Google Groups no longer supports new Usenet posts or subscriptions. Historical content remains viewable.
Dismiss

ປ່ຽນຄນະຣັຖຸມົນຕຣີ ເຈົ້າແຂວງແລະແຕ່ງຕັ້ງນາຍທະຫານ

15 views
Skip to first unread message

ລາວຄຳຫອມ

unread,
May 29, 2005, 1:31:25 PM5/29/05
to
ອີງຕາມຂ່າວຈາກສື່ຂອງສຍາມວ່າມີການສັບປ່ຽນແຕ່ງຕັ້ງຄນະຣັງມົນຕຣີບາງກະຊວງແລະມີການຂຶ້ນຊັ້ນ
ນາຍທະຫານຈຳນວນນຶ່ງ ຕຳແໜ່ງຣັຖມົນຕຣີກະຊວງສຶກສາຜູ້ໃໝ່ໄດ້ແກ່ ດຣ ບໍແສງຄຳ ວົງດາຣາ ປະທານ
ສຫະພັນກັມບານລາວ ອະດີດຣັຖມົນຕຣີ ພິມສອນ ເລືອງຄຳມາ ຍ້າຍໄປເປັນເຈົ້າແຂວງແລະເລຂາທິການ
ແຂວງຫຼວງນຳ້ທາ ແຕ່ງຕັ້ງ ດຣ ສົມໂກດ ວັງນໍຣະເມກ ຂຶ້ນເປັນຣັຖມົນຕຣີຊ່ວຍວ່າການ ຍ້າຍອະດີດ ຣມຊ
ນາງ ບຸນເພັງ ມຸນໂພໄຊ ໄປເປັນຣັຖມົນຕຣີປະຈຳສຳນັກນາຍົກຣັຖມົນຕຣີ ແຕ່ງຕັ້ງ ທ ສຸກັນ ມະຫາຣາຊ
ດຳຣົງຕຳແໜ່ງເຈົ້າແຂວງຈຳປາສັກແທນ ທ ທອງຫວັງ ສີຫະຈັກ ຊຶ່ງອະດີດເຄີຍເປັນເຈົ້າແຂວງສາຣະວັນ
ແລະເປັນເລຂາທິການພັກ ປັຈຈຸບັນເອົາກະສຽນແລ້ວ ສຸກັນ ມະຫາຣາຊ ຄົນທີ໓໑ໃນບັນດາຄນະກັມການ
ສູນກາງພັກ ອະດີດເຄີຍເປັນ ຣມວ ກະຊວງການເງິນ ກ່ອນນັ້ນເປັນເຈົ້າແຂວງຊຽງຂວາງ ແລະເປັນເລຂາ
ທິການພັກເຂດຊຽງຮອນ ຫົງສາ
