາວເຮົາໃນ ຕ່າງແດນນັ້ນແຫລະ ທີ່ຂາດການຮຳ່ຮຽນ ພາສາລາວ
ອອກມາຈົ່ມຫລາຍຄັ້ງ ການຂຽນຂອງພວກເຮົາ. ກວດຄືນແລ້ວ ຕັ້ງແຕ່ ໑໙໙໔ ມາເຖິງດຽວນີ້
ດັ່ງທີ່ຂ້ອຍອະທີບາຍໄປນັ້ນແລ້ວ ດ່າກັນໄປດ່າກັນມາ ຜູ່ນັ້ນເປັນປະຕິການ ຜູ່ນີ້ເປັນ ຄມ ຕໍ່ໄປຕໍ່ມາ ມີແຕ່ ຟ ແລະ
ສ ກໍເລີຍແຕກວົງກັນ. ເຕົ້າກັນໃຫມ່ ດຽວກໍເປັນແບບເກົ່າອີກ ແລະມາເຖິງບໍ່ນານມານີ້ ພາສາລາວໃຊ້ໄດ້ໃນທີ່ນີ້
ແລະແນວຄິດແມ່ນເພື່ອ ຢາກສົ່ງສັນຍານອັນນີ້ ໄປຍັງຄົນລາວໃນ ຜູ່ທີ່ບໍ່ໄດ້ ພາສາອັງກິດນັ້ນ ເຂົ້າໃຈທຸກເຣຶ່ອງທີ່
ພວກເຮົາມີຢູ່ແລະເວົ້າກັນຢູ່. ແມ້ກະທັ້ງ ເຂົາເຈົ້າ ຂຽນລົງບໍ່ໄດ້ ກໍຍັງຖືວ່າດີຢູ່ທີ່
ເຂົາເຈົ້າມາລັກອ່ານແລະເຂົ້າໃຈໄດ້ ຫລັງຈາກນັ້ນ ປາກຕໍ່ປາກອີກ ຈະຂະຫຍາຍອອກໄປເອງ
ວ່າບ໊ານເມືອງເປັນແນວໃດ ມີການ ວິຈັຍ ວິຈານກັນແນວໃດ ໄປຮອດໃສແລ້ວ? ນີ້ເປັນການດີທີ່ສຸດ
ຫາອັນປຽບບໍ່ໄດ້ ຕໍ່ພີ່ນ້ອງຄົນລາວເຮົາ ກ່ຽວກັບບ້ານເມືອງແລະສັງຄົມລາວ.

        ເບິ່ງພວກ ສນັບສນູນ ຄມ ຈະລົງຂຽນ ພາສາອັງກິດ ທັ້ງນັ້ນເພາະພວກເຂົາບໍ່ຢາກໃຫ້ ຄົນລາວໄດ້ຮູ້ໄດ້ເຫັນ.
ເຂົາຮູ້ວ່າຄົນລາວ ອ່ານພາສາອັງກິດໄດ້ຫນ້ອຍຄົນ ແມ້ກະທັ້ງ ຂ້າຣາຊການນັ່ງຢູ່ກະຊວງ ຍັງບໍ່ໄດ້ພາສາອັງກິດຢູ່
ແລ້ວ ໄດ້ກໍປູໆ ປາໆ, ພວກເຮົາຊິໄປເປົ່າປີ່ໃສ່ຫູຄວາຍເຮັດຫຍັງ ເຮົາຂຽນພາສາລາວນີ້ ທີ່ພວກເຂົາອ່ານໄດ້
ເຂົາຈຶ່ງຈະເຂົ້າໃຈ ຖ້າປະຊາຊົນລາວອ່ານເຂົ້າໃຈຫລາຍຄົນແລ້ວຢູ່ໃນເມືອງລາວ
ປະຊາຊົນເຂົາຊິມີແນວຄິດຫຍັງເກີດ ຂຶ້ນ ຂັ້ນຕໍ່ໄປ?????????  ແນ່ນອນ ພະລັງພາສາລາວໃນ ກຸໂກນີ້
ຈະທຳໃຫ້ປະຊາຊົນໃນລາວ ຄິດໄປຫລາຍຢ່າງ ຂ້າພະເຈົ້າຄິດ ນີ້ແຫລະຄື: ອາວຸດຢ່າງນຶ່ງທີ່ ຈະທຳລາຍພື້ນຖານ
ແລະຮາກຖານຂອງ ຄອມມຸຍນິດໃນລາວ.

        ໃນການຈູງໃຈຄົນໃຫ້ເຂົ້າ ມາອ່ານ ຜູ່ບ່າວລາວ ເອົາເຣຶ່ອງການເມືອງ ມາລົງນຳ ດົນໆກໍຕຳອອກມາບາດຫນັກໆ
ແລະຫາເອົາເຣຶ່ອງຢາກຫົວ ອອກມານຳເພື່ອທຸກຄົນ ຈະບໍ່ເຈັບຫົວທາງດ້ານການເມືອງ ແລະຄຸ້ຍເອົາເຣຶ່ອງ
ການປຸງແຕ່ງອາຫານ ມາລົງນຳ ເພື່ອທຸກໆ ມັກອ່ານແບບໃດກໍຫາອ່ານໄດ້ຕາມໃຈມັກ. ຖ້າຄົນລາວມາອ່ານ
ບໍ່ມັກທາງດ້ານນຶ່ງກໍມີ ເຣຶ່ອງມັກອີກທາງດ້ານນຶ່ງ.
ຮັກແພງທຸກຄົນ
ຜູ່ບ່າວລາວ

