ສະບາຍດີທຸກໆ
ມື້ນີ້ ຂພຈ ຈະອອກມາລຳເຣຶ່ອງ ເຣຶ່ອງເຂດດິນລາວອີ່ສານຮອດໃສແດ່.
ຈະຂໍເວົ້າ ອິສານຕົນບົນ ລົງຕອນ ມື້ນີ້ຈະຂໍເວົ້າເຣຶ່ອງເມືອງເລີຍ
ທີ່ເປັນຈັງຫວດທີ່
ຕິດກັບລາວກ່ອນແລ້ວຈຶ່ງຈະຄ່ອຍທະຍອຍລົງມາ ຫນອງບົວພູ ຂອນແກ່ນ ກາລະສິນ
ຮ້ອຍເອັດເຖິງອຸບົນ. ເຖິງຢ່າງໃດ ຂພຈ ຕ້ອງຂໍອະພັຍນຳຄຣູບາອາຈານ
ຫລືນັກປັນຍາຊົນ
ຜູ່ທີ່ຮຳ່ຮຽນ ສູງແລະຄົ້ນຄ້ວາຫລາຍກ່ວາ ຂພຈ ຖ້າຂາດເຂີນທີ່ໃດຂໍໃຫ້ເພີ່ມເຕີມ
ຊ່ວຍ ຂພຈ
ດ້ວຍ.
ຈັງຫວັດເລີຍ ຫລືກ່າວຂານກັນວ່າ ເມືອງເລີຍນັ້ນ ຕັ້ງຢູ່ອີ່ສານຕອນບົນ ໄປທາງພາກຕາວັນຕົກສຽງ ເໜືອ. ເມືອງເລີຍ ມີຊາຍແດນ ຕິດກັບທາງເໜືອແມ່ນແຂວງ ໄຊຍະບູ ປະເທສລາວ ທິດຕາວັນອອກ ຕິກັບ ຫນອງບົວລຳພູແລະອຸດອນ ທິດຕາວັນອອກສຽງໃຕ້ ຕິດກັບຂອນແກ່ນ ທິດຕາວັນຕົກສຽງຕົກ ຕິດກັບໄຊຍະພູມ ແລະເພັຊບູນ ແລະທິດຕາວັນຕົກຕິກັບ ພິຊະນຸໂລກ. ຊຶ່ງປາກົດໃນຄຳຮຽກຄານ ດິນແດນແຫ່ງທະເລພູເຂົາຂອງເມືອງຫມາກຂາມຫວານ.
ເມືອງເລີຍບໍ່ມີເສັ້ນທາງຣົຖໄຟເຂົ້າໄປເຖິງ. ມີສນາມບິນຢູ່ແຫ່ງນຶ່ງ ມີທ່ຽວບິນ ໓ ຄັ້ງຕໍ່ອາທິດ ໄປກັບຈາກບາງກອກ. ການເດີນທາງເຂົ້າໄປໂດຍໃຊ້ຣົຖໂດຍສານແລະຣົຖສ່ວນຕົວ ຣົຖໂດຍສານ ສີສົ້ມ ຈາກອຸດອນຜ່ນຫນອງບົວລຳພູເຖິງສະຖານີຂົນສົ່ງເມືອງເລີຍ ຣາຄາ: 54 ບາທ ຈາກ ຊຸມແພຂອນແກ່ນໄປເມືອງເລີຍ ຣາຄາ 19 ບາທ ມາຈາກ ນະຄອນໄທ ພິຊະນຸໂລກ 34 ບາດ ຈາກຫນອງຄາຍ ໄປເສັ້ນເລາະແຄມຂອງ ໂດຍຜ່ານທາງອຳສັງຄົມແລະປາກຊົມ ແລະຊຽງຄານ ຣາຄາ 69 ບາທ. (ອີງຕາມສະທິຕິ ຄ່າໂດຍສານປະຈຳທາງຕົ້ນປີ 2005)
ເມືອງເລີຍເປັນເມືອງທີ່ມີພູ ສັບຊ້ອນກັນ ຊຶ່ງຢູ່ທີ່ສູງຫ່າງຈາກຣະດັບນຳ້ທະເລ. ອາກາດເຢັນກ່ວາທຸກໆ ຈັງຫວັດຂອງພາກອີສານ ເຖິງແມ້ວ່າຈະເປັນຣະດູໃດກໍຕາມ ໃຫ້ຕຽມເສື້ອກັນຫນາວ ໄປດ້ວຍ ເພາະກາງຄືນຈະມີອາກາດເຢັນ ເປັນປົກກະຕິຂອງເມືອງເລີຍ.
