Google Groups no longer supports new Usenet posts or subscriptions. Historical content remains viewable.
Dismiss

Our High Education.

3 views
Skip to first unread message

ອີ່ລຸງທອງວັນ

unread,
Aug 6, 2005, 12:51:10 AM8/6/05
to
ພໍ່ແມ່ນັກຮຽນລາວຕ້ອງຈ່າຍເງິນໃຫ້ຄະນະອຳນວຍການໂຮງຮຽນ
ເພື່ອລູກຫລານຂອງຕົນ
ຈະໄດ້ເຂົ້າສຶກສາຕໍ່ທີ່ສະຖານບັນຊັ້ນສູງ
2005.08.05
ເຈົ້າໜ້າທີ່ກະຊວງສຶກສາຂອງລາວທ່ານນຶ່ງເປີດເຜີຍວ່າ
:
ດ້ວຍສາເຫດທີ່ສະຖາບັນການສຶກສາຂອງຣັຖບານລາວ

ສາມາດຮັບນັກຮຽນທີ່ຈົບມັທຍົມຕອນປາຍໄດ້ຢ່າງຈຳກັດ
ບໍ່ພຽງແຕ່ຈະເຮັດໃຫ້ເກີດມີການແຂ່ງຂັນກັນຢ່າງຮຸນແຮງ

ຣະຫວ່າງນັກຮຽນທີ່ຈະຕ້ອງການສຶກສາຕໍ່
ໃນສະຖາບັນການສູງເທົ່ານັ້ນ,
ແຕ່ຍັງກາຍເປັນຊ່ອງທາງໃນການສະແຫວງ

ຫາປະໂຍດຂອງຄະນະອຳນວຍໃນສະຖາບັນສຶກສາໃນແຕ່ລະແຫ່ງອີກດ້ວຍ

ແຕ່ລະປີ
ຄະນະອຳນວຍການຕາມສະຖາບັນຕ່າງໆຮູ້ດີວ່າ
ສະຖາບັນຂອງຕົນ
ທີ່ບໍຣິຫານຢູ່ນັ້ນ
ສາມາດຮັບເອົາ
ນັກຮຽນໃດ້ຫລາຍເທົ່າໃດ
ແລະໃນຈຳນວນ Quota ຫລາຍປານໃດ
ທັງຍັງຮູ້ອີກວ່າ
ມີນັກຮຽນຄົນໃດເສັງຜ່ານ
ທີ່
ຈະຖືກຄັດເລືອກເຂົ້າຮຽນໃນສະຖາບັນ
ແຕ່ພໍ່ແມ່ຂອງນັກຮຽນບໍ່ຮູ້ເຣື່ອງດັ່ງກ່າວເລີຍ
ດ້ວຍຄວາມຈຳເປັນ ທີ່ຢາກໃຫ້
ລູກຂອງຕົນມີໂອກາດໄດ້ຮັບການສຶກສາສູງ
ຈຶ່ງຍອມຈ່າຍຄ່າບຳເນັດໃຫ້ແກ່ຜູ້ອຳນວຍການ
ຂອງສະຖາບັນ
ຢ່າງຫລີກລ້ຽງບໍ່ໄດ້

ຄ່າບຳເນັດທີ່ຜູ້ປົກຄອງນັກຮຽນຈະຕ້ອງຈ່າຍໃຫ້ແກ່ຄະນະຜູ້ອຳນວຍການນັ້ນ
ຢູ່ໃນອັດຕຣາຢ່າງໜ້ອຍ 15,000
ບາດ
ຫລືປະມານ 3 ລ້ານກ່ວາກີບ
ສຳຣັບສະຖາບັນສຶກສາອາຊີບຊັ້ນສູງ
ແລະ 50,000 ບາດ ຫລືປະມານ 12
ລ້ານກີບ
ສຳຣັບ ມະຫາວິທຍາໄລແຫ່ງຊາຕ

ໃນປີການສຶກສາ 2005 ຫາ 2006
ສະຖາບັນສຶກສາຂອງຣັຖບານລາວ
ສາມາດຮັບເອົານັກສຶກສາໄໝ່ໄດ້ພຽງແຕ່

7000 ຄົນເທົ່ານັ້ນ
ໃນຂະນະທີ່ນັກຮຽນຈົບມົທຍົມຕອນປ່າຍທົ່ວປະເທດຫລາຍກ່ວາ
41,000 ຄົນ.