ຜູ່ບ່າວລາວ

unread,
Dec 31, 2005, 4:33:47 PM12/31/05
to amer...@googlegroups.com
ກ່ຽວກັບເຣຶ່ອງພູຜາທີ່ ທີ່ມີບັນຫາກັນແລະເກີດມີການສູ້ຣົບຂຶ້ນອີກນັ້ນ ເປັນເຣຶ່ອງຈິງ, ເປັນເຣຶ່ອງທີ່ ສປປ
ລາວແກ້ໄດ້ຍາກ ເພາະວ່າເຣຶ່ອງທີ່ເກີດຂຶ້ນເປັນເຣຶ່ອງຄົນທາງໃນ (ຄົນທາງໃນ ສປປ ລາວເອງ)
ເປັນຄົນກໍ່ເລີ່ມຕົ້ນຂຶ້ນ ຕັ້ງແຕ່ປີ ທີ່ແລ້ວພຸ້ນ. ເຣຶ່ອງພູຜາທີ່ ເປັນເຣຶ່ອງແປກຕ່າງກັບ ເຂດພິເສດໄຊສົມບູນ
ແລະເປັນເຣຶ່ອງແປກຕ່າງກັບ ເຂດຫລວງພຣະບາງອີກດ້ວຍ. ເຣຶ່ອງທີ່ເກີດຈາກເຂດປົດປ່ອຍເກົ່ານີ້
ເກີດຍ້ອນຄົນປະຕິວັດເກົ່າ ຂອງຄອມມຸຍນິດສ໌ (ຄມ) ເອງ ໃນປີທີ່ແລ້ວ ເຣຶ່ອງຂອງ ຈົ່ງຕົງ ນັ້ນກໍຍັງບໍ່ທັນແລ້ວ
ແລະຍັງຫລາຍຄົນທີ່ ຄມ ຍັງຈັບເຂົາບໍ່ໄດ້ ໂດຍເຂົາໃຊ້ສາຍທາງ ຍຸດທະສາດ ຈາກຜາທີ່ ຜ່ານລອງມາທາງ
ຕີນພູເບັ້ຽ ແລະຜ່າຍໄປທາງເມືອງຫມອກ ຕັດລົງມາທາງປາກຊັນ ຫລັງຈາກ ຄມ ເຫັນທ່າບໍ່ເປັນຫນ້າໄວ້ໃຈໄດ້
ເຂົາຈຶ່ງໃຫ້ ພວກທະຫານ ຝ່າຍຈິດຕະວິດທະຍາ ໄປອ່ອຍ ເອົາອ້າຍນ້ອງມົ້ງ ແຖວພູເບັ້ຽແລະເມືອງຫມອກ
ເຂົາກໍໄປຍົວະໄດ້ຫນ້ອຍນຶ່ງແລະ ຝ່າຍປະຕິວັດ ຊຳເຫນືອນັ້ນ ໄປຕໍ່ສູ້ກັນ ເພື່ອບໍ່ໃຫ້ ຄມ ມາຍາດເອົາຄົນ ທີ່ບໍ່ມັກ
ຄມ ນັ້ນເພື່ອບໍ່ໃຫ້ສະຫວັນວິພັກ ດັ່ງນັ້ນ ມີການປະທະອັນແຮງເກີດຂຶ້ນທີ່ເມືອງຫມອກ ຄມ ສົ່ງທະຫານທາງພາກ ໔
(ເກົ່າ) ຂຶ້ນໄປຕີເສິກໃນຄັ້ງນີ້. ເພາະທະຫານຂອງ ຄມ ບໍ່ພໍກັນ ເພາະ ກອງພັນໃຫຍ່ ໑໑ ສົ່ງໄປຕີ
ຢູ່ຫລວງພະບາງ ເມືອງງອຍພຸ້ນ ແລະ ກອງພັນ ໔໑໙ ກອງພັນປະຈານບານ ຕ້ອງເອົາໄປຕີຢູ່ຊຳເຫນືອ
ເປັນແກນນຳ ແລະຫລັງຈາກຕີ ບໍ່ແຕກງ່າຍກໍເລີຍເອີ້ນເອົາ ໑໑ ໄປຊ່ວຍຢູ່ຊຳເຫນືອອີກ. ດັ່ງນັ້ນ
ເຣຶ່ອງເມືອງຫມອກ ຈຶ່ງຕ້ອງເອົາທະຫານພາກ ໔ ຂຶ້ນໄປຕີຊ່ວຍກັນ ເພາະບັ້ນຣົບເປີດຂຶ້ນຫລາຍທີ່ ພ້ອມໆ
ໄລ່ລ່ຽງກັນອີກ ແລະຕ້ອງເອົາທະຫານຄຸມເຂັ້ມເຂດ ພິເສດໄຊສົມບູນຢູ່ແລ້ວ. ຄມ ຫວັງຢາກຕັດເສັ້ນທາງ
ຂອງການປະຕິວັດຊຳເຫນືອນີ້ ເພື່ອບໍ່ໃຫ້ ມີການເລັດລອດ ໄປຕິດຕໍ່ພົວພັນ ກັບຄົນທາງນອກ
ຫລືເພື່ອບໍ່ໃຫ້ກອງກຳລັງທາງນອກເຂົ້າໄປຊ່ວຍເສີມ.
        ຫລັງຈາກນັ້ນ ກໍມິດງຽບໄປຊົ່ວລະຍະນຶ່ງ ພວກປະຕິວັດ ຊຳເຫນືອກໍມີການປະສານໄປຍັງ
ກຸ່ມວຽດນາມເຫນືອເສຣີປະຊາທິປະໄຕຢູ່ທີ່ວຽດນາມແລະພວກ ທີ່ບໍ່ມັກ ຄມ ທີ່ມີໃນວຽດນາມ ດັ່ງນັ້ນ ຄມ
ລາວຈັບພວກນັ້ນໄດ້ກໍເລີຍ ເອົາສືບສວນຈຶ່ງຮູ້ວ່າ ເຣຶ່ອງນີ້ ມາທາງວຽດນາມ.
(ອີກຢ່າງ ຄມ ລາວ ຢ້ານຊິບໍ່ມີສວນຢາຝິ່ນ ກໍຕ້ອງສ້າງເຣຶ່ອງເອົາໄວ້ໃກ້ໆນັ້ນ ເພື່ອບໍ່ໃຫ້ເຂົາໄປກວດລ້າງ
ສວນຢາຝິ່ນອີກ) ດັ່ງນັ້ນທາງ ຄມ ລາວ ຈຶ່ງຫາເອົາຄົນ ນາຍທະຫານ (ໄທຊຳເຫນືອ) ຂຶ້ນໄປດູແລຢ່າງໃກ້ສິດ.
ແຕ່ວ່າສູນເຕົ້າໂຮມ ຢູ່ໃນເຂດນີ້ ກໍຕັ້ງຢູ່ທີ່ ພູຜາທີ່. ຍ້ອນການປະປ່ອຍ ບໍ່ເບິ່ງບໍ່ແຍງພວກ
ນັກປະຕິວັດໃຫມ່ແລະເກົ່ານີ້ ພວກນີ້ແຮ່ງຮວມຕົວກັນເຂົ້າຫລາຍຂຶ້ນທຸກໆມື້ ຍ້ອນຄວາມເບື່ອ ຄມ ລາວ
ນີ້ທຳໃຫ້ປະຊາຊົນ ແລະທະຫານຈັບມືກັນເຂົ້າ ຕໍ່ສູ້ກັບ ຣັຖບານ ສປປ ລາວຄືນ. ຣັຖບານກໍສົ່ງຫລາຍຫນ່ວຍຣົບ
ເຂົ້າໄປກວດລ້າງ ແຕ່ບໍ່ໄດ້ຜົນ ເພາະຄົນທາງໃນ ສປປ ລາວເອງເປັນຄົນຫນູຫລັງກັນເອງ. ປະຊາຊົນແຖວ
ເມືອງຮ້ຽມ, ຫົວເມືອງ, ເມືອງຍືດ, ເມືອງຊາງ ແລະປະຊາຊົນເຜົ່າມົ້ງໃນລະແວກນັ້ນກໍບໍ່ ມັກການປົກຄອງຂອງ
ຄມ ລາວ. (ເຈົ້າເມືອງເປັນເຜົ່າໃດ? ເຈົ້າແຂວງເປັນຊົນເຜົ່າໃດ? ພວກເຮົາກໍຮູ້ຢູ່ແລ້ວ)  ດັ່ງນັ້ນ
ເຊື້ອໂຣກອັນນີ້ກໍເລີຍ ຂຍາຍເປັນວົງກ້ວາງອອກໄປອີກເລື້ອຍໆ ຍາກທີ່ຈະປາບໄດ້ (ຖ້າປະຊາຊົນບໍ່ພ້ອມ ຄມ
ແລ້ວ, ຕົວະເຂົາມາພໍແຮງແລ້ວ ເຊີນແກ້ກັນໂລດ) ດຽວນີ້ ຄມ ລາວຕ້ອງຕຽມ
ຮັກສາແຂວງຊຳເຫນືອໃຫ້ເຂັ້ມແຂງ ເພາະຢ້ານພວກຄນະປະຕິວັດ ເຂົ້າມາຢຶດແຂວງຊຳເຫນືອອີກຮອບ ນັບມື້ ຄມ
ລາວເຮັດແຮງກັບປະຊາຊົນ ນັບມື້ຂຍາຍວົງກ້ວາງອອກໄປເລືອຍໆ.
ນີ້ຄືກົກປາຍສາຍເຫດຂອງການປະຕິວັດຊຳເຫນືອ, ແລະເຣຶ່ອງດຳເນີນມາເຖິງປະຈຸບັນນີ້ ແລະຈະດຳເນີນຕໍ່ໄປອີກ
ຍັງແກ້ກັນບໍ່ໄດ້...
ຮັກແພງ
ຜູ່ບ່າວລາວ

