Google Groups no longer supports new Usenet posts or subscriptions. Historical content remains viewable.
Dismiss

ຂໍເຊີນຮ່ວມຊຸມນຸມປະທ້ວງ ສປປລ

18 views
Skip to first unread message

ຜູ່ບ່າວລາວ

unread,
Nov 30, 2009, 1:05:35 AM11/30/09
to
ທີ່ປະເທສ ສຫະຣັຖ ອາເມຣິກາ ຂໍເຊີນຮ່ວມຊຸມນຸມປະທ້ວງທີ່: ສຖານທູຕ ສປປ ລາວ
Laos Embassy 2222 S Street, NW., Washington, DC USA
ມື້ວັນເສົາ ວັນທີ: 5 ເດືອນ: 12, 2009 ເວລາ: 2:00 PM. ~ 6:00 PM

ທີ່ຢູໂຣບ ຂໍເຊີນຮ່ວມຊຸມນຸມປະທ້ວງທີ່: ຫ້ອງປະຊຸມ ປົກຄອງເມືອງ ແຊງເລີ
ຊານເມືອງປາຣີ
Salle A rue Emile Bonnet 95 320 Sait-leu la Foret-France. France
ມື້ວັນເສົາ ວັນທີ: 5 ເດືອນ: 12, 2009 ເວລາ: 2:00 PM. ~ 6:00 PM

ທີ່ປະເທສ ອ໊ອສເຕຣເລັຽ ຂໍເຊີນຮ່ວມຊຸມນຸມປະທ້ວງທີ່: ສຖານທູຕ ສປປ ລາວ
Laos Embassy 1 Dalman Crescent, O'Malley ACT 2606 Australia
ມື້ວັນເສົາ ວັນທີ: 5 ເດືອນ: 12, 2009 ເວລາ: 11.00 AM. ເປັນຕົ້ນໄປ

ຈຸດປະສົງຂອງການເດີນຂະບວນຊຸມນຸມປະທ້ວງໃນຄັ້ງນີ້ມີຄື:

1. ຂໍປະທ້ວງຣັຖບານ ສປປລ ທີ່ມີການປົກຄອງແບບຜເດັດການ
ແລະລາວເປັນຫົວເມືອງຂຶ້ນຂອງວຽດນາມ
2. ທວງໃຫ້ຣັຖບານ ສປປລ ປ່ອຍນັກສຶກສາທີ່ເດີນຂບວນປະທ້ວງ ຄັ້ງວັນທີ Oct. 26,
1999
3. ທວງໃຫ້ຣັຖບານ ສປປລ ປ່ອຍນັກສຶກສາທີ່ເດີນຂບວນປະທ້ວງ ຄັ້ງວັນທີ Nov. 2,
2009 ແລະນັກໂທສ ການເມືອງຄົນອື່ນໆ ໂດຍບໍ່ມີເງື່ອນໄຂ
4. ທວງໃຫ້ຣັຖບານ ສປປລ ມີມະນຸສທັມ, ມີສິດທິໃນການຊຸມນຸມ,
ສິດທິໃນການນັບຖືສາສນາ, ສິດທິໃນການປາກເວົ້າແລະຂີດຂຽນ ໃນ ສປປລ
5. ທວງໃຫ້ຣັຖບານ ສປປລ ມີການເລືອກຕັ້ງຢ່າງເສຣີ
ໂດຍມີຫລາຍພັກການເມືອງເຂົ້າຮ່ວມ
------------------------------

ບັດເຊີນຂອງ ປະທານອົງການພັນທະມິຕເພື່ອປະຊາທິປະໄຕໃນລາວ

ບັດເຊີນເຂົ້າຮ່ວມມິດຕິງປະທ້ວງທີ່ປາຣີ ຄັ້ງວັນທີ່5 ທັນວາ 2009

ຮຽນເຊີນທ່ານ: ພ້ອມດ້ວຍຄນະ...

