ໄດ້ມື້ງາມຢາມດີ ໄດ້ເລີກໄດ້ຍາມ ແຫ່ງເວລາສາມອ້າຍນ້ອງຈະພົບກັບ
ຕາມການຄອງ ຄອຍຂອງປະຊາຊົນ
ລາວໃນ ລາວນອກປາຖນາ ແລະດັ່ງຄຳທຳນາຍໄວ້ເວົ້າວ່າ:
“ບ້ານເມືອງລາວຂອງພວກເຮົາຈະເຣີນຮຸ່ງເຮືອງໄດ້ກໍຕໍ່ເມື່ອສາມອ້າຍນ້ອງ
ມາພົບກັນ”.
ອີງຕາມການຕົກລົງຂອງຂ້າຫລວງໃຫຍ່ອົງການສະຫະປະຊາຊາດ ເຫັນດີໃຫ້ລາວຮວມລາວອີກ
“ຊຶ່ງພວກເຮົາເອີ້ນວ່າ ລາວຮວມລາວ” ເປັນຄັ້ງສຸດທ້າຍ
ລັງຈາກກອງປະຊຸມໃຫຍ່ທີ່ອົງການສະຫະປະຊາຊາດ
ເພື່ອຄວາມຖືກຕ້ອງປອງດອງ ຂອງຊາດລາວແລະແຜ່ນດິນລາວ ແລະທາງຂ້າຫລວງໃຫຍ່ອົງການ
ສະຫະປະຊາຊາດ
ໄດ້ຕົກລົງ ຄຸ້ມຄອງຄວາມເປັນທັມ ໃຫ້ແກ່ຄົນລາວທຸກຊົນຊາດຊົນເຜົ່າ. ດັ່ງນັ້ນ
ເພື່ອ
ບໍ່ເປັນການເອົາປຽບແຕ່ລະຝ່າຍ ຕາມການເປັນປະທານ
ຂອງການຈັດພາເຂົ້າສາມັກຄີໃນຄັ້ງນີ້
ກໍເລີຍມີຂ້າພະເຈົ້າເອງ ຜູ່ບ່າວລາວ
ໄດ້ເປັນເຈົ້າພາບ ເພື່ອຮັກສາປຽບຂອງທາງສາມ
ຝ່າຍພັກການເມືອງຂອງລາວ. ການສເນີໃນຄັ້ງນີ້ ຂ້າຫລວງໃຫຍ່ ອົງການສະຫະປາຊາຊາດ
ກໍບໍ່ຂັດຂີນ
ແລະຍິນດີເຂົາຮ່ວມ ພາເຂົ້າໃນຄັ້ງນີ້ເພື່ອເປັນສັກຂີພິຍານ ໂດຍແມ່ນທ່ານ ໂກຟີ
ອານັນ ເປັນຄົນເດີນທາງມາຮ່ວມ
ທີ່ເຮືອນຜູ່ບ່າວລາວກໍຣະນີພິເສດ. ອາຫານການກິນ ຕຽມມາເປັນທີ່ຮຽບຮ້ອຍ
ຫລາຍຢ່າງໂດຍມີອາຫານ
ພື້ນບ້ານຂອງລາວອີກຫລາຍປະການ ປຸງແຕ່ງໂດຍ ຝີມືຜູ່ບ່າວລາວ
(ຄັ້ງຫນ້າຈະຂໍບອກວີທີການທຳ)
ແລະກໍມີອາຫານຫລາຍປະເພດ ມາຈາກທຸກໆປະເທດດ້ວຍກາຍຮ່ວມມືຂອງ
ປະຊາຊົນລາວໃນແລະລາວນອກປະເທດ
ທົ່ວທຸກມຸງໂລກ ແລະການຮ່ວມມືຂອງ ສະມາຊິກ SCL.
ທາງໂລກຢາກເຫັນຄວາມຖືກຕ້ອງປອງດອງຂອງຊາດລາວ ໄດ້ເດີນທາງມາ ກ່ອນທຸກພັກການ
ເມືອງຂອງລາວ.
ທ່ານ ໂກຟີ ມານັ່ງລໍຖ້າ ຮູບກາເຟລໍຖ້າຢູ່ແລ້ວ.
ໄດ້ເລີກໄດ້ຢາມ ມີສາມພະນະທ່ານເດີນທາງມາດ້ວຍ ເຄຶ່ອງບິນ ແຮແລກ໊ອບເຕີ
ທຸກພັກ.
ຝ່າຍຂວາ ເດີນທາງມາເຖິງກ່ອນໂດຍມີການນຳຂອງ ພະນະທ່ານ ນາຍພົນ
ນໍຣະປະໂມກ ວັງປາວ
ເປັນຜູ່ຫົວຫນ້າເດີນທາງມາພ້ອມດ້ວຍຄນະ ທີມງານການເມືອງ ຂອງແຕ່ລະກຸ່ມ
ໂດຍການຂີ່ເຄື່ອງບິນສ່ວນຕົວ
ຂອງກອງທັບອາກາດ ສະຫະຣັຖອາເມຣິກາ ລົງຈອດເດີ່ນ ຈຸດທີ່ນຶ່ງທີ່ເຮືອນຜູ່ບ່າວລາວ
ຫລຽວເຫັນທ່ານນາຍພົນ
ວັງປາວ ນຸ່ງເຄື່ອງລາຍ ປາຣາອາເມຣີກາ
ຕິດດາວເຕັມຢົດພ້ອມດ້ວຍຄນະໂດຍມີນາຍພົນທອງລິດ, ຣັຖບານຜຸຍ
ມີເຈົ້າຫນໍ່ກະສັຕມານຳອີກແລະນາຍພົນຫລາຍທ່ານທີ່ເດີນທາງມາດ້ວຍ ສັງເກດເບິ່ງມີ
ຄົນຕາປີ້ນແລະ
ຂາບໍ່ພຽງກັນກໍໃສ່ເຄື່ອງລາຍ ຢ່າງ ວຸບວັບ ວຸບວັບມາດ້ວຍ ແຫນ້ນເລີຍ
“ຄ້າຍໆຄືນັກຣົບເກົ່າ
ຄິດວ່າບໍ່ແມ່ນນັກຣົບໃຫມ່ດອກ”. ຜູ່ບາວລາວກໍໄດ້ເຊີນເຂົ້າໄປ
ພັກທີ່ຫ້ອງຮັບແຂກເພື່ອລໍຖ້າ.
