Venetgreen activity on Aug 2013

3 views
Skip to first unread message

Phoutaly vongsamai

unread,
Aug 20, 2013, 2:55:26 AM8/20/13
to environment-cha...@googlegroups.com

ສະບາຍດີ ທຸກໆຄົນ,

ກະລຸນາກວດເບີ່ງເອກະສານທີ່ຂັດຕິດມາຂ້າງເທີ່ງນີ້ 

ມັນແມ່ນແຜ່ນກິດຈະກຳທີ່ພວກເຮົາໄດ້ຮັບຈາກ ກຸ່ມ SEED & FLP 2ກຸ່ມ ທີ່ໄດ້ສົ່ງແຜນ

ຢາກຂໍຄວາມຊ່ວຍເຫຼືອໃຫ້ທຸກຄົນຊ່ວຍກວດແຜນດັ່ງກ່າວນີ້ ແລະ ໃຫ້ສົ່ງຄຳຄິດເຫັນໃຫ້ແນ່ເດີ.

 

ຂອບໃຈຫຼາຍໆເດີ ທີ່ໃຫ້ຄວາມຊ່ວຍເຫຼືອ

ຮັກແລະນັບຖື

ຈາ

 

 

From: Phokham Latthachack [mailto:phok...@gmail.com]
Sent: Saturday, May 18, 2013 6:42 PM
To: Phoutaly....@helvetas.org
Subject:
ງົບປະມານ ສຳຫຼັບ ໃຫ້ 3 ກຸ່ມ ອາສາສະໝັກ ລົງໂຮງຮຽນ

 

ລາຍລະອຽດການໃຊ້ຈ່າຍ

SEED/FES

FLP/EPG

NAFC/ ECG

ເອກະສານ, ຕິດຕໍ່ພົວພັນ

      1,000,000.00  

    1,000,000.00  

               1,000,000.00  

ອາຫານ ແລະ ເຄື່ອງດື່ມ

      2,000,000.00  

    2,000,000.00  

               2,000,000.00  

ຕິດຕໍ່ພົວພັນ ໂຮງຮຽນເປົ້າໝາຍ

          500,000.00  

        500,000.00  

                   500,000.00  

ເບ້ຍໄມ້ ແລະ ອຸປະກອນປູກ

      1,000,000.00  

    1,000,000.00  

               1,000,000.00  

ຝຸ່ນ ແລະ ປຸຍ

          500,000.00  

        500,000.00  

                   500,000.00  

ອຸປະກອນເຮັດກິດຈະກຳໃນ ຮຮ

      1,000,000.00  

    1,000,000.00  

               1,000,000.00  

      6,000,000.00  

    6,000,000.00  

               6,000,000.00  

ງົບປະມານ ສຳຫຼັບ ໃຫ້ 3 ກຸ່ມ ອາສາສະໝັກ ລົງໂຮງຮຽນ ຕາມການຕົກລົງກັນ ໃນກອງປະຊຸມຜ່ານມາ.



--

Phokham LATTHACHACK

 

English plan.docx
lao plan.docx
Plan of FLP.PDF

Sorraphong PASOMSOUK

unread,
Aug 22, 2013, 3:04:04 PM8/22/13
to environment-cha...@googlegroups.com, chant...@yahoo.com, phok...@yahoo.com, khammalavong somphong

ສະບາຍດີ ຈາ ແລະ ໝົດທຸກຄົນ.

 

ອ້າຍໄດ້ພົວພັນລາຍລະອຽດນຳອາຈານໂພຄຳແລ້ວ ເຫັນວ່າເປັນກິດຈະກຳທີ່ມີຄວາມສຳຄັນ, ໜ້າສົນໃຈ ແລະ ເຮັດເປັນຂະບວນການດີພໍສົມຄວນ. ການຈັດຕັ້ງປະຕິບັດຕົວຈິງຄາດວ່າຈະດຳເນີນໃນກາງເດືອນກັນຍານີ້ ແຕ່ການກະກຽມຕ້ອງໄດ້ດຳເນີນກ່ອນ. ສະນັ້ນ ງົບປະມານຈະຕ້ອງໄດ້ອະນຸມັດໃຫ້ເພິ່ນໃນໄວໆນີ້.

 

ຄຳຫຼ້າ ອາດຈະພົວພັນເອົາແຜນກິດຈະກຳ ແລະ ງົບປະມານທີ່ໄດ້ຮັບການເຊັນຢັ້ງຢືນຈາກກຸ່ມ SEED ແລ້ວປະກອບເອກະສານຖອນເງິນຕາມລະບຽບການຂອງເຮວວີຕັດເລີຍ.