ສຳລັບບໍແສງຄຳ ວົງດາຣາ ນີ້ບໍ່ໄດ້ເປັນສມາຊິກຄນະກັມການສູນກາງພັກເພາະສນັ້ນຕຳແໜ່ງໃນພັກຈຶ່ງເປັນ
ພຽງຜູ້ຮັກສາການ ເວົ້າກັນວ່າເປັນນັກຮຽນໂຊຫວຽດແລະຝຣັ່ງເສດ ສ່ວນ ສົມໂກດນີ້ບໍ່ຮູ້ ຮູ້ແຕ່ວ່າເປັນດ໊ອກເຕີ
ກໍພໍແລ້ວ
ນອກນີ້ກໍມີການແຕ່ງຕັ້ງໃຫ້ ທ ທອງບັນ ແສງອາພອນ ເລຂາພັກແລະເຈົ້າແຂວງບໍຣິຄຳໄຊ ຂຶ້ນເປັນຜູ້ວ່າການ
ກະຊວງປ້ອງກັນຄວາມສງົບພາຍໃນ ທອງບັນບໍ່ມີພື້ນຖານດ້ານການທະຫານເປັນເຈົ້າໜ້າທີ່ພົລເຮືອນ
ຕຳແໜ່ງເກົ່ານັ້ນແມ່ນແຕ່ງຕັ້ງໃຫ້ ທ ຄຳປານ ພິລາວົງ ໄປເປັນເຈົ້າແຂວງແທນ
ພັກໄດ້ແຕ່ງຕັ້ງຕຳແໜ່ງຂຶ້ນອີກ ໔ ນາຍພົນຈັຕວາ ຂຶ້ນຊັ້ນພັນເອກອີກ ໑໑ ຄົນ ໃນບັນດານາຍພົນໃໝ່ນີ້
ເຊື່ອວ່າມີນາຍພົນຈັຕວາ ບົວລ້ຽງ ຈຳປາພັນ ຮອງຫົວໜ້າເສນາທິການໃຫຽ່ກອງທັບຮວມຢູ່ນຳ ເຊື່ອວ່າ ພົນຕຣີ
ດວງໃຈ ພິຈິດ ຈະໄດ້ຮັບຂຶ້ນຊັ້ນໃນບໍ່ຊ້ານີ້ເພື່ອໃຫ້ສອດຄ່ອງກັບຕຳແໜ່ງທຽບເທົ່າກັບ ຣມວ
ກະຊວງປ້ອງກັນຊາດຂອງຫວຽດນາມ ເປັນພົນໂທ ກອງທັບລາວຍັງມີພົນໂທຢູ່ພຽງຜູ້ດຽວທີ່ຍັງປະຕິບັດໜ້າທີ່
ໃນກອງທັບຢູ່ຄື ພົນໂທ ໄອ່ ສຸຣິຍະແສງ ສ່ວນພົນໂທ ຈູມມະລີ ນັ້ນອອກກະສຽນແລ້ວ ແຕ່ນາຍພົນໄອ່
ກໍໃກ້ກະສຽນເຕັມທີແລ້ວ ໔ນາຍພົນໃໝ່ນີ້ບໍ່ປະກົດຊື່ຈະແຈ້ງຮູ້ແຕ່ວ່າເປັນຄົນພາກເໜືອທັງຫມົດ