ຝ່າຍກາງ ບໍ່ດົນຫລັງຈາກນັ້ນກໍ ມາສາຍເຂົ້າມາບອກ ຝ່າຍກາງມາແລ້ວ
ເຫັນເຄື່ອງບິນ ກອງທັບ
ອາກາດອິນໂດເນເຊັຽ ມາຈອດແລ້ວເຫັນທ່ານ ນາຍພົນກອງແລ ໃສ່ສຸດລາຍ ທະຫານປາຣາ
ອິນໂດເນເຊັຽ
ຕິດດາວນາຍພົນແລະຫລຽນຕາມຄາມຊອບ ຕາມທີ່ ໑໔
ປະເທດໄດ້ມອບໃຫ້ມາຈົນຮຸ່ງເຕັມຫນ້າເອິກເລີຍ,
ຊຶ່ງເດີນທາງມາພ້ອມຄນະ ບັນດານາຍທະຫານ ກະດູກເຫລັກຂອງຝ່າຍກາງ “ເຫັນຫມູ່ເພີ່ນ
ຄືອ້າຍໃຫຍ່ເຮົານີ້ຫລະ
ກໍເຫັນມາດ້ວຍກັນເພາະນາຍຮ້ອຍດົງເຫັນລຸ້ນດຽວກັນເດ” ແລະພວກຫນັງຫນຽວ
ທັງຫລາຍຂອງຝ່າຍກາງ
ໃສ່ປາຣາອິນໂດ ຫມວກເບເຣແດງ ຢ່າງຂາສັ່ນມາແຕ່ລະຄົນ, ຜູ່ບ່າວລາວ
ກໍເຊີນເຂົ້າໄປຜັກຜ່ອນໃນຫ້ອງຮັບແຂກ
ຕາມປະເພນີ ທີ່ເປັນເຈົ້າພາບ.
ຝ່າຍຊ້າຍ ໄດ້ຍິນຂ່າວ ວ່າທຸກຝ່າຍມາເຖິງ ວຈ
ແລ້ວແລະຢ້າຜູ່ອື່ນກິນຕ່ອນຫມົດ ຟ້າວເລັ່ງເຄື່ອງບິນມາເຖິງ
ພາຍໃນບໍ່ນານ ໂດຍມີການນຳ ຂອງພະນະທ່ານ ຄຳໄຕ ສີພັນດອນ, ທ່ານ ຈຸມມະລີ, ທ່ານ
ສະໄຫວ,
ທ່ານດວງໃຈ ພິຈິດ, ທ່ານ ນາຍພົນ ເພັດສະມອນ ພ້ອມຫນ້າພ້ອມຕາກັນຫມົດທຸກຄົນ
ຝ່າຍບັນຊາກອງກຳລັງທັບ
ຂອງປະຊາຊົນປະຕິວັດລາວ “ທະຫານແລະຕຳຣວດພ້ອມດ້ວຍຫນ່ວຍສືບຣາຊການລັບ”
ໃສ່ຊຸດທະຫານຂຽວໃບໄມ້ແກ່
ຫມວກແງ໊ບ ຕິດດາວແລະໃສ່ກາຫລຽນຕາມຄຳຊອບ ພັກຄອມມູນິດທີ່ເຄີຍມອບໃຫ້
ເຕັມຈົນຮຸ່ງ
“ຈົນຫົວລ້ານຂອງຜູ່ບ່າວເກືອບໄຫມ້ ພຸ້ນລະ”,
“ການເດີນທາງມາຄັ້ງນີ້ ບໍ່ມີໃຜຖືປືນມາຈັກຄົນ ອີງຕາມການຕົກລົງ ທີ່ UN
ດັ່ງນັ້ນ
ທຸກຄົນເດີນທາງມາດ້ວຍກຳປັ້ນເປົ່າ” (ຖືມາໄດ້ຢ່າງດຽວຄື ມີດ ຢູ່ຫວ່າງຂາຂອງແຕ່
ລະຄົນຫັ້ນແລ້ວ
ມີດບາງຄົນກໍໃຊ້ບໍ່ໄດ້ຊຳ້ດອກ)
ທຸກພັກທຸກຝ່າຍ ຖືວ່າຍົກເລີກຄວາມຄຽດແຄ້ນຫມົດແລ້ວ,
ເພາະທຸກຄົນຢຶດຖືສັນຍາ. ສ່ວນ ທະຫານແລະຕຳຫລວດ
ເປັນຂອງຂ້າຫລວງໃຫຍ່ອົງການສະຫະປະຊາຊາດ ເຂົ້າມາປະຈຳການແລ້ວ
ຂອງລາວທຸກຝ່າຍຕ້ອງປົດອາວຸດທຸກຝ່າຍເຫມິດແລ້ວ. ດ້ວຍຄວາມຍິນດີ ຂອງສະມາຊິກ SCL
ກໍຕົມມືເປັນກຽດໃຫ້ແກ່ ສາມພັກການເມືອງ ທີ່ເຂົ້າມາຫາກັນ.
ມາເຖິງດ້ວຍກັນຢ່າງພ້ອມຫນ້າພ້ອມຕາ ຜູ່ບ່າວລາວ
ຈູງແຂນແຕ່ລະຄົນແນະນຳກັນກ່ອນ ຫລາຍປີບໍ່ເຫັນຫນ້າກັນ ກໍຕ້ອງລືມກັນ
ເປັນຂອງທຳມະດາ ບາງຄົນຫົວລ້ານ
ບໍ່ມີຜົມແລ້ວ ຄົງຈື່ກັນບໍ່ໄດ້ ໃນການແນະນຳກັນ ທຸກຝ່າຍກໍໄຫ້ ສະອຶກ ສະອື້ນ
ໃສ່ກັນດ້ວຍຄວາມເສັຽອົກເສັຽໃຈ
ວ່າຫລາຍປີທີ່ ມີແຕ່ການຈອງລ້າງຈອງຜານ ຊຶ່ງກັນແລະ ນັບແຕ່ມື້ນີ້ເປັນຕົ້ນໄປ
ແນ່ນອນບໍ່ມີອີກແລ້ວ.