ຜູ່ບ່າວລາວ

unread,
Dec 31, 2005, 4:34:59 PM12/31/05
to amer...@googlegroups.com
ຫມູ່ບ້ານທີ່ຫ່າງໄກຈາກຄວາມຈະເຣີນ ໃນຫູບເຂົາທີ່ເຍືອກເຢັນຂອງອາກາດຫນາວຂອງ
ດິນແດນແຫ່ງຊາວຊົນເຜົ່າຕ່າງ ທີ່ຕັ້ງບ້ານເຮືອນຢູ່ຕາມ ຈ້າຍເຂົາເປັນກຸ່ມ ມະຍ່ອມມະແຍ່ມ ທີ່ມອງເຫັນໄດ້
ແບບມົວໆຈາກນຳ້ຫມອກ ທີ່ປົກຄຸມໄປທົ່ວ. ການເດີນທາງໄປຍັງສະຖານທີ່ແຫ່ງນີ້ ແມ່ນເດີນທາງດ້ວຍເຄື່ອງບິນ
ຕໍ່ດ້ວຍຣົຖ ແລະຕໍ່ດ້ວຍໂຕມ້າ ໂຕລໍແລະຕໍ່ດ້ວຍການຍ່າງໄປອີກ ກ່ອນຈະມາເຖິງ ດິນແດນທີ່ອຸດົມສົມບູນ
ໄປດ້ວຍສັພະຍາກອນທຳມະຊາດ, ທີ່ອຸດົມສົມບູນໄປ ດ້ວຍປ່າໄມ້ທຳມະຊາດ, ທີ່ອຸດົມສົມບູນໄປດ້ວຍ
ຮີດຄອງວັດທະນາທັມຂອງແຕ່ລະຊົນເຜົ່າຕ່າງໆ ທີ່ທຳມາຫາກິນ ໃນດິນຕອນນີ້ມາຊ້ານານ.
ຫລຽວເຫັນທົ່ງນາແລະປ່າຕຶບຫນາຕາມຫວ່າງພູເຂົາ ແລະບາງບ່ອນກໍເປັນພູທີ່ຖາກຖາງແລະປູກ ພຶດພັນທັນຍາຫານຕ່າງໆ.
        ໃນຫມູ່ບ້ານແຕ່ລະຫມູ່ບ້ານກໍມີ ຊົນເຜົ່າອາໄສຢູ່ເປັນກຸ່ມໃຜກຸ່ມມັນ. ຕາມເສັ້ນທາງຢ່າງບູຮານ ກໍຈະພົບເຫັນ
ຜູ່ຄົນແບກໄມ້ແບກຕອກກັບບ້ານ ບາງກຸ່ມຄົນກໍມີການເປ້ຫລົວເປ້ຟືນກັບບ້ານ ແລະບາງກຸ່ມກໍຖື ກະຕ່າໄປເກັບຜັກປ່າ
ຢ່າງກັນໄປຕາມທາງນ້ອຍໆ ຕາມພາສາການທຳມາຫາກິນຂອງຊາວເຂົາເຫລົ່ານັ້ນ. ໃນກາງຫມູ່ບ້ານກໍເຫັນ
ຫມາພັນພື້ນບ້ານຈ່ອຍໆ ແລ່ນທັງເຮົ່າທັງຢ້ານແລ່ນຫນີອອກຫ່າງໆ ແລະເຫັນຫມູ ອ໊ອຍໆ ຕົວຕຸ້ຍພີ
ຢ່າງສວນໄປສວນມາ. ຄົນແກ່ກໍນັ່ງຝີງແດດ ໃຈ້ເຫົາໃຫ້ລູກໃຫ້ຫລານ, ບາງຄົນກໍເອົາໂສ້ງເສື້ອເກົ່າມານັ່ງຍິບ
ນັ່ງຕາບ ນັ່ງຝູງ. ແລະເຫັນເດັກນ້ອຍຜູ່ຍິງ ປະມານ ໘-໙ ປີ ສອງສາມຄົນ ພາກັນຢຳ່ ຄົກມອງຕຳເຂົ້າ.
ແລະເຫັນຊາຍຜູ່ນຶ່ງຢ່າງຜ່ານມາກຳລັງຈະອອກ ຈາກຫມູ່ບ້ານໄປທຳມາຫາກິນ ຖືມີດດວງນຶ່ງນຸ່ງເສື້ອເກົ່າໆ
ມີຫມາກດຸມຫນ່ວຍດຽວແລະເນັບດຸມເສື້ອ ບໍ່ຖືກຮູອີກດ້ວຍຢ່າງລອຍໆຜ່ານໄປ ໂດຍພວກອື່ນໆ ກໍຫາກັບມາຈາກ
ຫາຢູ່ຫາກິນ. ໄກ່ແມ່ຟັກກໍກະຕາກແຊວໆຢາມແດດພໍອຸ່ນໆ ຫມູ່ເດັກນ້ອຍ ທີ່ຈ່ອຍຜອມ ທ້ອງໃຫຍ່ໆສວດໆ
ຫນ້າດຳມອມແມມ ກຳລັງຫລິ້ນຂີ້ຝຸ່ນຂອງກາງບ້ານ ເປັນກຸ່ມລະ ໔ - ໕ ຄົນແບບສະນຸກສະຫນານ.
ການຢ້ຽມຢາມຂອງຜູ່ບ່າວລາວກໍ ຖືກຕ້ອນຮັບຈາກ ຊາວເຜົ່າທີ່ບໍ່ເຄີຍຮູ້ກັນມາກ່ອນຈັກເທື່ອ ຢ່າງອົບອຸ່ນ.
ຜູ່ບ່າວລາວກໍມີເຂົ້າຫນົມອົມ ກໍແບ່ງປັນກັບເດັນນ້ອຍ ແລະຈັບໃສ່ມືໃຫ້ຄົນເຖົ້າຄົນແກ່ ທີ່ຕ້ອງການຂອງຫວານ.
ນັ່ງອົມເຂົ້າຫນົມແລ້ວມອງເບິ່ງຫນ້າຜູ່ບ່າວລາວແລ້ວກໍຍີ້ມດ້ວຍຄວາມພໍໃຈ.
        ເຮືອນຊານຂອງ ຄົນຊົນເຜົ່ານີ້ ປຸກດ້ວຍເສົາໄມ້ແກ່ນຫລ້ອນ, ຝາໄມ້ເຮັ້ຽເກົ່າໆ, ພື້ນດ້ວຍໄມ້ປ່ອງຂນາດໃຫຍ່
ທີ່ເຮົາເອີ້ນວ່າຟາກ. ການຕ້ອນຮັບ ໃນເຮືອນກໍມີ ຜ້າຮອງນັ່ງເກົ່າໆສາມຜືນຢາຍອ້ອມຂີ້ໄຟ
ແລະຜູ່ທີ່ຕ້ອນຮັບກໍເລີຍໄປເອົາ ຜ້ານັ່ງຜືນໃຫມ່ ທີ່ຫໍ່ໄວ້ດ້ວຍ ຖົງ Plastic ມາຮອງໃຫ້ນັ່ງ.
ຜູ່ບ່າວລາວກໍບໍ່ຢາກນັ່ງດອກ ເພາະເກງໃຈເປັນຂອງຫວງແຫນ ຂອງແພງຂອງເຂົາເຈົ້າ
ແຕ່ກໍຈະຫາວ່າເຮົາລັງກຽດກໍເລີຍນັ່ງ. ລຸງຄົນເຈົ້າຂອງເຮືອນ ສັ່ງລູກສາວເອົາ ຫລົວເອົາຟືນຂຶ້ນມາເພີ່ມ
