ຕອນທີ ໓໑: ເຈົ້າວັງໜ້າວຽງຈັນ ຖອຍທັບຈາກເມືອງສຸວັນພູມ
ແຕ່ນັ້ນ ວັງໜ້າເຈົ້າ ຢັ້ງຂມ່ອມວຽງຈັນ
ພະກໍ ຖືພົນແພນ ຢູ່ຍັງພາຍພຸ້ນ
ເມືອງສຸວັນພູມພ້ອມ ວຽງແຂງຂນັນຢູ່
ກໍບໍ່ ຮູ້ຂ່າວຢັ້ງຂມ່ອມເຈົ້າ ໜີແລ້ວຈາກເມືອງ
ເຈົ້າກໍ ໄປເລວຊຳ້ ຄົວໄທຂອງເກົ່າ
ເຂົາກໍ ຕາຍມາກລົ້ນ ເຫຼືອດ້າມກວ່າຫຼັງ ແທ້ແລ້ວ
ກຳ້ຝ່າຍໃຕ້ ຢັ້ງຂມ່ອມຈຳປາ
ເຈົ້າກໍ ໄປເລວຄົວ ໝູ່ດຽວກັນນັ້ນ
ບໍ່ອາດ ທົນທານໄດ້ ເລວຄົວຫມົດຂອບ ເມືອງນັ້ນ
ເຂົາກໍ ເລີຍລຸກຂຶ້ນ ເຖິງເທົ້າຊູ່ພາຍ ຫັ້ນແລ້ວ
ແຕ່ນັ້ນ ວັງໜ້າເຈົ້າ ຢັ້ງຂມ່ອມອົງກະສັດ
ພະກໍ ພາພົນກັບ ຕ່າວຄືນບໍ່ມີຊ້າ
ເລີຍເລົ່າ ມາເຖິງເທົ້າ ເມືອງລະຄອນເຊົາຈອດ
ເຫັນແຕ່ ເມືອງເປົ່າຮ້າງ ສູນເສົ້າຊູ່ພາຍ ຫັ້ນແລ້ວ
ພະກໍ ຢຸດພົນຢັ້ງ ຟັງການຢັ້ງຂມ່ອມ
ຄັນວ່າ ແຈ້ງອາດຂໍ້ ພະອົງແລ້ວກໍຈຶ່ງຕາມ ແທ້ແລ້ວ
ຕອນທີ ໓໒: ທັບພຍາບັພພາວະດີເຂົ້າຍຶດເມືອງປາສັກແລະຈັບເຈົ້າເມືອງໄດ້
ແຕ່ນັ້ນ ບັພພາວະດີເຈົ້າ ພຍາໄທແມ່ທັບໃຫຽ່
ມັນກໍ ຈັດກວາດໄດ້ ຄົວແທ້ຊູ່ພາຍ
ແລ້ວເລົ່າ ກາຍລົງກຳ້ ຈຳປາຂົງເຂດ
ເພື່ອຈັກ ຊຳຣະໃຫ້ ມັນກ້ຽງຊູ່ພາຍ ແທ້ແລ້ວ
ແຕ່ນັ້ນ ອົງອາດເຈົ້າ ຕົນຝ່າຍຈຳປາ
ເຈົ້າກໍ ພາພົນໜີ ຊ່ອນຕົວໄພກວ້າງ
ບັພພາວະດີເຈົ້າ ຢາຍພົນຣະວັງແວດ
ຕິດໄຕ່ອ້ອມ ຕາມສົ້ນບໍ່ເຊົາ
ຫຼາຍວັນແທ້ ຫຼາຍເດືອນອິດອ່ອນ
ກັບທັງ ອຶດຢາກເຂົ້າ ທັງນຳ້ຫອດແຮງ
ກໍຈຶ່ງໄດ້ ພະອົງເຈົ້າ ອົງເອກພົງກະສັດ
ເຂົາຈຶ່ງ ຫາມພະອົງ ເມືອຮອດເມືອງກຸງພຸ້ນ
ແຕ່ນັ້ນ ພຍາບັພພາວະດີເຈົ້າ ແປງຕາໄປເລັ່ງ
ໃຫ້ສູ ຮີບພຳ່ພ້ອມ ກັນແທ້ຊູ່ເມືອງ ຫັ້ນທ້ອນ
ຕັ້ງແຕ່ ເມືອງຍະໂສທອນເທົ້າ ອຸບົນເຫມະຣາຊ
