SEED's proposal

6 views
Skip to first unread message

Danang Thaophialuang

unread,
Jun 12, 2015, 12:23:19 AM6/12/15
to environment-cha...@googlegroups.com

ສະບາຍດີທຸກຄົນ,

 

ທີ່ສົ່ງມາໃຫ້ນີ້ແມ່ນບົດສະເໜີຂອງກູ່ມ SEED ທີ່ຄະນະສີ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ.

ເຂົາເຈົ້າກຳລັງຂໍທຶນຈາກພວກເຮົາ ເພື່ອເອົາໄປປະຕິບັດກິດຈະກຳ ດັ່ງທີ່ມີລາຍລະອຽດໃນເອະສານຕິດຄັດ. ເວົ້າລວມແລ້ວ, ເຂົາເຈົ້າຮຽກຮ້ອງງົບປະມານຈຳນວນ 16,000,000 Kip.

ໃນການພິນິດພິຈາລະນາວ່າ: ພວກເຮົາຈະສົມຄວນສະໜັບສະໜູນເຂົາເຈົ້າບໍ່, ນັ້ນແມ່ນຈະເອົາເກນອັນໃດມາຕັດສີນ. ຕາມທັດສະນະສ່ວນຕົວແລ້ວ, ຂພຈ ຄິດວ່າ ພວກເຮົາອີງໃສ່ຜົນຂອງການປະຕິບັດວຽກງານໃນໂຄງການຮ່ວມກັບກູ່ມ SEED ໃນທີ່ຜ່ານມານັ້ນເປັນເກນວັດ. ຜູ້ອື່ນເດຄິດຈັ່ງໃດ ?

ກະລຸນາຢ່າຫງຽບຫຼາຍ, ຂພຈ ຄາດຫວັງຄວາມອາສາສະໝັກຢ່າງຫ້າວຫັນຈາກບັນດາທ່ານ.

 

ດ້ວຍຄວາມຫວັງດີ.

 

ດານັ້ງ

 

-------------------------------------------------------------

Danang Thaophialuang

Advocacy and Cooperation Advisor

HELVETAS Swiss Intercooperation

P.O Box 6367, Unit 09, House no. 155, Thaphalanxay Village

Phonthan Village, Saysettha District

Vientiane Capital, Lao PDR

Tel: (856-21) 263 189 ; 485 016 / 017

Tel/Fax: (856-21) 263 190

Mobile: 020 54486996

Skype: Danang.thao

helvet...@gmail.com; www.helvetas-laos.org

https://www.facebook.com/pages/Helvetas-Laos/

 

 

 

SEED's proposal-June 12, 2015.pdf

Phoutaly Vongsamai

unread,
Jun 12, 2015, 4:24:40 AM6/12/15
to environment-cha...@googlegroups.com

ສະ​ບາຍ​ດີ​ທຸກ​ຄົນ,

 

​ການ​ຮ່ວມ​ງານ​ກັບ ກຸ່ມ SEED ຜ່ານ​ມາໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ ເຫັນ​ວ່າ ພວກ​ເຂົ້າ​ເຈົ້າ​ເຮັດ​ໄດ້​ດີ

ມີ​ລະ​ບົບ​ຈັດ​ຕັ້ງ​ປະ​ຕິ​ບັດ ການ​ມີ​ສ່ວນ​ຮວມ​ຂອງ​ກຸ່ມໄດ້​ດີ.

ສະ​ນັ້ນ​ ຂ້າ​ພະ​ເຈົ້າຄິດ​ວ່າ ຄວນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ກິດ​ຈະ​ກຳ​ດັ່ງ​ກ່າວ​ຂອງ​ພວກ​ເຂົາ​ເຈົ້າ.

 

ຂອບ​ໃຈ

ດ້ວ​ຍ​ຄວາມ​ນັບ​ຖື

ຈາ

--
You received this message because you are subscribed to the Google Groups "Environment, Change and Resilience Group" group.
To unsubscribe from this group and stop receiving emails from it, send an email to environment-change-re...@googlegroups.com.
For more options, visit https://groups.google.com/d/optout.

