Skupiny Google už nepodporují nová předplatná ani příspěvky Usenet. Historický obsah lze zobrazit stále.

ຕອບຄຳຖາມວ່າດ້ວຍໄມ້ກາຣັນຕ໌

36 zobrazení
Přeskočit na první nepřečtenou zprávu

ລາວຄຳຫອມ

nepřečteno,
9. 10. 2007 23:39:5309.10.07
komu:
໑)
ໄມ້ວັນຊການ(ວັນຊະການ) ຄືພາກສ່ວນບົດຮຽນວ່າດ້ວຍເຄື່ອງໝາຍອັກສອນແລະວັຄຄ໌
ອັນວ່າໄມ້ວັນຊການ ຫຼືເອີ້ນອີກຄວາມໜຶ່ງວ່າ ໂຕກາຣັນຕ໌ ມີໄວ້ສຳຣັບຂຽນໄວ້ເທິງ
ພຍັນຊນະໂຕທີ່ບໍ່ອອກສຽງ ຫຼືເພື່ຶອບອກໃຫ້ຜູ້ອ່ານວ່າ ພຍັນຊນະໂຕນັ້ນບໍ່ອອກສຽງ
ໂຕຢ່າງ ຫົງສ໌ ອ່ານວ່າ ຫົງ
ສເນຫ໌ ອ່ານວ່າ ສເນ (ຊື່ງພວກອິສຣະຈະຂຽນວ່າ ສະເໜ)
ອົງຄ໌ ອາຈາຣຍ໌ ຯລຯ ຊຶ່ງຄຳເຫຼົ່ານີ້ທັງໝົດຈະບໍ່ແມ່ນຄຳລາວດັ້ງເດີມ ຈະມີແຕ່
ຄຳທີ່ມາຈາກປາລີ ສັນກຣິດ ຫຼືຄຳຕາເວັນຕົກ ໂຕຢ່າງ ຣົຖທົວຣ໌ ເບັຽຣ໌
ພາສາລາວເຮົາບໍ່ໄດ້ບັງຄົບໃຫ້ໃຊ້ໄມ້ວັນຊການ ເພາະສນັ້ນຈຶ່ງໃຊ້ນ້ອຍ ເປັນບາງ
ຄັ້ງບາງຄາວ

໒) ສໄມ ຈະຂຽນ ສມັຍ ກໍໄດ້ ນີ້ເອີ້ນວ່າຂຽນແບບບໍ່ໄດ້ແປງອັກສອນ ຫາກ
ແປງອັກສອນແລ້ວ ໄມ້ກັນ ຫາກມີໂຕ ຍ ສັງໂຍຄ ໃຫ້ແປງເປັນ ສຣະ ໄອ ໄດ້
ຫຼື ສຣະເອ ຍ ສັງໂຍຄ ແປງເປັນ ສຣະ ໄ ໄດ້ ໂຕຢ່າງ
ສມັຍ ເປັນ ສໄມ
ວິເນຍຍ໌ ເປັນ ວິໄນຍ໌ ຫຼື ວິໄນ
ປັຈເຈຍຍ໌ ເປັນ ປັຈໄຈ

໓) ສຳຣັບສຣະໄອເອງແລ້ວ ຫາກມີໂຕສັງໂຍຄໃດໆກໍຕາມທີ່ຢູ່ເບື້ອງຫຼັງ ໃຫ້ແປງ
ເປັນສຣະແອໄດ້ ໂຕຢ່າງ
ໄວທຍາ ເປັນ ແພທຍ໌ (ວ ເປັນ ພ ສຣະໄອ ຍ ສັງໂຍຄ ເປັນ ແ )
ໄສນຍາ ເປັນ ແສນຍາ (ຊັ່ນ ໄສນຍາ ບວກ ອານຸພາບ ເປັນ ແສນຍານຸພາບ ນີ້ແມ່ນ
ການຜນວກຄຳ)
ໄວສຍາ ເປັນ ແພສຍາ
(ໝາຍເຫຕ ຄຳໂຕຢ່າງນີ້ຄວາມຈິງແລ້ວຂຽນແບບຂ້າງຄຽງ ເພາະອັກຂຣະເຮົາບໍ່ມີ ພິນທຸ
ຊຶ່ງຄືກັບສຣະອໍ ແຕ່ຢູ່ກ້ອງຊຶ່ງກົງກັບໄມ້ກັນ ຫຼືໄມ້ຍາມການ ຊຶ່ງເຮົາແປງເປັນໄມ້ກັນ)