ສູຈົ່ງ ໄປຢູ່ຕັ້ງ ຂນັນແທ້ທີ່ລະຄອນ ຫັ້ນເທີ້ນ
ຕັ້ງແຕ່ ຜ້າຂາວພັນນາຂຶ້ນ ເຖິງວຽງຈັນເຮົາຊິຢູ່ ຈິງແລ້ວ
ເຜື່ອວ່າ ຜົກຕ້ອນຖ້າ ເອົາແທ້ໝູ່ຄົວ ຫັ້ນແລ້ວ
ທ່ານກ່າວໃຫ້ ຣາຊສຸຣິນຣັ້ກສາດ່ານ
ເກັບກວາດໄວ້ ຄົວເສັ້ນມຸ່ນມິນ
After reaching Lakhon and gathering news, Chao Vanghna learned that the
king departed for Meuang Keo, Annam. Unable to follow him due to
blockade by siam's army, he ordered the release of all the elephants of
his cavalry to the wild so the siamese wouldn't be able to make use of
them. He then brought his troop to surrender to Babphavady, the siamese
commander. Very please by the surrender of Chao Vanghna of viangchanh,
babphavady felt as if he won half the war already. You shall rule
viangchanh uncontested for the king had revolted and fled, he told Chao
Vanghna. Together they marched to viangchanh. Bapphavady ordered the
local warlords to capture all scattered families of mahaxay,
xoumphon(Chumpon), Gnasothon(yasothon), hemarat. He then set up camps
and check points at Nongkhai and Phanphao.
ຕອນທີ ໓໓: ເຈົ້າວັງໜ້າວຽງຈັນເຂົ້າຍອມຕໍ່ທັບໄທສຍາມ
ແຕ່ນັ້ນ ວັງໜ້າເຈົ້າ ຢັ້ງຂມ່ອມວຽງຈັນ
ພະກໍ ເຊົາພົນຢຸດ ທີ່ລະຄອນຟັງຂໍ້
ຂ່າວວ່າ ພະບາດເຈົ້າ ສະເດັດດ່ວນເມືອງແກວ ວ່າອັ້ນ
ແມ່ນຈັກ ໄປຕາມອົງ ກໍບໍ່ຄອງຂວາງໜ້າ
ພະກໍ ຄຶດຊວາດຮູ້ ໃນແຫ່ງຫະຣຶໄທ
ພະກໍ ຈຳເຂົາປະ ປ່ອຍເສັຽຝູງຊ້າງ