ອີ່ລຸງທອງວັນ

unread,
Aug 6, 2005, 1:18:55 PM8/6/05
to

ເປັນຕາຫນ່າຍນໍພີ່ນອ້ງ....

tsee...@wapda.com

unread,
Aug 6, 2005, 2:14:09 PM8/6/05
to
ອີ່ລຸງແມງວັນທອງ,

ຂ້ອຽຄິດວ່າຖືກຕ້ອງເປັນທັມແລ້ວເດີອີ່ລຸງເຮີຽ.ຢ່າໄປເວົ້າເຂົາຫຼາຍ.
ເຂົາເຮັດຖືກແລ້ວ,ເພາະຄູບາອາຈານບໍ່ມີເງີນດັບເງີນເດືອນກີນ.
ວິທີນີ້ຍັງໄຄກວ່າສມັຍຂ້ອຽຍັງຢູ່ຕວ໋າ...ຕອນນັ້ນເພື່ອຄວາມຢູ່ລອດ
ຂ້ອຽ(ອາຈານຈັ້ງສີ)ໄປປັກເບັດຢູ່ປ່າຍັງຖືກປາຊົນໄລ່ໜີຄືໄລ່ໂຕໝານີ້.
ຄ່າທຳນຽມເລົ່ານີ້ທ່ານທະນູໄຊເອີ້ນວ່າ:"ຄ່ານ້ຳໃຈ".ມັນຖືກຕ້ອງ
ຕາມກົກໝອຽແລ້ວ...ອຸ້ຍ...ຖືກຕ້ອງຕາມກົດໝາຽຊັ້ນດອກຫວ໋າ.

ເຮ່ໆໆໆໆໆ....


TseemYeej.

ອີ່ລຸງທອງວັນ

unread,
Aug 7, 2005, 12:11:43 AM8/7/05
to
ມັນຖືກຕອ້ງຕາມກົກຫມອຍແລ້ວ....

ມັນເປັນຄ່ານ້ຳໃຈຊັ້ນບໍ??

໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕

ນາກຢ້ານເມັຽ

unread,
Aug 7, 2005, 11:29:01 AM8/7/05
to
ອັນນີ້ເຂົາເອີ້ນກັນວ່າ
ທິປ(ອັງກິດ)ຫຼືວ່າປູບົວ(ຝະລັ່ງ)
ບໍລິການດີກະໃດັທິປ
ບໍລິການບໍ່ດີກະໃດັທິປຫນ໋ອຍ

tsee...@wapda.com

unread,
Aug 7, 2005, 11:31:39 AM8/7/05
to
ອີ່ລຸງທອງວັນ,

ໃຫ້ອີ່ລຸງຕັ້ງໃຈຟັງພາສາອ້າຽນ້ອງຄັກໆເດີ,ມັນຊີ້ບົ່ງໄວ້ແລ້ວເດ໋.
ພວກແມງມັນນີ້ເວົ້າຕລອດມາວ່າ:"ໝູນໃຊ້ແລະຍາດແຍ່ງ"
ມັນກ່າແປວ່າຖືກຕົ້ມຕາມກົກໝອຍອາຫລີໄດ໋ອີ່ລຸງເອີຍ.
(ແນ໋ໆໆ..ເວົ້າຜິດອີກແລ້ວ..ແປເອົາເອງເດີບາດນີ້.)

ຄວາມໝາຍນັ້ນພາສາຕລາດເຮົາແປວ່າ:"ຍາດໄດ້ຍາດເອົາ."
ມັນເລິກແລບຈົນຂນາດພວກຄົນສອງລະບອບໄຊ້ເວລາເຖີງ໓໐ປີ
ຈັ່ງຄ່ອຍອ່ານອອກແລະເລີ່ມໝູນໃຊ້ຕາມນະໂຍບາຍຂັ້ນເທິງ..ເຮີ່ໆໆໆ

TseemYeej.