ຊາຍງາມ ຜູ່ບ່າວລາວ

unread,
May 29, 2005, 1:51:20 PM5/29/05
to
ລາວຄຳຫອມ
ຂໍຂອບໃຈທີ່ update
ຮັກແພງ
ຜູ່ບ່າວລາວ

Fisherman

unread,
May 29, 2005, 7:20:44 PM5/29/05
to
ຂໍຂອບທ່ານລາວຄຳຫອມ ທີ່ໃຫ້ລາຍລະອຽດຈົນບໍ່ມີບ່ອນຕິເລີຍ, ຄັກກ່ອນ
ຂ່າວສານປະເທດລາວໄປອີກ (ຖ້າບໍ່ແມ່ນເອົາມາຈາກເຂົາ). ຂ້ອຍຮູ້ສຶກ
impressed ຫລາຍ, ຄິດວ່າ ອີ່ລຸງທອງວັນ ເຂີຍວັງວຽງຂວານຫັກ ກໍຄົງ
ຈະ impressed ບໍ່ຫລາຍກໍໜ້ອຍ.

ລົງນາມ

ຈອມພົນ McFishy
(ສະຖາປະນາຂຶ້ນດ້ວຍຕົນເອງ)

ຊາຍງາມ ຜູ່ບ່າວລາວ

unread,
May 29, 2005, 7:40:32 PM5/29/05
to
ຈອມພົນ McFishy
ຄັກເນາະຍາອ້າຍຂ່າວນີ້ ເອ໊! ສົງສັຍແມ່ນ ພອ ບົວຊຽງ ເຮືອນຢູ່ທາງເສັ້ນຕັດໃຫມ່ ທາງທາດຫລວງ ໄປ
ທາງຫລັກ ໙ ຫລື ໑໐ ທ່າເດື່ອນັ້ນນາ ຂ້ອຍສົງໄສແມ່ນ ພອ ບົວຊຽງ ຫລາຍກ່ວາທີ່ເປັນ (ຫົວຫນ້າ
ຝ່າຍທະຫານຄວບຄຸມ ຊາຍແດນລາວ ໄທຍ໌) ພອ ບົວລ້ຽງ ແມ່ນໃຜນໍ ເອົາ! ທ່ານຍາອ້າຍ ຈອມພົນ McFishy
ເປີດ ບັນຊີ ຍົມພິບານໄດ້ເລີຍ ແມ່ນໃຜແທ້? ພອ ບົວລ້ຽງ? ດີໆ ນ້ອງຂໍເອີ້ນ ຈອມພົນ McFishy ເດີ
ເພາະບາງຄົນ ຍັງເອີ້ນຕົວເອງ ເຈົ້ານັ້ນ ເຈົ້ານີ້, ຕົວຢ່າງ ເຈົ້າ ອານຸວົງເອີຍ! ເຈົ້າ ຫົວລ້ານ "ຄ"
ທອງແດງເອີຽ ຍາອ້າຍເປັນຈອມພົນບໍ່ໄດ້ບໍ? ຮ່າໆໆໆໆ ເປັນໄດ້ຄືກັນເນາະຍາອ້າຍ. ເອົາໂລດ
ນ້ອງສນັບສນູນ . ນ້ອງ vote ໃຫ້.
ຈັ່ງວ່າເດີ ອີລຸງທອງວັນ (ຂວານບິ່ນ) ເຫັນມາໜ້ອຍດຽວ ໄອ ອະຮື ອະຮາ ໄປຈ້ອຍ ເອ! ສົງໄສ
ໄປຝົນຂວານເພີ່ນເນາະ! ຮິໆໆໆໆໆໆໆໆໆ
ຜູ່ບ່າວລາວ

Fisherman

unread,
May 29, 2005, 7:57:42 PM5/29/05
to
ເບັຍບໍ່ທັນໝົດ, ຖ້າໝົດຍັງຈະມີຫລາຍຕຳແໜ່ງ available ດ້ວຍກັນ.

(ຍັງເປັນ) ຈອມພົນ McFishy (ຄືເກົ່າ)

Fisherman

unread,
May 29, 2005, 8:04:21 PM5/29/05
to
Fisherman wrote:

ຂໍໂທດ, ຕັ້ງໃຈຈະເວົ້າວ່າ ຂອບໃຈ ແຕ່ສະແປວຜິດໄປ ເລີຍກາຍເປັນ (ໃສ່)ຂອບ
(frame) ອີ່ລຸງທ່ານລາວຄຳຫອມ (ໄປເຂົ້າ guillotine?) ຊຳ້.

ຈອມພົນ McFishy
(ຂຶ້ນຊັ້ນຫລັງຈາກເບັຍສອງແກ້ວ)

ຊາຍງາມ ຜູ່ບ່າວລາວ

unread,
May 29, 2005, 8:04:29 PM5/29/05
to
Fisherman wrote:

> ເບັຍບໍ່ທັນໝົດ, ຖ້າໝົດຍັງຈະມີຫລາຍຕຳແໜ່ງ available ດ້ວຍກັນ.
>
> (ຍັງເປັນ) ຈອມພົນ McFishy (ຄືເກົ່າ)

ທ່ານ ຈອມພົນ McFishy
ຢ່າໄປກິນເຫມິດເດີ ຈົ່ງໄວ້ໃຫ້ນ້ອງນຸ່ງກິນນຳແດ່ ຈັກແກ້ວສອງແກ້ວ ພໍບໍ່ມີຫຍັງຄ້າງຄໍ ເພື່ອຊິໄດ້
ໄອມັນດັງໆນັ້ນນາ.....
ຜູ່ບ່າວລາວ