ແລ້ວຈຶ່ງ ພາພົນເຕົ້າ ຄືນເມືອງຂອງເກົ່າ
ພະກໍ ເລີຍເລົ່າລົ້ມ ສົມເຂົ້າສູ່ໄທ ຫັ້ນແລ້ວ
ແຕ່ນັ້ນ ບັພພາວະດີເຈົ້າ ພຍາໄທແມ່ທັບໃຫຽ່
ເຈົ້າກໍ ຊົມຊື່ນແທ້ ປານໄດ້ຖ່ອງເມືອງ ນັ້ນແລ້ວ
ພະຈຶ່ງ ສະເອົາແທ້ ຝູງຄົວແຕກສວ່ານ ໄປນັ້ນ
ທັງແມ່ປ້າ ມາແທ້ຊູ່ຄົນ ຫັ້ນເທີ້ນ
ເຖິງເມື່ອ ບໍຣິບວນແລ້ວ ຍາມໃດຊິຄຶດຊ່ວຍ ຈິງແລ້ວ
ພະຢ່າຮ້ອນ ສັງແທ້ທໍ່ໃຍ ຫັ້ນເທີ້ນ
ພະຈຶ່ງ ເນົາສືບສ້າງ ເສວີຍຣາຊວຽງຈັນ
ກໍບໍ່ ມີໃຜຊິງ ແຕ່ພະອົງດຽວເຈົ້າ
ເຫດວ່າ ເຈົ້າໝູ່ນັ້ນ ຂະບົດຈາກຂອງຫຼວງ ສ້ຽງນັ້ນ
ຢ່າໄດ້ ຫວັງແທນເມືອງ ສືບໄປພາຍໜ້າ
ແລ້ວຈຶ່ງ ພາກັນຂຶ້ນ ເມືອງວຽງຜົກຜໍ່
ເກັບກວາດໄດ້ ຄົວນັ້ນຕ່ອມໂຮມ
ຝູງໃດ ຍັງຄາຄ້າງ ເອົາໄປຫາໝູ່ ເຂົ້ານັ້ນ
ຕັ້ງແຕ່ງໃຫ້ ເປັນບ້ານສືບໄປ ຫັ້ນແລ້ວ
ແຕ່ນັ້ນ ຫົວເມືອງເຈົ້າ ໂສທອນເຫມະຣາຊ
ເຂົາກໍ ຈັດບ່າວພ້ອມ ກັນແທ້ຄູ່ເມືອງ
ເຂົາກໍ ອາສາຕັ້ງ ເມືອງລະຄອນເປັນດ່ານ
ວ່າຈັກ ເກັ້ຽກ່ອມໄດ້ ເອົາແທ້ອອກມາ ຫັ້ນແລ້ວ
ເມືອງມະຫາໄຊພ້ອມ ຊຸມພອນບໍ່ມີຍາກ ສັງນັ້ນ
ຄັນວ່າ ມັນຫາກໄດ້ ລະຄອນແລ້ວງ່າຍດາຍ ແທ້ແລ້ວ
ແຕ່ນັ້ນ ແມ່ທັບເຈົ້າ ປົງອາດດວງສິດ
ສູຈຶ່ງ ປຸນປອງເອົາ ຊູ່ເມືອງຢ່າໄວ້
ເຖິງວ່າ ການມີແທ້ ບໍ່ຈັດສູຈັກເທ່ືອ ຈິງແລ້ວ
ກູຈັກ ເອົານອກເສັ້ນ ສູແທ້ຊູ່ເມືຶອງ ຫັ້ນແລ້ວ
ໃຫ້ສູກ່ອມກິ້ງ ເອົາແຫ່ງເມືອງລະຄອນ ກ່ອນເທີ້ນ
ຫາກຈັກ ບໍຣິບວນຫມົດ ຊູ່ເມືອງຈິງແທ້
ເຂົາເລີຍ ເລົ່າມາຕັ້ງ ເມືອງລະຄອນຂນັນຢູ່
ເຂົາກໍ ຕິຍົວະເຍົ້າ ອອຍໃຫ້ອອກມາ ຫັ້ນແລ້ວ
ເຂົາກໍ ທຽວລ່ວງຂຶ້ນ ໄປມາບໍ່ມີຂາດ
ຕັ້ງແຕ່ ເຫມະຣາຊຂຶ້ນ ເຖິງເທົ້າຈອດວຽງ ແທ້ແລ້ວ
ພຍາ ບັພພາວະດີຕັ້ງ ໜອງຄາຍແຂງເຂື່ອນ