ໃນຈັດໂຕະພາເຂົ້າ ຈັດຍາວໄປ ນັ່ງຝາກລະ ໕໐ ຄົນ ໂຕະນຶ່ງນັ່ງໄດ້ ໑໐໒
ຄົນ ແລະມີ ສອງໂຕະຍາວ
ບັນຈຸໄດ້ ໒໐໔ ທ່ານ, ທັງສະມາຊິກສະພາ SCL ແລະທີມງານຂອງ ສາມພັກການເມືອງ ໂດຍມີ
ໂກຟີ
ອານັນເປັນປະທານ ນັ່ງຫົວໂຕະ. ຖ້າໃຜຍິ່ງແຂ້ວ ຫມາກກອກສັບຫົວເອົາໂລດ. ຂ້າງຊ້າຍ
ແມ່ນຝ່າຍຊ້າຍ
ແລະຝ່າຍກາງຫນ້ອຍນຶ່ງ ປະສົມປະເສ ກັນແບບກົມກືນ, ທາງຂວາແມ່ນຝ່າຍຂວາແລະຝ່າຍກາງ
ຫນ້ອຍນຶ່ງ
ປະສົມປະເສກັນ. ເຫລືອຈາກນັ້ນມາ ສະມາຊິກສະພາກາເຟ ປະຊາທິປະໄຕເຮົາ
(ບໍ່ຕ້ອງຫ່ວງຜູ່ບ່າວເປັນເຈົ້າພາບເອງ).
ການຈັດຕຽມອາຫານລຳບາກສຸດຂີດ ເພາະວ່າ ນຶ່ງຕ້ອງໃຫ້ອາຫານຖືກປາກ
ທ່ານ ໂກຟີ ອານັນ
ເພາະເປັນຄົນຕ່າງຊາດ ບັນຫາທີ່ສອງ ກໍຕ້ອງຕຽມອາຫານໃຫ້ຖືກປາກທ່ານ ນາຍພົນວັງປາວ
ເພາະທ່ານກຳລັງ
ມີບັນຫາເຣຶ່ອງຕັບຢູ່ ຫລາຍຢ່າງທີ່ທ່ານກິນບໍ່ໄດ້ ບັນຫາທີ່ສາມ
ກໍຕ້ອງຕຽມອາຫານໃຫ້ ຖືກປາກທ່ານນາຍພົນກອງແລ
ທີ່ກຳລັງເປັນຫືດຢູ່, ບັນຫາທີ່ສີ ກໍຕ້ອງຕຽມອາຫານໃຫ້ຖືກປາກຂອງ ພະນະທ່ານຄຳໄຕ
ທີ່ເປັນບົວຫວານແລະ
ປະດົງເຂົ້າຂໍ່ຢູ່. ບັນຫາອັນດັບກາງ ຕ້ອງຕຽມຄົນມາໂຈມລຸກໂຈມນັ່ງ ຂອງສາມທ່ານ
ຝ່າຍ ຊ້າຍ ຝ່າຍຂວາ
ຝ່າຍກາງນີ້ ເພາະເຖົ້າແລ້ວພະຍາດແລະເຊື້ອໂຣກມາຢາມ ກັນທຸກຄົນ
ແລະບັນຫາອັນສຸດທ້າຍ
ຄືປາກກະບອກສຽງທີ່ຈະສົ່ງສັນຍານ ພາເຂົ້າສາມັກຄີນີ້ ໄປຍັງທົ່ວໂລກ
ຕາມເບິ່ງຄືຊີບໍ່ມົ້ມ ສະມາຊິກສະພາເຮົານີ້
ແຕ່ຕ້ອງຕຽມນາຍພາສາ ຝຣັ່ງ, ອັງກິດ, ສເປນ, ຢີ່ປຸ່ນ, ຈີນ, ອາຣັບ,
ແລະພາສາອື່ນໆທົ່ວໂລກ.
ພວກສະມາຊິກ ສະພາເຮົາກໍຕຽມແຈ້ງການລາຍງານ ຕາມຈຸດສັງກັດ
ທ່ານທະນູໄຊ
ກໍລາຍງານເຖິງປະຊາຊົນລາວທຸກຊົນຊາດຊົນເຜົ່າໃນລາວ, ດຣ. ສຸກ ກໍຟ້າວລາຍງານໄປ
ເມືອງຝຣັ່ງ,
ກາສາລາວ ຟ້າວ ລາຍງານໄປ ພາກຕາເວັນຕົກ ອາເມຣິກາ, ສອງຍາອ້າຍໃຫຍ່
ລາວເກົ່າແລະຍາອ້າຍປະມົງ
ຟ້າວລາຍງານໄປພາກຕາເວັນອອກ ອາເມຣິກາ, ໂຈ້ ຟ້າວລາຍງານຕີແຜ່ໃນ ສະຫຍາມ, ດຣ.
ປາວ
ຟ້າວລາຍງານໄປຍັງ ຄົ້ວໂລກໃຕ້, ລຸງທອງວັນຟ້າວ ລາຍງານໃຫ້ສາວວັງວຽງຊາບໂດຍດ່ວຍ,
ລາວພວນຟ້າວລາຍງານ ໄປພູເບັ້ຽດ່ວນ, ລາວຄຳຫອມ ຟ້າວບັນທຶກສຳເນົາເດີມແລະຕີພິມ,
ຄົນສາມັນ
ຟ້າວຕັ້ງທ່າ ປະເມີນຜົນແລະສັງເກດການ, ປີຊອນ ຟ້າວລາຍງານເຖິງ
ສະມາຄົມລາວໃນຕ່າງແດນ, ເຮີລາວ
ຟ້າວລາຍງານຂຶ້ນໄປຍັງ ດາວທຽມ, ໄຊຍະສິດ ຟ້າວລາຍງານໄປຍັງກຸ່ມການຄ້າ, ດຣ.