ແລ້ວດັງໄຟຂຶ້ນເອົາເຕົ້າການຳ້ ຮ້າງໆດຳໆ ຕົ້ມນຳ້ກິນໂດຍຕັ້ງໃສ່ກ້ອນເສົ້າ.
ຜູ່ບ່າວລາວເຫລືອກຕາຂຶ້ນທາງເທິງຢູ່ເຄິ່ງເຕົາໄຟທີ່ກຳລັງນ່ັງອ້ອມຢູ່ (ເຂົາເອີ້ນວ່າ ຄ່າ) ເຫັນກະຫອກສອງໂຕ
ຢ້າງໄວ້ແລະປາຂາວແຫ້ງ ສອງສາມໄມ້ຫີ້ວ. (ນີ້ຄືຕູ້ເຢັນຂອງຊາວຊົນນະບົດ) ກ່ອນລຸງຈະຕ້ອນຮັບ ຜູ່ບ່າວລາວ
ລົງໄປຊອກຖາມຊື້ໄກ່ ເສັຽກ່ອນໆເຈົ້າພາບຈະໄປຂ້າໄກ່ໃນລົກ. ແລະຍ່າງໄປທາງເຮືອນນາຍ
ບ້ານແລະໄປແຈ້ງນາຍບ້ານໄວ້ຕາມທຳນຽມ ອິດສະລະ. ແຈ້ງແລ້ວກໍກັບມາເຮືອນລຸງຄົນນັ້ນ ແລະປະມານອີກ
ນຶ່ງຊົ່ວໂມງເຂົາກໍເອົາໄກ່ ໔ ໂຕມາໃຫ້ ແລະຈັດການກິນເຂົ້າແລງ. ຜູ່ບ່າວລາວກໍຖາມຂ່າວຄາວ ໄຮ່ນາຕາທ້າງ
ເຂົ້ານຳ້ສຳ້ປາພໍຢູ່ພໍກິນຢູ່ບໍ? ກໍຕອບແບບໂອ້ລົມກັນ (ພໍຈະມົ້ມປີຢູ່) ວ່າຈັ່ງຊັ້ນແລະຖາມວ່າ ສວນເດເປັນແນວໃດ?
ລຸງກໍຕອບວ່າ: (ທາງຫລວງເພິ່ນກໍບໍ່ຢາກໃຫ້ເຮັດແລ້ວ ກໍເຄີຍເຮັດມາແນວນີ້ ກໍເຮັດໄປນັ້ນຫລະ) ລຸງກໍຊີ້ມືອອກ
ເກືອບຈີ້ມຕາ ຜູ່ບ່າວລາວ ຕ້ອງລົບມື ຊີ້ໂດດ ຊີ້ເດດ (ຄົນບ້ານນັ້ນໄປລັກເຮັດຢູ່ທາງພຸ້ນກະເດ) ທີ່ຈິງ
ລຸງເຂົ້າໃຈວ່າສວນຢາຝິ່ນ ທີ່ຈິງຜູ່ບ່າວລາວຖາມຫາ ສວນຫມາກເຜັດ ຫມາກເຂືອພຸ້ນ. ຄ້າຍໆວ່າຜູ່ບ່າວລາວຮູ້ແລ້ວ
ລຸງກໍເລີຍຫາຕູ່ບ້ານນັ້ນໄປລັກເຮັດ ຢູ່ຈ້າຍພູນັ້ນ ບ້ານນີ້ລັກເຮັດຢູ່ເຈີ້ຍພູນີ້ ຢາຍເຫລົ້າກັນໄປນຳ
ຜູ່ບ່າວລາວຕ້ອງໄດ້ລົບຫລີກມືລຸງ ກຳລັງຊີ້ໂດດໄປ ໂດດມາ. ແຕ່ຜູ່ບ່າວລາວສັງເກດທີ່ມືລຸງ (ຖ້າມືຊີ້
ຕັ້ງໆຫມາຍຄວາມວ່າບ້ານນັ້ນຢູ່ໄກພໍສົມຄວນ ຖ້າມືລຸງຊີ້ລົງຕຳ່ໆກໍຫມາຍຄວາມວ່າ ບ້ານນັ້ນຢູ່ໃກ້ໆ)
ແຕ່ຖ້າໄປຖາມເຖິງໄຮ່ຢ່າຝິ່ນແລ້ວບໍ່ມີໃຜ ອອກມາຮັບວ່າເປັນຂອງໃຜດອກ ເພາະເຂົາເວົ້າເຂົ້າໃຈກັນ.
        ແລງມາກໍມີຫລາຍຄົນມາຊຸມມາແຊວ ມາທາງຜູ່ສາວນ້ອຍ ສາວໃຫຍ່ມາຊ່ອຍຄົວກິນ
ແຕ່ວ່າແປກພວກຜູ່ສາວຈະບໍ່ມາເຂົ້າໃກ້ແຂກທີ່ມາຢາມ ແລະມີ ສຸບຜັກແລະອາຫານອື່ນໆ ຂອງຄົນເຮືອນອື່ນຖືມາດ້ວຍ
ມີເອາະກະຮອກ ອ່ອມຍອດຫວາຍ ສຸບຜັກກູດປະສົມຜັກປ່າ ນາໆຊະນິດແລະບໍ່ມີແປ້ງນົວໃສ່ອີກດ້ວຍ (ເອີ່ດີ).
ຫລຽວເຫັນຜູ່ສາວງາມ ຫນ້າແດງແບບທຳມະຊາດ ໂດຍບໍ່ມີ ເຂົ້າແປ້ງນຳ້ແດງໂອ໊ຍ ຈັ່ງແມ່ນງາມແທ້ໆ ອະ!
ເອົາຫລະຜູ່ບ່າວລາວກໍໃຈປຳ້ຄືກັນຂຶ້ນແລ້ວບັດນີ້ ສັ່ງເຫລົ້າຂາວທຳມະຊາດ ທີ່ຜລິດໃນຫມູ່ນັ້ນເອງແຫລະ ສັ່ງມາບໍ່ອັ້ນ
ເຫັນງາມໆແນວນີ້ ຄືມາກືນມ່ອນແທ້ ເຫລົ້າປຸກໆກະດາຍ. ຜູ່ບ່າວລາວອົດບໍ່ໄດ້ ຢາກເຂົ້າໄປໃກ້ໆສາວໆ ກໍເລີຍຖື
ເຫລົ້ານຶ່ງແກ້ວໄປຢາຍໃຫ້ ຜູ່ສາວທີ່ກຳລັງມາ ຊ່ວຍແຕ່ງກິນນັ້ນ. ຢາຍໃຫ້ສາວຜູ່ໃດ ສາວກໍບອກວ່າ
ອ້າຍຕ້ອງກິນກ່ອນ ໂອ໊ຍ! ຄິດແລ້ວຕາຍເປັນຕາຍ ງັບໄປທຸກຈອກ (ຂະນາດຜູ່ບ່າວລາວ ຄໍທອງເຫລືອງ
ຮ່າຍເຫລົ້າເທົ່າກັບເທລົງໃສ່ປາກກະດິງ ບໍ່ມີເຕັມ) ແກ້ມສາວແດງໆເພາະ ອາກາດຫນາວ
ຍິ່ງຕື່ມເຫລົ້າຂາວລົງໄປ ຍິ່ງຍິ້ມງາມ ຂຶ້ນອີກ... ຫລາຍຈອກ ຜູ່ບ່າວລາວເລີຍ ລົງອາບຟາບ...
ຕື່ນຕອນເຊົ້າຈຶ່ງໄດ້ລານາຍບ້ານແລະຄົນທີ່ມາຊຸມເຂົ້າແລງທີ່ຜ່ານມາແລະຈ່າຍເງິນຊ່ວຍເ