ອີ່ລຸງທອງວັນ

unread,
Aug 7, 2005, 12:52:25 PM8/7/05
to
ໂອຍ..ຟັງແລ້ວຂົນຄີງລຸກ...

ຫມູນໄຊ້ ແລະ ຍາດແຍ່ງ...
ແປເປັນຄວາມລາວເຮົາວ່າ "
ຍາດໄດ້ຍາດເອົາ "

ຍອມແລ້ວ...ເຮັດນຳບໍ່ໄດ້...

tsee...@wapda.com

unread,
Aug 7, 2005, 3:01:26 PM8/7/05
to
ອີ່ລຸງທອງວັນເອີຽ..,

>ຫມູນໄຊ້ ແລະ ຍາດແຍ່ງ...
>ແປເປັນຄວາມລາວເຮົາວ່າ "ຍາດໄດ້ຍາດເອົາ "

ຂ້ອຽເຫັນກັບຕາອາຫລີໄດ໋..ມາາາ..ຊີເລົ່າສູ່ເຈົ້າຟັງ:
ມື້ນຶ່ງຫລັງເລີກກີນເຂົ້າສວຽ,ພວກຄູອາຈານເຮົາອອກມາກິນ
ເຂົ້າຮ່ວມກັນຢູ່ກ້ອງຕົ້ນຂາມແຄມໂຮງຮຽນແຫ່ງນຶ່ງ.ຄະນະທີ່
ພວກເຮົາກຳລັງເປີດຫໍ່ເຂົ້າໃຜລາວມາສູ່ກັນກີນຫັ້ນມີສຽງປືນ
ດັງໂປ່ງບາດນຶ່ງຈົນຫູພວກເຮົາດັບເມິດ.ບັນດາຄູຂວັນອ່ອນ
ສ່ວນຫຼາຍໝອບລົງດິນໂດຽບໍ່ຮູ້ເມື່ອ.ພໍຕັ້ງສະຕິໄດ້,ຂ້ອຽຟ້າວ
ລຸກໄປເບີ່ງບ່ອນເກີດເຫດ.ເຫັນເມັຽເຈົ້າຂອງເຮືອນນອນເລືອດີນ
ຢູ່ໜ້າບ້ານເເລະຮ້ອງຢູ່ບໍ່ເຊົາ:
-"ໂອ໊ຽ...ຕາຍແລ້ວ...ໂອ໊ຽ..ຕາຍແລ້ວ!!!"
ຂ້ອຽຫຼຽວໄປເຫັນຜູ່ເປັນຜົວຢືນສັ່ນທົດໆຢູ່ກອງເລືອດນ້ອຽໆກອງນຶ່ງ.
ຂ້ອຽຕົກໃຈວ່າລາວຖືກຍິງຈື່ງຮ້ອງຖາມວ່າເກີດເຮື່ອງອີ່ຫຍັງ?ລາວຕອບວ່່າ:
-"ອາາາ..ເອີ..ເພີ່ນມາຢາມ..ເພີ່ນຢາກກິນໄກ່..ເຮົາກຳລັງຖີ້ມຮຳ
ໃສ່ແລ້ວວ່າຊີຄຸບເອົາເພີ່ນເລີຽຈົກປືນມາຍິງໄກ່..ໂອ໋ຽສະມົວຖືກເຮົາ..."

ເຫັນໄກ່ນ້ອຽໂຕນຶ່ງກຳລັງດິ້ນຕາຽຢູ່ໃນມືເຈົ້າຂອງເຮືອນ,ຜູ່ເພີ່ນຈົກປືນມາຍິງ
ຫັ້ນກຳລັງຍັດປືນເຂົ້າຟັກແລ້ວຄືນໄປນັ່ງກັບໝູ່ເພີ່ນ໓-໔-ຄົນພ້ອມທັງເວົ້າວ່າ:
-"ເຮີ່ໆໆໆ..ເອົາມາຄ໋ົວໄວໆ..ອ໊າຍໜອ໋ງກ໋ຳລັງຫີ່ວເຂົ໊າຫຼ່າຽ..ເຮີ່ໆໆໆໆ"