ໂປຣເຊ
ຟ້າວລາຍງານໄປ ຍັງສະມາຊິກ ຂອງຝ່າຍມະນຸດສະທັມ, ວະນິດາ ຟ້າວລາຍງານ ໄປຍັງກຸ່ມ
ເຄື່ອນໄຫວປະຊາທິປະໄຕ, ຊີມີ ຟ້າວແປເປັນພາສາມົ້ງ, ຜູ່ບ່າວລາວ
ຟ້າວຢາຍເຫລົ້າບອງຢາ ແຈກເບັຽ.
ຫລັງຈາກຕຽມແລ້ວ ກ່ອນຈະລົງມືຊີມ
ຝີມືຜູ່ບ່າວລາວໃນການປຸງແຕ່ງອາຫານ ຜູ່ບ່າວລາວ
ກໍຕ້ອງກ່າວຄຳປາໄສ
ໃຫ້ໂອວາດ ຕັກເຕືອນກັນທັງສາມຝ່າຍ ໃນຖານະຜູ່ບ່າວລາວ ເປັນເຈົ້າພາບ ຈັບໄມກ໌
ມາແລ້ວກ່າວ ຕັກເຕືອນ
ສາມພັກນີ້ວ່າ: “ພວກເຈົ້າເຖົ້າກັນທຸກຄົນແລ້ວ ອາຍລູກອາຍຫລານເຂົາ
ພວກເຈົ້າຈະຜິດກັນໄປຮອດມື້ໃດ? ຂ້າກັນ
ແກງກັນ ລະແວງກັນ ສົງໄສກັນ ເອົາປຽບເອົາລັດກັນ ມືງດີ ກູຊົ່ວ ມັນຫມົດຍາມແລ້ວ
ໃກ້ຈະດັບຂັນ
ກັນທຸກຄົນແລ້ວ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ ຖ້າພວກທ່ານ ທັງສາມພັກນີ້
ເຈດຕະນາດີ ກໍຂໍໃຫ້ອະພັຍໃຫ້ກັນຊະ
ເພື່ອແຜ່ນດິນລາວ ຂອງພວກເຮົາ ແລະປະຊາຊົນລາວຕາດຳໆຂອງພວກເຮົາ
ເລີ່ມແຕ່ວິນາທີນີ້ເປັນຕົ້ນໄປ
ລາວບໍ່ຕ້ອງ ຂ້າລາວ ແລະບໍ່ມີໃຜເປັນສັຕຣູຂອງຄົນລາວອີກແລ້ວ... ໃຫ້ອະພັຍກັນຊະ!
ເຖົ້າໃກ້ຈະໄປ
ຫມົດທຸກຄົນ ແລ້ວຢ່າໃຫ້ລູກຫລານຍາກນຳອີກ”
ຫລັງຈາກນັ້ນກໍລຸກຂຶ້ນ ຈັບມືກັນ ຫອມແກ້ມກັນ ຄຳໄຕ ຈູບແກ້ມວັງປາວ ວັງປາວ
ຈູບແກ້ມກອງແລ
ກອງແລຈູບແກ້ມຄຳໄຕ “ສາມອ້າຍນ້ອງໃຫ້ໃສ່ກັນ” ຕໍ່ຫນ້າ ຂ້າຫລວງໃຫຍ່ ໂກຟີ ອານັນ
ເປັນສັກຂີພິຍານ.
ຄົນລາວໃນລາວນອກ ກໍໄຫ້ໃສ່ກັນ ແບບ ສະອຶກສະອື້ນ ບ້ານເມືອງລາວ
ຈະເຮືອງຈະຮຸ່ງ
ລາວຕ້ອງເປັນດັ່ງຄຳວ່າ: ລາວລືໂລກ ສາມຕົວ ”ລ” ດັ່ງຄຳທຳນາຍທີ່ວ່າໄວ້ “ລ”
ໂຕດຽວຂຽນໃສ່ປາກຖົງເສື້ອໄປໄດ້ທົ່ວໂລກ... ຫລັງຈາກເຂົ້າອົກເຂົ້າໃຈກັນແລ້ວ
ຜູ່ບ່າວລາວເຊີນແຂກ
ລົງມືກິນເຂົ້າ ສາມັກຄີ ໄດ້ຕາມສະບາຍແລະກິນແບບ ອີ່ມຫນຳສຳລານ.
ບາດນີ້ແມ່ນ....ນັກຮ້ອງຈາກຝ່າຍຂວາ
ນຶ່ງຄົນມາຮ້ອງກ່ອມອາລົມ ນັກຮ້ອງຈາກຝ່າຍກາງ ນຶ່ງຄົນມາຮ້ອງກ່ອມມອາລົມ
ແລະນັກຮ້ອງຈາກຝ່າຍຊ້າຍ
ນຶ່ງຄົນມາຮ້ອງກ່ອມອາລົມ ພາເຂົ້າ ສາມັກຄີ ໃນງານພິທີສາມອ້າຍນ້ອງພໍ້ກັນນີ້...
ກິນເຂົ້າແລ້ວກໍ
ອອກຟ້ອນລຳວົງ ທັງສາມຄົນຂອງແຕ່ລະພັກນີ້ ໃຫ້ລູກນ້ອງໃຜລູກນ້ອງມັນ
ຫິ້ວປີກນາຍໄປຟ້ອນລຳວົງລະເນາະ
ຢ້ານນາຍລົ້ມຫັ້ນເດ. ຟ້ອນລົງມາແລ້ວ ແລ້ວເບິ່ງໃຜກໍຫັນໃຈພະງາບ ພະງາບຢູ່...
ບ໋ະ!
ຊິເປັນຕາເບິ່ງເນາະແທ້...ແລະໂກຟີ ກໍບໍ່ເຄີຍລຳວົງອີກ ໂອ໊ຍ ລຸງທອງວັນ
ຫາສາວວັງວຽງມາຄຳ້ຂາ ໃຫ້
ທ່ານໂກຟີ ແດ່ເດີ ຢ້ານເພິ່ນລົ້ມ ຟ້ອນລຳວົງມ່ວນຫຼາຍນັ້ນນາ
ໂລກເຂົາຢາກໃຫ້ປະເທດລາວມີມື້ນີ້ຫລະ
ແຕ່ທຸກຢ່າງກໍບັນລຸໄປໄດ້.