ພູທີ່ມີຊື່ສຽງຂອງ ເມືອງເລີຍມີດັ່ງນີ້: ຜານົກເຄົ້າ, ພູກະດຶງ (ຜູ່ກະດິງ), ພູຫລວງ, ພູເຮືອ, ພູບໍ່ບິດ.
ປະຊາຊົນພື້ນເມືອງ ມີຜິວສີຂາວເຫລືອງ (ຄົນງາມ) ພາສາແລະສຳນຽງຄວາມເວົ້າ ຈະຄ້າຍໆ ເມືອງຫລວງພຣະບາງ ແລະແຂວງໄຊຍະບູຣີ ຂອງທາງຝັ່ງລາວ.
ອາຫານການກິນ ຂອງຄົນເມືອງເລີຍ ຈະເປັນ: ເອາະ, ແກງ, ຊຸບ, ປີ້ງ, ຈີ່ (ບໍ່ມີຂົ້ວ, ພັດ, ທອດ)
ອຳເພີນາແຫ້ວ ຊິ່ງເປັນອຳເພີທີ່ຢູ່ເຫນືອ ທາງຕາວັນຕົກສຽງເຫນືອຂອງເມືອງເລີຍ. ອຳເພີນີ້ ຈະຕັ້ງຢູ່ ກາງສັນພູ ຈະມີນາເດີມໆ ແລະບໍ່ມີນາຫລາຍຂອງເຜົ່າພັນເດີມ ສ່ວນຫລາຍຈະທຳສວນ ເປັນອາຊີບ ປູກຫມາກເດືອຍ ຫມາກສາລີ ເຂົ້າ ຫົວກະຊາຍດຳ (ຂີງດຳ). ອຳເພີ ທ່າລີ່ ຢູ່ທີ່ລຸບ ຂອງຫູບພູ ແລະຝັ່ງນຶ່ງ ຈະຕິດກັບ ບ້ານປາກຫ້ວຍ ແລະຝັ່ງເມືອງໝໍ ຂອງປະເທສລາວ ຢູ່ທີ່ອຳເພີທ່າລີ່ ຍັງມີຫມູ່ບ້ານ ນ້ອຍໆແຫ່ງນຶ່ງ ໃກ້ໆກັບບ້ານມ້ຽງ (ບ້ານນີ້ເວົ້າສຳແນງ ໄຕແດງ ທີ່ແປກໄປຈາກຊາວເມືອງເລີຍ) ແລະທາງບ້ານຜື ຈະຢູ່ຕຣົງກັນຂ້າມ ກັບເມືອງແກ່ນທ້າວ ຂອງປະເທສລາວ. ທີ່ອຳເພີຊຽງຄານ ເປັນເມືອງງາມຂອງຄົດໂຄ້ງ ຂອງແມ່ນຳ້ຂອງ ທີ່ເອີ້ນກັນວ່າ: ແກ່ງຄົດຄູ້ ຝາກຕຣົງກັນຂ້າມ ກັບເມືອງ ຊະນະຄາມ ປະເທສລາວ, ອຳເພີປາກຊົມຈັງຫວດເລີຍແລະ ອຳເພີສັງຄົມອຸດອນ ຈະຢູ່ທາງ ເທືອກເຂົາແຄມຝັ່ງແມ່ນຳ້ຂອງ ຕຣົງກັນຂ້າມ ກັບບ້ານວັງ ຂອງປະເທສລາວ. ອຳເພີນາດ້ວງ ຈະເປັນອຳເພີ ທີ່ທຳນາແລະທຳສວນ ແລະເປັນດິນທີ່ອຸດົມສົມບູນ ໂດຍມີດິນເປັນສີດຳ ແລະຈະມີບ້ານ ທີ່ຊື່ວ່າ: ບ້ານນາດິນດຳ ຈະມີຜາ ຊ້ອນຜາ ເປັນສຸ້ງູ້ ເສົ້າເຫງົ້າ ຊຶ່ງມືຕຳນານອັນເກົ່າແກ່ ທີ່ພົວພັນ ທາງປະຫວັດສາດຂອງເມືອງຫລວງພຣະບາງ. ທຸກໆປີ ຖ້າມີງານບຸນປະຈຳປີຂອງ ອຳເພີນາດ້ວງ ທີ່ຜາຖຳ້ປະກາຍເພັຊ ຈະມີຄົນ (ຕົວແທນຮີດຄອງຈາກຫລວງພຣະບາງ) ມາຮ່ວມພິທີຢູ່ດ້ວຍ.