ຕໍ່ຫນ້າສະພາບການທີ່ ຣັຖບານ ສປປລາວ
ໄດ້ທຳການຈັບຄຸມປະຊາຊົນລາວຢູ່ໃນປະເທດຈຳນວນຫລາຍ
ຮ້ອຍຄົນທີ່ລຸກຂຶ້ນຕໍ່ສູ້ທວງເອົາສິດເສຣີພາບ
ຂອງຊົນຊາດລາວໃນຕົ້ນເດືອນພືສຈິກາ 2009 ຜ່ານມາ ແລະ
ໃນໂອກາດວັນມະຫາອຸບາດຂອງຊາດລາວວັນທີ່ສອງທັນວາ ຄົບຮອບສາມສິບສີ່ປີ
ພາຍໃຕ້ລະບອບ ຜະເດັດການ ຄອມມູນິສພັກດຽວ
ພວກເຮົາຂໍຮຽກເຊີນທ່ານເຂົ້າຮ່ວມມິດຕິ່ງປະທ້ວງເພື່ອສະແດງທ່າທີ, ເພື່ອອອກ
ຖແລງການຕໍ່ເຫດການດັ່ງກ່າວຊຶ່ງຈະຈັດຂື້ນໃນວັນທີ່ 5 ທັນວາ 2009 ທີ່
ຫ້ອງປະຊຸມ ປົກຄອງເມືອງແຊງເລີ ຊານເມືອງປາຣີ, ປະເທດຝຣັ່ງເສດ:

Salle A rue Emile Bonnet
95 320 Sait-leu la Foret-France. Tel:.01-39 84 28 70

ເລີ່ມຕົ້ນແຕ່ເວລາ 14ໂມງ ເຖິງ 18 ໂມງ.

ລາຍການມິດຕິ່ງ:

- ໂຄສົກປະກາດເປີດພິທີ ແລະ ກ່າວຕ້ອນຮັບແຂກທີ່ເຂົ້າຮ່ວມ
- ການອ່ານສານປະທ້ວງ, ຖແລງການ ຫລືຄຳເຫັນ ຂອງຜູ້ຕາງຫນ້າການຈັດຕັ້ງຕ່າງໆ
ແລະສ່ວນບຸກຄົນ
- ກອງປະຊຸມນັກຂ່າວ( ຄຳຖາມ, ການສົນທະນາ ຈາກ ວົງການຂ່າວສານ ຕໍ່ທີ່ຊຸມນຸມ) .

ພວກເຮົາຫວັງວ່າທ່ານຄົງຈະສະລະເວລາອັນມີຄຸນຄ່າ
ເຂົ້າຮ່ວມຊຸມນຸມອັນສຳຄັນຄັ້ງນີ້ດ້ວຍ.

ເຢັຽຣະມັນ, ວັນທີ່14 ພຶສຈິກາ2009

ປະທານອົງການພັນທະມິຕເພື່ອປະຊາທິປະໄຕໃນລາວ
ດຣ.ບຸນທອນ ຈັນທະລາວົງ-ວີເຊີ

ຄະນະກັມມະການຈັດຕັ້ງມິດຕ່ິງປະທ້ວງ:

- ພັນທະມິຕເພື່ອປະຊາທິປະໄຕໃນລາວ Tel.: Paris: 01- 39 84 28 70 ຫລື 01-39
64 15 38; Germany: +49- 2334-4444668, Belgique: + 32-473- 69 30 93
- ສະພາຜູ້ຕາງຫນ້າຊົນຊາວລາວນອກປະເທດ
- ພັກປະຊາຊົນລາວລ້ານຊ້າງ
- ກັມມະການປະສານງານລາວຝ່າຍຄ້ານ
- ມູນນິທິ ທອງສຸກ ສາຍສັງຄີ
- ພັກເປັນກາງ
- ຣັຖບານຣາຊອານາຈັກລາວພັດຖິ່ນພາກພື້ນຝຣັ່ງ-ຢູໂຣບ
- ພັກເສຣີປະຊາທິປະໄຕລາວ
- Union Lao pour la Neutralite
- ສາມະຄົມສັມພັນຊາວພຸດລາວ ທີ່ ປະເທດຝຣັ່ງແລະເອີຣົບ

ໝາຍເຫດ:

ທ່ານທີ່ຕິດທຸລະບໍ່ສາມາດໄປຮ່ວມມິດຕິ່ງປະທ້ວງດ້ວຍຕົວເອງໄດ້
ກະຣຸນາສົ່ງຖແລງການ,ສານປະທ້ວງ ຫລື
ຄຳເຫັນໄປຫາຄະນະກັມມະການຈັດຕັ້ງມິດຕິ່ງຊຶ່ງພວກເຮົາ
ຈະນຳໄປອ່ານຕໍ່ທີ່ຊຸມນຸມດັ່ງກ່າວ
ໂດຍຈະມີການອອກຂ່າວທາງອິງເຕີແນັດສົ່ງເຂົ້າປະເທດລາວ ແລະ
ທົ່ວໂລກຊາບດ້ວຍ,ບ່ອນສົ່ງ:

