ພາຍຫລັງທີ່ໄດ້ປະກາດຫາ ອາສາສະຫມັກ ຂຽນຂ່າວລົງຫນ້າເວັບໄປແລ້ວ ທີ່
http://www.laoopensource.org/ປາກົດວ່າ ມີຫລາຍທ່ານໄດ້ ສະຫມັກເຂົ້າມາແລະ ໄດ້ຊ່ວຍຂຽນຂ່າວລົງໄປໄດ້ຫລາຍສົມຄວນ ແລະ ເຮັດໃຫ້ເວັບໄຊ້ຂອງເຮົາມີສິສັນ ແລະ ສາລະຫນ້າຮູ້ເພີ່ມຂຶ້ນຫລາຍ
ຂ້າພະເຈົ້າ ຕາງຫນ້າ ທີມງານ ຂໍຂອບໃຈ ພີ່ນ້ອງເຮົາຜູ້ທີ່ສະຫລະເວລາ ເຂົ້າມາຊ່ວຍ ແລະ ຫາກພີ່ນ້ອງຜູ້ໃດມີເວລາກໍຂໍເຊີນຊວນເຂົ້າມາຊ່ວຍກັນເດີ້ ພີ່ນ້ອງ
ເຂົ້າເບິ່ງເວັບແລ້ວ ຫນ້າພາກພູມໃຈ ນໍ ຊົມເຊີຍ
http://www.laoopensource.org/
ອີກເລື່ອງແມ່ນ ການພົບປະຄັ້ງຕໍ່ໄປ ຢາກໃຫ້ ບັນດາທ່ານ ລອງສະເຫນີ ວ່າ ທ່ານຫວ່າງຊ່ວງໃດແດ່ ຈະໄດ້ ປັບເວລາໃຫ້ກົງກັນ
ຮັກແພງ
ໂອ້ດ