ທີ່ອຳເພີ ເມືອງເລີຍ ເປັນອຳເພີທີ່ ອ່າງຂອງຫ່ອມພູ ໂດຍມີສອງຕົວເມືອງ ຄຽງຄູ່ກັນ ເມືອງຕອນ ເຫນືອຈະເປັນ ເມືອງເລີຍ ເມືອງຕອນໃຕ້ ຈະເປັນ ອຳເພີວັງສະພຸງ. ມີພູບໍ່ບິດ ທີ່ເປັນພູຍັງສັກສິດ ທີ່ຕາມຕຳນານຂອງການເລົ່າຂານ ມາວ່າເປັນເມືອງບັງບົດ ແລະຈົນມາເຖິງປັຈຸບັນ ກໍຈະບໍ່ມີເຄຶ່ອງ ບິນບິນຜ່ານພູຫນ່ວຍນີ້ ໂດຍຫມູ່ບ້ານອ້ອມຮອບໄປກ່ວາ ໕໐ % ຂອງພູນີ້ ທີ່ເອີ້ນກັນວ່າ: ບ້ານຟາກເລີຍ. ພາກຕາວັນຕົກຂອງ ວັງສະພຸງ ເປັນ ພູຫລວງ ພູຫລວງເປັນສັນພູ ທີ່ແປກແລະເປັນສັນພູທີ່ໃຫຍ່ທີ່ສຸດຂອງ ເມືອງເລີຍ (ຄ້າຍໆຮູບພູກອງເຂົ້າ ຕັດຈອມ) ປະຊາຊົນ ລຽບງ່າຍ ທຳນາຕາມຫ້ວຍຮ່ອມພູ ແລະທຳສວນ ແລະມີສາຍນຳ້ໄສສະອາດແລະເຍືອກເຢັນທີ່ ໄຫລມາຈາກ ພູຫລວງ, ຕາມຣະດູການ ຈະມີກະປູຫິນ (ໂຕປູຫິນໃຫຍ່ແລະຍາວ ເທົ່າກັບ a dollar bill) ໃສ່ໃນສ້ອງ ເອົາມາຂາຍກາງຕລາດ ປູຈະມີເນື້ອແໜ້ນຫລາຍ ຣົດຫວານ ແຊບອີ່ຫລີ. ອຳເພີ ວັງຫິນ ເປັນອຳເພີທີ່ປູກຫມາກຂາມຫວານຫລາຍ ທີ່ງາມທີ່ສຸດ ມີຫນອງຫິນ (ຄ້າຍໆຫນອງຫິນ ຄຸນມີງ) ມີທີ່ດຽວເທົ່ານີ້ ນອກຈາກເມືອງຄຸນຫມີງແລ້ວ ຂພຈ ຍັງບໍ່ເຫັນມີທີ່ໃດ! ອຳເພີ ເອຣາວັນ ຕັ້ງຢູ່ທາງຕາວັນອອກ ເປັນເມືອງທີ່ຮາມຕັ້ງທີ່ສູງ ຢູ່ເສັ້ນທາງອອກສູ່ຫນອງບົວລຳພູ. ດິນຕອນນີ້ງາມຫລາຍ ເລີ່ມແຕ່ບ້ານໂນສຳລານ ໄປຫາ ບ້ານໂນນພູທອງ ບ້ານ ນາສຸຣິນ ຕຳບົນ ວັງທອງ ອຳເພີ ນາວັງ. ດິນຈະເປັນດິນໜຽວປະສົມຊາຍ ຜົລປູກຈະງາມທຸກຊະນິດ ແລະເປັນສາຍຍາວລອງໄປຮອດ ຜາສາມຍອດ ຈົນເຖິງ ອຳເພີ ຜາຂາວ ແລະເຂົ້າເປັນເຖິງ ອຳເພີ ສີສົມພູ (ດົງລານ) ຂອນກ່ອນ (ສາວຂາວໆຫຍິ້ມງາມອີກດວຍ).