- ADL, Hohenlimburgerst.120, 58093 Hagen, Germany.Tel: +49-2334-4444
668, E-mail: chanth...@aol.com ຫລື
- ADL, 1, rue Gallieni, 95 360 Montany, France,Te.: +33-1-39 84 28 70.

thanouxay

unread,
Nov 30, 2009, 6:59:47 PM11/30/09
to
ດກຈ,

ຊ່ວຍໄປຖ່າຍຮູບມາອອກເວທີເຮົາແດ່ເດີ້ ຈັກນ້ອຍເພີ່ນສີ່ວ່າ ພວກເຮົາ
ອອກຂ່າວແບບບໍ່ກ້ຳເກີ່ງ. ຖ່າຍເອົາຂັກໆໃຫ້ແດ່ ວ່າໜ້າຕາແຕ່ລະຄົນສົດໄສ
ເປັນຄືແນວໄດເດີ້.

ໂຊກດີ

> 64 15 38; Germany:              +49- 2334-4444668        +49- 2334-4444668, Belgique:              + 32-473- 69 30 93        + 32-473- 69 30 93


> - ສະພາຜູ້ຕາງຫນ້າຊົນຊາວລາວນອກປະເທດ
> - ພັກປະຊາຊົນລາວລ້ານຊ້າງ
> - ກັມມະການປະສານງານລາວຝ່າຍຄ້ານ
> - ມູນນິທິ ທອງສຸກ ສາຍສັງຄີ
> - ພັກເປັນກາງ
> - ຣັຖບານຣາຊອານາຈັກລາວພັດຖິ່ນພາກພື້ນຝຣັ່ງ-ຢູໂຣບ
> - ພັກເສຣີປະຊາທິປະໄຕລາວ
> - Union Lao pour la Neutralite
> - ສາມະຄົມສັມພັນຊາວພຸດລາວ ທີ່ ປະເທດຝຣັ່ງແລະເອີຣົບ
>
> ໝາຍເຫດ:
>
> ທ່ານທີ່ຕິດທຸລະບໍ່ສາມາດໄປຮ່ວມມິດຕິ່ງປະທ້ວງດ້ວຍຕົວເອງໄດ້
> ກະຣຸນາສົ່ງຖແລງການ,ສານປະທ້ວງ ຫລື
> ຄຳເຫັນໄປຫາຄະນະກັມມະການຈັດຕັ້ງມິດຕິ່ງຊຶ່ງພວກເຮົາ
> ຈະນຳໄປອ່ານຕໍ່ທີ່ຊຸມນຸມດັ່ງກ່າວ
> ໂດຍຈະມີການອອກຂ່າວທາງອິງເຕີແນັດສົ່ງເຂົ້າປະເທດລາວ ແລະ
> ທົ່ວໂລກຊາບດ້ວຍ,ບ່ອນສົ່ງ:
>

> - ADL, Hohenlimburgerst.120, 58093 Hagen, Germany.Tel:              +49-2334-4444        +49-2334-4444
> 668, E-mail: chanthalav...@aol.com ຫລື
> - ADL, 1, rue Gallieni, 95 360 Montany, France,Te.:              +33-1-39 84 28 70        +33-1-39 84 28 70.

The Chosen One

unread,
Nov 30, 2009, 9:02:49 PM11/30/09
to
> > - ADL, 1, rue Gallieni, 95 360 Montany, France,Te.:              +33-1-39 84 28 70        +33-1-39 84 28 70.- Hide quoted text -
>
> - Show quoted text -