ຟ້ອນແອະຟ້ອນແອ່ນ ລຳທຸ່ມຫລວງພຣະບາງ ລຳວົງ, ລຳພວນ ລຳວົງ,
ຕັ່ງຫວາຍ, ສາລະວັນ, ລຳຜູ່ໄທ,
ລຳຜູ່ລາວກໍວ່າໄປ... ລຳມະຫາໄຊ, ລຳບ້ານຊອກ ນັກຣ້ອງມາຈາກສາມພັກການເມືອງ
ບໍ່ຕ້ອງຫ່ວງ ສເນີໄດ້
ທຸກເພັງແລະທຸກໆຫມໍລຳ ຜູ່ບ່າວລາວ
ເຈົ້າພາບແລະເປັນໂຄກສົກກະຊິເປັນລົມຄືກັນ (ຫ້າມແຂກມານັ່ງທາງຫນ້າ
ຜູ່ບ່າວລາວ
ເພາະນຳ້ລາຍຊິຟົ້ງໃສ່ ຈົນຫົວປຽກຫມົດ) ທີ່ດີໃຈເຫັນສາມອ້າຍນ້ອງ ເຂົ້າຫາກັນ
ດັ່ງນັ້ນ
ຈຶ່ງມີກອນນຶ່ງທີ່ໄດ້ ເວົ້າໄວ້ວ່າ “ຄິດຮອດຜູ່ທີ່ຕາຍ ເສັຽດາຍຜູ່ທີ່ເພິ່ນຍັງ”
(ໃຜຕາຍໄປກ່ອນບໍ່ທັນໄດ້ເຫັນ
ສາມອ້າຍນ້ອງເຂົ້າກັນ ຜູ່ທີ່ຍັງກໍບໍ່ທັນໄດ້ມາເຫັນ
ບ້ານເມືອງມ່ວນຊື່ນໂຮຊຽວກັນທັ້ງປະເທດ) ລຳວົງກັນຮອດແຈ້ງ
ໂຂ້ໂລ້... ຮອດມື້ອື່ນເຊົ້າປະກາດ
ເດີນຂະບວນທົ່ວທັງປະເທດໃຫ້ໂລກຮູ້ວ່າລາວມີປະຊາທິປະໄຕແລ້ວ
ເດີນຂະບານ ບໍ່ມີໃຜຈັບບໍ່ມີໃຜກຸມ
ເອີ້ນນັກຂ່າວທົ່ວໂລກເຂົ້າໄປຂຽນປ້າຍປະທ້ວງໄດ້ທຸກຢ່າງ ຫລືຈະນອນປະທ້ວງຢູ່
ເດີ່ນທາດຫລວງທຸກມື້ກໍໄດ້ (ຖ້າບໍ່ທຳມາຫາກິນ) ຢາກຄ້າຂາຍ ຫງາຍມືເອົາເລີຍ
ຂໍພຽງໃຫ້ມີຢູ່ມີກິນ
ປະຊາຊົນຈະໄດ້ ກິນແຊບ ນຸ່ງງາມ. ຜູ່ໃດຢາກດ່າໃຫ້ດ່າຜູ່ບ່າວລາວ ຄົນດຽວ
ຜູ່ອື່ນໆຖືວ່າເຂົາເຈົ້າບໍ່ມີຄວາມຜິດຫຍັງຕໍ່ໄປອີກແລ້ວ
ຄວາມຜິດແມ່ນຢູ່ນຳຜູ່ບ່າວລາວຄົນດຽວ
ທີ່ເອົາສາມອ້າຍນ້ອງເຂົ້າຫາກັນນີ້ຫລະ ປະທ້ວງຜູ່ລາວນີ້ໂລດເດີ...
້ອງຄິດ
ໃຫມ່ເສັຽແລ້ວຫລະ! ສິ່ງທີ່ດີ ທີ່ຊົ່ວ ພວກເຮົາຮູ້ກັນຢູ່ແລ້ວ ດັ່ງນັ້ນ
ຈຳເປັນແລ້ວທີ່ຄົນລາວ ພວກເຮົາຕ້ອງຊ່ວຍກັນ
ເພື່ອໃຫ້ປະຊາຊົນລາວທຸກໆຄົນ ໃຫ້ພົ້ນອອກຈາກຄວາມທຸກ ຄວາມຈົນໃຫ້ໄດ້.
ຮັກແພງມາຍັງ ພໍ່ແມ່ພີ່ນ້ອງຄົນລາວທຸກໆຄົນ
ຜູ່ບ່າວລາວ
ເປັນຕາຢາກຫົວຢູ່ບໍ? ໃຫ້ສົມກັບວ່າ
ຜູ່ບ່າວກໍໄດ້ຂຽນອັງກິດລົງໄປນຳຫມູ່ ກໍແລ້ວກັນ!!!!
ຜູ່ບ່າວລາວ
ບໍ່ໄດ້ນ້ອຍໃຈ ໃຫ້ຍາອ້າຍປະມົງດອກ ຮູ້ແລ້ວວ່າ ຍາອ້າຍໃຫຍ່ເຮົາຢອກ.
ທີ່ຈິງແລ້ວແມ່ນ
ຍາອ້າຍໃຫຍ່ ປະມົງຫັ້ນແຫລະ ເປັນຄົນເຫັນດີ ເຫັນຊອບໃຫ້
ນ້ອງຂຽນເປັນພາສາລາວກ່ວາຄົນອື່ນໆ ແລະ
ອ້າຍປະມົງຫັ້ນແລ້ວ ທີ່ບໍ່ຢາກໃຫ້ນ້ອງຂຽນພາ ສາອັງກິດຈະໂຕເລີຍ.
ເຂົ້າໃຈແລ້ວເດີ ຂໍຂອບໃຈ ທີ່ຍັງເປັນຫ່ວງ
ນັກຂຽນດ້ວຍກັນທັງຫລາຍ. ແລະຄວາມຫມາຍຂອງທ່ານ ຂ້ອຍກໍເຂົ້າໃຈດີ ທຸກປະການ.