ຈອນນີ

nepřečteno,
10. 10. 2007 19:43:0710.10.07
komu:
ສບດ ທ່ານລາວຄໍາຫອມ,

ສົມຫັບເປັນອາຈານສອນພາສາລາວນໍ. ຜຂປື້ມໃຈໄນຄວາມຮູ້ດ້ານພາສາລາວ


<ສເນຫ໌ ອ່ານວ່າ ສເນ (ຊື່ງພວກອິສຣະຈະຂຽນວ່າ ສະເໜ)

ສເນ ນີ້ບໍ່ແມ່ນຂຽນແບບດຽວກັນໜົດບໍ ຣະວ່າງ ກະບອກໄໝ່ແລະກະບອກເກົ່າ.

ຮັກແພງຈອນ,

ລາວຮັກລາວ

nepřečteno,
10. 10. 2007 22:58:3310.10.07
komu:
ລາວຄຳຫອມ wrote

ສບດ ທ່ານ ລາວຄຳຫອມ...
ແນ໋ະI got U ອອກມາແລ້ວເປີດຜາກັ້ງສ່ຳໝໍລຳເລື້ອງ ຄາວນີ້ ອາຈານ"ອາ" ຊິມາຫຼີ້ນເລື້ອງໃດນໍ?
ຂຸນລູນາງແຕງອອ່ນບໍ? ແຮໆໆ
ໄມ້ວັນຊການນີ້ ຫຼືໂຕກາຣັນຕ ສົງໄສໄຟໄໝ້ໂຮງຮຽນກ່ອນ ຜຂ ເລີຍຮຽນບໍ່ເຖີງ... ຕອນ ຜຂ ຮຽນ ຢູ່ LYCEE
de PAKSE ນັກຮຽນມີ
໓໒ ຄົນ ຜຂ ທີ ໓໖.
ອັນນີ້ນໍບູຮານວ່າ" ລາຍຄົນລາຍໃນ.....ລາຍເສືອລາຍນອກ" ທ່ານລາວຄຳຫອມຄວມຮູ້ເລື້ອງພາສາລາວນີ້ ຜຂ
ວ່າ ສົມຄວນ
ຄັນເປັນໝັງດາບຈີນທ່ານກໍມີກຳລັງພາຍໃນຫລາຍສາມາດສັກເອົາໄບໄຜ່ມາເປັນອັກສອນຕິດໄສ່ຫ້ນາຝາຫີນໄດ້....ຊ່າງປີຣຊາຈີງໆໆ
ຜຂ ອ່ານບົດຮຽນຂອງທ່ານກໍງົງໝົດ ສ່ຳເບີ່ງ" ເຈັ໋ກຫຼີ້ນງີ້ວ" ອ່ານໄປອ່ານມາເຈັບຫົວເໝືອນ ຜຂ ຮຽນ
BIOCHEMISTRY ຊາວກວ່າປີກ່ອນເສັງ
25 multiple choice questions ຖືກພຽງຂໍ້ດຽວ. ໝູ່ ຜຂ ວ່າ " Hey!!! Monkey does
better than you".
ສົງໄສຄາວນີ້ທ່ານອາຈານອາຊິເພີ້ມ້ຂະແນນໄຫ້ຜູ້ຂ້າຈາກ F- ມາເປັນ F+. ໂອຍດີໃຈ..ມີຄວມກ້າວໝ້າ..
ກະຣຸນາຂຽນຫລາຍໆບົດມາໃຫ້ຮຽນນຳແນ່..