ອີ່ລຸງທອງວັນ

unread,
May 30, 2005, 12:23:28 AM5/30/05
to

........
ສຳບາຍດີ ຈອມພົນ McFishy
໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕໕

ອີ່ລຸງທອງວັນ

unread,
May 30, 2005, 12:28:33 AM5/30/05
to

ຊາຍງາມ ຜູ່ບ່າວລາວ wrote:
> ຈັ່ງວ່າເດີ ອີລຸງທອງວັນ (ຂວານບິ່ນ) ເຫັນມາໜ້ອຍດຽວ ໄອ ອະຮື ອະຮາ ໄປຈ້ອຍ ເອ! ສົງໄສ
> ໄປຝົນຂວານເພີ່ນເນາະ! ຮິໆໆໆໆໆໆໆໆໆ
> ຜູ່ບ່າວລາວ

.............
ເຂົ້າມາໃຫມ່ແລ້ວເດີ..
ບໍ່ໄດ້ໄປທາງໃດດອກ...
ຫີວນ້ຳອັນແຊບໆຫັ້ນ..
ເລີຍໄປກອ໊ກ ໓-໔ ກອ໊ກ
ທໍ່ນັ້ນດອກ

thanouxay

unread,
May 30, 2005, 5:40:39 AM5/30/05
to
ທ່ານ ຊາວປະມົງ ແລະ
ທ່ານທີ່ມີກຽດ ທຸກໆທ່ານ,

ຂໍ້ມູນ ຂອງ ທ່ານ ລາວຄຳຫອມ
ຄ້ອນຂ້າງຊັດເຈນ
ແຕ່ພິດພາດບາງສ່ວນຄື:
໑. ທ່ານ ບໍ່ແສງຄຳ ວົງດາລາ
ປະຈຸບັນຮັບຕຳແຫນ່ງເປັນ
ລມຕ ຊ່ວຍວ່າການ ກ/ຊ
ສຶກສາທິການ ເປັນນ້ອງຊາຍ
ຂອງ ທ່ານ ບໍ່ສາຍຄຳ ວົງດາລາ
ທີ່ພວມດຳລົງຕຳແຫນ່ງ
ເປັນປະທານ
ສະຫະພັນກຳມະບານຢູ່.
໒. ປະເທດລາວ ບໍ່ມີນາຍພົນ
ບົວລ້ຽງ ແຕ່ຢ່າງໄດ
ແຕ່ມີພຽງແຕ່ ທ່ານ ບົວສ້ຽງ
ທີ່ຫາກໍ່ຂື້ນເປັນນາຍພົນ
ຈັດຕະວາ ສົດໆຮ້ອນໆ ຫວ່າງ
ອາທິດກ່ອນໆນີ້.

ໂຊກດີ

Fisherman

unread,
May 30, 2005, 8:53:46 AM5/30/05
to
ສະບາຍດີ ທະນູໄຊຢູ່ປະເທດລາວ ແລະ ທະນູສີນຂີ້ເຫລົ້າຕ່າງແດນ,
ແມ່ນແລ້ວ there is NO ນາຍພົນບົວລ້ຽງ ແຕ່ເປັນນາຍພົນ ບົວສ້ຽງອີກຕ່າງຫາກ. ສົງໄສ
ອີ່ລຸງທ່ານລາວຄຳຫອມ ລືມໃສ່ແວ່ນຕາ ອ່ານຕົວ ສ ໄທຍ ເປັນຕົວ ລ ລາວໄປ. ຂອງຈັ່ງ
ຊີ້ເປັນເຣື່ອງທຳມຳດາ ຢູ່ພັດທະຍາ ກະເທີຍໄທຍກາຍເປັນສາວງາມສຳຫລັບຄົນລາວ
ເລື້ອຍໆ... ໂຮໂຮໂຮ!