ແຕ່ສິ່ງທີ່ ເປັນຕານ້ອຍໃຈ ຄືລູກຫລານລາວເຮົາໃນ ຕ່າງແດນນັ້ນແຫລະ
ທີ່ຂາດການຮຳ່ຮຽນ ພາສາລາວ
ອອກມາຈົ່ມຫລາຍຄັ້ງ ການຂຽນຂອງພວກເຮົາ. ກວດຄືນແລ້ວ ຕັ້ງແຕ່ ໑໙໙໔
ມາເຖິງດຽວນີ້
ດັ່ງທີ່ຂ້ອຍອະທີບາຍໄປນັ້ນແລ້ວ ດ່າກັນໄປດ່າກັນມາ ຜູ່ນັ້ນເປັນປະຕິການ
ຜູ່ນີ້ເປັນ ຄມ ຕໍ່ໄປຕໍ່ມາ ມີແຕ່ ຟ ແລະ
ສ ກໍເລີຍແຕກວົງກັນ. ເຕົ້າກັນໃຫມ່ ດຽວກໍເປັນແບບເກົ່າອີກ
ແລະມາເຖິງບໍ່ນານມານີ້ ພາສາລາວໃຊ້ໄດ້ໃນທີ່ນີ້
ແລະແນວຄິດແມ່ນເພື່ອ ຢາກສົ່ງສັນຍານອັນນີ້ ໄປຍັງຄົນລາວໃນ ຜູ່ທີ່ບໍ່ໄດ້
ພາສາອັງກິດນັ້ນ ເຂົ້າໃຈທຸກເຣຶ່ອງທີ່
ພວກເຮົາມີຢູ່ແລະເວົ້າກັນຢູ່. ແມ້ກະທັ້ງ ເຂົາເຈົ້າ ຂຽນລົງບໍ່ໄດ້
ກໍຍັງຖືວ່າດີຢູ່ທີ່
ເຂົາເຈົ້າມາລັກອ່ານແລະເຂົ້າໃຈໄດ້ ຫລັງຈາກນັ້ນ ປາກຕໍ່ປາກອີກ
ຈະຂະຫຍາຍອອກໄປເອງ
ວ່າບ໊ານເມືອງເປັນແນວໃດ ມີການ ວິຈັຍ ວິຈານກັນແນວໃດ ໄປຮອດໃສແລ້ວ?
ນີ້ເປັນການດີທີ່ສຸດ
ຫາອັນປຽບບໍ່ໄດ້ ຕໍ່ພີ່ນ້ອງຄົນລາວເຮົາ ກ່ຽວກັບບ້ານເມືອງແລະສັງຄົມລາວ.
ເບິ່ງພວກ ສນັບສນູນ ຄມ ຈະລົງຂຽນ ພາສາອັງກິດ
ທັ້ງນັ້ນເພາະພວກເຂົາບໍ່ຢາກໃຫ້ ຄົນລາວໄດ້ຮູ້ໄດ້ເຫັນ.
ເຂົາຮູ້ວ່າຄົນລາວ ອ່ານພາສາອັງກິດໄດ້ຫນ້ອຍຄົນ ແມ້ກະທັ້ງ
ຂ້າຣາຊການນັ່ງຢູ່ກະຊວງ ຍັງບໍ່ໄດ້ພາສາອັງກິດຢູ່
ແລ້ວ ໄດ້ກໍປູໆ ປາໆ, ພວກເຮົາຊິໄປເປົ່າປີ່ໃສ່ຫູຄວາຍເຮັດຫຍັງ
ເຮົາຂຽນພາສາລາວນີ້ ທີ່ພວກເຂົາອ່ານໄດ້
ເຂົາຈຶ່ງຈະເຂົ້າໃຈ ຖ້າປະຊາຊົນລາວອ່ານເຂົ້າໃຈຫລາຍຄົນແລ້ວຢູ່ໃນເມືອງລາວ
ປະຊາຊົນເຂົາຊິມີແນວຄິດຫຍັງເກີດ ຂຶ້ນ ຂັ້ນຕໍ່ໄປ????????? ແນ່ນອນ
ພະລັງພາສາລາວໃນ ກຸໂກນີ້
ຈະທຳໃຫ້ປະຊາຊົນໃນລາວ ຄິດໄປຫລາຍຢ່າງ ຂ້າພະເຈົ້າຄິດ ນີ້ແຫລະຄື:
ອາວຸດຢ່າງນຶ່ງທີ່ ຈະທຳລາຍພື້ນຖານ
ແລະຮາກຖານຂອງ ຄອມມຸຍນິດໃນລາວ.
ປັນຄ່ານຳ້ໃຈທີ່ຕ້ອນຮັບ
ລຸງກໍບອກວ່າບໍ່ເອົາແຕ່ຜູ່ບ່າວລາວກໍບອກວ່າຕ້ອງເອົາ
ຖ້າບໍ່ເອົາເທື່ອຫນ້າບໍ່ກ້າມາຢາມໄດ໊
ສຸດທ້າຍລຸງກໍເລີຍຮັບເອົາ. ຕອນທີນີ້ ຜູ່ບ່າວລາວເດີນທາງຜ່ານແຖວໃກ້ໆ
ຈ້າຍພູແລະເຂດທີ່ລຸງເວົ້າ
ກໍເຫັນເປັນດັ່ງວ່າ ແຕ່ບໍ່ກ້າເຂົ້າໄປໃກ້ ຕ້ອງເບິ່ງເຜີນໆແລະຜ່ານໄປ.
ຜູ່ບ່າວລາວຍັງມາຄິດວ່າ ໃນນັ້ນຄືບໍ່ເຫັນຣົຖຈັກ ຈັກຄັນເລີຍ,
ບໍ່ມີຮ້ານຄ້າຈັກແຫ່ງເລີຍ. ຄືບໍ່ເຫັນໃຜຮ່ັງໃຜມີ
ໃນຝຸງຊົນທີ່ອາໄສໃນເຂດນັ້ນ ທີ່ເຂົາເອີ້ນວ່າ: ດິນແດນທີ່ປູກຝິ່ນ.