ຄອບໃຈຫ່ລວງໝ້າ. ຮັກແພງ ລາວຮັກລາວ

sulilec

nepřečteno,
13. 10. 2007 18:48:0913.10.07
komu:
ສະບາຍດີຈອນນີ:
ເຈົ້າກັບ ຜກ ຄົງຈະເຂົ້າໃຈແບບສຳ່ກັນ ເລື່ອງຄວາມຮູ້ພວກເຮົາຄົງຈະລະວາ່ງຈົດ ປະຖົມສະ
ເພາະຕົວຢ່າງທີ່ລາວຄຳຫອມໄດ້ກ່າວມາບາງຄວາມ ຢ່າງເຊັ່ນໄມ້ກາຣັນນີ້ດັ່ງມີຄວາມຫມາຍ ດັ່ງເຊັ່ນ
ສເນຫ໌ ລາວຄຳຫອມໄດ້ໄຊ້ນັ້ນມີຄວາມຫມາຍດີຫລາຍ ເພາະສະເນຫ໌ ໄດ້ມີຄຳເວົ້າຕ່ໍອີກອັນນຶ່ງທີ່ບໍ່ອອກສຽງ
ນັ້ນກໍ່ຄື ສະເນຫາ ແລະກາລຍົກຕົວຢ່າງແນວອື່ນນັ້ນ ຜກ ອ່ານແລ້ວບໍ່ເຂົ້າໃຈແລະຄົງຈະບໍ່ຈື່ງ
ເທື່ອຫນ້າຖ້າຈະຂຽນສເນຫ໌ ຈະຂຽນແນວນີ້.

sulilec

nepřečteno,
13. 10. 2007 20:58:0313.10.07
komu:
1. ຢາກຖາມລາວຄຳຫອມ ແລະທຸກຄົນອີກວ່າ ຖ້າຢາກໃຫ້ຈື່ພາສາລາວໃນວິທີການໄຊ້ "ໄ" ແລະ "ໃ"
ມີຄວາມແຕກຕ່າງແນວໃດ? ແລະເປັນຫຍັງສຣະ ໄອ ຂອງລາວມີເຖິງສອງໂຕ ພາສາໄທຍມີພຽງໂຕດຽວ.

2. ຖ້າໂຕ ກາຣັນຕ໌ (ໂຕກາຣັນຕະ ?) ຫມາຍເຖິງ
"ຄຳເວົ້າ"ໄມ້ໄຊ້ທີ່ບໍ່ອອກສຽງນັ້ນຕ້ອງຄວນບອກໃຫ້ຮັບຮູ້ສະເມີໄປຫລືບໍ່ໃນການຂຽນ? ເພາະດັ່ງວ່າ
ຖ້າເວ້ົາເຂົ້າໃຈກັນແລ້ວຄວນຮັກສາວິທີ່ການຂຽນໄວ້ຫລືບໍ່? ເພາະໄມ້ກາຣັນນີ້ດັ່ງບໍ່ສຳຄັນຖ້າບໍ່ໄຊ້ ກໍ່ຍັງເຂົ້າໃຈຢູ່.

3. ແສນຍານຸພາບ ແມ່ນຫຍັງ?