ທ່ານ ທນູໄຊ,

ອັນນີ້ ບໍ່ແມ່ນພ້ອມພຸ້ນພ້ອມພີ້ ເດີ. ຄໍາເວົ້າທີ່ມີເນື້ອໄນແບບຂົ່ມຂູ່
ພໍ່ແມ່ພິ່ນ້ອງຊາວລາວໄນຕ່າງປະເທດນັ້ນ ມັນບໍ່ມີຜົນດີຫຍັງດອກ. ກົງກັນຂ້າມ
ມັນຍີ່ງເຮັດໃຫ້ເປັນຜົນກະທົບທີ່ບໍ່ດີ ຕໍ່ ສປປລ. ທ່ານ ເປັນຕົວແທນ ຂອງ
ລັດຖະບານ ສປປລ ແລະ ປະຊາຊົນລາວ ທັງຊາດ. ຄໍາເວົ້າຂອງທ່ານ ສະຖ້ອນເຖີງ ພາບພົດ
ຂອງລັດຖະບານ ສປປລ ແລະ ປະຊາຊົນລາວ. ໃນປະເທດພັດທະນາຄືທ່ານໃດ້ເຫັນ ແລະ
ເຄີຍໃດ້ປະສົບການມາ, ພວກເຂົາເວົ້າກັນດ້ວຍກົດໝາຍ ແລະ ປະຕິບັດພາຍໄຕ້ກົດໝາຍ.
ພໍ່ແມ່ພິ່ນ້ອງຊາວລາວນີ້ ມີສິດທິ ແລະໃດ້ຮັບໃບອະນຸຍາດພາຍໄຕ້ກົດໝາຍ
ໄຫ້ເດີນປະທ້ວງ. ແຕ່ ກໍ່ຕ້ອງເຂົ້າໄຈວ່າ ຜູ້ທີ່ຖືກປະທ້ວງ
ກໍ່ມີສິດທິຖືກປົກປ້ອງ ພາຍໄຕ້ກົດໝາຍເໝືອນກັນ. ບໍ່ມີໃຜທີ່ຈະລະເມີດ
ສິດທິຂອງໃຜມັນໃດ້. ເພາະສະນັ້ນ ຈະເປັນການດີທີ່ທ່ານຈະໄຫ້
ກົດໝາຍເປັນຜູ້ຕັດສິນ ດີກ່ວາ ການຂົ່ມຂູ່ຂອງທ່ານ ບໍ່ວ່າທາງຕົງ ຫຼືວ່າ
ທາງອ້ອມ. ຖ້າທ່ານຈະເລືອກສູ້ໃນ battles of information ທີ່ນີ້ ບໍ່ແມ່ນ
ເວທີ ຂອງທ່ານ. ເວທີຂອງທ່ານ ແມ່ນ CNN, NBC, Times, BKK Post and other
major news outlets ພຸ້ນ ທີ່ຈະສາມາດ ສ້າງພາບພົບທີ່ດີ ໃຫ້ແກ່ ສປປລ ແລະ
ປະຊາຊົນລາວ ໃດ້. If you keep coming in here as a known official, I can
assure that these people in here will tear you apart literally - just
a friendly advise.

Jerry,

Nty

unread,
Nov 30, 2009, 10:11:27 PM11/30/09
to
ຮ້ວຍ...ນີ້ຄືສິເປັນຄັ້ງທຳອິດເດີທີ່ເຫັນ The Chosen One ຕຳຫນິ thanouxay
ໃນການອອກມາໂພສຊຶ່ງຄົນລາວເຮົາໄດ້ອ່ານແລ້ວກໍຮູ້ສຶກວ່າເປັນໄປໃນທາງຂົ່ມຂູ່.
ແຕ່ກະຄືສິບໍ່ດົນດອກທີ່ລາວນອກເຂົາສິເອົາ thanouxay ເປັນເປົ້າສາຍລໍ່ຟ້າ!...

nty

> ໄຫ້ເດີນປະທ້ວງ. ແຕ່ ...
>
> read more »

ຈອນນີ

unread,
Nov 30, 2009, 11:34:46 PM11/30/09
to
On Nov 30, 6:59 pm, thanouxay <thanou...@hotmail.com> wrote:
> > - ADL, 1, rue Gallieni, 95 360 Montany, France,Te.:              +33-1-39 84 28 70        +33-1-39 84 28 70.- Hide quoted text -
>
> - Show quoted text -

ຮ້ວຍທ່ານ ທະນູໄຊ, ຜບລ ບໍ່ໄດ້ເຊີນ ທ່ານ ດກຈ ໄປຮວມນໍາບໍ?
ໂອຍ...! ຜບລ ເອີຍກໍຂີ້ຫລາຍໂພດເວີຍ.
ຊວນແບບບໍ່ມີສີລທັມ ຊວນແຕ່ຜູ່ຊວຍເວີຍ.

ມັນແມ່ນຄວາມຂອງ ທ່ານທະນູໄຊແລ້ວເດີ ບັດນີ້.

ຮັກແພງ

ລາວພວນ ລາວຮັກຊາດ

unread,
Dec 1, 2009, 12:19:27 AM12/1/09
to
> 668, E-mail: chanthalav...@aol.com ຫລື

> - ADL, 1, rue Gallieni, 95 360 Montany, France,Te.: +33-1-39 84 28 70.

