ມີໃຜເຄີຍໄດ້ຍິນເລື້ອງ"ຣົຖໂຮງໝໍເຄື່ອນທີ່"
ບໍ່?ຂ້ອບໄດ້ຍິນວ່າ
ມີປະເທສ ຢູໂຣປ ເອົາມາໃຫ້
ຟຣີໆ ເອົາໃສ່ເຣືອມາຢ່າງດີ
ແຕ່ວ່າພາສີຢູ່ວຽງຈັນທນ໌
ຈະເກັບຄ່າພາສີ
ພວກທີ່ຈະບໍຣິຈາຄ
ເລີຍປຽ່ນໃຈໂທຣະສັພຫາປະເທສວຽດນາມເຂົາກໍຟ້າວເອົາເຮືອ
ມາຮັບເອົາແລະຕ້ອນຮັບກຸ່ມຄົນພວກນັ້ນເປັນຢ່າງດີ.
ມີໃຜຮູ້ເລື້ອງນີ້ດີກະຣຸນາໃຫ້ຄວາມກະຈ່າງແຈ້ງແດ່?
ຂອບໃຈລ່ວງໜ້າ
ຮັກແພງ
ລາວໃຫຍ່
ບໍ່ວ່າແຕ່ຣົຖຄັນດຽວຫັ້ນດອກເຈົ້າເຮີ໋ຽ.
ອົງການNon-Profitsຫລາຽພວກຫລາຍກອງສົ່ງການຊ່ວຽເຫລືອ
ໄປຂ້າງຢູ່ແຄມຂອງຟາກໄທພິ້ບັກຫລາຽໆຈົນລົ້ນກູດັງເພາະອາດຍາລາວ
ບໍ່ເປີດທາງໃຫ້.ສຸດທ້າຽມາບໍ່ມີໃຜຈ່າຽຄ່າເຊົ່າກູດັງໄທເລີຽເປີດປະມຸນຂາຽອອກໃຫ້
ສາທາລະນະຊົນເພື່ອເກັບຄ່າເຊົ່າຄືນວ່າຊັ້ນເດ໋.
ປີກາຽນີ້ເອງມີສະມາຄົມນັກລົບເກົ່າອາເມຣິກັນກຸ່ມນຶ່ງຈົ່ມໃຫ້ຂ້ອຽຟັງວ່າເຂົາໄປແພ່ໄດ້
ວັດທຸປັດໃຈຈຳນວນນຶ່ງຄິດເປັນລາຄາແສນກວ່າໂດລ່າສົ່ງໄປຊ່ອຽເຫລືອເຂດຊົນນະບົດ
ທີ່ເຂົາມີຄວາມເອັນດູເມື່ອເຂົາໄປພົບເຫັນມໍ່ໆມານີ້.
ແຕ່ພໍສົ່ງໄປຮອດແຄມຂອງຈັ່ງຮູ້ວ່າຝ່າຽລາວບໍ່ຮັບເຂົາເລີຽມອບໃຫ້ມຸນນິທິໄທເລີຽເພາະຂີ້ຄ້ານເອົາຄືນ.
ສລຸບແລ້ວເຈົ້ານາຽຂໍທານໄດ້ແຕ່ປາຊົນຂໍທານມັນຊີເສັຽຫນ້າພັກ.ບ໋ະຄິດໄປຄິດມາກໍເປັນຕາຢາກຫົວນໍ້?
ໂອ໋ຽ!!!ສັງມາເປັນຈັ່ງຊິ້?ໃຫ້ຂ້ອຽແລ່ນໄປຈົກຄໍຮາກກ່ອນເຖາະ!
TseemYeej.
Laophuan!
ຮັກແພງ
ລາວໃຫຍ່
ສະບາຍດີ ລາວໃຫຍ່,
ໝູ່ເຈົ້າຫາຂ້ອຍມາບອກໃຫ້ເຈົ້າໂທລະສັບຫາລາວແດ່.