ຫລັງຈາກທານພວກຜີຕາຍອຶດນັ້ນແລ້ວໆເຈົ້າຂອງເຮືອນ(ເຂີຽໄທໃຕ້)ຈັ່ງມາເລົ່າ
ສູ່ພວກເຮົາຟັງວ່ານ້ອງຊາຍຕົນຖືກຈັບໄປຂັງໂດຽບໍ່ມີໂທດກ່າວຫາໄດ້ຫຼາຍເດືອນ
ຕົນເລີຽກາຍເປັນຕົວປະກັນຕໍ່ລອງຄວາມປອດພັຍຂອງນ້ອງຊາຍມາຈົນປານນີ້ເອງ.

ນີ້ແຫລະ...ຄືນະໂຍບາຍ:"ຍາດດດດໄດ້ຍາດເອົາາາາາາ"....


TseemYeej.


ອີ່ລຸງທອງວັນ wrote:

ອີ່ລຸງທອງວັນ

unread,
Aug 7, 2005, 11:45:33 PM8/7/05
to
ນິຍາຍປຣະກອບນີ້ຄັກຫລາຍ..
ເສັຽແຕ່ເປັນຕາຢ້ານ...
ອຸ້ຍ..ຂົນຄີງລຸກ...

ຄອບໃຈອີ່ລຸງຫລາຍໆທີ່ເລົ່າຊູ່ຟັງ...

ກາສາລາວ

unread,
Aug 7, 2005, 11:47:47 PM8/7/05
to
"ຍາດໄດ້ຍາດເອົາ"ນີ້ຄ້າຍໆກັນກັບ"ສາວໄດ້ສາວເອົາ"...ນໍ.
ທຸກໆນະໂຍບາຍໃໝ່ໆນີ້ແມ່ນອອກມາຈາກທິດສະດີນໍ້າເຕົ້າເປົ່າ...ແມ່ນບໍ???

tseemyeejຂຽນເວົ້າສຽດສີລາວແດງວ່າ:


ອີ່ລຸງທອງວັນເອີຽ..,

ນີ້ແຫລະ...ຄືນະໂຍບາຍ:"ຍາດດດດໄດ້ຍາດເອົາາາາາາ"....

ກາສາລາວ

unread,
Aug 8, 2005, 12:06:39 AM8/8/05
to
ຂ່າວນີ້ເປັນຕາໜ້າຄິດແລະກໍເຮັດໃຫ້ລາວນອກທັງຫລາຍທີ່ໄດ້ອ່ານແລ້ວ
ຮູ້ສຶກມີຄວາມເປັນຮ່ວງເປັນໃຍນໍາສະຕາກັມຂອງເມືອງລາວເຮົາ.ຄັນຖ້າ
ຫາກວ່າມີແຕ່ພຽງນັກຮຽນເຈັດພັນຄົນເທົ່ານັ້ນທີ່ສາມາດເຂົ້າຮຽນຕໍ່ມະຫາວິ
ທະຍາລັຍໄດ້ກໍ່ໝາຍຄວາມວ່າສາມສິບສີ່ພັນຄົນຕ້ອງພາກັນເຕະຝຸ່ນ.ຂ້ອຍກ່າ
ຢາກຖາມວ່າມັນມີຮອດຝຸ່ນໃຫ້ເຂົາເຕະຢູ່ບໍລ໋າ???????????????????

ຄັນມັນເປັນຈັ່ງຊີ້ແລ້ວຂ້ອຍຊິກັບເມືອເມືອງລາວຢ່າງຮີບດ່ວນເພື່ອຈະໄດ້ເປີດ
ບໍຣິສັດເຮັດຝຸ່ນ...ອອກມາໃຫ້ຄົນວ່າງງານ...ເຕະ.