Danang Thaophialuang

unread,
Jun 14, 2015, 11:40:28 PM6/14/15
to environment-cha...@googlegroups.com

ຂອບໃຈເດີຈາ ທີ່ໃຫ້ຂໍ້ຄິດເຫັນ.

ຜູ້ອື່ນເດ, ຄິດຈັ່ງໃດເນາະ ?

Khamla Inmieugxay

unread,
Jun 15, 2015, 2:35:27 AM6/15/15
to environment-cha...@googlegroups.com

ສະບາຍດີ ດານັງ,

 

ຂອບໃຈເດີທີ່ນ້ອງດານັງ ທີ່ນຳສະເໜີແຜນງົບປະມານທີ່ທາງກູ່ມ SEED  ທີ່ສະເໜີມາ ໃນນາມເອື້້ອຍແລ້ວແມ່ນເຫັນວ່າເປັນກິດຈະກຳທີ່ໜ້າສົນໃຈ, ແຕ່ງົບປະມານຂອງກູ່ມສິງແວດລ້ອມເຮົາແມ່ນຍັງເຫຼືອ ແຕ່ 1,400,000 ກີບ ສ່ວນງົບ 5 ລ້ານປາຍທີ່ພວກເຮົາເຮັດກິດຂະກຳວັນສິ່ງແວດລ້ອມໂລກ ແມ່ນເອື້້ອຍຂໍງົບປະມານຈາກ ໂຄງການ SPACE. ດັ່ງນັ້ນພວກເຮົາຈະຕ້ອງເຮັດແຜນໂຄງການຂອງກູ່ມປະຈຳປີໃຫ້ລະອຽດ ແລະ ລະບູໃສ່ໃນແຜນໂຄງການຂອງປີເລີຍ ຄືດັ່ງທີ່ເອື້ອຍໄດ້ລົມກັບນ້ອງກ່ອນໜ້ານີ້່.

 

ດ້ວຍຄວາມຮັກແພງຢ່າງສູງ,

 

Khamla Inmieungxay

LURAS/SPACE Office Manager,

HELVETAS Swiss Intercooperation

 

P.O Box 6367, House No. 143, Ban: PhonthanNeua, Unit 15, Phonthan Road,

Saysettha District, Vientiane Capital, Lao PDR

Tel: (856-21) 263 189, Fax: (856-21) 263 190

Mob: (856-20) 233 89 899

www.helvetas-laos.org

Danang Thaophialuang

unread,
Jun 15, 2015, 4:08:28 AM6/15/15
to environment-cha...@googlegroups.com

ຂອບໃຈເອື້ອຍຫຼ້າ,

 

ຊັ້ນສະຫຼຸບວ່າ ເຮົາອາດຈະຍັງບໍ່ສາມາດສະໜັບສະໜູນກູ່ມໃດໆໄດ້ເທື່ອ ຈົນກວ່າເຮົາເຮັດແຜນງົບປະມານຂອງກູ່ມສີ່ງແວດລ້ອມເຮົາສຳເລັດເນາະ?

ທີ່ຈີງ ນ້ອງກໍ່ເຫັນດີຕາມນັ້ນ.  

ນ້ອງຄິດວ່າ: ໃນຖານະຫົວໜ້າກູ່ມ ຫຼື ຜູ້ຮັບຜິດຊອບຕໍ່ການສະເໜີຂໍຮ້ອງ ກໍ່ຄືການຕິດຕໍ່ພົວພັນກັບພາຍນອກ, ເອື້ອຍອາດຈະໄດ້ເຮັດ ຈ.ໝ ສັ້ນໆ ເພື່ອຕອບກັບໄປຫາກູ່ມ SEED ເຂົາ ເພື່ອອະທິບາຍເຫດຜົນວ່າ ເປັນຫຍັງເຮົາຈື່ງບໍ່ສາມາດສະໜັບສະໜູນເຂົາເຈົ້າໄດ້ເທື່ອ. ແລະ ທັງແນະນຳເຂົາເຈົ້າວ່າ ເຂົາເຈົ້າສົມຄວນຂື້ນແຜນກິດຈະກຳກ່ອນໜ້ານີ້, ດີແທ້ແມ່ນຕອນເປີດຫຼືປິດສົກຮຽນ ເພື່ອແຈ້ງໃຫ້ຜູ້ໃຫ້ທຶນຊາບກ່ອນ ແລ້ວພວກເຮົາກໍ່ຈະເອົາກິດຈະກຳຂອງເຂົາເຈົ້າເຂົ້າໃນແຜນງົບປະມານຂອງເຮົາ. ບໍ່ດັ່ງນັ້ນ, ພວກເຮົາບໍ່ສາມາດສະໜັບສະໜູນໄດ້ກິດຈະກຳທີ່ເກີດຂື້ນມາແບບກະທັນຫັນແບບນີ້.