ໍຂອບໃຈຫຼາຍໆ,
ລາວຄົນນື່ງ
----== Posted via Newsfeeds.Com - Unlimited-Uncensored-Secure Usenet News==----
http://www.newsfeeds.com The #1 Newsgroup Service in the World! 120,000+ Newsgroups
----= East and West-Coast Server Farms - Total Privacy via Encryption =----
ອີ່ລຸງລາວໃຫຍ່ເອີຍ.....ໂທຣ.ໄປຫາຫມູ່ເຈົ້າແນ່-ຢ່າຊິໂທຣໄປວັງວຽງເດີ-
ສາວວັງວຽງມີເຈົ້າຂອງແລ້ວ.....
ຖາມສະບາຽວັນພິລາສໍພາບມິໄຊໃຫ້ແດ່.ຜູ້ກ່ຽວຍັງຢູ່ດີມີແຮງຢູ່ບໍ?
ພ້ອມນີ້ຂໍສະແດງຄວາມເສົ້າສະລົດໃຈມາຍັງຄອບຄົວແສງອາຣຸນນະທີ່ນີ້ດ້ວຽ.
TseemYeej.
ເຈົ້າຮູ້ຈັກວັນພິລາສໍພາບມິໄຊດີບໍ?ດຽວນີ້ລາວເມືອທ່ຽວເມືອງລາວກັບເມັຽ.
ບໍ່ແມ່ນພວກເຈົ້າເຂົ້າໂຮງຮຽນດົງໂດກນໍາກັນບໍ?
ຂ້ວຽກູ່ຫລີ້ນໂຄຽກັດລໍນ້ວຽເນັ່ງລໍບໍ.
ຈໍ້ກູ່ຫລີ້ນໂຄຽລໍຫຢູເບົ໋າ?ເຮ໋…ໆ…ໆ…ໆ!
TseemYeej.
ຂ້ອຍຮູ້ລາວດີເກັ່ງມັນ.ສອງພີ່ນ້ອງ-ສອງນາມສະກຸນ.
... ... ... ...
... ... ... ...
... ... ... ...
... ... ... ...
ຖ້າເຈົ້າຮູ້ວັນພິລາດີຫັ້ນຂ້ອຽຂໍເບີໂທລາວແດ່.
ເພື່ອສງວນPrivacyສົ່ງໄປທາງEmailເລີຽຍິ່ງເປັນການດີ.
>
ຂ້ອຍຮູ້ລາວດີເກັ່ງມັນ.ສອງພີ່ນ້ອງ-ສອງນາມສະກຸນ.
ຄັນຊັ້ນເຈົ້າອາດຮູ້ຄອບຄົວພົມມະຈັນດີແມ່ນບໍ?
Many Thanks,
TseemYeej.
ລາວໃຫຍ່
ສະບາຍດີ ລາວໃຫຍ່,
ຂໍໂທດເດີ ໝູ່ຮັກແພງຂອງເຈົ້າ ແມ່ນ ຜູ້ຊາຍ. ລາວວ່າລາວບໍ່ທັນມີເບີໂທຣະສັບໃໝ່ ຂອງເຈັ້າເທື່ອ.
ຢ່າລືມແທ້ໆເດີ! ຄັນຊັ້ນລາວວ່າຊິບໍ່ຮູ້ຊິໄປຢາມຫຼານນ້ອຍ ຕອນຣະດູຮ້ອນນີ້້ກະຄືຊິຍາກຢູ່.
ຮັກແພງເຊັ່ນກັນ,
ຮັກແພງ
ລາວໃຫຍ່
ຮັກແພງ
ລາວໃຫຍ່
ເວົ້າໄຫ້ຟັງແນ່ຊິໄດ້ຢູ່ບໍ?ວັນພິລາມີຄວາມສັມພັນກັບ-ສປປລາວ-ຢ່າງເລິກເຊິ່ງຫລາຍອີຫລີບໍ?
ດົນປານໄດແລ້ວ?
ເວົ້າໄຫ້ຟັງອີຫລີເດີ.