ປັນຄ່ານຳ້ໃຈທີ່ຕ້ອນຮັບ
ລຸງກໍບອກວ່າບໍ່ເອົາແຕ່ຜູ່ບ່າວລາວກໍບອກວ່າຕ້ອງເອົາ ຖ້າບໍ່ເອົາເທື່ອຫນ້າບໍ່ກ້າມາຢາມໄດ໊
ສຸດທ້າຍລຸງກໍເລີຍຮັບເອົາ. ຕອນທີນີ້ ຜູ່ບ່າວລາວເດີນທາງຜ່ານແຖວໃກ້ໆ ຈ້າຍພູແລະເຂດທີ່ລຸງເວົ້າ
ກໍເຫັນເປັນດັ່ງວ່າ ແຕ່ບໍ່ກ້າເຂົ້າໄປໃກ້ ຕ້ອງເບິ່ງເຜີນໆແລະຜ່ານໄປ.
        ຜູ່ບ່າວລາວຍັງມາຄິດວ່າ ໃນນັ້ນຄືບໍ່ເຫັນຣົຖຈັກ ຈັກຄັນເລີຍ, ບໍ່ມີຮ້ານຄ້າຈັກແຫ່ງເລີຍ. ຄືບໍ່ເຫັນໃຜຮ່ັງໃຜມີ
ໃນຝຸງຊົນທີ່ອາໄສໃນເຂດນັ້ນ ທີ່ເຂົາເອີ້ນວ່າ: ດິນແດນທີ່ປູກຝິ່ນ.

ຜູ່ບ່າວລາວ

unread,
Dec 31, 2005, 4:36:01 PM12/31/05
to amer...@googlegroups.com
*ຜູ່ບ່າວລາວກັບມາອີກແລ້ວ ມີເຣຶ່ອງໃຫມ່ແປກໆມາອີກ ບະ! ຄົນຮອດສະມາຊິກແທ້ໆ ນອນບໍ່ລັບເວີຍ.*

*ຄຳວ່າວັດ: *ເປັນສະຖານທີ່ພຳນັກຂອງພຣະສົງ, ເປັນທີ່ປະຕິບັດທັມ, ເປັນທີ່ຮຳ່ຮຽນແລະຄົ້ນຄ້ວາ
ທາງພຸທສາສນາ, ເປັນທີ່ເຕົ້າໂຮມຂອງ ອອກຕົນຍາດໂຍມ, ເປັນທີ່ ສ້າງບຸນທຳທານ, ເປັນສະຖານທີ່
ທຳພິທີຫລືກິຈການຕ່າງໆທາງພຸທສາສນາ ແລະເປັນທີ່ເຕົ້າໂຮມທາງຈິດໃຈຂອງປະຊາຊົນທົ່ວໄປ.

*ຄຳວ່າປ່າຊ້າ:* ເປັນສະຖານທີ່ ພຣະໃຫ້ພອນຄົນຕາຍ (ສາລາໃຫ້ພອນ), ການສ່ຽງທວາຍຫລັງການຕາຍ
ຂອງແຕ່ລະຊົນເຜົ່າ ແຕ່ລະຮີດຄອງ, ເປັນທີ່ຝັງສົບຄົນຕາຍ, ເຜົາສົບຄົນຕາຍ, ປະດິດສະຖານຫລືຝັງດູກຄົນຕາຍ.

ຫລັງຈາກຄວາມລາວແປເປັນຄວາມລາວຢ່າງຈະແຈ້ງ ຂ້າງເທິງນີ້ແລ້ວ ຂພຈ ຈະມາເວົ້າເຣຶ່ອງ
ປະເທດລາວເຮົາເປັນປະເທດນຶ່ງທີ່ ເຊື່ອຖືສາສນາພຸທ ບໍ່ນ້ອຍຫນ້າແກ່ປະເທດອື່ນໆທີ່ນັບຖື ສາສນາພຸທ. ດັ່ງນັ້ນ
ຈຶ່ງຈະມາຍົກເອົາທີ່ ນະຄອນຫລວງວຽງຈັນທນ໌ ມາເປັນຕົວຢ່າງ.

ທີ່ນະຄອນຫລວງວຽງຈັນທນ໌ ໃນລະຍະນີ້ ວັດໃຫຍ່ໆ ກາຍເປັນປ່າຊ້າ ທີ່ຫນາແນ້ນ ເຊັ່ນການ
ຕັ້ງເມມເຜົາສົບຄົນຕາຍ, ເກັບດູກ ປຸກທາດອ້້ອມວັດຈົນເຕັມຫມົດເລີຍ. ບາງວັດມີເຖິງ ໓ ຫລື ໔ ເມມເຜົາສົບ,
ເວລາເຜົາ ບາງທີກໍເຜົາພ້ອມໆກັນ (ເພາະມີສົບມາລຽນຄີວເຜົາຈຳນວນຫລາຍ) ດັ່ງນັ້ນ ກໍຕ້ອງເຜົາ
ພ້ອມໆກັນຫລາຍເຕົາ.

ເວລາຕອນບ່າຍ ໒ ໂມງໄປແລ້ວ ຄົນທີ່ຢູ່ໃນວຽງຈັນທນ໌ເອງຫລືນັກທ້ອງທ່ຽວ ຈະໄດ້ສຳພັດກິ່ນ ເຜົາສົບ
ທີ່ອົບອວນໃນທົ່ວຕົວເມືອງວຽງຈັນທນ໌. ເວລາ ໔ ໂມງ ຫາ ໕ ໂມງແລງ ເປັນເວລາ ທີ່ກຳລັງເລີກການ
ຈາຣະຈອນຫນາແນ້ນ ຄັວນຣົຖ, ຂີ້ຝຸ່ນໄງ່ງ້ອງ, ປະສົມກິ່ນເຜົາສົບຄົນຕາຍ. ສົບກໍກຳລັງໄຫມ້ ພະເພາະແຕກ
(ຕຸບ) ໄຫມ້ຊວດ ຄັວນກົ້ມ ໄປພ້ອມໆກັນເປັນແບບນີ້ທຸກໆມື້... ຖ້າຢາກເຫັນຄັກໆໃຫ້ ຂັບຣົຖຈັກ
ອອກໄປເລາະເບິ່ງ ປະມານ ໕ ໂມງແລງ ອອກຈາກເຮືອນ ໄປເລາະເບິ່ງ ໃນຕົວເມືອງວຽງຈັນທນ໌
ແລ້ວທ່ານຈະບໍ່ຜິດຫວັງ ເຣຶ່ອງກິ່ນ ເຜົາ ຫລື ຈີ່ ຄົນ ທ່ານຈະສຳພັດກິ່ນອົບອວນ ນວນຮູດັງແທ້ໆ
ຫລືຈະໄປເດິ່ນທາດຫລວງກໍໄດ້ ຢືນກາງເດີ່ນທາດຫລວງນັ້ນ ບາງມື້ທີ່ບໍ່ມີລົມລ່ວງ ຜ່ານມາ ທ່ານຈະເຫັນຄັວນ
ກຸ້ມເຜົາຜີ ກຸ້ມໄປທັ້ງເມືອງວຽງຈັນທນ໌. ທ່ານຈະນັ່ງກິນເຂົ້າຕາມຮ້ານອາຫານ Open Air, ຫລືນັ່ງ
ຊຸມເຂົ້າຊຸມເຫລົ້າ ຢູ່ທີ່ໃດກໍຕາມ ຈະມີກິ່ນເຜົາສົບຄົນເຂົ້າມາເຖິງຮູດັງ ກິ່ນຫອມຫວນ ຊວນຊີມ
ກັບຂອງແກ້ມທີ່ທ່ານມີຢູ່. (ຄອມມູນິດສ໌ ກິນເຂົ້າ ກິນຂອງແກ້ມ ແລະດົມກິ່ນເຜົາຄົນຕາຍໄປນຳ ບອກວ່າແຊບແທ້ໆ)

