FW: Final Stage of Vnetgreen Project.

2 views
Skip to first unread message

Sorraphong PASOMSOUK

unread,
Feb 5, 2014, 11:24:38 PM2/5/14
to environment-cha...@googlegroups.com

ສະບາຍດີສະມາຊິກກຸ່ມສິ່ງແວດລ້ອມ

 

ສອງວັນກ່ອນ ຂພຈ ໄດ້ສົ່ງຂໍ້ຄວາມຫາຄູ່ຮ່ວມງານຂອງພວກເຮົາເພື່ອສະເໜີຈັດກອງປະຊຸມສະຫຼຸບວຽກທີ່ໄດ້ເຮັດຮ່ວມກັນມາ ແຕ່ກໍ່ຢາກໃຫ້ທຸກຄົນໂດຍສະເພາະແມ່ນ ຈາ, ຄຳຫຼ້າ ແລະ ສຸດທິດາ ຊ່ວຍພົວພັນຫາເພິ່ນໂດຍກົງອີກແດ່ ແລະ ໃຫ້ຄຳຕອບແກ່ພວກເຮົາດ້ວຍ.

 

ກອງປະຊຸມຈະມີຂື້ນໃນວັນທີ່ 5/3/2014 ເວລາ 8:00-12:00 ໂມງ, ສະຖານທີ່...... (ພາຍໃນນະຄອນຫຼວງວຽງຈັນ).

 

ດ້ວຍຄວາມນັບຖື ແລະ ຮັກແພງ.

ສໍລະພົງ.

 

 

From: Phoutaly vongsamai [mailto:Phoutaly....@helvetas.org]
Sent: Tuesday, February 4, 2014 10:07 AM
To: 'Phokham Latthachack'
Cc: 'Sorraphong PASOMSOUK'; 'khamla'
Subject: Final Stage of Vnetgreen Project.

 

ສະບາຍດີ ອາຈານໂພຄຳ

 

ກ່ອນອື່ນໝົດກໍ່ຂໍຖາມຂ່າວສະບາຍດີປີໃໝ່ 2014 ພ້ອມທັງຫວັງວ່າທຸກໆວຽກງານຂອງອາຈານກໍ່ກຳລັງດຳເນີນໄປດ້ວຍດີ.

 

ເປັນແນວໃດແລ້ວ ຄວາມຄືບໜ້າຂອງກຸ່ມ SEED ທີ່ອາຈານໄດ້ດຳເນີນຜ່ານມາ ຍັງມີວຽກງານໃດທີ່ກ່ຽວຂ້ອງກັບການຮ່ວມມືລະຫວ່າງ ຄະນະນິຕິສາດ-ລັດຖະສາດ, ວິທະຍາໄລກະສິກຳ-ປ່າໄມ້ພາກເໜືອ ແລະ ອົງການ HELVETAS?

 

ເນື່ອງຈາກມີຫຼາຍໆຢ່າງທີ່ເຮັດໃຫ້ພວກເຮົາຂາດການຕິດຕໍ່ພົວພັນ ແລະ ໄລຍະເວລາທີ່ກຳນົດໃນຂໍ້ຕົກລົງການຮ່ວມມືຂອງພວກເຮົານັ້ນກໍ່ກາຍມາຫຼາຍສົມຄວນແລ້ວ ສະນັ້ນ ຂ້າພະເຈົ້າກໍ່ຄືຕາງໜ້າກຸ່ມສິ່ງແວດລ້ອມຂອງ ອົງການHELVETAS ຈິ່ງສະເໜີມາຍັງອາຈານເພື່ອສືບຕໍ່ປະຕິບັດຂັ້ນຕອນສຸດທ້າຍຂອງແຜນການ ກໍ່ຄືການຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນການດຳເນີນໂຄງການ VNetgreen ກັບບັນດາພາກສ່ວນກ່ຽວຂ້ອງທັງໝົດ ພ້ອມທັງເປັນການສະຫຼູບປິດກິດຈະກຳຢ່າງສົມບູນ.

 

ຂ້າພະເຈົ້າສະເໜີ ຈັດກອງປະຊຸມນີ້ຂື້ນໃນວັນທີ່ 5/3/2014 ເວລາ 8:00-12:00 ໂມງ, ສະຖານທີ່...... (ພາຍໃນນະຄອນຫຼວງວຽງຈັນ). ສ່ວນລາຍຈ່າຍທີ່ກ່ຽວຂ້ອງ ທາງອົງການHELVETAS ຈະຮັບຜິດຊອບ.

 

ອາຈານມີຄຳຄິດເຫັນແນວໃດກໍ່ຕອບດ້ວຍ.

 

ດ້ວຍຄວາມນັບຖືຢ່າງສູງ.