*ຄຳວ່າວັດ: *ເປັນສະຖານທີ່ພຳນັກຂອງພຣະສົງ, ເປັນທີ່ປະຕິບັດທັມ, ເປັນທີ່ຮຳ່ຮຽນແລະຄົ້ນຄ້ວາ
ທາງພຸທສາສນາ, ເປັນທີ່ເຕົ້າໂຮມຂອງ ອອກຕົນຍາດໂຍມ, ເປັນທີ່ ສ້າງບຸນທຳທານ, ເປັນສະຖານທີ່
ທຳພິທີຫລືກິຈການຕ່າງໆທາງພຸທສາສນາ ແລະເປັນທີ່ເຕົ້າໂຮມທາງຈິດໃຈຂອງປະຊາຊົນທົ່ວໄປ.
*ຄຳວ່າປ່າຊ້າ:* ເປັນສະຖານທີ່ ພຣະໃຫ້ພອນຄົນຕາຍ (ສາລາໃຫ້ພອນ), ການສ່ຽງທວາຍຫລັງການຕາຍ
ຂອງແຕ່ລະຊົນເຜົ່າ ແຕ່ລະຮີດຄອງ, ເປັນທີ່ຝັງສົບຄົນຕາຍ, ເຜົາສົບຄົນຕາຍ, ປະດິດສະຖານຫລືຝັງດູກຄົນຕາຍ.
ຫລັງຈາກຄວາມລາວແປເປັນຄວາມລາວຢ່າງຈະແຈ້ງ ຂ້າງເທິງນີ້ແລ້ວ ຂພຈ ຈະມາເວົ້າເຣຶ່ອງ
ປະເທດລາວເຮົາເປັນປະເທດນຶ່ງທີ່ ເຊື່ອຖືສາສນາພຸທ ບໍ່ນ້ອຍຫນ້າແກ່ປະເທດອື່ນໆທີ່ນັບຖື ສາສນາພຸທ. ດັ່ງນັ້ນ
ຈຶ່ງຈະມາຍົກເອົາທີ່ ນະຄອນຫລວງວຽງຈັນທນ໌ ມາເປັນຕົວຢ່າງ.
ທີ່ນະຄອນຫລວງວຽງຈັນທນ໌ ໃນລະຍະນີ້ ວັດໃຫຍ່ໆ ກາຍເປັນປ່າຊ້າ ທີ່ຫນາແນ້ນ ເຊັ່ນການ
ຕັ້ງເມມເຜົາສົບຄົນຕາຍ, ເກັບດູກ ປຸກທາດອ້້ອມວັດຈົນເຕັມຫມົດເລີຍ. ບາງວັດມີເຖິງ ໓ ຫລື ໔ ເມມເຜົາສົບ,
ເວລາເຜົາ ບາງທີກໍເຜົາພ້ອມໆກັນ (ເພາະມີສົບມາລຽນຄີວເຜົາຈຳນວນຫລາຍ) ດັ່ງນັ້ນ ກໍຕ້ອງເຜົາ
ພ້ອມໆກັນຫລາຍເຕົາ.
ເວລາຕອນບ່າຍ ໒ ໂມງໄປແລ້ວ ຄົນທີ່ຢູ່ໃນວຽງຈັນທນ໌ເອງຫລືນັກທ້ອງທ່ຽວ ຈະໄດ້ສຳພັດກິ່ນ ເຜົາສົບ
ທີ່ອົບອວນໃນທົ່ວຕົວເມືອງວຽງຈັນທນ໌. ເວລາ ໔ ໂມງ ຫາ ໕ ໂມງແລງ ເປັນເວລາ ທີ່ກຳລັງເລີກການ
ຈາຣະຈອນຫນາແນ້ນ ຄັວນຣົຖ, ຂີ້ຝຸ່ນໄງ່ງ້ອງ, ປະສົມກິ່ນເຜົາສົບຄົນຕາຍ. ສົບກໍກຳລັງໄຫມ້ ພະເພາະແຕກ
(ຕຸບ) ໄຫມ້ຊວດ ຄັວນກົ້ມ ໄປພ້ອມໆກັນເປັນແບບນີ້ທຸກໆມື້... ຖ້າຢາກເຫັນຄັກໆໃຫ້ ຂັບຣົຖຈັກ
ອອກໄປເລາະເບິ່ງ ປະມານ ໕ ໂມງແລງ ອອກຈາກເຮືອນ ໄປເລາະເບິ່ງ ໃນຕົວເມືອງວຽງຈັນທນ໌
ແລ້ວທ່ານຈະບໍ່ຜິດຫວັງ ເຣຶ່ອງກິ່ນ ເຜົາ ຫລື ຈີ່ ຄົນ ທ່ານຈະສຳພັດກິ່ນອົບອວນ ນວນຮູດັງແທ້ໆ
ຫລືຈະໄປເດິ່ນທາດຫລວງກໍໄດ້ ຢືນກາງເດີ່ນທາດຫລວງນັ້ນ ບາງມື້ທີ່ບໍ່ມີລົມລ່ວງ ຜ່ານມາ ທ່ານຈະເຫັນຄັວນ
ກຸ້ມເຜົາຜີ ກຸ້ມໄປທັ້ງເມືອງວຽງຈັນທນ໌. ທ່ານຈະນັ່ງກິນເຂົ້າຕາມຮ້ານອາຫານ Open Air, ຫລືນັ່ງ
ຊຸມເຂົ້າຊຸມເຫລົ້າ ຢູ່ທີ່ໃດກໍຕາມ ຈະມີກິ່ນເຜົາສົບຄົນເຂົ້າມາເຖິງຮູດັງ ກິ່ນຫອມຫວນ ຊວນຊີມ
ກັບຂອງແກ້ມທີ່ທ່ານມີຢູ່. (ຄອມມູນິດສ໌ ກິນເຂົ້າ ກິນຂອງແກ້ມ ແລະດົມກິ່ນເຜົາຄົນຕາຍໄປນຳ ບອກວ່າແຊບແທ້ໆ)
ຄົນໃນວຽງຈັນທນ໌ເອງແລະນັກທ້ອງທ່ຽວ ໃຈຈະຂາດແລ້ວແຕ່ລະມື້ ນັ້ນນາ. ດັ່ງນັ້ນ ຜູ່ບ່າວລາວ ອົດບໍ່ໄດ້
