Google Groups no longer supports new Usenet posts or subscriptions. Historical content remains viewable.
Dismiss

ພື້ນວຽງ ບົດທີ ໑ ໔....

280 views
Skip to first unread message

laokhamhom

unread,
Jan 27, 2005, 11:17:50 PM1/27/05
to
chapter 14 - Chao Anou led troop from Viangchanh

It's the year 1188 ( Chounlasakarat year), year of the pig at the third
month (lao month ie.. February), Chao Anou led the assembled troop from
Viangchanh heading to Khorat. This chapter described the ceremonial
departure, music (mahori piphat), the cavalry of horses and elephants,
the troops and the people of viangchanh sent their king off to war etc..
Leaders of the townships along the way came to pledge allegiance where
as Phagna Kay of Phoukhan whose town was torched by Phagna Phomphakdi
was eagerly awaiting Chao Anou's arrival so he could avenge phomphakdy.


ຕອນທີ ໑໔ : ເຈົ້າອະນຸເຄື່ອນທັບອອກຈາກວຽງຈັນ

ຈຸລະ ສັກຣາຊໄດ້ໜຶ່ງພັນໜຶ່ງຮ້ອຍ ເສດຍິ່ງຍັງມີ
ແປດສິບແປດປີ ແມ່ນຈິງບໍ່ຄາດ
ປີນັ້ນ ເປັນປີກຸນ ທ່ຽງຈິງຈຳໝັ້ນ
ເດືອນສາມເຕົ້າ ຣະດູໜາວຕັ້ງຢູ່
ເລີຍເລົ່າ ຍົກຍ່າງຍ້າຍ ພົນລ້ານລ່ວງໄປ
ຜໍ່ດູ ຍາບໆເຫຼື້ອມ ລົມແກວ່ງທາງປະຄື ພຸ້ນເຢີ
ອໍຣະຊອນສຽງ ເສບພະອົງຍ່າງຍ້າຍ
ຟັງຍິນ ສຽງປີ່ແຕ້ ສົມພາດດົນຕີ
ພິນຣະບຳສັບ ຂຸ່ຍແຄນເພງໄຄ້
ບັ້ງອໍ້ພ້ອມ ຫອຍສັງກະຈັບປີ່
ຊຸງຕ່ອຍຕ້ອງ ກົມກົ້ວກ່ອມໃຈ
ສຽງຣະນາດຄ້ອງ ກຸມກ່ອມສຽງຣະຄັງ
ເພຣີກອງ ຄື່ນເຄັງດັງຫ້າວ
ຫັດຖີຊ້າງ ສະເທືອນສຽງດັງສນັ່ນ
ມ້າແຫ່ລ້ອມ ຄົນເຄົ້ານີ່ນັນ
ພະບາດເຈົ້າ ສເດັດຂີ່ສີວິກາຍ
ເສນາຫຼາຍ ແຫ່ຕາມພະອົງເຈົ້າ
ເທວີເຄົ້າ ສເດັດຕາມພະບາດ
ສນົມຫຸ້ມລ້ອມ ຣະວັງເຈົ້າຊູ່ພາຍ
ຍາບໆເຫຼື້ອມ ເຂົາແກວ່ງຈຳມອນ
ພູທອນສເດັດ ອອກເມືອງຍ່າງຍ້າຍ
ເຈົ້າກໍ ໄປຈອດຢັ້ງ ຫໍໄຊໂຮມບ່າວ
ຄັນວ່າ ມາຖ້ວນແລ້ວ ຍາມກ້າດ່ວນໄປ
ຄົນຄັ່ງເທົ້າ ເຕັມແຜ່ນທໍຣະນີ
ປະຖະພີບົດ ໄງ່ຄວັນຄຸງຟ້າ
ຍາບໆແສ້ ໄຫຼຫຼັ່ງຕາມທາງ
