ຫລັງຈາກທີ່ໄດ້ນັດພົບກັນເມື່ອ ວັນອາທິດທີ່ 26/09/2010
ມີຜູ້ເຂົ້າຮ່ວມ 4 ຄົນ ດັ່ງນີ້
ທ່ານ ນິລະຫວັດ (ຫລ້າ)
ທ່ານ ຄອນປະເສີດ (ແດງ)
ທ່ານ ຊາຍແກ້ວ (ນ້ອຍ)
ທ່ານ ອຸໄທ (ໂອ້ດ)
ມາກັນພຽງແຕ່ 4 ຄົນເທົ່ານັ້ນ ອາດເນື່ອງຈາກວ່າ ຝົນຕົກຈຶ່ງບໍ່ເຫັນໃຜໄປ
ເຊິ່ງເນື້ອໃນແມ່ນ ບໍ່ໄດ້ລົງເລິກຫຍັງຫລາຍ ນອກຈາກສ້າງຄວາມລຶ້ງເຄີຍ ແລະ ໂອ້ລົມຕາມທຳມະດາ
ຕາມແຜນແລ້ວ ແມ່ນວ່າຫາກສະມາຊິກເຂົ້າຮ່ວມຫລາຍຄົນແມ່ນຈະວາງໂຄງຮ່າງການຈັດຕັ້ງໃຫມ່ ແຕ່ພໍດີຄົນມທານ້ອຍເລີຍເວົ້າເຖິງການລິເລີ່ມ ກັນກ່ອນ
ໃນທີ່ນີ້ເວົ້າເລື່ອງ
1ການລິເລີ່ມການສ້າງຕັ້ງທີມງານ ເປັນການຮວມຄົນ ຮວມອາສາສະຫມັກທີ່ ມີອຸດົມການໃນການພັດທະນາ ແທ້ໆສະນັ້ນໃຜທີ່ສົນໃຈແມ່ນສາມາດເຂົ້າຮ່ວມໄດ້ ເວົ້າລວມແມ່ນເປັນການສ້າງເຄືອຄ່າຍທີມງານພັດທະນາ ກ່ອນ ຫລັງຈາກນັ້ນຄ່ອຍມາລົງມືປະຕິບັດແຜນການພັດທະນາຕໍ່ໄປ
2ເລິ່ມລົງມືການພັດທະນາ ຫນ້າເວັບ
www.laoopensource.org ເພື່ອເປັນຫນ້າຕ່າງຂອງທີມງານເຮົາໃຫ້ກັບສັງຄົມໄດ້ຮັບຮູ້ວ່າທີມງານເຮົາມີການເຄື່ອນໄຫວ ແລະ ເປັນການເຜີຍແຜ່ ຂ່າວສານທາງດ້ານ Open Source ທີ່ເກີດຂຶ້ນໃນໂລກ ໃຫ້ກັບຊາວລາວເຮົາຮັບຮູ້ນຳ ເວົ້າລວມແລ້ວແມ່ນ ເປັນການເອົາຂ່າວຕ່າງປະເທດມາແປ ຫລື ເປັນການສ້າງເນື້ອຫນາ ເປັນພາສາລາວ
ສະຫລຸບລວມແລ້ວ ການພົບປະຄັ້ງນີ້ແມ່ນມີສອງປະເດັນດັ່ງນັ້ນ
ສຳລັບ ປະເດັນທຳອິດ ແມ່ນເລື່ອງການສ້າງກະແສ ແມ່ນໃຫ້ ພີ່ນ້ອງເຮົາຊ່ວຍກັນສ້າງກະແສ ເພື່ອດຶງຄົນທີ່ສົນໃຈເຂົ້າມາຮ່ວມນຳກັນ
ຜ່ານທາງ ເວັບໄຊ້ ແລະ ການພິມເສື້ອ ແລະ ອື່ນໆ
ປະເດັນທີ່ສອງແມ່ນ ການຂຽນຂ່າວລົງຫນ້າເວັບ ແມ່ນ ຫາກໃຜ ມີເວລາ ແລະ ຢາກຂຽນຂ່າວກໍໃຫ້ສະຫມັກສະມາຊິກທີ່ຫນ້າເວັບ ແລ້ວ ແຈ້ງຊື່ຂອງທ່ານເຂົ້າມາໄດ້ເລີຍ ແລ້ວຂ້າພະເຈົ້າຈະເພີ່ມສິດໃຫ້ເປັນຜູ້ຂຽນຂ່າວ
ພິເສດ ສຳລັບຫນ້າເວັບປະຈຸບັນແມ່ນ ຂອບໃຈ ທ່ານ ສຸລິໂຍ ເນາະ ເພິ່ນເປັນຜູ້ສ້າງເວັບໃຫ້
ເອົາເປັນວ່າເທົ່ານີ້ກ່ອນ ຄາປະຊຸມຢູ່ ດຽວມາອັບເດດຮູບໃຫ້ເບິ່ງ
ຮັກແພງ
--
Lunux User ID: 480247
LPI ID: LPI000164709
http://www.laoubuntu.com
http://www.laozaa.com