ເລື້ອງຄວາມສັມພັນທ໌ຂອງທ່ານວັນພິລາ
ກັບ
ສປປລນັ້ນມີມາດົນແລ້ວແຕ່ວ່າເລີ້ມຕົ້ນມາແຕ່ປີໃດຂ້ອຍກໍບໍ່ຮູ້?
ຕາມທີ່ຂ້ອຍໃດ້ເຫັນຜ່ານມາ,ບໍ່ວ່າຍາມໃດທີ່ມີຄົນຂອງ
ສປປລ
ໃນຣະດັບຂັ້ນສູງ,ເປັນຕົ້ນວ່າ,ທູຕລາວຈາກຢູເອັສເອີ່ຍ,ຣະດັບຣັຖມົນຕີຣຈາກສປປລເອີ່ຍແລະອື່ນໆທີ່ໃຫຍ່ພໍສົມຄວນ
ມາຢາມ ມົງຕ໌ເຣອາລ
ທ່ານວັນພິລາແມ່ນເປັນຄົນຕ້ອນຮັບຢ່າງອອກໜ້າອອກຕາເໝືອນກັບວ່າເປັນນາຍເໜືອຫົວຂອງຜູ້ກຽ່ວເອງ.
ນອກຈາກນີ້ແລ້ວລາວເອງກໍ່ກ່າວແຕ່ຄວາມດີຂອງ
ສປປລ
ທັງໆທີ່ວ່າຜູ່ກຽ່ວກໍ່ມາການາດາແບບອົພຍົພຄືຂ້ອຍເອງ.
ດຽວນີ້ທ່ານວັນພິລາໃດ້ຖືກແຕ່ງຕັ້ງຈາກ
ສປປລ?,ໃຫ້ເປັນຜູ້ຕາງໜ້າເນື່ອງຈາກວ່າ
ສປປລ ບໍ່ມີທູຕຢູ່ການາດາ.
ບໍ່ວ່າຈະຢູ່ເຂຕໃດຫຼືປະເທສທີ່ລາວອາສັຍຢູ່,ສະມາຄົມລາວເກີດຂຶ້ນຫຼາຍທໍ່ໃດ
ຄົນລາວຍິ່ງແຕກແຍກກັນຫຼາຍທໍ່ນັ້ນ
ນີ້ເປັນແຜນກາຣແລະຄວາມຕ້ອງກາຣຂອງສປປລ.ເປັນທີ່ສັງເກຕເຫັນວ່າໃນໄລຍະຜ່ານມາມໍ່ໆນີ້
ທ່ານວັນພິລາຈະ
ເຂົ້າໄປມີບົດບາດໃນກາຣສາ້ງຕັ້ງສະມາຄົມ,ມູລນິທິ
ໂດຍທີ່ຜູ່ກຽ່ວຈະເປັນ"ທີ່ປຶກສາ"ໃນທຸກໆບ່ອນ.
ຕົວຢ່າງ: ສະມາຄົມຄູ
,ມູລນິທິ
ຄອບຄົວທັມມະວົງສາ,ສະມາຄົມລາວຮ່ວມມິຕ,ສະມາຄົມສົ່ງເສີມສິລປິນລາວ(ສສສ)...
ຜູ່ໃດຮູ້ຜູ່ກຽ່ວດີເຊີນໂທຣຖາມໃດ້ເລີຍແລະລາວຈະຕອບພວກທ່ານດຽ້ວຄວາມພູມໃຈ.
ຮັກແພງ
ລາວໃຫຍ່
ທ່ານເຄີຽສັງເກດເບິ່ງມົດຫາບໄຂ່ບໍ?ບາງພວກແກ່ໄຂ່ຂື້ນເຫນືອໄປແລະບາງຫມູ່ຊຳ້ພັດແກ່ໄຂ່ລົງໄຕ້,
ຍິ່ງມອງຍິ່ງແປກພວກມັນຈະແກ່ໄປໃສກັນແທ້?ທ້າຽທີ່ສຸດ,ແມ່ນລ້ຽວຄືນໄປທາງເຫນືອຫມົດບໍ໋?