ພະກໍ ທົງພາຍສານ ຍ່າງເງີຍງາມລະຫ້ອຍ
ແຊງງ່ອນຕັ້ງ ເທິງຫຼັງດູອາດ
ຍາບໆແກ້ວ ຄຳລ້ວນເຮື່ອເຮືອງ
ຜ້າມ່ານກັ້ງ ຖົກອອກຣະວັງເສັຽ
ໄຫມຄຳປັກ ແສ່ວດາວແກມແກ້ວ
ເສີນໆຊ້າງ ພາຍສານຍົກຍ່າງ
ຄົນແຫ່ລ້ອມ ສອງຂ້າງແລ່ນຕາມ
ໃຍ່ໆແສ້ ປະຄືເບີກຕາມລົມ
ທົມໆສຽງ ແຜ່ນດິນດາພື້ນ
ໄທປືນພ້ອມ ດາກັນເປັນຫມູ່
ຫອກແລະງ້າວ ແຂວນສ້ອຍໃສ່ຍອງ
ໄທພວກມ້າ ສຸບຫມວກຖືທວນ
ເດີນພລັນໄປ ກ່ອນພົນຫົວຫນ້າ
ຄົນຄັ່ງເທົ້າ ເຫຼືອດິນເດັຽຣະດາດ
ຍາບໆແສ້ ຄືນຳ້ຢຶ່ງຢາຍ
ເລີຍເລົ່າ ກາຍຫົນຫ້ອງ ເມືອງສີສັຕນາກ
ຂ້າມໂລກກວ້າງ ຄະນຶງໂອ້ອ່າວຫຼັງ
ເດືອນສາມເຕົ້າ ຍຸງແງວຫາຄູ່
ຫອມດອກໄມ້ ຍິນສະບັ້ນເມື່ອຍມະໂນ
ໂອນໍບັດນີ້ ມາໄກຫ້ອງ ໂສໂກຍິນໂສກ ເຮວແລ້ວ
ຄຽດທີ່ໄທຂີ້ຮ້າຍ ທຳສົ້ມແກ່ໃຈ ດັ່ງນີ້
ກູຊິ ທຳມຸ່ນມ້າງ ເມືອງແຫ່ງມັນເສັຽ ບໍ່ຢ່າແລ້ວ
ເອົາຄົວມັນ ກວາດມາເປັນຂ້ອຍ
ກູຈັກ ທຳໃຫ້ແລ້ວ ສົມດັ່ງຄຳຄຶດ
ສັງມາ ປອງທຳເວນ ຊູ່ປີເລີງເລື້ອຍ
ຄອຍເລົ່າ ວອຍໆຍ້າຍ ເຊີງຊຳຊຳ້ຍ່າງ ໄປແລ້ວ
ເຖິງທີ່ ຄາວຈອດແລ້ວ ຮຽງຮ້ານສຳຣານ
ຝູງບ່າວແກ້ວ ຕັ້ງຕູບແປງວຽງ
ລາງພ່ອງ ຫາອາຫານ ໃສ່ພາສເວີຍເຈົ້າ
ລາງພ່ອງ ເອົາຊ້າງມ້າ ລົງອາບສົງຊົນ
ບໍຣິບວນເລີຍ ຄຳ່ແລງແລຄ້ອຍ
ເຂົາເສບເຈົ້າ ສເວີຍແລງແລ້ວຢ່າ
ມົວມືດໄມ້ ຕາເວັນເຂົ້າສູ່ເຂົາ
ເຂົາກໍ ເອົາກັນຕັ້ງ ຮັກສາຍາມປັນປ່ຽນ
ຢາຍດານໄວ້ ຣະວັງລ້ອມຊູ່ພາຍ
ພະບາດເຈົ້າ ທົງບັນທົມໄສຍາດ
ເຖິງຮຸ່ງແຈ້ງ ວັນເຂົ້າຂອບເຂົາ
ເຈົ້າກໍ ສເວີຍງາຍແລ້ວ ເຕີນພົນປະດັບເຄື່ອງ
ເໝິດຖ້ວນແລ້ວ ສເດັດຍ້າຍເຄື່ຶອນໄປ ຫັ້ນແລ້ວ
ແຕ່ນັ້ນ ຄວາມຊ່າເທົ້າ ເໝິດຂອບລາວໄທ
ເປັນດັ່ງ ແສງສຸຣິໂຍໄທ ທ່ຽງຍາມເດືອນຫ້າ
ເຂົາກໍ ຍິນຂາມແທ້ ສົມພານພູວະນາດ
ເຂົາກໍ ຫມາຍເພິ່ງເຈົ້າ ບຸນກວ້າງຊູ່ເມືອງ ແທ້ແລ້ວ
ໃຜບໍ່ ຂັດແຂງໄດ້ ກົວຕາຍຢ້ານສັ່ນ ຈິງແລ້ວ
ຄອງວ່າ ເຈົ້າຮອດແລ້ວ ຂໍເຝົ້າເພິ່ງບຸນ ຫັ້ນແລ້ວ
ແຕ່ນັ້ນ ພຍາໄກເຈົ້າ ພູຂັນຮູ້ຂ່າວ
ມັນກໍ ຊົມຊື່ນແທ້ ຄອງເຈົ້າຊູ່ວັນ
ເມື່ອໃດ ພະຫາກມາຮອດແລ້ວ ຊິເອົາພົນໄປສູ່ ຈິງແລ້ວ
ຄຽດທີ່ ໄທຂີ້ຮ້າຍ ເມືອງຂວຳ້ວຸ່ນວາຍ ແທ້ແລ້ວ
ຈັກອາສາຄຳ້ ພຍາພົມບໍ່ມີຢ່ອນ ມັນແລ້ວ
ຈັບຜູກປີ້ງ ຕີຂ້າແມ່ນໃຈ ແທ້ແລ້ວ
ຄຽດທີ່ ມັນແປ່ມ້າງ ປອງຈູດເມືອງເສັຽ ດັ່ງນັ້ນ
ບັດນີ້ ເວນນຳທັນ ຄອບມັນລາງແລ້ວ