ທ່ານ ດຣ. ບໍ່ແສງຄຳ ວົງດາຣາ ເປັນໄທບ້ານຊຽງຂວາງເຮົາເອງເດີ, ເປັນລູກຜູ້ທີ່ສີ່
ຫລືລູກຊາຍຜູ້ທີ່ສາມ ຂອງທ່ານຄູຄຳບໍ່ ເມືອງຄູນບ້ານເຮົາ, ແລະກໍເປັນຫລານຊາຍ
ຂອງລຸງ (ບໍ່ແມ່ນອີ່ລຸງ) ພູມີ ວົງວິຈິດ (ແມ່ເພິ່ນເປັນນ້ອງສາວລຸງພູມີ).

ບໍ່ສາຍຄຳ ກໍມີໜ້າທີ່ດີ, ຍັງອ້າຍ ບໍຣິວົງ ວົງດາຣາ Kỹ Sư Cơ Khí Hà Nội ເຮົາເດ່
ປັດຈຸບັນເພິ່ນເຮັດຫຍັງ?

ໂຊກດີ... ຍັງເຫລືອສາມແກ້ວ ຂໍລາໄປປັ້ນເຂົ້າເຊົ້າເສັຍກ່ອນ.

ຈອມພົນ McFishy

ລາວຄຳຫອມ

unread,
May 30, 2005, 3:08:41 PM5/30/05
to
ອັນນີ້ຕ້ອງຂໍໂທດນຳທຸກໆທ່ານທີ່ໄດ້ຂຽນຊື່ຂອງຜູ້ກ່ຽວຂ້ອງຜິດໄປດັ່ງທີ່ບາງທ່ານໄດ້ແກ້ໄຂໃຫ້ແລ້ວນັ້ນ
ອາດບາງທີຜູ້ຂ້າເຫັນບໍ່ຄັກ ຫຼືອາດບາງທີຫົວລ້ານລື່ນຄູ ແກ້ໄຂຊື່ໃໝ່ໃຫ້ຜູ້ອື່ນກໍເປັນໄດ້ ຢ່າງໃດກໍດີ
ຊື່ທີ່ມີຄຳວ່າ ສ້ຽງ ສ່ວນໃຫຽ່ຄົນລາວເຮົາຈະບໍ່ມີເພາະວ່າເຂົາຖືສາ ສ້ຽງ ຫຼືຫມົດສ້໊ຽງ ບໍ່ເປັນມົງຄຸນ
ເພາະສນັ້ນພໍ່ແມ່ຄູບາອາຈາານເພິ່ນບໍ່ໃຫ້ໃສ່ ຍົກຕົວຢ່າງຈະມີ ບົວລ້ຽງ ບົວສອນ ບົວຄຳ ບົວຫຼວງ
ບົວບານ ບົວສວັນ ຯ ຈະບໍ່ມີ ບົວຂີ້ແບ້ ບົວຕູມ ເພາະຖືວ່າບໍ່ເປັນມົງຄຸນ ຈະມີຂໍ້ຍົກເວັ້ນທີ່ຫາຍາກ
ທີ່ສຸດກໍແມ່ນໃນກໍຣະນີທີ່ຄູບາອາຈານເພິ່ນວ່າລູກທີ່ເກີດມາດວງມັນແຂງ ຊິກິນພໍ່ກິນແມ່ຈຶ່ງຕັ້ງຊື່ຂົ່ມ
ດວງໃຫ້ມັນອ່ອນລົງ ອັນນີ້ແມ່ນຄວາມເຊື່ອຖືມາແຕ່ບູຮານການ ເອົາແລະນໍຜິດພາດໄປກໍຂໍອະໄພ

ອີ່ລຸງທອງວັນ

unread,
May 30, 2005, 3:17:20 PM5/30/05
to

thanouxay wrote:
> ທ່ານ ຊາວປະມົງ ແລະ
> ທ່ານທີ່ມີກຽດ ທຸກໆທ່ານ,
>

........
ຣາຍເຊັນນີ້ຢ້ານບໍ່ແມ່ນທນູຊັຍຄອມມູຍນິສດອກ...
ເພິ່ນຜູ້ນັ້ນຂຽນພາສາລາວບໍ່ເປັນ....