I don't think is going to work like Hmong ປະທ້ວງ ໃຫ້ປ່ອຍVP, but thank
anyway
Meuanglao will be on TV...don't forget CNN...

thanouxay

unread,
Dec 1, 2009, 4:41:03 AM12/1/09
to
ທ່ານ siengr1... ທີ່ຮັກແພງ,

ນີ້ກໍ່ແມ່ນ ອອກແອ້ ຂອງ ລະບອບປະຊາທິປະໄຕນັ້ນຕົ໋ວ...
ຖ້າທ່ານຕັດສີນໃຈກະທຳໃນສີ່ງໄດສີ່ງໜື່ງແລ້ວ ທ່ານກໍ່ກ້າຮັບພິດຊອບໃນສີ່ງນັນ
ສ່ວນວ່າ ການອອກຂ່າວມັນກໍ່ເປັນອົງປະກອບແບບກາຍຍະອີນຊີ ກັບ
ລະບອບປະຊາທິປະໄຕນັ້ນເອງ...ສະນັ້ນ ຂພຈ ບໍ່ເຫັນວ່າຈະແມ່ນການຂົມຂູ່ໄດ້ແນວໄດ
ໃນເມືອວ່າ ນັກຂ່າວເຂົາກໍ່ທຳຂ່າວເຂົາຢູ່ແລ້ວ.

ຫລືວ່າທ່ານຄິດວ່າ ຂ່າວປະເພດນີ້ບໍ່ຄວນອອກບໍ້ ຫລືວ່າແນວໄດ???

ໂຊກດີ

The Chosen One

unread,
Dec 1, 2009, 4:42:47 PM12/1/09
to
ທ່ານ ທນູໄຊ,

ຄວາມໝາຍ ຂອງຂ້ອຍນັ້ນແມ່ນ ເລື່ອງຮູບທີ່ທ່ານຢາກໃດ້ນັ້ນ. ທ່ານ
ຢາກໃດ້ຮູບຂອງຄົນເດີນປະທ້ວງ ແຕ່ລະຄົນ ແບບ ແຈ້ງໆ ໃສໆ
ໃຫ້ເຫັນຫນ້າເຫັນຕາທຸກຄົນ. ທ່ານ ຢາກເອົາຮູບພວກນີ້ໄປເຮັດຫຍັງ ນອກຊະຈາກວ່າ
ຢາກມີຈຸດປະສົງທີ່ຈະໝາຍຫົວ ພວກເຂົາໄວ້ ໃນເວລາທີ່
ເຂົາຕ້ອງການກັບຄືນໄປຢ້ຽມຢາມພໍ່ແມ່ພີ່ນ້ອງຢູ່ລາວເບາະ? ອັນນີ້
ກະບໍ່ໃດ້ສຫຼາດພໍປານໃດດອກ. ກະຕາມຂ້ອຍຄຶດຊື່ໆດອກ ເພາະຢູ່ປະເທດນີ້
ເຂົາກະເຮັດຄືກັນ. ຄົນ ທີບໍ່ມັກປະເທດເຂົາ ເຄີຍປະທ້ວງເຂົາ
ເຂົາກະບໍ່ໃຫ້ອະນຸຢາດເຂົ້າມາຊໍ້າ. ກໍາລັງຄີ່ຍົນຢູ່
ເຂົາກະຍັງສັ່ງຍົນໃຫ້ໄປລົງບ່ອນອື່ນ. ຫາກບໍ່ແມ່ນຕາມທີ່ຄິດ ລະກະແລ້ວໄປ.
ຖືວ່າ ແຈຣີ ບໍ່ໃດ້ເວົ້າກະແລ້ວກັນ.

Jerry

> > On Nov 30, 6:59 pm,thanouxay<thanou...@hotmail.com> wrote:- Hide quoted text -

ທ້າວໄຂ່ມືດ

unread,
Dec 1, 2009, 11:23:04 PM12/1/09
to

ອັນເລື້ອງໄປປະທ້ວງນີ້ຂ້ອຍກະເປັນຄົນຢູ່ໄກ້ແລະກໍມີໝູ່ຫຼາຍຄົນຢູ່ໄກ້DC
(living within 30mi) ຖາມໝູ່ຫຼາຍຄົນແລ້ວ
ເຂົາວ່າເຂົາບໍ່ມັກtacticຂອງພວກທີ່ເຄີຍນຳພາໄປປະທ້ວງ
ຂ້ອຍເອງກະcuriousຢູ່ວ່າຊິມີຮອດ20ຄົນບໍ່ນໍປີນີ້
ໄດ້ຍິນວ່າຕອນໄປເຊົ່າຫ້ອງປະທ້ວງຢູ່ຫ້ອງເຊົ່າຂ້າງCapitol
Hillນັ້ນມີບໍ່ຮອດ20ຄົນວ່າຊັ້ນ ອັນນີ້ເປັນobservationຊື່ໆເດີ້
ຢ່າຊຸພາກັນເກັບໄປoveranalyzeຫຼາຍ