Wiz

unread,
Jan 28, 2005, 10:47:07 AM1/28/05
to
Was Phraya Phomphakdee iss the same as Phraya Suriyaphakdee (Pom
Ammatayakul) who was goign to Viangchan for Tattoing?

laokhamhom

unread,
Jan 28, 2005, 10:58:09 PM1/28/05
to
chapter 15: Chao Anou arrived at Khorat

Chao Anou arrived at Khorat and was received by the officials. They
proposed of relocating the population to Viangchanh fearing that
phomphakdi who was absent from the town would return to punish them so
he agreed and gave them swords and rifles for them to carry out the
task. Lot of commotion began among the population, the thai, the khmer,
the chinese, the mon as they hastily packing their belonging for
evacuation to Viangchanh, some hid their valuables by burying in the
yard, some tossed them in the pond.


ຕອນທີ ໑໕: ເຈົ້າອະນຸເດີນທາງເຖິງເມືອງໂຄຣາດ

ແຕ່ນັ້ນ ພະບາດເຈົ້າ ດັ້ນດຸ່ງໂດຍສເດັດ
ຫຼາຍວັນຄືນ ຄ່ຽນຄາວເມືອໜ້າ
ກໍຈຶ່ງ ເຖິງແຫ່ງຫ້ອງ ຄອນຣາດສີມາ
ທັງເມືອງຫລຸ ອອກມາຫາເຈົ້າ
ບົວບາງພ້ອມ ຖວາຍພະອົງທຸກສິ່ງ
ຂໍໃຫ້ ພະໂຜດລ້ຽງ ເປັນຂ້າສ່ວຍຕີນ ແດ່ທ້ອນ
ຄັນວ່າ ອົງປະທານໃຫ້ ສັນໃດຕັດພະໂອດ ມາເທີ້ນ
ຂ້ານ້ອຍ ເຝົ້າທູນຂມ່ອມແກ້ວ ຂໍແຈ້ງຣາຊການ ທ່ຽງແລ້ວ
ຈັກວ່າ ເອົາຄົວຂຶ້ນ ວຽງຈັນຮູ້ວ່າຢູ່ ດີນັ້ນ
ຄັນວ່າ ພະໂຜດໃຫ້ ໃດແທ້ຮ່ວມໂດຍ ຫັ້ນແລ້ວ
ອັນວ່າ ພຍາພົມເຈົ້າ ຫນີເມືອງຄວ້າງຢູ່ ສັນນັ້ນ
ມັນບໍ່ ຮູ້ເຫດກຳ້ ສັງແທ້ທໍ່ໃຍ ພະເອີຍ
ເກງບາດ ມັນຮູ້ແລ້ວ ກັບຕ່າວຄືນມາ ດັ່ງນັ້ນ
ກໍບໍ່ ມີຝີມື ດື້ຊົນມັນໄດ້
ເຜື່ອວ່າ ຢາກຖາງທາງຂຶ້ນ ວຽງຈັນໃຫ້ມັນສວ່າງ ເສັຽນັ້ນ