ທນູຊັຍທີ່ຂຽນລາວເກັ່ງໆນີ້ຢ້ານແມ່ນຫມູ່ປຣະຕິການ
ນຳຊຸມເຮົານີ້ແລ້ວ

ສາວໂຫມະນົມໂຕ້ນ-ລົງໂພນຢ່າຊຸແລ່ນ
ບາດເຈົ້າພລາດລົ້ມ-ນົມຊິໂຕ້ນກ່ວາຫລັງ
ແມ່ນບໍ່ອີ່ລຸງກາສາລາວ?

Fisherman

unread,
May 30, 2005, 7:33:14 PM5/30/05
to
ລາວຄຳຫອມ wrote:

ອີ່ລຸງທ່ານລາວຄຳຫອມ ເວົ້າກະຖືກຢູ່ ຕາມຄວາມເຊື່ອຖືດັ້ງເດີມເນາະ, ແຕ່ວ່າ... ເພິ່ນບົວສ້ຽງ
ເປັນນາຍພົນ ບາດພວກເຮົາ ບົວບໍ່ສ້ຽງ ຊຳ້ພັດພາກັນເຕະຝຸ່ນຢູ່ຕ່າງແດນ! ຄົງຈະເປັນເພາະ ສ້ຽງ
ຂອງເພິ່ນໝາຍເຖິງ ສ້ຽງສຸດຄວາມຊວຍ ຄວາມທຸກຄວາມຍາກ ສ້ຽງສຸດຊັ້ນຕຳແໜ່ງທີ່ຕຳ່ຕ້ອຍ
ນ້ອຍໜ້າ... ອາທິບາຍຈັ່ງໃດກໍ OK ຢູ່ດອກ ຂໍແຕ່ວ່າ ບາດເພິ່ນຢາກໄດ້ເມັຍນ້ອຍມາ ຢ່າສ້ຽງ
ເມັຍໃຫຍ່ກໍແລ້ວກັນ.

ຈອມພົນ McFishy

ອີ່ລຸງທອງວັນ

unread,
May 30, 2005, 10:45:46 PM5/30/05
to
ຈັ່ງແມ່ນເວົ້າຄັກນໍ
ຈອມພົນ McFishy
໕໕໕໕໕໕໕໕

thanouxay

unread,
May 31, 2005, 4:38:33 AM5/31/05
to
ອີ່ລຸງທອງວັນ,

ເຫນວ່າລະກະດາຍນໍ້ ຮຽນ Petit Lycee
ແຕ່ນ້ອຍຮອດໃຫຍ່
ຊີ່ທີ້ມໃສ່ກະຕ່າ
ພວກກືກຫນັງລາວ
ກໍ່ໂພດເກີນໄປ. ຜູ້ຂ້າ
ພໍອ່ານພໍຂຽນໄດ້ຢູ່
ຖ້າຈຳເປັນແທ້
ເທດກໍ່ພໍເປັນ
ພອນກໍ່ພໍໄດ້ຄາຍ ແລະ
ສູດໄຊຍັນໂຕກໍ່ພໍເອົາຕົວລອດ.


ໂຊກດີ

ອີ່ລຸງທອງວັນ

unread,
May 31, 2005, 4:33:07 PM5/31/05
to

................
ສຳບາຍດີອີ່ລຸງ,
ບໍ່ເຫັນອັນຍາຂຽນໂຕລາວຈັກເທື່ອຊັ້ນດອກ...
ອັນທີ່ແທ້ສວດມົນກະເປັນ...
ນະໂມຕັສະ ພາຄະວະໂຕ
ອາລະຫະໂຕ ສັມມາ ສັມພຸທັສະ...