Nty

unread,
Dec 1, 2009, 11:29:35 PM12/1/09
to
ຮ້ວຍ...ທຂມ ບາດວ່າຄົນໄປຮ່ວມເກີນຊາວຄົນຂຶ້ນໄປນັ້ນ
ມັນສິເຮັດໃຫ້ເຈົ້າເສັຽຫນ້າເດີ ມົວແຕ່ໄປດູຖູກເຂົາເຈົ້າຫລາຍ!...

nty

ຜູ່ບ່າວລາວ

unread,
Dec 1, 2009, 11:48:53 PM12/1/09
to
ທ້າວ ໄຂ່ມືດ

Oct. 26, 2009 ແມ່ນໃຜຈັດແລະອຸປຖັມຈາກໃຜໆ? ອ່ານຢູ່ບໍ?
ຫລືມົວເມົາແຕ່ຢາກຮ້ອຍ ບໍ່ອ່ານຮອດບົດບໍ???? ເຂົາເຊີນແຕ່ລະ
ອົງການ, ບໍ່ແມ່ນ ເຂົາເອີ້ນໄປເດີນຂະບວນ...

-----------------

ທະນູໂຊ

ຢາກໄດ້ຮູບບໍ? ສ່ັງໃຫ້ ດກຈ ມາ ຖ່າຍເດີ ທັງ ສາມປະເທສ
ຖ່າຍໃຫ້ຄັກໆ ຖ້າຖ່າຍບໍ່ຄັກໃຫ້ໄປຖ່າຍໃນຫ້ອງນ້ຳເຂົາອີກ


ທ້າວໄຂ່ມືດ

unread,
Dec 2, 2009, 12:10:56 AM12/2/09
to

ນັ້ນແນະ over-analyze my comment ອີ່ຫຼີເຈົ້ານິ
ອັນນີ້ມັນບໍ່ແມ່ນການເບິ່ງຖືກ(ດູຖູກ)ດອກ ພຽງແຕ່ເປັນpersonal
observationຊື່ໆ ຂ້ອຍຍັງມີສິດobserveຢູ່ຕິນໍ

ໜ້າຂ້ອຍນີ້ມັນເສັຍແຕ່ດົນແລ້ວ ແຕ່ຂ້ອຍກໍຍັງກິນແຊບນອນຫຼັບຕາມເຄີຍ
ມື້ນີ້ກະໄປຕີກ໊ອຟນຳໝູ່ເບິດມື້
ແລະກະຄົນທີ່ຊິຊົວນຂ້ອຍໄປລ້ຽງເຂົ້າທ່ຽງກະຍັງມີຢູ່ເກືອບຄູ່ມື້ຢູ່ໄດ໋ລະ

http://www.facebook.com/album.php?aid=2022252&id=1235222660&l=4edff31495

ຜູ່ບ່າວລາວ

unread,
Dec 2, 2009, 3:57:00 AM12/2/09
to
ຂໍເຊີນຊວນ ໃຫ້ພີ່ນ້ອງໄປເດີ

ຢ່າໄປເກງກົວ ບັກຫົວເປັນແກວ ແອວເປັນເຈັກ ມັນຂູ່ຊື່ໆ

ບັກຂີ້ທູສ ຕາຊີກ ມັນມາຫາ ເລາະຂີ້ຕົວະເດີ ຂີ້ຕົ້ມ
ວ່າແນວໃດ? OZ ໄດ້ເປັນພັນຄົນແລ້ວ ແມ່ນບໍ?

thanouxay

unread,
Dec 2, 2009, 6:00:32 AM12/2/09
to
ທ່ານ siengr1.. ທີ່ຮັກແພງ,

ດີແລ້ວທີ່ທ່ານ ຖາມເອງແລະກໍ່ຕອບເອົາເອງ... ຂພຈ ຄິດວ່າ ສປປ ລາວ
ກໍ່ບໍ່ຕ່າງຫຍັງຈາກປະເທດ ອື່ນໄດ ໃນໂລກນີ້ ເພີ່ນມີຫຍັງເຮົາກໍ່ຕ້ອງມີ
ສ່ວນວ່າອັນໄດເພີ່ນມີຢູ່ແລະ ແລະເຮົາຍັງດ້ວຍຢູ່ນັ້ນ
ເຮົາກໍ່ຕ້ອງບຸກໜ້າບືນຕົວ ສ້າງແປງຂື້ນ ໃຫ້ມັນທຽບທັນກັບເພີ່ນ
ເພື່ອບໍ່ນ້ອຍໜ້າຕ່ຳຕາຜູ້ໄດໃນໂລກນີ້ ແມ່ນບໍ່ທ່ານ???