ເຫຼືອແຕ່ ການເຮັ່ງຮ້ອນ ຫຼາຍຂໍ້ບໍ່ວາຍ ພະເອີຍ
ແຕ່ນັ້ນ ອົງກະສັດເຈົ້າ ປົງປະທານຄົບເຄື່ອງ
ປືນແລະງ້າວ ວາງໃຫ້ຊູ່ອັນ ແທ້ແລ້ວ
ພະກໍ ມີອາດໃຫ້ ກຸມອອກຍັງຄົວ
ສູຈົ່ງ ເມືອວຽງຈັນ ຢ່າເນີນນານແທ້
ເຈົ້າກໍ ຈັດເລັ່ງຟ້າວ ຂົນອອກຍັງຄົວ
ເຂົາກໍ ໂດຍຄຳພະ ແລ່ນເມືອທັງຟ້າວ
ອຸຂລຸກເອົ້າ ເຕັມເມືອງຊີຊວ່າ
ຄອນຣາດກວ້າງ ສຽງໄຫ້ທົ່ວເມືອງ ຫັ້ນແລ້ວ
ຂເມນໄທພ້ອມ ຈີນມອນຟ້າວຟັ່ງ
ເຂົາກໍ ຊຸກເຊື່ອງໄວ້ ຂອງນັ້ນຊູ່ອັນ
ລາງພ່ອງ ຖິ້ມໃສ່ນຳ້ ຈົມຢູ່ໃນສະ ກໍມີ
ລາງພ່ອງ ຝັງໃນດິນ ຈິ່ມເຮືອນແຄມຄຸ້ມ
ເຂົາກໍ ຫລຸຫຼັ່ງຍ້າຍ ຂົນອອກຍັງຄົວ
ເອົາກວຽນຂົນ ອອກມາປານນຳ້
ສາມະນະສັງຄະເຈົ້າ ຊີພາມທຸຂເວດ
ປະວາດຜ້າ ທຳເຈົ້າແຕກຄອງ
ຍາບໆແສ້ ຍິງເຈັ່ຽຊາຍອອງ
ເຂົາກໍ ໄປກອງກັນ ທີ່ແຄມມູນເດັ້ງ
ແຕ່ນັ້ນ ທະຫານເຈົ້າ ເໜືອຫົວຢັ້ງຂມ່ອມ
ປະດັບແຕ່ງຕັ້ງ ວຽງແກ້ວກໍສູງ
ກັບທັງ ຫໍປັນເຈົ້າ ຖວາຍພະອົງສຖິດຈອດ
ຄົບເຄື່ອງລ້ວນ ເລີຍແລ້ວລຳ່ບວນ
ເຈົ້າກໍ ເນົາສຖິດຫ້ອງ ຫໍປັນດູອາດ
ເສເນດລົ້ນ ຣະວັງລ້ອມແຫ່ແຫນ
ທັງສີ່ດ້ານ ຫົວພຍາທັງສີ່
ຢາຍໜ່ວຍຄ້າຍ ວຽງອ້ອມຊູ່ພາຍ


laokhamhom

unread,
Jan 29, 2005, 10:02:16 PM1/29/05
to
chapter 16: Phagna Kay volunteered to capture Phomphakdy

Upon learning of his arrival, Phagna Kay came to pay tribute and
reported the events. Since phomphakdy was responsible for torching his
town, he volunteered to capture phomphakdy, but he escaped the burnning
phoukhan empty handed so he needed weapons for his men. He was granted
with the supplies he needed and was ordered to bring back phomphakdy,
dead or alive.
ຕອນທີ ໑໖ : ພຍາໄກ ອາສາຈັບພຍາພົມພັກດີ