ຫລືຫັນໄປທາງໄຕ້ຫມົດ?ບໍ່ຈັກວ່າພວກມັນລົງລອຽກັນແນວໃດ?
ພໍເຖີງຄາວມາ,ເລີຽຫງຽບຫາຽຈາກຮ່ອງທາງເສັ້ນນັ້ນໄປ.
ວິຖີຊີວິດຄົນເຮົາມັນກໍ່ຄາ້ຽຄຽງແນວນັ້ນ.ຄົນເຮົາເກີດມາຕ່າງຕໍ່ສູ້ດິ້ນຣົນເພື່ອ
ຄວາມຢູ່ລອດຂອງໃຜມັນ.ຄວາມຢູ່ລອດນັ້ນຈະບໍ່ຫມາຽພຽງສະເພາະການຫາກຸ້ມປາກ
ກຸ້ມທອ້ງເທົ່ານັ້ນມັນອາດຈະລົງເລິກເຖີງສິດຜົນປະໂຍດສ່ວນຕົວຫລືສ່ວນລວມພ້ອມທັງ
ຄວາມໄຝ່ຝັນດ້ານອຳນາດຫລືຍົດຖາບັນດາສັກຕ່າງໆນາໆ.
ຫມູ່ເພື່ອນມິດສະຫາຽລຸ່ນລາວຄາວດຽວແຕ່ເປິງເຄີຽກິນເຂົ້າຮ່ວມພາກິນປາຮ່ວມຈານ
ໃນອາດີດຕ່າງຄົນຕ່າງໄປຕາມວິຖີຊີວິດຂອງຕົນນັ້ນເອງ.ເກືອບ໓໐ປີຜ່ານມາແລ້ວ,ບາງຄົນພົບກັນໃຫມ່ໆບໍ່ຟັງຫນ້າ
ຟັງຫລັງດ່າເອົາໆກໍມີ.ບາງຄົນດົນໆພໍ້ກັນໃຫມ່ໆກໍສວຽໂອກາດໄຖເງີນປານຫມູ່ຕິດຫນີ້ໂຕເອົາໂລດກໍມີ.
ຫມູ່ເພື່ອນບາງຄົນພໍເຫັນກັນກໍຄຸຍໂມ້ຄວາມຮູ້ຄວາມສະລາດປານໂຕເອງມາຢູ່ຕ່າງປະເທດແຕ່ຜູ້ດຽວກໍມີ.
ບາງຄົນໄດ້ດິບໄດ້ດີແລ້ວທຳທ່າບໍ່ຈື່ຮອດຫນ້າຫມູ່ກອງ,ພາສາຊາດຮອດບໍ່ເປັນກໍ່ມີ.
ຖືວ່າພວກກ່ຽວອາດບໍ່ແມ່ນສ່ຽວຕາຽສະຫາຽຮັກມີ່ແທ້ຈິງນັ້ນເອງ.ແຕ່ເຖີງຈະມີສ່ຽວກິນຈຳນວນມາກມາຽກ່າຽກອງ
ປານນັ້ນກໍຕາມມັນຫາກຍັງມີເພື່ອນແທ້ທີ່ຍັງຍຶດຫມັ້ນຮັກສາຄວາມເປັນມິດຈົນວັນຕາຽກໍ່ມີ.
ດັ່ງນັ້ນຜູ້ຂ້າຍັງຈະຫາໂອກາດພົບຜູ້ກ່ຽວເພື່ອຈະສັ່ງຊາຄວາມເປັນເພື່ອນນັ້ນວ່າຍັງມີເລິກຕື້ນສ່ຳໃດ?
ຖ້າຄຳຕອບຜູ້ຂ້າມີແນວຜິດໃຈທ່ານກໍຂໍອະພັຍມານະທີ່ນີ້ດ້ວຽ.
TseemYeej.