ສໍລະພົງ ປະສົມສຸກ

Project Manager

Rural Income through Sustainable Energy (RISE) Project

HELVETAS Swiss Intercooperation, Laos PDR.

 

Mobile: (856) 20 5578 1001; 2278 1001

Tel:       (856) 30 9523930; Fax: (856) 61 211 172

Home:  (856) 30 9822217

Skype:  soraphong.pasomsouk

www.rise-laos.org

www.helvetas-laos.org

Phonsaath Tai village, Pek District, Xiengkhuang Province.

 

 

 

From: Sorraphong PASOMSOUK [mailto:soraphong...@helvetas.org]
Sent: Friday, August 23, 2013 1:54 AM
To: 'chant...@yahoo.com'; 'phok...@yahoo.com'; 'khammalavong somphong'
Cc: 'environment-cha...@googlegroups.com'
Subject: RE: Final Stage of Vnetgreen Project.

 

 

From: Sorraphong PASOMSOUK [mailto:soraphong...@helvetas.org]
Sent: Monday, June 17, 2013 9:13 PM
To: 'chant...@yahoo.com'; 'phok...@yahoo.com'; 'khammalavong somphong'
Cc: 'environment-cha...@googlegroups.com'
Subject: Final Stage of Vnetgreen Project.

 

ສະບາຍດີ ອາຈານໂພຄຳ, ອາຈານສີພາ ແລະ ອາຈານສົມພົງ

 

ໃນນາມຕາງໜ້າສະມາຊິກກຸ່ມສິ່ງແວດລ້ອມຂອງອົງການ HELVETAS ກ່ອນອ່ືນໝົດຕ້ອງຂໍສະແດງຄວາມຂອບໃຈ ແລະ ຂໍຊົມເຊີຍຕໍ່ຜົນສຳເລັດຂອງການຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກໃນສອງອາທິດທີ່ຜ່ານມາ ເຊິ່ງເຫັນວ່າມີບັນຍາກາດ ແລະ ມີຄວາມໝາຍເປັນຢ່າງຍິ່ງ ແລະ ຂໍຝາກໄປເຖິງທີມງານກໍ່ຄືນັກສຶກສາ/ອາສາສະໝັກທຸກຄົນດ້ວຍ.

 

ພາຍຫຼັງທີ່ຮ່ວມງານດັ່ງກ່າວແລ້ວພວກເຮົາກໍ່ໄດ້ມີການຈັດກອງປະຊຸມເພື່ອທົບທວນຄືນຄວາມຄືບໜ້າ ແລະ ກຳນົດທິດທາງແຜນການສຳລັບໄລຍະເວລາທີ່ຍັງເຫຼືອປະມານ 2 ເດືອນຂອງໂຄງການ Vnetgreen ຂອງພວກເຮົາ. ສະຫຼຸບແລ້ວແມ່ນຍັງມີບາງໜ້າວຽກສຳຄັນທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດຄື:

-    ປັບປຸງ www.vnetgreen.net ເພາະຍັງບໍ່ມີຂໍ້ມູນຫຼາຍເທົ່າທີ່ຄວນ.

-    ກະກຽມບົດລາຍງານຜົນໄດ້ຮັບສຸດທ້າຍຂອງໂຄງການ ນີ້ແມ່ນວຽກໜຶ່ງທີ່ກຳນົດໄວ້ໃນ MoU ຂໍໃຫ້ອາຈານທັງສາມຄົນປຶກສາຫາລືກັນແລ້ວເລີ່ມຕົ້ນກະກຽມ.

-    ອີງຕາມ MoU ໂຄງການນີ້ຈະສິ້ນສຸດໃນຕົ້ນເດືອນສິງຫາ ແຕ່ເນື່ອງຈາກວ່າຍັງມີບາງວຽກທີ່ຈະໄດ້ເຮັດຮ່ວມກັບໂຮງຮຽນເປົ້າໝາຍໃນຕົ້ນເດືອນກັນຍາ ສະນັ້ນ ມັນກໍ່ມີຄວາມເປັນໄປໄດ້ທີ່ຈະຕໍ່ໂຄງການອອກໄປອີກ 1-2 ເດືອນ. ບົດລາຍງານທີ່ກ່າວໃນຂ້າງເທິງນັ້ນອາດຈະໃຫ້ສຳເລັດສົມບູນໃນເດືອນກັນຍາ. ບົດລາຍງານຂໍໃຫ້ເປັນພາສາອັງກິດ.