ອຳເພີ ພູກະດຶງ ເປັນເຂດ ອຸທະຍາແຫ່ງຊາດ ສາມາດເດີເຂົາ Camping ໄດ້ ເປັນເຂດທ່ອງທ່ຽວ ທີ່ສວຍງາມ ໂດຍມີຜານົກເຄົ້າ ທີ່ຕັ້ງເດ່ັນ ສະຫງ່າງາມ ຢູ່ຄຽງຄູ່ສານເຈົ້າປູ່ລຸບ ທີ່ເປັນເຈົ້າຂອງສານ ທີ່ສັກສິດແຫ່ງນີ້ (ມີງູຫລາຍຢ່າເດີນເຂົ້າປ່າລະແວກນີ້ ຜູ່ບ່າວລາວ ເຫັນຫົວໂຕງູ ຢູ່ເກືອບທຸກ ຊອກຫວ່າງຂອງຫິນຜານີ້) ອຳເພີ ຄອນສານ (ໄຊຍະພູມ) ແລະອຳເພີ ຜາມ້ານ (ຂອນແກ່ນ) ອີກສອງຕົວເມືອງ ທີ່ມີການປາກເວົ້າ ສຳນຽງ ເມືອງເລີຍໃ ສອງຕົວເມືອງນີ້ ຕັ້ງຢູ່ທີ່ສູງ ແລ້ວຄ້ອຍໆ ຕຳ່ລົງໄປທາງ ອຳເພີຊຸມແພ ເປັນດິນແດນທີ່ສວຍງາມ ອັນເຕັມໄປດ້ວຍ ປ່າຕົ້ມຫມາກ ຕົ້ນພ້າວ ຕົ້ຫມາກຂໍ້ (ກຳ່) ແລະມີທົ່ງນາອ້ອມ ຄ້າຍໆເມືອງ ທ່າແຂກ ປະເທສລາວ. ແລະອີກຝາກນຶ່ງ ຈະເປັນຜາ ແລະເປັນດິນພຽງຮາບ (ສ່ວນຕົວຜູ່ບ່າວລາວແລ້ວທີ່ຜ່ານມາ ໖໐ ປະເທສແລະເກືອບທົ່ວໂລກ ຂໍຍົກເມືອງນີ້ເປັນເມືອງທີ່ງາມ ໃນຫມາກກະດອງໃຈ ເຣຶ່ອງທຳມະຊາດ “ສາວກໍງາມ ນຳ້ໃຈກໍດີ) ອຳເພີ ພູເຮືອ ເປັນອຳເພີທີ່ຢູ່ຕາມສັນພູສອງສັນ ສັນນ້ອຍຈະເປັນ ທີ່ຕັ້ງຫມູ່ບ້ານ ລຽງລາຍຂຶ້ນໄປ ຈະປູກຫມາກ Grape ແລະເຮັດສວນຕ່າງໆລຽບຕາມສັນພູ ແຕ່ຈະສັນພູອີກສັນ ທີ່ໃຫຍ່ກ່ວາແລະຍາວກ່ວາ ຄ້າຍໆເຮືອຂອງ ທ່ານ ໂນອາ ຄ້າງໂຄກ ຫນາວເຢັນຕລອດປີ. ອຳເພີດ່ານຊ້າຍ ຊຶ່ງເປັນອຳເພີ ທີ່ມີປວັດສາດ ທີ່ພົວພັນກັບ ກຸງສີ ສັຕະນາກຄະນະຫຸດ ວຽງຈັນທນ໌ ອຳເພີນີ້ ຈະມີພູສາມຫນ່ວຍ ຕັ້ງອ້ອມເມືອງ ເມືອງຫນ້າດ່ານ ທີ່ຕິດກັບ ດິນສະຫຍາມ ທີ່ຕິດກັບ ອຳເພີນະຄອນໄທ ຈວ ພິຊະນຸໂລກ. ເມືອງດ່ານຊ້າຍ ຈະຕັ້ງເມືອງ ເປັນຫລັກສນະ ບິດກົ້ນຫອຍ ຕາມສັນພູນ້ອຍ ແລະລົງທາງລຸ່ມຂອງຫ້ວຍ. ໃນເຂດສັນພູ ຂະນາດກາງ ຊຶ່ງມີພຣະທາສ ສີສອງຮັກ ປະດິດສະຖານຢູ່. ປະຊາຊົນ ທຳມາຫາກິນແບບລຽບງ່າຍ ນາສ່ວນຫລາຍ ຈະເປັນນານຳ້ຫ້ວຍ ແລະທຳໄຮ່ທຳສວນເປັນອາຊີບ.