ແຕ່ນັ້ນ ພຍາໄກເຈົ້າ ພູຂັນຮູ້ເຫດ
ເຈົ້າກໍ ພາບ່າວແກ້ວ ມາແທ້ບໍ່ນານ
ມາເຫັນເຈົ້າ ເໜືອຫົວຢັ້ງຂມ່ອມ
ຖວາຍເຫດແຈ້ງ ຫຼາຍຂໍ້ແຕ່ຫຼັງ
ຂ້ານ້ອຍ ຂໍເອົາແທ້ ພຍາພົມມີປ່ອຍ ມັນແລ້ວ
ມັນຜູ້ ປຸນແປ່ມ້າງ ເມືອງບ້ານຊູ່ພາຍ ແທ້ແລ້ວ
ທໍ່ວ່າ ຍັງຍາກແທ້ ມາແຕ່ຕີນມື ພະເອີຍ
ເຫດວ່າ ໂຕນເມືອງໜີ ບໍ່ທັນດາຫ້າງ
ອັນວ່າ ພຍາພົມນີ້ ທຳເວນຫຼາຍເທື່ອ ຈິງແລ້ວ
ມັນຫາກ ຫຼອນຈູດບ້ານ ເມືອງແທ້ສະແມ່ງຕາຍ ພະເອີຍ
ດີທໍ່ ສົມພານເຈົ້າ ເໜືອຫົວປົກຂມ່ອມ ຈິງແລ້ວ
ກໍຈຶ່ງ ພໍປ່ອຍພົ້ນ ໜີແທ້ແຕ່ມື ເຈົ້າເຮີຍ
ຜິວ່າ ມີຫອກງ້າວ ບໍ່ໃຫ້ກີດເຄືອງພະໄທ ແທ້ແລ້ວ
ຂ້ານ້ອຍ ຂໍອາສາ ຈອບເອົາຈົນໄດ້
ແຕ່ນັ້ນ ພະບາດເຈົ້າ ປົງເຄື່ອງສົງຄາມ
ທ່ານຈົ່ງ ນຳໄປເອົາມັນ ສົ່ງມາຢ່າຊ້າ
ເອົາເປົນບໍ່ໄດ້ ເອົາຕາຍກໍຕາມຊ່າງ ຫັ້ນທ້ອນ
ຄັນວ່າ ຫາກດູຍາກແທ້ ພະອົງຊຳ້ຊິແຕ່ງເຕີມ ທ່ານເອີຍ


laokhamhom

unread,
Jan 29, 2005, 10:19:04 PM1/29/05
to
chapter 17: Phomphakdy planned resistance

Phomphakdy learned about the event so he sneaked back in disguise to
khorat during the night and hid in his family compound. He instructed
his trusted men to propose to Chao Anou that the evacuation needed to be
slowed down since this process couldn't be done too hastily, the peasant
families had been dispersed in various directions and got lost. Beside
that they did not gather enough food supplies with them for this long
journey, they would eventually starve. Chao Anou agreed and had them
reorganized the relocation process. This fell into Phomphakdy plan so he
ordered his men to organized the group of families that resisted the
relocation, lined up their oxcarts to form the fortress while keeping
the families in the middle. His horsemen then busy herding the group of
families. Thing began to look a bit strange to the suspicious lao, when
asked they replied that they were organizing the relocation so the lao
truly beleived, partly because the lao was already awared of this task.