ຄົນໃນວຽງຈັນທນ໌ເອງແລະນັກທ້ອງທ່ຽວ ໃຈຈະຂາດແລ້ວແຕ່ລະມື້ ນັ້ນນາ. ດັ່ງນັ້ນ ຜູ່ບ່າວລາວ ອົດບໍ່ໄດ້
ຈຶ່ງໄດ້ຂຽນເຣຶ່ອງນີ້ລົງມາອີກ ເພື່ອໃຫ້ຣັຖບານ ສປປ ລາວ ຫາທາງແກ້ໄຂ ອັນຮີບດ່ວນ (RFA
ມາທຳຂ່າວແດ່ເດີ) ຄັວນຣົຖ, ຂີ້ຝຸ່ນແລະ Pollution ທາງອື່ນໆກໍແທບໃຈຈະຂາດແລ້ວ ຊຳ້ມາເຕີມດ້ວຍ
ກິ່ນເຫມັນ, ຂີວ, ຄາວຍ້ອນການເຜົາສົບ ຄົນຄາຍໃນແຕ່ລະວັດ ທີ່ຢູ່ໃນວຽງຈັນທນ໌ນີ້. *(ບອກໃຫ້ລູກຫລານ
ເຂົ້າວັດເຂົ້າວາ ເພື່ອຫລີກລ່ຽງ ອະບາຍຍະມຸກອື່ນໆ ລູກຫລານກໍບໍ່ຍອມເຂົ້າວັດແລ້ວ ບອກວ່າຢ້ານຜີ
ເຫັນທາດດູກຂອງຜູ່ນັ້ນ ເຫັນທາດດູກຂອງຜູ່ນີ້ ກໍເລີຍເປັນຈຸດອ່ອນໃຫ້ລູກຫລາຍ
ເປັນຄົນຂາດສັດທາຫລືເກງກົວວັດແລະບໍ່ເຂົ້າໄປຫາສິລທັມ, ສຸດທ້າຍກໍຫັນຫນ້າເຂົ້າ
ໄປຫາການເປັນນັກເລງແລະເຂົ້າຫາຢາເສພຕິດ).*

ການເປັນວາງຜາງເມືອງແລະທຳແຜນ ເວລາຂຍາຍເປັນຫຍັງຄືບໍ່ ຕັ້ງປ່າຊ້າຂຶ້ນໂດຍສະເພາະ
ແລ້ວຂໍທານນຳຕ່າງປະເທດເຂົາເຣຶ່ອງເຕົາເຜົາຄົນຕາຍແບບບໍ່ມີຄວັນມາເຜົາກັນ. ຮູ້ແລ້ວ ວ່າໃຜໆກໍຕາຍຄືກັນ
ແຕ່ກິ່ນນີ້ເປັນກິ່ນ ທີ່ສັງຄົມລັງກຽດແລະເປັນກິ່ນທີ່ ເປິເປື້ອນ ເປັນຫຍັງ ຣັຖບານບໍ່ຫາຊ່ອງທາງແກ້ໄຂ.
ນັບມື້ນັບຫລາຍຂຶ້ນແລະວັດເອງກໍກາຍແມ່ນ ຜີປ່າຊ້າໂດຍຕຣົງ *ຫລືຈະໃຫ້ທາງວັດ ຫາເງິນແບບນີ້ຊ່ວຍວັດບໍ?*
ເປັນຫຍັງຣັຖບານ ສປປ ລາວ ບໍ່ຈັດແຍກເປັນຜີປ່າຊ້າອອກຕ່າງຫາກ ແລ້ວຖ້າຢາກທຳບຸນຫລືສົ່ງສະການ
ຈຶ່ງຈະນິມົນພຣະ ວັດໃດວັດນຶ່ງໄປສູດຫລືໃຫ້ພອນ ກໍນິມົນເອົາພຣະວັດນັ້ນໄປດ້ວຍຄວາມສັດທາຂອງຜູ່ໃຈບຸນເອງ.
ເປັນຫຍັງຈຶ່ງມາທຳ ໃຫ້ວັດກາຍມາເປັນ ສຸສານ ຫລືຜີປ່າຊ້າແບບນີ້? ເຣຶ່ອງນີ້ຕ້ອງຕິຊົມຣັຖບານ ສປປລາວ
ເປັນການໃຫຍ່ເລີຍ ຫລືເຫັນສະຫຍາມເຂົາເຮັດ ກໍເລີຍເຮັດນຳເຂົາໄປຊື່ໆ. ຣັຖບານ ສປປ ລາວ ໃຫ້ພວກທ່ານ
ເກັບເອົາເຣຶ່ອງນີ້ ເຂົ້າກອງປະຊຸມສະພາ ແລ້ວຢຸດຕິເປັນການດ່ວນ. *ແຍກຜີປ່າຊ້າແລະວັດ ອອກຈາກກັນໃຫ້ໄດ້
ແລະສ້າງກົດຫມາຍໄວ້ຮອງຮັບ ທາງດ້ານ ພຸດທະສາສນາ
ແລະອອກຄຳສັ່ງໄປທົ່ວທັງປະເທດໃຫ້ປະຕິບັດແບບດຽວກັນວ່າ: ວັດຄືວັດ, ປ່າຊ້າຄື ຜີປ່າຊ້າ.*
(ພວກທ່ານກໍເຖົ້າກັນທຸກຄົນແລ້ວ ສົມຄວນຈະຮູ້ວ່າ ອັນໃດຄືຜີປ່າຊ້າ, ອັນໃດຄືວັດວາອາຣາມ)
ຖ້າຢາກໃຫ້ເມືອງລາວເປັນເມືອງແຫ່ງພຸດທະສາສນາ ໃຫ້ແກ້ໄຂຮີບດ່ວນ. ຖ້າບໍ່ດັ່ງນັ້ນ ວຽງຈັນທນ໌
ແລະເມືອງອື່ນໆກໍຈະກາຍເປັນເມືອງແຫ່ງກິ່ນເຜົາສົບຄົນຕາຍ ແລະຈະບໍ່ເປັນເມືອງສວັນດັ່ງທີ່ຄົນລາວພວກເຮົາຄິດ.

ສະມາຊິກສະພາກາເຟຂອງພວກເຮົາ ເຣຶ່ອງນີ້ເປັນເຣຶ່ອງທີ່ສຳຄັນອີກເຣຶ່ອງນຶ່ງ ຕ້ອງພິຈາຣະນາຮ່ວມກັນ.