ຢາຍດ່ານຕັ້ງ ພັນພ້າວກໍດັ່ງດຽວ
ຕອນທີ ໓໔: ພຍາບັພພາວະດີຈັບມະເຫສີເຈົ້າອະນຸ
ແຕ່ນັ້ນ ນາງສອນເຈົ້າ ເທວີຢັ້ງຂມ່ອມ
ນາງນັ້ນ ເປັນຊາດເຊື້ອ ລະຄອນແທ້ໜໍ່ເມືອງ
ນາງນັ້ນ ມີລູກແກ້ວ ບຸຕເຣດໝື່ນນາມ
ທົງໂສມສີ ໃຫຽ່ມາສອນໝ້າ
ນາງກໍ ພັດລູກແກ້ວ ກັບພະບາດຜົວຂວັນ
ແຕ່ເມື່ອ ປາງໜີເມືອງ ພ່າຍໄທຈິງແທ້
ພະກໍ ປົງອາດໃຫ້ ເອົາຕົວລີ້ຢູ່
ຝູງໝູ່ ຈັດໝວດເຈົ້າ ມາລີ້ຝ່າຍພວນ ແທ້ແລ້ວ
ອັນວ່າ ກຸມມານນັ້ນ ຕາມອົງພູວະນາດ ຈິງແລ້ວ
ນາງກໍ ຮູ້ຂ່າວວ່າພະລູກແກ້ວ ມອນມ້ຽນມິ່ງຂວັນ ແທ້ແລ້ວ
ນາງກໍ ອາວອນເຈົ້າ ຂນັນທວງດິ້ນດັ່ນ
ຊົດໆນຳ້ ຕາຍ້ອຍຫຼັ່ງໄຫຼ
ໂລທັນຕາໃຫ້ ຫາເມືອງທັງລູກ
ນາງກໍ ກັບຕ່າວໜ້າ ເຮືອແລ້ວລ່ອງລົງ
ເຜື່ອຈັກ ໄປແຈກເຂົ້າ ກິນທານຫາລູກ
ນາງກໍ ເຊົາຈອດຢັ້ງ ພາຍໃຕ້ປາກກະດິງ
ແຕ່ນັ້ນ ໂຍທາເຈົ້າ ບັພພາວະດີຮູ້ຂ່າວ
ເຂົາກໍ ລັດເລັ່ງຂຶ້ນ ທາງນຳ້ດ່ວນພລັນ
ເລີຍເລົ່າ ເຖິງຈອມເຈົ້າ ນາງຄານເຊົາຈອດ
ເຂົາກໍ ວົງແວດອ້ອມ ຈອມເຈົ້າຊູ່ພາຍ
ຝູງໝູ່ ຈັບໝວດເຈົ້າ ນາງງາມປົບພ່າຍ
ເຂົາກໍ ໂຕນລ່ອງນຳ້ ໜີສ້ຽງຊູ່ພາຍ ຫັ້ນແລ້ວ
ຍັງແຕ່ ຈອມນາງເຈົ້າ ຕົນດຽວສຖິດຢູ່
ຈັກວ່າ ປົບແລ່ນເຕັ້ນ ໜີແທ້ກໍບໍ່ເປັນ
ນາງກໍ ສວ່າງຈິຕແທ້ ປົງຕົນຕັ້ງຢູ່
ເຂົາກໍ ເອົາແຈ່ມເຈົ້າ ພະນາງໄດ້ດ່ວນກາຍ
ແລ້ວເລົ່າ ເມືອຖວາຍໃຫ້ ອົງຫຼວງທູນຂມ່ອມ
ເຈົ້າກໍ ປົງເຄື່ອງໃຫ້ ຂອງລ້ວນຣາຊທານ ແທ້ແລ້ວ
ຕອນທີ ໓໕: ເຈົ້າອະນຸຍ້າຍອອກຈາກເມືອງກອງແກ້ວເຂົ້າສູ່ພູຊຸນ
ແຕ່ນັ້ນ ອົງອາດເຈົ້າ ຢັ້ງຂມ່ອມວຽງຈັນ
ພະກໍ ເນົາອົງສຖິດ ທີ່ເມືອງກອງແກ້ວ
ເຖິງເມື່ອ ພໍປະມານແລ້ວ ພະອົງຫຼວງສະເດັດດ່ວນ
ພະກໍ ອວ່າຍໜ້າຊ້າງ ເລີຍເຂົ້າສູ່ແກວ