ຕອນທີ ໑໗: ພຍາພົມພັກດີວາງແຜນຕໍ່ຕ້ານວຽງຈັນ

ແຕ່ນັ້ນ ຄວາມຊ່າເທົ້າ ເຖິງມັນທຸກສິ່ງ
ມັນກໍ ທຳເລດໃຫ້ ສເມີພ້ຽງດັ່ງຕົນ ນັ້ນແລ້ວ
ມັນກໍ ລົດເຄື່ອງເອ້ ໃຫ້ບ່າວຂອງມັນ
ເຂົາຫາກ ທຳກະບວນເປັນ ດັ່ງຕົວຈິງແທ້
ແລ້ວຈຶ່ງ ສອນສັ່ງໃຫ້ ທຸກສິ່ງແປງກົນ
ຄັນຫາກ ເຫັນພະໄກມາ ລ່າຍພາງເມືອໜ້າ
ມັນກໍ ແປງຕົນໃຫ້ ຕອງຕອຍດູຕຳ່
ແລ້ວຈຶ່ງ ກັບຕ່າວປີ້ນ ມາແທ້ທ່ຽງຄືນ ຫັ້ນແລ້ວ
ມັນກໍ ເຂົ້າລອບລີ້ ດອມຄົວມັນຢູ່
ແລ້ວເລົ່າ ແປງກົນຕົວະ ບອກເຂົາຫຼາຍຂໍ້
ມັນກໍ ຕົກແຕ່ງໃຊ້ ຝູງຫມູ່ມີປັນຍາ
ໄປທູນຂໍ ຮຳ່ຮຽນດອມເຈົ້າ
ໃຫ້ສູ ທູນຂໍແທ້ ຕາມຄອງໃຫ້ມັນຄ່ອງ ຫັ້ນທ້ອນ
ຄັນວ່າ ຟ້າວດ່ວນຍ້າຍ ຄົວນັ້ນຊິບໍ່ທັນ ວ່າເນີ
ເຫດວ່າ ຄົນແຕກມ້າງ ປົບແລ່ນຫຼາຍທາງ ຢູ່ແລ້ວ
ຝູງຂ້າ ຂໍເຊົາໂຈະ ເພື່ອໂຮມເອົາແທ້
ຄັນຫາກ ຮອນໂຮມແລ້ວ ຍາມໃດຂໍຄອບ ພະອົງນັ້ນ
ຄັນຫາກ ເໝິດຖ້ວນແລ້ວ ຄູນຂຶ້ນບໍ່ນານ ພະເອີຍ
ຄັນຫາກ ເຫິງນານແລ້ວ ພຍາພົມຊິມາຮອດ
ມັນຫາກ ຍັງຢູ່ຄ້າງ ເມືອງບ້ານແຫ່ງພະໄກ ທີ່ພຸ້ນ
ຝູງຂ້າ ຂໍເຊົາຢັ້ງ ແປງກວຽນລໍ້ກ່ອນ
ພໍໃຫ້ ມີອັນຂົນໃສ່ເຂົ້າ ໄປລ້ຽງລູກເມັຽ ພະເອີຍ
ແຕ່ນັ້ນ ອົງກະສັດເຈົ້າ ຕັດໂຜດຄວາມດີ
ສູຈົ່ງ ເດົາດາແປງ ຊູ່ອັນຢ່າຟ້າວ
ໃຫ້ສູ ຄຸມຄົວໄວ້ ທາງໃດຢ່າໃຫ້ລ່ວງ ເສັຽນັ້ນ
ກົດໝວດໄວ້ ຈຳເສັ້ນຊູ່ຄົວ ຫັ້ນທ້ອນ
ຢ່າໃຫ້ ເຂົາຄາຄ້າງ ຫົນໃດຈັກແຫ່ງ
ປັດກວາດເຂົ້າ ໂຮມແທ້ບ່ອນດຽວ ຫັ້ນເທີ້ນ
ເຂົາກໍ ແຈ້ງອາດແລ້ວ ລຸກເລີກລາເມືອ
ເຖິງຄົວຕົນ ທີ່ແຄມມູນເດັ້ງ
ແຕ່ນັ້ນ ພຍາພົມເຈົ້າ ເຕືອນພົນທຸກໝູ່
ສູຢ່າຊ້າ ຕີມ້າເລັ່ງໄປ ທຽວເທີ້ນ
ຈັດກຽມໄວ້ ຝູງໝູ່ກຳລັງ
ທັງຍິງຊາຍ ຊ່ວຍກັນຢ່າຄ້ານ
ປະດັບແຕ່ງຫ້າງ ຝູງຫອກທັງປືນ
ຢ່າລ່າໃຈ ຊູ່ຄົນຈິງແທ້
ຢ່າໄດ້ ຜາຍຜິ່ວຟົ້ງ ໄປແກ່ຄົນໃດ ຫັ້ນເທີ້ນ
ຄັນວ່າ ເຂົາຫາກມີຄຳຖາມ ບອກໄປຄຳລ້ຽວ
ຝູງຂ້າ ຈັດຄົວໄວ້ ຝູງໝູ່ສຳມະໂນ
ສຳມະ ໂນຄົວຍາດເມືອງວຽງຈັນ ເຮັ່ຽຮວາຍບໍ່ຮູ້
ເຂົາກໍ ຂີ່ມ້າແລ້ວ ຕິແລ່ນໄປມາ
ທາງລາວເຫັນ ເຊື່ອໃຈຈິງແທ້
ເຂົາກໍ ເອົາກວຽນຕັ້ງ ເປັນວຽງເກາະກ່າຍ
ຢາຍຢາດອ້ອມ ຄົນເຂົ້າຢູ່ກາງ
ທຸກໝູ່ພ້ອມ ໄທແຫ່ງຊາວຄົວ
ເຂົາກໍ ເປັນໃຈດຽວ ດັ່ງກັນຕົງສ້ຽງ
ເຂົາກໍ ຕຽມຕົວໄວ້ ໄທຄົວທຸກໝູ່
ເມື່ອໃດ ເຂົາຫາກຈັດເລັ່ງຍ້າຍ ຍໍຂຶ້ນຕ່າວຄືນ ຫັ້ນເທີ້ນ
ອັນນີ້ ຫາກແມ່ນຄວາມຄຶດເຈົ້າ ພຍາພົມຕົນອາດ ຈິງແລ້ວ
ມັນກໍ ອຳອົມໄວ້ ໃນຫັ້ນຊູ່ເຊີງ ແທ້ແລ້ວ