 

ສຳຫຼັບແຜນວຽກຂອງ ຄນລ, ອາຈານສີພາຈະ:

1.   ກວດຄືນງົບປະມານທັງໝົດທີ່ທາງ ໂຄງການ Lux. ໄດ້ຈ່າຍອອກໄປ-ຍັງເທົ່າໃດ.

2.   ສັງລວມຫຍໍ້ກິດຈະກຳທີ່ຍັງບໍ່ທັນໄດ້ປະຕິບັດ ແລະວາງແຜນຈັດຕັ້ງປະຕິບັດໃຫ້ໄວທີ່ສຸດ.

3.   ດັດແປງແຜນກິດຈະກຳ ແລະງົບປະມານການລົງວຽກພາກສະໜາມ(ລົງບ້ານ, ໂຮງຮຽນ…) ທັງໝົດແມ່ນ 18 ລ້ານກີບ= 6 ລ້ານກີບ/ພາກສ່ວນ.

ຈາ ຊ່ວຍ/ສືບຕໍ່ປະສານງານກັບອາຈານສີພາໃນເລື່ອງນີ້ດ້ວຍ.

 

ສຸດທິດາ, ທາງກຸ່ມ 3 ສ ມີການເຄື່ອນໄຫວຫຍັງແດ່ບໍ່ ໂດຍສະເພາະແມ່ນໃນເດືອນ 9-10 ນີ້.

 

ໃນເດືອນ 9-10 ນີ້ ພວກເຮົາຈະຕ້ອງໄດ້ຈັດກອງປະຊຸຸມສະຫຼຸບສຳລັບໂຄງການ Vnetgreen ແຕ່ລະຄົນອາດຈະຄິດໄວ້ວ່າຈະດຳເນີນກັນຄືແນວໃດ.

 

ຂໍໃຫ້ທຸກຄົນໂຊກດີ.

ສໍລະພົງ.

--
You received this message because you are subscribed to the Google Groups "Environment, Change and Resilience Group" group.
To unsubscribe from this group and stop receiving emails from it, send an email to environment-change-re...@googlegroups.com.
For more options, visit https://groups.google.com/groups/opt_out.

Soutthida Moungkhounsavath

unread,
Aug 22, 2013, 3:36:52 AM8/22/13
to environment-cha...@googlegroups.com, chant...@yahoo.com, phok...@yahoo.com, khammalavong somphong
ສະບາຍດີໝົດທຸກຄົນ,

ກ່ອນ​ອື່ນ​ໝົດ​ຂອບ​ໃຈ​ສຳລັບ​ທິມທີ່​​ໄດ້​ຕິດຕາມ ​ແລະ ປະຕິບັດ​ໜ້າ​ທີ່​ໃນ​ຊ່ວງ​ທີ່​ຜ່ານ​ມາ

ຈາກ​ກອງ​ປະຊຸມ​ທີ່​ໄດ້​ນັດ​ພົບ​ກັນ​ ​ໃນ​ເດືອນ ມິຖຸນາ​ທີ່​ຜ່ານ​ມາ ຂ້າພະ​ເຈົ້າຢາກ​ຂໍ​ໃຫ້​ທ່ານ​ທີ່​ໄດ້​ບັນທຶກ​ກອງ​ປະຊຸມ​ຊ່ວຍ​ສົ່ງ​ໃຫ້​ຂ້າພະ​ເຈົ້າດ້ວຍ​ເພາະ​ຈະ​ໄດ້​ເຂົ້າ​ໃຈ ​ແລະ ຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ທິມ​ເຮົາ​ໄດ້ ​ເພາະ​ຂ້າພະ​ເຈົ້າບໍ່​ໄດ້​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ ​

ສຳລັບ​ແຜນ​ທີ່​ຈະ​ລົງ​ໂຮງຮຽນ​ຂອງ​ທິມ 3ສ ສິ່ງ​ແວດ​ລ້ອມ​ແມ່ນ​​ທາງ​ນັກ​ສຶກສາ​ກຳລັງ​ດັດ​ແກ້​ ຍ້ອນ​ວ່າ

1.     ງົບ​ປະມານ​ທີ່​ຂື້ນ​ສູງ​ໂພດ

2.    ​ໂຮງຮຽນ​ທີ່​ຈະ​ລົງ​ແມ່ນ​ຈະ​ມີ​ການ​ປ່ຽນ​ແປງ​ເພື່ອ​ທີ່​ຈະ​ປະຢັດ​ງົບປະມານ ​ແລະ ຕິດຕາມ​ງ່າຍ​ໂດຍ​ເລືອກ​ໂຮງຮຽນ​ທີ່​ໃກ້​ກວ່າ​.