ວັດ ແລະ ບ້ານ-
ປຣະສານສອດກົມກຽວ
ບ້ານໃຫ້ຫລຽວແລວັດ-ຕອບສນອງຄອງຄ້ຳ
ວັດໃຫ້ທັມມະຊ້ວານ-ຂັດເກົາກອງກິເຣດ
ວິເສສສອງສ່ວນສ້າງ-ຢ່າຮາມຮ້າງຫ່າງກັນ

ເຊັນຊື່ :
ອີ່ລຸງວັງວຽງຂວານບິ່ນ

ລາວນອກ

unread,
May 31, 2005, 7:42:29 PM5/31/05
to
ຈອມພົນ McFishy,

ເວົ້າອີກກະຖືກອີກ 55555

ສົມຊາຍ

thanouxay

unread,
Jun 1, 2005, 1:29:32 AM6/1/05
to
ຮຽນ ທ່ານ ລາວຄຳຫອມ,

ທີ່ທ່ານເວົ້າມາກໍ່ຖືກຕ້ອງ
ທຸກປະການ ແຕ່ຢ່າລືມວ່າ
ຊາດລາວປະກອບດ້ວຍ ໔໘
ຊົນເຜົ່າ ແລະ ທ່ານ ນາຍພົນ
ບົວສ້ຽງ ແມ່ນມາຈາກ
ຂົນເຜົ່າ ໄທດຳ ຂອງ ພວກເຮົາ
ດັ່ງນັ້ນ ຕຳນານໄສ່ຊື່ລູກ
ທີ່ທ່ານ ກ່າວມານັ້ນ
ອາດຈະບໍ່ມີຜົນບັງຂັບໄຊ້
ສຳລັບ ເຜົ່າໄທດຳເຮົາ
ແມ່ນບໍ່?

ໂຊກດີ

thanouxay

unread,
Jun 1, 2005, 11:52:26 PM6/1/05
to
ທ່ານ ຈອມພົນ ທີ່ ຮັກແພງ,

ຄືປາກົດວ່າ ອ້າຍບໍລິວົງ
ອອກການ ແລະ
ກີນເບັ້ຽບຳນານມາໄດ້ ໒ ຫາ ໓
ປີແລ້ວ. ແຕ່ ຍັງມີ
ນ້ອງຊາຍອີກຜູ້ຫນື່ງ ຄື
ບໍ່ວຽງຄຳ ວົງດາລາ ຕອນນີ້
ຮັບຕຳແຫນ່ງ ຮອງຫົວຫນ້າ
ຫ້ອງວ່າການ ສຳນັກງານ
ນາຍົກລັດຖະມົນຕີ ແລະ
ໂຄສົກລັດຖະບານ ອີກ.

ໂຊກດີ

Fisherman

unread,
Jun 2, 2005, 9:06:30 PM6/2/05
to
ຂອບໃຈອີ່ລຸງທ່ານທະນູໄຊ,

ອ້າຍບໍຣິວົງອອກບຳນານກໍສົມຄວນແລ້ວ ເພາະເພິ່ນເປັນລຸ່ນອ້າຍ. ວັນເວລາລ່ວງເລີຍ
ໄປໄວເຫລືອເກີນ ປີນີ້ຂ້ອຍເອງກໍອາຍຸຊາວປາຍເກືອບເຂົ້າສາມສິບແລ້ວ.

ຂ້ອຍບໍ່ຮູ້ແລະກໍ່ບໍ່ເຄີຍເຫັນຜູ້ຊື່ ບໍ່ວຽງຄຳ, ສົງໄສເພິ່ນເກີດຫລັງຈາກສົງຄາມກອງແລ
ຫລືວ່າສມັຍນັ້ນເພິ່ນຍັງເປັນ baby ຢູ່.

ຝາກຄວາມຖາມຂ່າວຫາ ອີ່ລຸງວັນທອງ ແດ່ (ບໍ່ແມ່ນອີ່ລຸງທອງວັນ SCL ນີ້ເດີ).

ໂຊກດີ.

0 new messages