ຈຶ່ງໄດ້ຂຽນເຣຶ່ອງນີ້ລົງມາອີກ ເພື່ອໃຫ້ຣັຖບານ ສປປ ລາວ ຫາທາງແກ້ໄຂ ອັນຮີບດ່ວນ (RFA
ມາທຳຂ່າວແດ່ເດີ) ຄັວນຣົຖ, ຂີ້ຝຸ່ນແລະ Pollution ທາງອື່ນໆກໍແທບໃຈຈະຂາດແລ້ວ ຊຳ້ມາເຕີມດ້ວຍ
ກິ່ນເຫມັນ, ຂີວ, ຄາວຍ້ອນການເຜົາສົບ ຄົນຄາຍໃນແຕ່ລະວັດ ທີ່ຢູ່ໃນວຽງຈັນທນ໌ນີ້. *(ບອກໃຫ້ລູກຫລານ
ເຂົ້າວັດເຂົ້າວາ ເພື່ອຫລີກລ່ຽງ ອະບາຍຍະມຸກອື່ນໆ ລູກຫລານກໍບໍ່ຍອມເຂົ້າວັດແລ້ວ ບອກວ່າຢ້ານຜີ
ເຫັນທາດດູກຂອງຜູ່ນັ້ນ ເຫັນທາດດູກຂອງຜູ່ນີ້ ກໍເລີຍເປັນຈຸດອ່ອນໃຫ້ລູກຫລາຍ
ເປັນຄົນຂາດສັດທາຫລືເກງກົວວັດແລະບໍ່ເຂົ້າໄປຫາສິລທັມ, ສຸດທ້າຍກໍຫັນຫນ້າເຂົ້າ
ໄປຫາການເປັນນັກເລງແລະເຂົ້າຫາຢາເສພຕິດ).*
ການເປັນວາງຜາງເມືອງແລະທຳແຜນ ເວລາຂຍາຍເປັນຫຍັງຄືບໍ່ ຕັ້ງປ່າຊ້າຂຶ້ນໂດຍສະເພາະ
ແລ້ວຂໍທານນຳຕ່າງປະເທດເຂົາເຣຶ່ອງເຕົາເຜົາຄົນຕາຍແບບບໍ່ມີຄວັນມາເຜົາກັນ. ຮູ້ແລ້ວ ວ່າໃຜໆກໍຕາຍຄືກັນ
ແຕ່ກິ່ນນີ້ເປັນກິ່ນ ທີ່ສັງຄົມລັງກຽດແລະເປັນກິ່ນທີ່ ເປິເປື້ອນ ເປັນຫຍັງ ຣັຖບານບໍ່ຫາຊ່ອງທາງແກ້ໄຂ.
ນັບມື້ນັບຫລາຍຂຶ້ນແລະວັດເອງກໍກາຍແມ່ນ ຜີປ່າຊ້າໂດຍຕຣົງ *ຫລືຈະໃຫ້ທາງວັດ ຫາເງິນແບບນີ້ຊ່ວຍວັດບໍ?*
ເປັນຫຍັງຣັຖບານ ສປປ ລາວ ບໍ່ຈັດແຍກເປັນຜີປ່າຊ້າອອກຕ່າງຫາກ ແລ້ວຖ້າຢາກທຳບຸນຫລືສົ່ງສະການ
ຈຶ່ງຈະນິມົນພຣະ ວັດໃດວັດນຶ່ງໄປສູດຫລືໃຫ້ພອນ ກໍນິມົນເອົາພຣະວັດນັ້ນໄປດ້ວຍຄວາມສັດທາຂອງຜູ່ໃຈບຸນເອງ.
ເປັນຫຍັງຈຶ່ງມາທຳ ໃຫ້ວັດກາຍມາເປັນ ສຸສານ ຫລືຜີປ່າຊ້າແບບນີ້? ເຣຶ່ອງນີ້ຕ້ອງຕິຊົມຣັຖບານ ສປປລາວ
ເປັນການໃຫຍ່ເລີຍ ຫລືເຫັນສະຫຍາມເຂົາເຮັດ ກໍເລີຍເຮັດນຳເຂົາໄປຊື່ໆ. ຣັຖບານ ສປປ ລາວ ໃຫ້ພວກທ່ານ
ເກັບເອົາເຣຶ່ອງນີ້ ເຂົ້າກອງປະຊຸມສະພາ ແລ້ວຢຸດຕິເປັນການດ່ວນ. *ແຍກຜີປ່າຊ້າແລະວັດ ອອກຈາກກັນໃຫ້ໄດ້
ແລະສ້າງກົດຫມາຍໄວ້ຮອງຮັບ ທາງດ້ານ ພຸດທະສາສນາ
ແລະອອກຄຳສັ່ງໄປທົ່ວທັງປະເທດໃຫ້ປະຕິບັດແບບດຽວກັນວ່າ: ວັດຄືວັດ, ປ່າຊ້າຄື ຜີປ່າຊ້າ.*
(ພວກທ່ານກໍເຖົ້າກັນທຸກຄົນແລ້ວ ສົມຄວນຈະຮູ້ວ່າ ອັນໃດຄືຜີປ່າຊ້າ, ອັນໃດຄືວັດວາອາຣາມ)
ຖ້າຢາກໃຫ້ເມືອງລາວເປັນເມືອງແຫ່ງພຸດທະສາສນາ ໃຫ້ແກ້ໄຂຮີບດ່ວນ. ຖ້າບໍ່ດັ່ງນັ້ນ ວຽງຈັນທນ໌
ແລະເມືອງອື່ນໆກໍຈະກາຍເປັນເມືອງແຫ່ງກິ່ນເຜົາສົບຄົນຕາຍ ແລະຈະບໍ່ເປັນເມືອງສວັນດັ່ງທີ່ຄົນລາວພວກເຮົາຄິດ.
ສະມາຊິກສະພາກາເຟຂອງພວກເຮົາ ເຣຶ່ອງນີ້ເປັນເຣຶ່ອງທີ່ສຳຄັນອີກເຣຶ່ອງນຶ່ງ ຕ້ອງພິຈາຣະນາຮ່ວມກັນ.
ຜູ່ບ່າວລາວ