ເຣຶ່ອງພຣະທາສ ສີສອງຮັກນັ້ນມີຄື:
ສີ ຫມາຍຄວາມວ່າ: ກຸງສີອະຍຸດທະຢາແລະກຸງສີສັຕະນາກຂະນະຫຸດ
ສອງ ຫມາຍຄວາມວ່າ: ມີສອງອານາຈັກມາສ້າງຂຶ້ນ
ຮັກ ຫມາຍຄວາມວ່າ ຮັກແພງກັນ
ສະຫລຸບໄດ້ວ່າ ກຸງສີອະຍຸດທະຢາແລະກຸງສີສັຕະນາກຂະນະຫຸດ ໄດ້ມາສາບານ ເພື່ອຄວາມຮັກແພງກັນ ແລະເປັນສັກຂີພິຍານຕໍ່ກັນແລະກັນ ພ້ອມດ້ວຍການຫມາຍ ເຂດ ຫນ້ານຳ້ແດນດິນ ຂອງກັນແລະກັນໃນທີ່ນີ້. ໂດຍມາສ້າງ ທາສຂອງທ້າວຫນໍ່ເມືອງ (ລູກຊາຍຂອງເສຕຖາທິຣາຊ) ຊື່ເດີມ. (ບໍ່ແມ່ນດັ່ງການເສກສັນປັ້ນແຕ່ງຂອງສຽມທີ່ ອ້າງວ່າ ບ່າວສາວຮັກກັນແລ້ວມາສາບານກັນທີ່ນີ້ ຈຶ່ງເອີ້ນວ່າພຣະທາສສີສອງຮັກ)
ອະເວົ້າມາຫລາຍ ແລະຫລາຍເທື່ອຈຶ່ງຕໍ່ໄປເຖິງຫນອງບົວລຳພູ
ຕິຊົມປະການໃດ ວ່າໄດ້ເລີຍ ບໍ່ຮ້າຍດອກ ຮິໆໆໆໆໆໆ
ເຫັນຂ້ອຍມັກຮ້າຍເລື້ອຍຫລາຍພັດຊິບໍ່ກ້າ ພັດວ່າ? ໂອຍຂ້ອຍກໍເບິ່ງກ່ອນເນາະ
ບໍ່ເປັນຫຍັງ...
ຮັກແພງທຸກໆທ່ານ
ຜູ່ບ່າວລາວ
ຂອບໃຈທີ່ເວົ້າເລື້ອງເມືອງເລີຍໃຫ້ຟັງ
ໂດຍສະເພາະແມ່ນພະທາດສີສອງຮັກ
ເພື່ອຄວາມເຂົ້າໃຈແຈ້ງ
ຂ້ອຍຢາກຖາມເຈົ້າວ່າ
ຕາມເຈົ້າຄິດ
ເປັນຫຍັງພະທາດສີສອງຮັກຈຶ່ງຖືກໄປສ້າງຂຶ້ນທີ່ດ່ານຊ້າຍຈັງຫວັດເລີຍ?