ອີ່ລຸງທອງວັນ

unread,
Jan 30, 2005, 12:37:50 AM1/30/05
to
ລາວຄຳຫອມ,
ເຈົ້າມີແຕ່ແນວດີໆມາໃຫ້ຫມູ່ອ່ານ
ດີແລ້ວ..ເຮັດໄປເລື້ອຍໆ..ບຸນຊິຄ້ຳຊູເມືອຫນ້າ

pizone

unread,
Jan 30, 2005, 12:04:25 PM1/30/05
to
ແມ່ນຄວາມອີ່ລຸງທອງວັນ
ຂອບໃຈລາວຄຳຫອມ.
ຮັກແພງ
ປີຊອນ

laokhamhom

unread,
Jan 30, 2005, 2:02:38 PM1/30/05
to
chapter 18: Chao Anou ordered evacuation of Meuang Pai, Meugn Paik

Chao Anou ordered the evacuation of two townships, Meuang Pai, Meuang
Paik. All lao, khmer, thai, kha would be evacuated to Viangchanh. Phagna
Siamlap who resisted was executed. The lao of Saraburi welcome this
opportunity to be able to finally go back to Viangchanh, no longer be
slaves to siamese so they hurriedly joined the repatriation. As for the
frustrated Phagna Kay, he was duped by phomphakdy about his whereabout
so he kept on chasing him place after place.


