http://www.manager.co.th/IndoChina/ViewNews.aspx?NewsID=9540000165052
On Dec 28, 11:34 am, ເອັນທີວາຍ ບໍ່ຍອມແກ່ <alwaysyoun...@gmail.com>
wrote:
ມີຄົນລຶ້ງເຄີຍ ໄທຫ້ວຍຊາຍ ຢູ່ວຽງຈັນ ຜູ້ນຶ່ງ ເວົ້າໃຫ້ຟັງວ່າ ມີແລງນຶ່ງລາວ
ຂີ່ລົດຈັກຮອນດ້າ ຈາກດົງໂດກ ກັບໂພນທັນ ຕອນນັ້ນສີ ຂ້ອນຂ້າງເດິກແນ່
ທາງກໍມືດແດ່ ໃນຊົ່ວຣະຍະ ພວມເດີນທາງໄປນັ້ນ ພໍດີ ເຫັນຄົນນອນຂວາງ ຢູ່ກາງທາງ
ແບບຄື ຖືກບາດເຈັບ ອັນໃດນື່ງ. ຍ້ອນລາວ ເປັນຄົນ ອີ່ຕົນຄົນ ກໍເລີຍ ຢຸດລົດຈັກ
ແລະວ່າ ຊິລົງໄປເບິ່ງ ຄົນທີ່ນອນຂວາງທາງ ຢູ່ນັ້ນ. ທັນທີທັນໃດນັ້ນ ໝໍນັ້ນ
ກໍລຸກຂຶ້ນມາ ແລະ ຊຸກສາວຂີ່ລົດຈັກ ຕົກລົງຮ່ອງໄປ ແລ້ວ
ມັນກໍຄັບລົດຈັກຮອນດ້ານັ້ນ ໄປເສີຍ.
ສາວຜູ້ຖືກເຄາະຮ້າຍນີ້ ກໍທັງຮອ້ງທັງໄຫ້ ທັງຈົ່ມ ທັງເຈັບທັງເໝັນ ທັງຄິດວ່າ
ຊິເຮັດແນວໃດ ຈະກັບເມືອບ້ານໄດ້. ຄັນຍ່າງເມືອ ກໍຍັງອີກຫລາຍກີໂລເມດ. ບຶດນຶ່ງ
ໝໍໂຈນ ລັກລົດຫັ້ນ ຄັບລົດກັບມາ ແລ້ວ ກໍແກ່ວງຖົງ laptop ສົ່ງຄືນໃຫ້ສາວນີ້
ທັງເວົ້າວ່າ ຂອ້ຍບໍຢາກໄດ້ ດອກ ອັນ laptop ເຈົ້າຫັ້ນນາ ຊິເອົາແຕ່
ລົດຈັດຮອນດ້ານີ້ແລະ...
ສາວຜູ້ຖືກເຄາະຮ້າຍນັ້ນ ກໍບໍຈັກຊິໄຫ້ຫລືຊິຫົວ ເພາະຄີດວ່າ laptop
ທີ່ເຕັມໄປດ້ວຍຂໍ້ມູນ ຄົງຈະຫາຍ ໄປນໍາກັນເສັຽແລ້ວ ແຕ່ແລ້ວ ຄົນຂີ້ລັກ
ກໍຍັງເອົາມາສົ່ງຄືນໃຫ້.
ລົດຈັກຮອນດ້າ ເຮັດມາແຕ່ເມືອງໄທ ນີ້ ເປັນຈຸດສົນໃຈຂອງພວກ ຂີ້ລັກ
ເວົ້າແຕ່ເຜິ ລະແມ່ນ ຖືກເຂົາລັກໂລດ ເປັນຕົ້ນ ຢູ່ເມືອງວຽງຈັນ ແລະເມືອງໃຫຍ່
ອື່ນໆອີກ.
ຣະວັງແດ່ເດີ ຕູ້ລາວພວນ ແລະ NTY ອັນເວລາ ພວກເຈົ້າຂີ່ຣົດຈັກ ໄປກິນເຝີ ຢູ່
ຕະລາດກົກໂພ ຫັ້ນນາ.
Don't worry my friend Tu Phuan drove Huydai Starex with
smoked glass all around. People DOY and respect me,
my cousin told me that because I have big belly, in Laos
if you have a big belly people thought have a lot of money
and I don't mind people thought i am a wealthy man...hahahahahah