ຊີວະປະຫວັດຫຍໍ້ຂອງສະຫາຍ
ຫນູຮັກ
ພູມສະຫວັນ
ສະຫາຍ
ຫນູຮັກ
ພູມສະຫວັນ
ເກີດເມື່ອວັນທີ
9 ເມສາ
1910
ທີ່ບ້ານພະລຸກາ, ມຸກດາຫານ, ເປັນບຸດຂອງ
ທ້າວ ທອງພັກ
ແລະ ນາງ
ບັນທູນ; ໄດ້ສ້າງຄອບຄົວກັບນາງ
ຈັນທົມ ໃນປີ 1933 ແລະ
ມີລູກຮ່ວມກັນ
4 ຄົນ.
ຕໍ່ມາສະຫາຍໄດ້ສ້າງຄອບຄົວກັບນາງ
ບຸນມາ ໃນປີ 1944.ການເຄື່ອນໄຫວປະຕິວັດຂອງສະຫາຍ
ຫນູຮັກ ພູມສະຫວັນ
ໃນແຕ່ລະໄລຍະດັ່ງນີ້:
ປີ 1945: ສະຫາຍ ເປັນຫນຶ່ງໃນບັນດາຜູ້ກໍ່ຕັ້ງຂະບວນການປະຕິວັດຂອງປະເທດເຮົາ.ປີ
1949:
ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການລາວຕໍ່ຕ້ານ
ປະຈຳພາກຕາເວັນອອກ, ທັງຮັບຜິດຊອບກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ
ເພື່ອຈັດຕັ້ງລັດຖະບານລາວຕໍ່ຕ້ານ.ປີ
1950:
ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງການເງິນຂອງລັດຖະບານລາວຕໍ່ຕ້ານ.ປີ
1954:
ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະເຈລະຈາຂອງຝ່າຍແນວລາວຮັກຊາດທີ່ວຽງຈັນ.ປີ
1955:
ກອງປະຊຸມໃຫຍ່ຄັ້ງທີ
I ຊຶ່ງເປັນກອງປະຊຸມໃຫຍ່ສ້າງຕັ້ງພັກ
ປະຊາຊົນລາວ (ໃນປະຈຸບັນແມ່ນພັກ
ປະຊາຊົນ
ປະຕິວັດລາວ)
ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການສູນກາງພັກ.ປີ
1958:
ເປັນສະມາຊິກສະພາຜູ້ແທນຣາຊະດອນ
ໃນສະໄຫມລວມລາວຄັ້ງທີ
I, ທັງເປັນເລຂາພັກ
ພາກສ່ວນສູນກາງຢູ່ວຽງຈັນ.ປີ
1959:
ສະຫາຍ
ຖືກລັດຖະບານ
ຣາຊະອານາຈັກ
ຈັບກຸມຄຸມຂັງ
ພ້ອມດ້ວຍສະເດັດເຈົ້າ
ສຸພານຸວົງ
ແລະ ຜູ້ນຳຈຳນວນຫນຶ່ງຂອງແນວລາວຮັກຊາດ.ປີ
1960
1962: ເປັນກຳມະການໃນຄະນະເຈລະຈາ
ເພື່ອຈັດຕັ້ງລັດຖະບານປະສົມຄັ້ງທີ
2 ທັງເປັນເລຂາພັກ
ພາກສ່ວນສູນກາງຢູ່ຄັງໄຂ
(ແຂວງຊຽງຂວາງ), ເປັນຜູ້ຊີ້ນຳພາກສ່ວນເຂົ້າຮ່ວມໃນລັດຖະບານປະສົມ.ປີ
1966:
ເປັນຜູ້ປະຈຳການຂອງຄະນະປະຈຳສູນກາງພັກ, ຮັບຜິດຊອບວຽກງານຈັດຕັ້ງ
ແລະ
ວຽກງານເສດຖະກິດການເງິນ.ເດືອນ
2
ປີ 1972: ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັບຜິດຊອບຊີ້ນຳວຽກງານເສດຖະກິດ.ວັນທີ
2 ທັນວາ
1975:
ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ
ໄດ້ເລືອກຕັ້ງສະຫາຍ
ເປັນຮອງນາຍົກ
ລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງການເງິນຂອງລັດຖະບານ
ແຫ່ງ ສປປ
ລາວ.ເດືອນ 4 ປີ
1982
ແລະ ເດືອນ 11 ປີ
1986:
ສະຫາຍໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີຜູ້ທີ
1, ທັງເປັນຜູ້ປະຈຳການສະພາລັດຖະມົນຕີ, ຊີ້ນຳກຸ່ມເສດຖະກິດ.ປີ
1989:
ໄດ້ຮັບການເລືອກຕັ້ງເປັນຜູ້ແທນສະພາປະຊາຊົນສູງສຸດ
ແລະ
ໄດ້ຮັບການເລືອກຕັ້ງເປັນປະທານສະພາປະຊາຊົນສູງສຸດ
ຊຸດທີ 2, ທັງເປັນປະທານຄະນະກຳມະການຮ່າງລັດຖະທຳມະນູນ.ວັນທີ
25/11/1992:
ສະຫາຍໄດ້ຮັບການເລືອກຕັ້ງໂດຍກອງປະຊຸມສະໄຫມວິສາມັນຂອງສະພາປະຊາຊົນສູງສຸດ
ຊຸດທີ 2 ໃຫ້ເປັນປະທານປະເທດແຫ່ງ
ສປປ ລາວ
ຈົນເຖິງວັນທີ
24 ກຸມພາ
1998.ສະຫາຍ
ຫນູຮັກ
ພູມສະຫວັນ
ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ
ໃນກອງປະຊຸມໃຫຍ່ຄັ້ງທີ
I, ຄັ້ງທີ
II, ຄັ້ງທີ
III,
ຄັ້ງທີ IV ແລະ
ຄັ້ງທີ V ຂອງພັກ
ໃນປີ 1955, ປີ 1972, ປີ 1982, ປີ 1986 ແລະ ປີ 1991. ສະຫາຍໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ
ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ
2 ເຖິງກອງປະຊຸມໃຫຍ່ຄັ້ງທີ
5.ສະຫາຍໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາຂອງຄະນະບໍລິຫານງານສູນກາງພັກ
ໃນກອງປະຊຸມໃຫຍ່ຄັ້ງທີ
VI ແລະ
ຄັ້ງທີ VII ຂອງພັກ
ໃນປີ 1996 ແລະ ປີ 2001.
ໄປຊອກຫາກີນກີນເຂົ້າສາກເຂົ້າປະດັບດີນເດີລຸງເອີຍ
ແປ່ນດີນລາວຊີ້ໄດ້ເບົາລົງນ້ອຍນຶ່ງ