ທ່ານໝໍສຸກ,
ເຈົ້າໄປໃສ???ເຈົ້າເມືອເປິດບໍຣິສັດເຮັດຝຸ່ນນໍາຂ້ອຍ.

tsee...@wapda.com

unread,
Aug 8, 2005, 12:44:24 AM8/8/05
to
ກາສາລາວ,


ຮ່ວຽ!..ເຈົ້າຫາວ່າຂ້ອຽເວົ້າສຽດສີຊັ້ນບໍ?ຕໍ່ຟືນຕໍ່ໄຟກ່າຍັງໄດ້ນາໂວ໊ຽ.
ຂ້ອຽສນັບສນູນບັນດາຄູອາຈານທີ່ເກັບຄ່ານ້ຳໃຈຢ່າງ໑໐໐%ເລີຽລ໋ະ.
ຈັ່ງໃດໆ..ມັນກ່າຮົ່ວມາແຕ່ແປແລ້ວ,ເກັບດ້າມເຫຼັກດ້າມໝ້ອຽພໍໄດ້
ລ້ຽງປາກລ້ຽງທ້ອງກ່າຊີບໍ່ພໍສະເທືອນຍ້ອນຕິ້ບໍຮື້?

ອີກຢ່າງຖ້າມີຄູກໍ່ຕ້ອງມີຄາຍມັນຈັ່ງເໝາະກັນຕວ໋າ....ເຮ໋..ໆ..ໆ


TseemYeej.

ກາສາລາວ

unread,
Aug 8, 2005, 1:06:55 AM8/8/05
to
ນັ້ນລະຕີ...ຂ້ອຍອີດູຕົນເດັກນ້ອຍຈົນລືມຮອດວ່າຄູອາຈານກ່າບໍ່ແມ່ນພະດິນຈີ່ຊີເມັນ
ໄດນໍ!!!ມີປາກມີທອ້ງຄືກັນເດີ.ເອົາກິນໄປເລີຍ...ອາດຍາຄໍາໄຕແຫ່ງກິນຫລາຍ
ກ່ວາໝົດທຸກຄົນ.


tseemyeejບໍ່ໄດັເວົ້າສຽດສີໃສ່ລາວແດງແຕ່ຕັ້ງຢາກເວົ້າໃຫ້ເຂົາໄດ້ອ່ານນໍາອີຫລີ:

tsee...@wapda.com

unread,
Aug 8, 2005, 2:35:59 AM8/8/05
to
ກາສາລາວເຮີຽ...,

ເຈົ້າຊີໄປທຸລະລ່ຳໄລເດັກນ້ອຽຮ່ານີ້ເຮັດຫຍັງ?ຂນາດພວກໄປຮຽນຕ່າງປະເທດມາຍັງ
ເຕະຝຸ່ນເສີຽ,ຖ້າບໍ່ມີເຊັ່ນມີສາຽແລ້ວບໍ່ຕ້ອງຝັນຫວານດອກເດີອາດຍາກາສາລາວເຮີຽ...

ຜູ່ແດກລະແດກພໍຮາກຜູ່ຢາກລະຢາກພໍຕາຽ....ເຢັນສະບາຍ...ເຢັນສະບາຍ...ຊາວນາ!!!


TseemYeej.

dougismooth

unread,
Aug 8, 2005, 4:43:47 AM8/8/05
to
All,

By bother kicking dirt in Laos. I rather kick some hard-headed that
can't create schools and jobs for the people.
Kicking dirt is unavoidable anyway. Walk down any street
in VT and return to your hotel 20 min. later? it is time to polish your
shoes again.

My cousin graduated with architect diploma, just like Noiy's brother;
has no job, so his parents decided to ask him to design a building so
he can have something in his own portfolio.

Guess what happen? of course Dougi Smooth gotta help out with materials
cost to finish that bldg. This is not a winning or nagging, just about
a common Laonai lifestyle.

D Smooth
tsee...@wapda.com のメッセージ:

Joe Fukawe

unread,
Aug 8, 2005, 5:11:22 AM8/8/05
to
Now a day it's more like kicking mud around, with the road construction
couple with the rains, nothing but a big mud bowl....

Yeah, it's all the government's fault that people do not have job.
Dougi was right, a common laonai lifestyle; The LPDR government ways
of governinng is - waiting for hands-out from outsiders...sad indeed.