ຜູ່ບ່າວລາວ

ຜູ່ບ່າວລາວ

unread,
Dec 31, 2005, 4:37:17 PM12/31/05
to amer...@googlegroups.com
ມື້ນີ້ຊິລຳເຣຶ່ອງ ເຣຶ່ອງເຮັດກ້ອຍປາ ອາຫານແຊບໆມາຊູ່ກັນກິນແລະເຮັດພາເຂົ້າສະມັກຄີ ປະຈຳ SCL
ຂອງພວກເຮົາອີກ. ການທຳກ້ອຍປາກໍມີເຄັດລັບຫລາຍຢ່າງທີ່ ທຳບໍ່ໃຫ້ປາທີ່ເຮົາມາທຳນັ້ນ ມີກິ່ນຄາວ.
ມື້ນື້ຈະຍົກເອົາປານິນ ມາເຮັດກ້ອຍ ເປັນປາທີ່ຫາຊື້ໄດ້ງ່າຍໆ ໃນທ້ອງຕລາດ.
ການເລືອກປາ ນິນມາເຮັດກ້ອຍຕ້ອງປານິນ ໂຕໃຫຍ່ ຍັງເປັນໆ ດີ້ງພັບແພ໊ບຢູ່.
ວິທີຄົວປາເປັນວິທີສຳຄັນໃນການເຮັດກ້ອຍປາ ເອົາປາມາຂູດເກັດປາອອກໃຫ້ຫມົດແລະຕ້ອງ ເອົາຄົມມີດ
ຂູດເອົານຳ້ເມືອກໆ ທີ່ຕິດຢູ່ນຳ ຫນັງປານັ້ນອອກໃຫ້ຫມົດຄາວເມືອກ. ເຮົາສາມາດຈັບເບິ່ງຫນັງປານັ້ນ ມັນຈະບໍ່ມື່ນ
ແລ້ວຖືວ່າໃຊ້ໄດ້ ເອົາປາອອກມາວາງໄວ້ ເພື່ອໃຫ້ມັນສະເດັດນຳ້ ເສັຽກ່ອນ,
ສຳຄັນມີດຄົວປາຕ້ອງໃຫ້ເຂົ້າແລະຄົມ ເອົາປາມາວາງໄວ້ຫນ້າຂຽງ ແລ້ວປາດຫນັງປາ
ຕັ້ງແຕ່ຫົວປາໄປຕາມສັນຫລັງ ຈົນເຖິງຫາງປາງ ແລ້ວລອກຫນັງປາອອກ. (ສິ່ງສຳຄັນ ຢ່າໃຫ່ຫນັງປາ ເກັດປາ
ນຳ້ເມືອກຂອງໂຕປາຖຶກ ກັບຊີ້ນປາໂດຍເດັດຂາດ ຖ້າພວກນີ້ຖືກຊີ້ນປາ ຈະທຳໃຫ້ປານັ້ນຄາວ)
ມືເຮົາຕ້ອງເອົາຜ້າຂາວມາໄວ້ເຊັດ ເພາະບໍ່ຢາກໃຫ້ກິ່ນຂອງປາ ໄປຖືກຊີ້ນປາ ແລະເອົາມີດ ເຂົ້າແຫກ
ຫລືບເອົາຊີ້ນປາອອກຈາກ ໂຄງຮ່າງຂອງກ້າງປາ ແລະເອົາຊີ້ນປາ ອອກຈາກຫນ້າ ຂຽງທັນທີ ທີ່ເອົາຈາກປາ
(ຖ້າປະໄວ້ເທິງຫນ້າຂຽງ ປາຈະມີກິ່ນ ຄາວຂອງຫນ້າຂຽງ) ເອົາຊີ້ນປາອອກຝາກນຶ່ງແລ້ວ
ກໍປີ້ນເອົາຝາກນຶ່ງຂອງປານັ້ນອີກ. ຈົນຊີ້ນປາພຽງພໍກັບຄວາມຕ້ອງການແລ້ວ. ກໍເອົາຊີ້ນປານັ້ນ
ມາຊອຍທາງຍາວເປັນຕ່ອນຍາວ ແລ້ວມາຊອຍຫັ່ນບາງໆເປັນຕ່ອນກ້ອຍ ຫລັງຈາກຈຶ່ງ ຊົວະຂີ້ປານັ້ນອອກ
ເອົາຟັນຟືມຂອງປານັ້ນອອກໃຫ້ຫມົດ ເພາະຄວາມເປື້ອນຂອງມາຈະຢູ່ທີ່ ຟັນຟືມຂອງປາ ແລ້ວບ່ອນລົງຫມໍ້ຕົ້ມປາ
ໃຫ້ເປັນຕົ້ມປາ ພໍໄດ້ຮູບນຳ້ແກງຮ້ອນໆ ແຕ່ຫນັງຂອງ ປາແມ່ນລວກລົງຫມໍ້ ຕົ້ມໃຫ້ສຸກ ແລ້ວຕັກອອກມາ
ໄປຊອຍໄວ້ທີ່ນຶ່ງເພື່ອຈະເອົາມາໃສ່ ກ້ອຍປາ (ຫນັງປາ ຢ່າຕົ້ມດົນເພາະຫນັງປາຈະເປື່ອຍ).
ເອົາຊີ້ນປາທີ່ຊອຍອອກມານັ້ນ ໃສ່ໃນຊາມໄວ້ ແລ້ວປາດຫມາກນາວ ບີບເອົານຳ້ຫມາກນາວ ລົງແຊ່ ຊີ້ນປາ
ປະມານ ສາມຫລືຫ່ນວຍ ອີງຕາມຫມາກແນວມີນຳ້ຫນ້ອຍຫລືຫລາຍ ປະໄວ້ ຈັກ ໑໐ ນາທີ ທ່ານຊິເຫັນຊີ້ນປາທີ່ດິບໆ
ນັ້ນສຸກຫມາດໄປເລີຍ ແລ້ວເອົາຖ້ວຍມານຶ່ງໃບ ແລ້ວບີບ ນຳ້ຫມາກນາວ ທີ່ແຊ່ປານັ້ນ ອອກໃຫ້ຫມົດ
ລົງໃສ່ຖ້ວຍນັ້ນ. ເອົາຊີ້ນປາ ປະໄວ້ບ່ອນນຶ່ງ ແລ້ວເອົານຳ້ ຫມາກນາວແລະນຳ້ຂອງຊີ້ນ ປາທີ່ບີບອອກນັ້ນ
ເອົາໃສ່ຫມໍ້ ນ້ອຍ ໄປຕົ້ມໃຫ້ ມັນຟົດ ແລ້ວຖອກລົງໃສ່ຖ້ວຍໄວ້.
ວິທີຂັ້ນຕອນ ຂອງການປຸງກ້ອຍປາ ເອົາຊີ້ນປາທີ່ວາງໄວ້ໃສ່ຊາມປານກາງ ຖອກຫນັງປາ ທີ່ຊອຍໄວ້ນັ້ນລົງໄປ
ແລ້ວຕັກນຳ້ປາແດກດິບທີ່ ຫອມໆນົວໆ ລົງໄປ ແປ້ງນົວຫນ້ອຍນຶ່ງ ເຂົ້າຂົ້ວ ຫມາກເຜັດປົ່ນ ແລະນຳ້
ຫມາກນາວແລະປາທີ່ ຕົ້ມໄວ້ນັ້ນ ລົງໄປ (ແຕ່ຊີມແບິ່ງກ່ອນ ບາງທີ່ ນຳ້ຫມາກນາວທີ່ຕົ້ມນັ້ນ ຈະສົ້ມໂພດ
ຕ້ອງຕື່ມນຳ້ ຫນ້ອຍນຶ່ງ ຕອນຕົ້ມ ພຸ້ນແລະຊີມເບິ່ງ ວ່າບໍ່ໃຫ້ສົ້ມເກີນ) ຄ່ອຍໆຊາວ ເພາະເນື້ອປາຈະແຕະມຸ່ນ
ນຳ້ທີ່ຖອກລົງນັ້ນ ຢ່າໃຫ້ນ້ອຍເກີນໄປ ຫລືຫລາຍເກີນໄປ ໃຫ້ມີນຳ້ ພໍ ອຸຍຸ ນັ້ນນາ ຊີມເບິ່ງ ຣົດຊາດ ໃຫ້ພໍດີປາກ
ຫລັງຈານັ້ນ ຈຶ່ງ ເທຫອມລົງໄປ. (ຢ່າໃສ່ ຫມາຖົ່ວງອກເດີ ມັນຊິບໍ່ແຊບ ຖ້າຢາກໄດ້ແນວປະສົມໃຫ້