3.    ຄາດ​ວ່າ​ຈະ​ລົງ​ຈັດຕັ້ງປະຕິບັດ​ຫລັງ​ຈາກ​ໄດ້​ຮັບ​ງົບປະມານ ອາດ​ຈະ​ເປັນ​ທ້າຍ​ເດືອນ ກັນຍາ ຫລື ຕົ້ນ​ເດືອນ​ຕຸລາ

 

ສ່ວນ​ໄລຍະ​ທີ່​ຜ່ານ​ມາ​ທາງ​ກຸ່ມ 3 ສ ​ແມ່ນ​ໄດ້​ເຄື່ອນ​ໄຫວ​ປົກກະຕິ​ເຊັ່ນ:

1.     ສາຍ​ວິ​ດີ​ໂອ, ສາລະ​ຄະດີ 1 ຄັ້ງ/ອາທິດ

2.    ການ​ຜລິດ​ນ້ຳ BE, ຝຸ່ນ​ບົ່ມ  (ຢາຂ້າ​​ແມງ​ໄມ້ ຈະ​ວາງ​ແຜນ​ທົດ​ລອງ)

3.    ການ​ເພີ້​ມມູນ​ຄ່າ​ກັບ​ສິ່ງ​ເສດ​ເຫລືອ ກ້ອງ​ແກ້ວ, ​ເຈ້ຍ ​ແລະ ຕຸກ ​ໄດ້​ທົດ​ລອງ​ແລ້ວ​

4.    ການ​ຮັກສາ​ສະຖານ​ທີ່​ບຳບັດ​ນ້ຳ​ເສຍ ​ແລະ ສວນ​ດອກ​ໄມ້

ມື້ວານ​ນີ້​ທາງ​ກຸ່ມ​ໄດ້​ມີ​ກອງ​ປະຊຸມ​ສຳລັບ​ແຜນ​ໃນ​ສາມ​ເດືອນ​ຄື:

1.     ຊອກ​ຕະຫລາດ​ໃຫ້​ກັບ​ຜລິດ​ຕະພັນ​ທີ່​ໄດ້​ຜະລິດ​ໃນ​ກຸ່ມ ພ້ອມ​ການ​ສຳ​ຫລວດ​ຄວາມ​ຕ້ອງການຂອງ​ຜູ້ທີ່​ຈະ​ຊົມ​ໃຊ້

2.    ຝຶກ​ອົບຮົມ​ວິທີ​ພື້ນຖານ​​ໃນ​ການ​ເພີ້​ມມູນ​ຄ່າ ​ແລະ ການ​ປະດັບ​ປະດາ

3.    ການ​ປະ​ກວດ​ບົດ​ກອນ, ບົດ​ເພງ, ວິ​ດີ​ໂອ, ລະຄອນ​ເວທີ ​ໃນ​ຫົວ​ຂໍ້​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ

4.    ການຈັດຕັ້ງລະບົບ​ຂອງ​ກຸ່ມ​ອີກ​ເທື່ອ​ໃໝ່

 

​ໃນ​ນັ້ນທາງ 3ສ ຍັງ​ພົບ​ກັບ​ຂໍ້​ຫຍຸ້ງຍາກ​ຈຳນວນ​ໜຶ່ງ​ ​ແລະ ມີ​ແຜນການ​ຢາກ​ປຶກສາ​ຫາລື ນຳ​ທິມ ຢູ່​.

 

ອາຈານ​ສົມພົງ​ຫາ​ກໍ່​ກັບ​ມາ​ປະຈຳການ ຊ່ວງ  2 -3 ​ເດືອນ​ຫລັງ​ເພິ່ນ​ໄດ້​ໄປ​ຮຽນ​ຕໍ່ ​ແຕ່​ໄດ້​ສຳ​ເລັດ​ແລ້ວ

 

ສ່ວນ​ຂ້າພະ​ເຈົ້າຈະລາ​ພັກ 13-30/9/2013


ອາທິດໜ້າ 26-27 ຂ້າພະເຈົ້າຢູ່ວຽງຈັນເດີ   ຊອກຫາເວລາພົບກັນໜ້ອຍໜຶ່ງບໍ່)


ຮັກແພງ

ສຸດທິດາ

 

 



From: environment-cha...@googlegroups.com <environment-cha...@googlegroups.com> on behalf of Sorraphong PASOMSOUK <soraphong...@helvetas.org>
Sent: Friday, August 23, 2013 2:04 AM
To: environment-cha...@googlegroups.com
Cc: chant...@yahoo.com; phok...@yahoo.com; 'khammalavong somphong'
Subject: RE: Venetgreen activity on Aug 2013
 
Reply all
Reply to author
Forward
0 new messages