ຂອບໃຈທຸກຄົນທີ່ຊ່ວຍກັນຄິດເລື່ອງນີ້ຈົນຈົບໄປ. ຫວັງວ່າພາຍພາກໜ້າ ພວກເຮົາທຸກຄົນຈະຮັກສາມູນເຊື້ອແບບນີ້ຕໍ່ໆໄປ ເພື່ອສ້າງບັນຍາກາດພາຍໃນກູ່ມເຮົາໃຫ້ຟົດຟື້ນ ກໍ່ຄື ສ້າງກິດຈະກຳເພື່ອສັງຄົມໃຫ້ໄດ້ຫຼາຍໆ.

Leexiong Leetakoon

unread,
Jun 15, 2015, 4:38:03 AM6/15/15
to environment-cha...@googlegroups.com, environment-cha...@googlegroups.com
Thanks all, m have no time to check it but I do agree with u that we cannot support this at this time since the contract is finished 

Leexiong
Sent from my iPhone

Danang Thaophialuang

unread,
Jun 18, 2015, 3:31:16 AM6/18/15
to environment-cha...@googlegroups.com

ສະບາຍດີທຸກຄົນ,

 

ນີ້ແມ່ນ ຈ.ໝ ຕອບກັບໄປຫາກູ່ມອາສາສະໝັກ SEED ທີ່ ຂພຈ ຂຽນຂື້ນມາ.

ກະລຸນາຊ່ວຍກັນເບີ່ງ ວ່າເໝາະສົມແລ້ວບໍ ?

Comments & feedback are welcome !

 

Danang

Response to SEED-Lao.docx
Response to SEED-English.docx

Phoutaly Vongsamai

unread,
Jun 18, 2015, 4:11:50 AM6/18/15
to environment-cha...@googlegroups.com

ຂອບໃຈດານັງຫຼາຍໆເດີ ທີ່ຊ່ວຍຕອບແທນແກ່ກຸ່ມພວກເຮົາ

ຂ້າພະເຈົ້າຄິດວ່າ ວິທີການຂຽນແມ່ນນຸ່ມນວນດີ ບົວບໍ່ໃຫ້ຊ້ຳນ້ຳບໍ່ໃຫ້ຂຸ້ນ!

Danang Thaophialuang

unread,
Jun 18, 2015, 4:27:24 AM6/18/15
to environment-cha...@googlegroups.com

ຂອບໃຈຈາ,

ນັ້ນເປັນສີ່ງທີ່ຂ້ອຍພະຍາຍາມທີ່ສຸດເລີຍ.

ເຮັດຈັ່ງໃດເພື່ອໃຫ້ໄດ້ຄຳຕອບທີ່ຊັດເຈນທີ່ສຸດ ແຕ່ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ຍີ່ງຍາກກວ່າ.​

ຜູ້ອື່ນເດຄິດຈັ່ງໃດ? ກ່ອນທີ່ ຂພຈ ຈະສົ່ງໄປຫາ Celestine. Celestine ຈະມີເວລາພຽງແຕ່ວັນດຽວ (ມື້ອື່ນ) ເທົ່ານັ້ນ ກ່ອນທີ່ເຮົາຈະບໍ່ສາມາດພົບລາວໄດ້ເປັນໄລຍະເວລາ 1 ເດືອນເຕັມໆ.

 

ດານັ້ງ.​

Reply all
Reply to author
Forward
0 new messages