ເອົາຫມາກຖົ່ວຢາວ ຫມາກໄຮ່ນັ້ນນາ ມາຊອຍແລບໆ ປະສົມດີກ່ວາ) ຫມໍ້ຕົມກ້າງປາແລະຫົວປາ
ຕ້ອງເອົາຫມາກຂາມເປັຽ ຂອງຫມາກຂາມຊົ້ມລົງໄປ ພໍສົ້ມຈ່ວງລ່ວງ ຊີມໃຫ້ພໍດີປາກ ຊອຍຫອມໃສ່ຖ້ວຍແລ້ວ
ຕັກຫົວປາໃສ່ ຢ່າລືມຕອນຕັກແກງປາ ຕ້ອງຫມໍ້ແກງຕ້ອງຍັງຝົດຢູ່ ມັນຈຶ່ງແຊບ ແກງປາເຢັນ ບໍ່ເປັນກິນເດີ. ອ່າ!
ຕັກມາ ຮ້ອນໆ ເຂົາຫນຽວຮ້ອນໆ ແລະຕັກກ້ອຍປາ ມາໂດຍມີຫມາກເຜັດຂີ້ຫນູ ວາງອ້ອມກ້ອຍນັ້ນ....
ເປີດເພັງຟັງເບົາໆ ເພັງປາແດກກົ້ນໄຫ ໄປນຳກິນໄປນຳ....
ຂໍເຊີນສະມາຊິກທຸກໆ ທ່ານ ຊາຕາລາວ ໂຈ້ ລາວພວນ ອີ່ລຸງທອງວັນ ກາສາລາວ ລາວໃຫຍ່ ປີຊອນ ເກສອນ
ລາວເກົ່າ ລາວໃຫມ່ ດຣ. ປາວ ດຣ. ສຸກ ທ່ານ ແອນ ເຈ ແອັກສ໌ ແລະທຸກໆທ່ານ...
ລົງມືໄດ້ເລີຍ ສະມາຊິກ ສະພາກາເຟ SCL ພວກເຮົາ ຜູ່ບ່າວຈະຍ່າງ ຢາງເຫລົ້າບອງຢາ ອີກ ກຶບລົງໄປ
ພໍກິນເຂົ້າແຊບ ປັ້ນເຂົ້າຫນຽວຮ້ອນໆ ຄີບກ້ອຍປາໃສ່ປາກ ອຳ່ໆໆໆ ບ່ວງແກງປາ ຮ້ອນໆ ຮູບເຂົ້າໄປ
ຜັກທຳມະຊາດ ກັບເຂົ້າໄປ... ໂອ້ຍ! ຊິວິດເມືອງຄົນ ມັນກໍຫມົດເທົ່ານີ້ແລ້ວ ກິນອາຫານແຊບໆ
ກິນອີ່ມໆເດີພີ່ນ້ອງ ໄກ້ຊິອີ່ມແລ້ວກ໊ອກ ບອງຢາລົງອີກ ແລ້ວຈຶ່ງເສີມດ້ວຍ ເຫລົ້າຢາປາແປ້ງ ຕາມຄວາມຊອບໃຈ
ບ໋າ! ຄືມາແຊບແທ້ເດ ກິນເຂົ້າກິນປາ ຢາມຜູ່ບ່າວລາວແລ້ວ ສຽງດົນຕຣີ ຂອງ Stereo ຂອງຜູ່ບ່າວລາວ
ເລີ່ມດັງຂັ້ນແຮງ ເພັງຈັງຫວະລຳວົງ ອອກມາໂດຍໃຊ້ ເຄຶ່ອງສຽງ ໒໕໐໐ ວັດ ຕໍ່ ໖ ຈາຍໂນ ດັງມ່ວນໄພເລາະ
ຕັບສັ່ນພຸ້ນຫລະ ສຽງບໍ່ມີແຕກ ເປີດຮອບປະຖົມມະເລີກ ຜູ່ບ່າວລາວ ເປັນໂຄສົກໄປຢືນຈ່ອງເຈາະ ຖືໄມກ໌
ປະກາດຮອບປະຖົມມະເລີກ ລຳວົງກັນດ້ວຍເພັງ ສວນມອນແດນງາມ ໂຄກສົກປະກາດ ໃຫ້ສະມາຊິກທຸກທ່ານ
ອອກມາລ້າຍລຳໄດ້ ມາໃນຈັງຫວະລຳວົງທຳມະດາ ຈະໄດ້ເຫັນ ກາສາລາວແລະອີ່ລຸງທອງວັນແລະສະມາຊິກ
ລ້າຍລຳ ຟ້ອນແອະ ຟ້ອນແອ່ນ ເທົ່າກັບ T-28 ເຈີດຊິລົງເດີ່ນກັນທຸກຄົນ ອ່າຮ່າ... ຮອບທີ່ສອງມອບໃຫ້
ອີ່ລຸງທອງວັນ ກັບສາວວັງວຽງ ມາໃນເພັງ ວັງວຽງແດນງາມ ແລະຮອບທີ່ສາມ ມອບໃຫ້ກາສາລາວ
ແລະຮອບຕໍ່ໆໄປມອບໃຫ້ ຍາອ້າຍລາວເກົ່າ ຍາອ້າຍປະມົງ ແລະທຸກໆທ່ານ ທີ່ເປັນສະມາຊິກ SCL
(ຂໍບອກໄວ້ກ່ອນ ສະຖານທີ່ຈອດຣົຖເບັນ ແລະຣົຖແລນຄາຣູດເຊີຂອງທ່ານ ບໍ່ຕ້ອງຫ່ວງ ຈອດໄດ້ ຫລາຍຮ້ອຍຄັນ
ທີ່ເຮືອນຜູ່ບ່າວລາວ ຢູ່ໃນຕົວເມືອງວຽງຈັນທນ໌ ແລະຜູ່ທີ່ຈະຂີ່ຢົນ ແຮແລກອບເຕີ ມາມີທີ່ລົງແລະຈອດໄດ້ອີກ
ສາມຄັນ ຖືວ່າ ຄະລືຫາດ ຂອງຜູ່ບ່າວ ກ້ວາງຂວາງພຽງພໍກັບແຂກທຸກໆ ທ່ານ) ຂໍ້ສຳຄັນ ພວກສະມາຊິກ
ຈະບໍ່ໄດ້ເປັນຫ່ວງວ່າກາຍ ໑໑ ໂມງການຄືນ ຈະມີ Neighbor call 911 ບໍ່ມີແນ່ນອນ... ເອົາລຳວົງກັນ
ຊອດແຈ້ງເລີຍ...
ອ້າວ! ປານໃດເດ ຈັ່ງຊິມື້ນັ້ນແທ້ໆໆໆໆ ຢາກເຫັນເດ ພວກທ່ານມາຢາມຂ້ອຍ?

ຜູ່ບ່າວລາວ

unread,
Dec 31, 2005, 4:38:11 PM12/31/05
to amer...@googlegroups.com

ຫອຍນ້ຳ

unread,
Dec 31, 2005, 4:45:31 PM12/31/05
to AmeriLao ອາເມຣິລາວ
ໂອຍ............ອ່ານກຳລັງຮອດ.ເຄິ່ງນຶງ...ກະມີຄົນວົນ....ຊິໄດ້ໄປຂັບຣົດໄຫ້ເຂົາ...ຈັກໜ່ອຍຊິກັບມາອ່ານ....ຢ່າສຸເອົາອອກເດີ

ຫອຍນ້ຳ

unread,
Dec 31, 2005, 5:39:05 PM12/31/05
to AmeriLao ອາເມຣິລາວ
ໂຮ.........ກັບມາບາດນີ້.ຫາ
ໝອ້ງເກົ່າບໍ່ເຫັນເລີຍ
ຮູ້ສຶກວ່າ
ຍາວໆໆໆໆໆໆກົ່ວເກົ່າ
Reply all
Reply to author
Forward
0 new messages