ລາວຄຳຫອມ

nepřečteno,
14. 10. 2007 15:35:5414.10.07
komu:
ແມ່ນຜູ້ໃດບອກເຈົ້າວ່າໄທສຍາມມີສຣະໄອໂຕດຽວ ນີ້ຄົງແມ່ນໄດ້ມານຳ ລາວຕົ້ມລາວ ເພາະ
ເຂົາໃຊ້ເປັນແຕ່ສຣະ ໄ ຮັກລາວແຕ່ໃຊ້ອັຂຣະລາວບໍ່ເປັນກໍເລີຍພໍແຕ່ຂຽນຕົ້ມກັນຊື່ໆ ການໃຊ້
ສຣະທັງສອງນີ້ມີການໃຊ້ຜິດໆຖືກໆຫຼາຍ ເຊັ່ນດຽວກັບການໃຊ້ໂຕ ຫ ແລະ ຮ ໂຕ ວ ແລະ
ຫວ ເວົ້າເຣື່ອງໃຊ້ໂຕ ຫ ໂຕ ຮ ລາງຄົນກໍຂຽນວ່າ ຫໍ່າຮ້ອງ ໂຕການແມ່ນພວກເຮັດຄາຣາໂອເກ
ມັນເອົາໄມ້ເອກມາປ່ອນໃສ່ ຫຳ ເລິຍກາຍເປັນ ຫໍ່າ ຄວນຂຽນວ່າ ຮໍ່າຮ້ອງ ຜູ້ມັກຂຽນຜິດ
ບາດຂຽນ ຫີ ມັນຊຳ້ພັດບໍ່ເຄີຍລືມເອົາໂຕ ຮ ມາໃຊ້ຈັກເທື່ອ ບໍ່ເຄີຍຂຽນ ຮີ ເພາະສນັ້ນຈຶ່ງວ່າ
ຄວາມຮູ້ພາສາລາວ ຮູ້ແຕ່ພຽງ ຫີກັບແຕດ ນອກນັ້ນຂຽນຜິດໝົດ ເອົາແຕ່ຊິຂຽນ

ໄທນັ້ນເຂົາກໍມີສອງໂຕຄືກັນ ໄມ້ມາຍ ໄມ້ມ້ວນ ບໍ່ຕ່າງກັນດອກ
ຕາມຫຼັກໄວຍ໌ຍາກຣນ໌ ນັ້ນ ສຣະ ໃX ໃຊ້ສເພາະແຕ່ໃນຄຳລາວເທົ່ານັ້ນ ຄຳລາວ ນີ້ໝາຍ
ເຖິງຄຳທີ່ມີກົກເຄົ້າມາຈາກພາສາລາວດັ້ງເດີມ ຊຶ່ງຄຳທີ່ໃຊ້ສຣະ ໃX ມີພຽງ ໒໑ ຄຳເທົ່ານັ້ນ
ໃກ້ ໃຄ ໃຄ່ ໃຈ ໃຈ້
ໃຊ້ ໃຊ່ ໃຫຽ່ ໃດ ໃຜ
ໃບ ໃບ້ ໃຕ້ ໃພ ໃພ້
ໃສ ໃສ່ ໃໝ່ ໃຫ້ ໃຫຼ ໃຍ

ມີແມ່ນເພິ່ນກຳນົດມາສຳຣັບສຣະໃX ນອກຈາກ ໒໑ ຄຳນີ້ ໃຫ້ໃຊ້ສຣະ ໄX ໝົດ

ສຣະ ໄX ມີສຳນຽງຄືກັບສຣະ Xະ ຍ ສັງໂຍຄ ໃນແມ່ ກັກ ແຕ່ໃຊ້ຕ່າງກັນດັ່ງນີ້
ກ) ສຣະ ໄX ໃຊ້ໃນຄຳລາວທັງໝົດນອກຈາກຄຳທີ່ໃຊ້ສຣະ ໃX ໒໑ ຄຳນັ້ນ ແລະຄຳທີ່ມາຈາກ
ສຣະ ິ ີ ເ ໄ ໃນພາສາບາລີຫຼືສັນສກຼິຕກໍໄດ້ດັ່ງນີ້
ຕິຣຕນ ເປັນ ໄຕຣັຕນ໌
ອີສວຣ ເປັນ ໄອສວຣ
ເຕປິຕກ ເປັນ ໄຕປີດົກ (ຕ ເປັນ ດ ເ ເປັນ ໄ)
ຂ)ສຣະ ໄX ໂຕ ຍ ຕາມຫຼັງ ຄຳທີ່ມາຈາກ ເX ໂຕ ຍ ສັງໂຍຄ
ເວຍຍາກຣນ ເປັນ ໄວຍຍາກຣນ໌
ອທິປເຕຍຍ ເປັນ ອທິປໄຕຍ໌
ອາຊາເນຍຍ ເປັນ ອາຊາໄນຍ໌