-    ອີງຕາມຕົວເລກງົບປະມານທີ່ຖືກອະນຸມັດ 88 ລ້ານກີບຈາກ HELVETAS ແລະ 45 ລ້ານກີບຈາກ Lux.Development ແມ່ນຍັງເຫຼືອຢູ່ ເພາະບາງໜ້າວຽກຍັງບໍ່ຖືກຈັດຕັ້ງປະຕິບັດ; ອີກເທື່ອໜຶ່ງ, ຂໍໃຫ້ອາຈານທັງສາມຄົນສະຫຼຸບຄືນລາຍຈ່າຍທີ່ຜ່ານມາ ແລະ ວາງແຜນຈັດຕັ້ງປະຕິບັດສ່ວນທີ່ຍັງເຫຼືອໂດຍໄວ. ການສະຫຼຸບລາຍຈ່າຍແມ່ນໃຫ້ສອດຄ່ອງກັບແຜນການດຳເນີນງານໃນເບື້ອງຕົ້ນ.

-    Mailing list ຂອງພວກເຮົາຊື່ວ່າ Vnetgreen ຂໍເຊີນຊວນໃຫ້ອາຈານ ແລະ ນັກສຶກສາທຸກຄົນເຂົ້າເປັນສະມາຊິກເພື່ອທີ່ຈະສະດວກໃນການຕິດຕໍ່ພົວພັນ ແລະ ແລກປ່ຽນຂໍ້ມູນຂ່າວສານຕ່າງໆ ລາຍລະອຽດສາມາດຕິດຕໍ່ກັບ ທ. ດານັງ 020 29969331.

-    ກ່ອນປິດໂຄງການນີ້ ຂໍໃຫ້ພວກເຮົາຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນ ໂດຍມີຕາງໜ້າແຕ່ລະພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ(ເມື່ອກະກຽມບົດລາຍງານສຳເລັດແລ້ວຈຶ່ງກຳນົດວັນເວລານຳກັນຕື່ມອີກ).

 

ຂ້າພະເຈົ້າເຂົ້າໃຈດີວ່າພວກທ່ານຕ່າງກໍ່ມີພາລະໜ້າທີ່ທີ່ຕ້ອງເຮັດຢ່າງຫຼວງຫຼາຍ ແຕ່ໃນເມື່ອພວກເຮົາໄດ້ຕົກລົງໃຫ້ຄຳໝັ້ນສັນຍາຮ່ວມກັນດຳເນີນໂຄງການນີ້ແລ້ວ ພວກເຮົາກໍ່ຕ້ອງໄດ້ເຮັດຢ່າງເລິກເຊິ່ງເຖິງຖອງແຕ່ຕົ້ນຕະຫຼອດປາຍ. ອີກເທື່ອໜຶ່ງ, ຂພຈ ຂໍສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການໃຫ້ຄວາມຮ່ວມໄມ້ຮ່ວມມືທຸກຢ່າງທີ່ຜ່ານມາກໍ່ຄືໃນອະນາຄົດ. ນີ້ເປັນພຽງໂຄງການເລີ່ມຕົ້ນແຕ່ກໍ່ປະສົບຜົນສຳເລັດຢ່າງຫຼວງຫຼາຍ ຂພຈ ເຊື່ອວ່າມັນມີຄວາມເປັນໄປໄດ້ສູງ ແລະໃນຫຼາຍຮູບການທີ່ພວກເຮົາຈະສືບຕໍ່ການເປັນຄູ່ຮ່ວມງານກັນໃນວຽກງານນີ້.

 

ສຳລັບໄລຍະຕໍ່ໄປຂອງໂຄງການ ຖ້າອາຈານທັງສາມຄົນຫາກມີແນວຄວາມຄິດຈະສືບຕໍ່ຄືແນວໃດກໍ່ສາມາດປຶກສາຫາລືກັນໄດ້ ລວມທັງການກະກຽມບົດສະເໜີໂຄງການ ດີແທ້ແມ່ນກະກຽມໄປພ້ອມໆກັນເມື່ອສະຫຼຸບປິດໂຄງການໄລຍະນຶ່ງກໍ່ໃຫ້ສາມາດຕໍ່ໄລຍະທີ່ສອງໄດ້ເລີຍ.

 

ມີຫຍັງທີ່ຕ້ອງການປຶກສາຫາລືເພີ່ມເຕີມ ສາມາດຕິດຕໍ່ຫາຂ້າພະເຈົ້າໄດ້ທຸກເວລາ.

ດ້ວຍຄວາມນັບຖືຢ່າງສູງ.

ສໍລະພົງ.

----------------------------------------

Sorraphong PASOMSOUK

 

Project Manager

Rural Income through Sustainable Energy (RISE) Project

HELVETAS Swiss Intercooperation, Laos PDR.

 

Mobile: (856) 20 5578 1001; 2278 1001

Tel:       (856) 30 9523930; Fax: (856) 61 211 172

Home:  (856) 30 9822217

Skype:  soraphong.pasomsouk

www.rise-laos.org

www.helvetas-laos.org

Phonsaath Tai village, Pek District, Xiengkhuang Province.

 

Reply all
Reply to author
Forward
0 new messages