ພົນແຊວລ້ອມ ຕາມອົງພູວະນາດ
ຂົນຄ່ຽນເຂົ້າ ເຖິງເທົ້າຈອດແກວ ຫັ້ນແລ້ວ
ແລ້ວຈຶ່ງ ເຖິງແຫ່ງຫ້ອງ ເມືອງໃຫຽ່ພູຊຸນ
ສາມອົງກວານ ເລັ່ງແກວມາເຝົ້າ
ບັນນາການເຂົ້າ ຖວາຍອົງເຈົ້າຟ້າໃຫຽ່
ຂໍເພິ່ງເຈົ້າ ຊູຊວ້ານຊູ່ວັນ ແທ້ແລ້ວ
ແຕ່ນັ້ນ ເຈົ້າຟ້າຜູ້ ຫໍຄຳຊົມຊື່ນ
ແລ້ວຈຶ່ງ ຈັດກໍ່ສ້າງ ໂຮງກວ້າງສູ່ພະອົງ
ເຂົາກໍ ປົງມາໃຫ້ ເງິນຄຳທຸກສິ່ງ
ກົນເສື້ອພ້ອມ ແຮລ້ວນແຕ່ຕະເພົາ
ກັບທັງ ເຍັຽເຂົ້າພ້ອມ ເຍັຽເກືອສັພສິ່ງ
ມີທັງ ໂພຊນະລ້ຽງ ຫວານສົ້ມຊູ່ວັນ
ຝູງໝູ່ ຊາວແກວເຝົ້າ ປັດວານຜັດປ່ຽນ
ທຸກຄຳ່ເຊົ້າ ສເມີດ້າມດັ່ງດຽວ ຫັ້ນແລ້ວ
ຝ່າຍວ່າ ເມືອງລະຄອນນັ້ນ ຊາວຄົວຕັ້ງຢູ່
ປາກຟິດນຳ້ ໄຫຼຄ້ອຍໃສ່ເຊ
ຫາດແມ່ນ ອານາແທ້ ມະຫາໄຊເມືອງມິ່ງ ຈິງແລ້ວ
ເຈົ້າກໍ ເລີຍບໍ່ເຂົ້າ ໄປແທ້ຮອດແກວ ຫັ້ນແລ້ວ
ເມືອງມະຫາໄຊກວ້າງ ຄົວເຕັມທຸກແຫ່ງ
ເຈົ້າກໍ ຕົກແຕ່ງໄວ້ ຮັກສາເຝົ້າດ່ານທາງ
ຕັ້ງແຕ່ ປາກຊ່ອງເທົ້າ ທ່າຫາດຄຳຂຽວ
ປັນວານກັນ ຢູ່ນອນຮັກສາເຝົ້າ
ພາຍຂອງພຸ້ນ ຣັກສາທາງທ່າແຂກ
ບໍ່ໃຫ້ ຄະຄ່ຽນໄດ້ ເດີນດັ້ນທ່ຽວເຖິງ
ຄັນວ່າ ເລີກມາແລ້ວ ໃຫ້ຂຽວຄືນມາບອກ
ເຈົ້າຟ້າ ຈັກແຕ່ງໃຫ້ ແກວນັ້ນເລັ່ງລົງ ແທ້ແລ້ວ
ຕັ້ງແຕ່ ຂອງຟາກພຸ້ນ ເສິກຢູ່ທັງມວນ
ຕັ້ງແຕ່ ວຽງຈັນລົງ ຮອດລະຄອນເຕັມຖ້ວນ
ເມືອງໂສທອນພ້ອມ ອຸບົນເຫມະຣາດ
ເຂົາກໍ ມາຢູ່ຕັ້ງ ເປັນຄ້າຍທີ່ລະຄອນ ຫັ້ນແລ້ວ
ເບື້ອງຝ່າຍໃຕ້ ໄວ້ແກ່ມຸກດາຫານ
ເຂົາກໍ ອາສາເອົາເມືອງຊຸມພອນ ໝູ່ພະລານເມືອງພ້ອງ
ຕັ້ງແຕ່ ຂອງຟາກນີ້ ຢາຍດ່ານເຖິງກັນ
ຖ້າວ່າ ເສິກຫາກມາທາງໃດ ບອກກັນຈິງແທ້
ເມືອງມະຫາໄຊພ້ອມ ເມືອງຊຸມພອນຄາດຄູ່ ກັນແລ້ວ
ເຖິງວ່າ ເສິກຫາກມາແປ່ມ້າງ ໃສແທ້ຊ່ວຍກັນ ແທ້ແລ້ວ