ສຣະ Xະ ຍ ສັງໂຍຄໃນແມ່ ກັກ ເປັນສຣະ ໄX ດັ່ງນີ້
ວິນຍ ເປັນ ວິໄນຍ໌
ອາສຍ ເປັນ ອາໄສ
ວິຊຍ ເປັນ ວິໄຊ

ຈື່ກັນງ່າຍໆຄື ນອກຈາກຄຳລາວ ໒໑ ຄຳທີ່ໃຊ້ສຣະໃX ນອກນັ້ນແມ່ນໃຊ້ສຣະ ໄX

sulilec

nepřečteno,
14. 10. 2007 23:53:4214.10.07
komu:
ອາຈານລາວຄຳຫອມມື້ນີ້ມີອາລົມຂົບຂັນດີ,
ຖ້າອ່ານບໍ່ດີນຶກວ່າອາຈານອາລົມເສັຽ....ເພາະມີື້ນີ້ອາຈານໃຊ້ຊັບໃຫ່ຽຫລາຍໆໃຫ້ເປັນຕົວຢ່າງ ຫຶຫຶຫຶ
ແລ້ວຄຳຖາມຖວນສຸດທ້າຍສອງໂຕນັ້ນເດ? ຈະບໍ່ຕອບກັນບໍ? ຫລືແນວໃດ?

ປາຣີນີ້ຮຽນຢາກ ບໍ່ເຂົ້າໃຈວ່າຈະໄຊ້ຂຽນໄປເຮັດຫຽັງຊຳລັບຄົນຢ່າງ Sulilec ລ້າໆ
ເຊິ່ງເປັນຄົນທັມມະດາສາມັນ ໃຫ້ຈຳພວກຮຽນມະຫາແປດສະຮຽນ ເພາະຄົງເຂົ້າໃຈປາລີຫລາຍກວ່າ
ເພາະອ່ານຄຳຄວາມເວົ້າແນວຂຽນພາສາລາວນີ້ສ່ວນຫລາຍແລ້ວມີ
ຄວາມຫມາຍເລິກຫລາຍກວ່າ ແລະຕ້ອງໄດ້ຝອ້ງອອກສຽງ ກາລເຂົ້າໃຈຈິ່ງຢາກອ່ານຍ້າກ
ອີກຢ່າງຖ້າບໍ່ໄດ້ໃຊ້ໃຜຈະເອົາມາຈື່...ແມ່ນບໍອາຈານ?

ນອກຈາກວ່າອາຈານລາວຄຳຫອມຈະຂຽນກອນປາຣີມ່ວນໆມາໃຫ້ອ່ານເນີ ຄົງຈະບໍ່ຄ້ານນັ່ງອ່ານ
ຝອ້ງແລ້ວຝອ້ງອີກເພື່ອໃຫ້ຄວາມເຂ້ົາໃຈອັນລື້ນລັບຂອງພາສາລາວເຮົາ ອັນນີ້ແລ້ວເພິ່ນວ່າ
ຈະຫາພວກຕ່າງດາວມາເປັນມະຫາຂອງພາສາລາວນີ້ມັນກະແລ້ວທໍ່ນັ້ນແລ້ວ
ເພາະຜູ່ຮຽນແທ້ໆຈິ່ງເຂ້ົາໃຈຄວາມຫມາຍວ່າເປັນຫຽັງຈິ່ງຮຽນພາສາປາຣີ ແລະຕົ້ນກຳເນີດຂອງແຕ່ລະພາສາ.

sulilec

nepřečteno,
15. 10. 2007 0:11:5215.10.07
komu:
ຖາມ: ສຣະ Xິ ແຜງເປັນໄມ້ກັນໄດ້ຫລືບໍ? ດັ່ງເຊັນທ່ີເຄີຽເຫັນຂຽນໃນ "ຊີວະວັທະຍາ"

ຂອບໃຈຫລາຍໆ

0 nových zpráv