ຂ້ອຍຄິດວ່າດິນແດນແຖວນັ້ນຕ້ອງມີພູມີປະເທດທີ່ສາມາດບອກແຈ້ງວ່າ
ເຂດແດນຂອງເມືອງລາວແລະເມືອງໄທສໄມກ່ອນຫັ້ນຢູ່ໃສ
ດັ່ງກັບສາຍພູແດນແກວທີ່ແຍກກັນໂດຍທັມມະຊາດລະຫວ່າງຊາຍແດນວຽດແລະລາວ
ເຫດທີ່ຖາມແນວນີ້
ເພາະຂ້ອຍເຄີຍໄດ້ອ່ານຈາກຫນັງສືກ່ຽວກັບຊາຍແດນລາວໄທໂດຍທັມມະຊາດມາກ່ອນ
ເສັຽດາຍແຕ່ບໍ່ມີແຜ່ນທີ່ເບິ່ງຄັກແນ່
ຈຶ່ງບໍ່ຄ່ອຍກ່າວໄດ້ຢ່າງຫນັກແຫນ້ນວ່າ
ມັນແມ່ນແທ້ບໍ່?
ໃນນາມທີ່ເຈົ້າໄດ້ໄປຮອດໄປເຖີງ
ຄົງຈະຕອບຄໍາຖາມນີ້ໄດ້ດີ
ດ້ວຍຄວາມຮັກແພງ
ລາວເກົ່າ
ເວົ້າມາ
ຢາກເຫັນທາງຂຶ້ນທີ່ເຈົ້າວ່າເປັນຮູບພະຍານາກ
ຖ້າມີຮູບດັ່ງກ່າວຫລືຮູບຂອງພະທາດສີສອງຮັກກໍເອົາມາໃຫ້ເບິ່ງແດ່
ນີ້ແມ່ນຂໍ້ຄວາມທີ່ອ້າງອີງວ່າ
ແຜ່ນດິນອີສານແລະແຜ່ນດີນລາວໃນປັດຈຸບັນ
ແຕ່ກີ້ແມ່ນແຜ່ນດີນອັນດຽວກັນໂດຍທັມມະຊາດ
ຂ້ອຍຂັດອອກມາຈາກປື້ມ Isan:
Regionalism in Northeastern Thailand by Charles F. Keys published in
March 1967.
ທ່ານຜູ້ນີ້ເຮັດການຄົ້ນຄ້ວາຢູ່ທີ່ຈັງຫວັດມະຫາສາຣະຄາມ
ດຽວນີ້ທ່ານເປັນຜູ້ນຶ່ງທີ່ນັບໄດ້ວ່າ
ເປັນຜູ້ຊ່ຽວຊານກ່ຽວກັບເລື້ອງອີສານເລື້ອງລາວແລະເລື້ອງໄທ
"The Khorat Plateau, as the region is also called, is set off from the
rest of Thailand by the Phetchabun range and by the smaller ranges of
the Dong Phrayayen and Samkamphaeng and from Cambodia by the Phanom
Dong Rak.
The whole plateau is drained by the Mekong and its tributaries, most
notably the Mun and Chi Rivers, which flow towards the Mekong. The
geographical attraction towards the Mekong is shared by the lowland
areas of Laos. CONSEQUENTLY, THE KHORAT PLATEAU AND THE MEKONG VALLEY
AND TRIBUTARY VALLEYS OF LAOS FORM A NATURAL GEOGRAPHICAL AREA, AN AREA
WHICH IS UNIFIED RATHER THAN DIVIDED BY THE THE MEKONG. The Annamite
cordillera forms the eastern boudary of this area, running down the
center of middle and southern Laos."
Also, if you look at the physical map of Thailand, it is even obvious.
http://www.angelfire.com/folk/vannakhadi/physical-map-of-thailand.gif
ເອົາ...ເລັ່ງໃສ່ເກັຽຫ້າລູກພີ່...ຂຽນອອກມາເລີຍໆ.ຂ້ອຍຄັນຕາຢູ່ຖ້າຕຽມອ່ານຕອນຮອດອຸດອນ
ຂອນແກ່ນ.
ບາດແລ້ວເຂດອິສານແລ້ວຢ່າຊູ່ລືມເຂດສິບສວງຈູ່ໄຕແດ່ເດີ...ແລະເຂດສິບສອງພັນນາລື້ເດ?
ອີ່ລຸງຂວານບິ່ນ
ລາວເກົ່າ
ເຈົ້າເວົ້າຫລາຍເທົ່າໃດແຮ່ງເປັນຕາສົນໃຈ
ໃຫ້ຄິດວ່າເຈົ້າຂຽນເທົ່າທີ່ຈະຂຽນໄດ້
ເພື່ອເຊື້ອຊາດລາວເຮົາເດີ