ສ່ວນວ່າຮູບພວກມາປະທ້ວງ ແລະ ພວກຕ້ານຊາດນັ້ນ ບໍ່ຢາກໄດ້
ກໍ່ໄດ້ຮັບທຸກໆປີຢູ່ແລ້ວ ມີທັງຮູບນີ້ງ ແລະ ທັງ ວີດີໂອ...
ອັນນີ້ແລ້ວເພີ່ນວ່າ: ໂລກນີ້ແຄບຮອມເຂົ້ານັບມື້ ສີ່ງທີ່ເກີດຂື້ນ ຢູ່
ສະຫະລັດ, ຢູ່ ຝຮັ່ງ ຫລືຢູ່ ແຫ່ງຫົນໄດໃນໂລກນີ້
ເທົ່າກັບເກີດຢູ່ບ້ານໄຕ້ບ້ານເໜືອເຮົາເອງນີ້ແລ້ວ ບໍ່ມົ້ມສາຍຫູສາຍຕາໄປໃສດອກ
ທ່ານເອີ້ຍ. ມີແຕ່ວ່າແຕ່ລະຄົນພວກເຮົາ ທຳດີໄວ້ ແລ້ວກໍ່ຈະໄດ້ ຊື່ນຊົມນຳ
ຂອງດີໆທີ່ເຮົາສ້າງໄວ້ ສ່ວນວ່າຄົນທຳບາບ ກໍ່ປ່ອຍໃຫ້ ກົດແຫ່ງກຳ
ເປັນອັນຕັດສີນ ກໍ່ແລ້ວກັນ, ແມ່ນບໍ່ທ່ານ.

ໂຊກດີ

> > - Show quoted text -- Hide quoted text -

ເຊີນຍີ້ມ

unread,
Dec 2, 2009, 10:52:54 AM12/2/09
to
ພໍ່ສ່ຽວທະນູໄຊ,

On Dec 2, 3:00 am, thanouxay <thanou...@hotmail.com> wrote:
> ສ່ວນວ່າຮູບພວກມາປະທ້ວງ ແລະ ພວກຕ້ານຊາດນັ້ນ ບໍ່ຢາກໄດ້
> ກໍ່ໄດ້ຮັບທຸກໆປີຢູ່ແລ້ວ ມີທັງຮູບນີ້ງ ແລະ ທັງ ວີດີໂອ...
> ອັນນີ້ແລ້ວເພີ່ນວ່າ: ໂລກນີ້ແຄບຮອມເຂົ້ານັບມື້ ສີ່ງທີ່ເກີດຂື້ນ ຢູ່
> ສະຫະລັດ, ຢູ່ ຝຮັ່ງ ຫລືຢູ່ ແຫ່ງຫົນໄດໃນໂລກນີ້
> ເທົ່າກັບເກີດຢູ່ບ້ານໄຕ້ບ້ານເໜືອເຮົາເອງນີ້ແລ້ວ ບໍ່ມົ້ມສາຍຫູສາຍຕາໄປໃສດອກ

ເມືອມາອ່ານເບິ່ງທັສນະທ່າທີຂອງພໍ່ສ່ຽວແລ້ວ ເຫັນວ່າ ສປປລາວ ຈະມີການດັດ
ແປງຫລັງຈາກເຊັນຮັບຮູ້ ສິດທິມະນຸດຂອງກົດບັດສະຫະປະຊາຊາດໄປ. ຖ້າເປັນ
ແນວນັ້ນແທ້, ກໍຂໍຍໍມືນຳຫັ້ນແຫລວ. ຖືວ່າ ຕໍ່ໄປນີ້ ສປປລາວ ຈະປ່ອຍໂອກາດໃຫ
້ພໍ່ແມ່ປາຊົນມີສິດມີສຽງໃນການປາກເວົ້າແລະຊຸມນຸມໃນບໍຊ້ານີ້ ວ່າຊັ້ນສະນໍ້.

ເອ້..ມັນຈະເປັນໄປໄດ້ລື?


ເຊີນຍີ້ມ.