Joe

You can have a PHD, but without a job, you're nothing more than a
starving person....

tsee...@wapda.com

unread,
Aug 8, 2005, 1:24:03 PM8/8/05
to
I knew a high official(director) came from Laos just to pick
tomatoes in the farm, hoping to make a few bucks. After a
month, I asked him about life in the US; he replied this:
-"Well, when we are in the sleeping country, we gotta adapt
ourselve to that environment, but once in a restless country
like this it is hard to get used to the 24/7 environment."


TseemYeej.

dougismooth

unread,
Aug 8, 2005, 7:22:04 PM8/8/05
to
So he was up all night?55555555555555555555555

DS

tsee...@wapda.com

unread,
Aug 8, 2005, 7:45:52 PM8/8/05
to
dougi,

Imagine, taking home $10K. Why not?

TY.

ກາສາລາວ

unread,
Aug 9, 2005, 12:02:08 AM8/9/05
to
ເອົາລະນໍ...ໃຜມີໜ້າທີ່ເຕະຝຸ່ນກ່າເຕະຝຸ່ນຕໍ່ໄປ.
ໃຜມີໜ້າທີ່ກິນກໍ່ກິນຕໍ່ໄປ.
ຂອ້ຍກາຊິເວົ້າຄືລຸງສຸວັນນະພູມາເດີ:
"ຜູ່ຕາຍໃຫ້ຕາຍໄປ...ຜູ່ຍັງເຫີ້ຮ່າກີນ"

tsee...@wapda.com

unread,
Aug 9, 2005, 1:35:14 AM8/9/05
to
ກາສາລາວ,

ແຕ່ຄ່າລາວໄດ້ເອກຣາຊຈາກຝຮັ່ງມາ,ອັນທີ່ຮັຖບານລາວ
ທຸກຊຸດ,ທຸກສມັຍແລະທຸກຝ່າຽເຮັດໄດ້ດີທີ່ສຸດກໍຄື:
"ຂຽນຄຳຮ້ອງໄປຂໍມະຫາອຳນາດຊ່ວຽຄ້ຳປະກັນເງີນກີບລາວ"
ຍ້ອນໃບຄຳຮ້ອງໃບດຽວນີ້ໆແຫລະ,ອັນເປັນຕົ້ນເຫດໃຫ້ໄທເຮົາ
ຂ້າຟັນລັນແທງກັນມາຊົ່ວເຊັ່ນຄົນ.ມັນບໍ່ແມ່ນການປະຕິວັດດອກ.
ຖ້າແມ່ນການປະຕິວັດອີ່ຫລີຫັ້ນ,ເຂົາຈະປ່ຽນຊື່ເງີນກີບເປັນເງີນປົດ
ປ່ອຽແລະທຳນອງເພັງຊາດເປັນທຳນອງອື່ນໄປແລ້ວຫລະ.ທີ່ເຂົາບໍ່
ສາມາດປ່ຽນໄດ້ກໍເພາະສັນຍາລັກເຫຼົ່ານີ້ຖືກຣະບຸໄວ້ໃນກົດບັດສະຫະ
ປະຊາຊາດແລ້ວນັ້ນເອງ.

ຍຸກທີ່ຝ່າຍຂວາແລະຝ່າຽກາງກຳໃບຄຳຮ້ອງນີ້ກ່າຍັງອ່າວໄຄແນ່.
ເຖີງເງີນດັບເງີນເດືອນຈະໜ້ອຽກ່າຍັງພໍໄດ້ຮັບປົກຕິບໍ່ຂາດເດືອນ.
ແຕ່ບາດເພີ່ນຝ່າຽຊ້າຽຍາດໄດ້ໄປແລ້ວຖືວ່າໄຊຊະນະສົມບູນນນ...ຊົມເຊີຍໆໆໆ.

Life is so short, my wife is so beautiful, I no
longer fight for any side despite my patriotism.


TseemYeej.

dougismooth

unread,
Aug 9, 2005, 2:30:32 AM8/9/05
to
Xayxana Somebun period is over. Now it is time to "MAKE UP, BUILD UP
and LIVE UP!" Cool?

Dougi

0 new messages