

ຂໍ້ສັງເກດພາບລວມ: ເຫັນວ່າງາມຂຶ້ນກວ່າເກົ່າຫາງອັກສອນທີ່ມີຫາງຍາວ: ບໍ່ໃຫ້ເປັນຫາງສ້ວຍ (ຫາງໂຕ ຟ ຝ ຢ...ບໍ່ງາມ), ໃຫ້ເອົາແບບຫາງຕົວ ປໂຕ ງ: ຫາງຍາວໂພດ, ຄວາມກວ້າງກົ່ງລະຫວ່າງ ຫົວກັບຫາງ ໃຫ້ຢູ່ລະດັບດຽວໂຕ ຽ: ບໍ່ງາມ, ໃຫ້ເຮັດຄ້າຍຄື ຟັອນ saysettha ຈະງາມ.ສະຫລະ ໄ ລວດລາຍໂພດ, ເອົາຕາມແບບກ່ອນ ມັນກົມກືນກັນກວ່າໄມ້ວັນນະຍຸດ: ເມື່ອບໍ່ມີສະຫລະຂັ້ນ ຍັງເຫັນວ່າຢູ່ສູງໂພດ, ຄວນໃຫ້ມັນຢູ່ລະດັບດຽວກັບໄມ້ ັ, ົເສັ້ນອັກສອນ: ເມື່ອພິມເປັນຕົວໃຫຍ່ ເຫັນວ່າ ເສັ້ນອັກສອນບໍ່ທັນລຽບ, ບໍ່ລະອຽດດີເທື່ອ (ລອງພິມຊື່ແລະຄຳຂວັນປະເທດເຮົາເບິ່ງ ໂດຍໃຊ້ຂະໜາດອັກສອນ 30 ເພື່ອເບິ່ງວ່າມັນຈະເປັນຕາເບິ່ງບໍ)ລະດັບຢອງ/ຮຽວ ຂອງຮູບອັກສອນ: ເນື່ອງຈາກເວລາ ດາວໂລ໋ດ ໃນຄັອມອາຈານຈະປ່ຽນເປັນອັກສອນດອກຈຳປາ ຫລືໄຊເຊດຖາ ເມື່ອພິມອອກມາເບິ່ງ ປາກົດວ່າມັນຈະເປັນຕົວມົນ.