ຕອນທີ ໑໘ : ເຈົ້າອະນຸສັ່ງໃຫ້ກວາດເອົາຄົວເມືອງແປະ ເມືອງປັກ

ແຕ່ນັ້ນ ອົງອາດເຈົ້າ ຢັ້ງຂມ່ອມວຽງຈັນ
ພະຈຶ່ງ ມີບັນຊາ ຊູ່ນາຍຈິງແທ້
ສູຈົ່ງ ໄປກວາດຕ້ອນ ບ້ານນອກຄາເມ
ຈັດຄົວມາ ເລັ່ງເລວຢ່າຊ້າ
ເມືອງແປະພ້ອມ ເມືອງປັກປັດຂອດ
ຂເມນສ່ວຍພ້ອມ ໄທຂ້າໝູ່ລາວ
ຝູງບ້ານນ້ອຍ ຢູ່ຂອກແຄມເມືອງ ກໍດີ
ຈັດຂົນໄປ ຊູ່ຄົນຢ່າຄ້າງ
ປັດກວາດເຂົ້າ ວຽງຈັນເຂາະຂອດ
ຕັ້ງແຕ່ ດົງຟາກນີ້ ຢ່າໄວ້ຜູ້ໃດ ຫັ້ນເທີ້ນ
ແຕ່ນັ້ນ ເລີຍແຕກມ້າງ ເໝິດຂອບລາວໄທ
ຂົນຄົວມາ ສູ່ພະອົງເປັນເຈົ້າ
ທໍ່ວ່າ ຍັງຂັດແຂງແທ້ ພຍານະຄອນສຽມລາບ ຈິງແລ້ວ
ເຈົ້າກໍ ຟັນມອດມ້ຽນ ເສັຽແທ້ຊີບຊີວັງ ຫັ້ນແລ້ວ
ເຫັນແຕ່ ຄົວມາກລົ້ນ ເຕັມແຜ່ນທໍຣະນີ
ທັງລາວໄທ ໝູ່ຍວນມີພ້ອມ
ຕັ້ງແຕ່ ດົງຟາກນັ້ນ ຂົງເຂດສຣະບູຣີ
ເຂົາກໍ ຍິນດີດອມ ເພິ່ງບຸນຈອມເຈົ້າ
ບັດນີ້ ເຂົາຈັກໄດ້ຄືນເມືອສ້າງ ເມືອງຫຼັງຂອງເກົ່າ ເຮົາແລ້ວ
ເປັນຂ້າເຈົ້າ ເຮົາແທ້ແຕ່ຫຼັງ ເຈົ້າເຮີຍ
ເຂົາກໍ ຕີຄົວຂຶ້ນ ໜີໄທລັດເລັ່ງ
ມາສູ່ເຈົ້າ ບຸນກວ້າງບໍ່ນານ ຫັ້ນແລ້ວ
ແຕ່ນັ້ນ ພຍາໄກເຈົ້າ ພາພົນດັ້ນດຸ່ງ ຄືນແລ້ວ
ເຖິງຂອບບ້ານ ເມືອງແທ້ທີ່ຕົນ
ແຍງໜ່ວຍຄ້າຍ ທັບທີ່ພຍາພົມ
ເອົາກຳລັງ ແວດວຽງຣະວັງອ້ອມ
ເລີຍເລົ່າ ເຫັນແຕ່ຄົນເຂົາຄ້າງ ໃນວຽງນ້ອຍຫນຶ່ງ ຈິງແລ້ວ
ເຂົາກໍ ຕົວະລ່າຍແກ້ ຫຼາຍຂໍ້ເຊື່ຶງຄວາມ
ເຂົາວ່າ ພຍາພົມເຈົ້າ ໜີດົນສາມສີ່ ວັນແລ້ວ
ມັນກໍ ປະບ່າວໄວ້ ໜີລີ້ແຕ່ຕົວ ແທ້ແລ້ວ
ມັນກໍ ເອົາຕົວເຂົ້າ ແຊງຫຼວງລີ້ຢູ່
ເຜື່ອວ່າຢ້ານ ກົວແທ້ຊູ່ອັນ ເຈົ້າເຮີຍ
ແຕ່ນັ້ນ ພຍາໄກເຈົ້າ ຕາມໄປໂດຍດ່ວນ
ເຖິງທີ່ຄ້າຍ ມັນແທ້ຈອບຟັງ ຫັ້ນແລ້ວ
ເຂົາກໍ ຕີຟາດຄ້ອງ ສຽງເສບເປັນກົນ
ຄືດັ່ງ ຕົວພຍາພົມ ຢູ່ຍັງໃນຫັ້ນ
ພຍາໄກເຈົ້າ ເອົາພົນຣະວັງແວດ
ຫຽັບເຂົ້າໃກ້ ໄປແທ້ບໍ່ເຫັນ
ເຫັນແຕ່ ເຂົາຍັງຄ້າງ ໃນວຽງສາມສີ່ ຄົນນັ້ນ
ເຈົ້າກໍ ໂຈດໄຕ່ຂໍ້ ເຂົານັ້ນຊູ່ອັນ ຫັ້ນແລ້ວ
ເຂົາກໍ ຕິລ່າຍແກ້ ຄືດັ່ງພາຍຫຼັງ
ເຂົາວ່າ ຕົວພຍາພົມ ອອກໜີວານນີ້
ແຕ່ນັ້ນ ພຍາໄກເຈົ້າ ຟັງຄຳເຂົາລ່າຍ
ກໍບໍ່ ຮູ້ເຫດລ້ຽວ ເຂົາແທ້ທໍ່ໃຍ ຫັ້ນແລ້ວ

0 new messages