Nty

unread,
Dec 2, 2009, 9:00:11 PM12/2/09
to

ຮ້ວຍ...ຍາທະນູໄຊ
ຄັນວ່າພວກທີ່ມາເດີນຂບວນຕໍ່ຕ້ານລັດທະບານທີ່ເຂົາເຈົ້າເຫັນວ່າບໍ່ເປັນປະຊາທິປະໄຕຫລືບໍ່ໃຫ້ສິດເສຣີພາບທີ່ທົ່ວໂລກຮັບຮູ້ນັ້ນເປັນຄົນທຳບາບ
ຜຂ ວ່າ 90% ຂອງຄົນທັງໂລກນີ້ ກະຄືສິມີບາບກັນຫມົດແລ້ວເດີ!

nty

Ly Tek

unread,
Dec 5, 2009, 7:41:11 PM12/5/09
to
> 668, E-mail: chanthalav...@aol.com ຫລື

> - ADL, 1, rue Gallieni, 95 360 Montany, France,Te.: +33-1-39 84 28 70.

Hey Dick Richard Saisomorn aka Johnny aka PBL aka Dr Amerilao how many
people show up today?

ລາວພວນ ລາວຮັກຊາດ

unread,
Dec 6, 2009, 4:06:52 PM12/6/09
to
> people show up today?- Hide quoted text -

>
> - Show quoted text -

only 2 show up PBL and Casalao and each of them carry Lao water bucket
"Pom" on the back ....

txawjxoom

unread,
Dec 6, 2009, 4:29:53 PM12/6/09
to
> "Pom" on the back ....- Hide quoted text -

>
> - Show quoted text -

laophuam. all the sao nameo ans meo go to protest. You see the show
below

http://www.youtube.com/view_play_list?p=69261965557A1962&playnext=1&playnext_from=PL&v=OCGWQEvN4Ho

ທ້າວໄຂ່ມືດ

unread,
Dec 7, 2009, 9:04:05 PM12/7/09
to
ສະບາຍດີເບິດຊູ່ຄົນ

ອັນນີ້ມັນບໍ່ແມ່ນການເບິ່ງຖືກ(ດູຖູກດູໝິ່ນ)ເດີ້
ພຽງແຕ່ເປັນຄວາມສົນໃຈຢາກຮູ້ຄວາມຈິງທໍນັ້ນ

ມີຈັກຄົນໄປປະທົ້ວງມື້ນັ້ນ

ອ້າຍໄຍ່ກາສາລາວ ເຈົ້າໃດ້ເວົ້າວ່າ "ຂອ້ຍພໍຮູ້ຢູ່ດອກວ່າແມ່ນໃຜເຂົ້າໃຜອອກ
ສະຖານທູດ ສປປລາວ ຫັ້ນນາ" ຂ້ອຍຂໍຖາມແດ່ອ້າຍຄຳພຸດ ມີຈັກຄົນໄປປະທົ້ວງມື້ນັ້ນ

ຢາກຮູ້ຊື່ໆເດີ້ ບໍ່ແມ່ນເປັນການເບິ່ງຖືກ(ດູຖູກດູໝິ່ນ)ເດີ້

On Dec 1, 11:29 pm, Nty <nottooyou...@yahoo.com> wrote:

Nty

unread,
Dec 7, 2009, 11:46:30 PM12/7/09
to
ຮ້ວຍ...ທຂມ ແມ່ນເຈົ້າເປັນ CIA or KGB ກັນແທ້?
ຄືເອົາຊື່ຜູ້ນັ້ນຜູ້ນີ້ມາເປີດເຜີຍໃນ SCL ນີ້ນໍ!
ຂ້ຽຫວັງວ່າບໍ່ມີຝ່າຍໃດຝ່າຍນຶ່ງນຳເອົາຊື່ບຸກຄົນທີ່ຖືກເປີດເຜີຍນີ້ໄປໃຊ້ໃນທາງທີ່ບໍ່ດີເດີ...

nty

Message has been deleted

Ly Tek

unread,
Dec 8, 2009, 7:49:29 AM12/8/09
to

I heard even Dicky Dick Richard Saisomorn himself didn't show up.

ລາວພວນ ລາວຮັກຊາດ

unread,
Dec 8, 2009, 11:51:21 PM12/8/09
to
> I heard even Dicky Dick Richard Saisomorn himself didn't show up.- Hide quoted text -

>
> - Show quoted text -

TY may be he afraid of Thanouxai's satelite camera.... ha ha ha ha

0 new messages