ຂໍຕອບ ທ່ານລາວວຽງ

1 view
Skip to first unread message

ຜູ່ບ່າວລາວ

unread,
Jun 12, 2007, 1:29:57 PM6/12/07
to amer...@googlegroups.com
Name: laovieng
Email: minoritylao
Message: Hey you all Amerilao

You thought Vang Pao have a good hopefull to Lao coutry. I don\'t think so. Vang Pao go to jail forever. Thanks to US government who well done to VangPao.
--------------------------------------

ສະບາຍດີ ທ່ານ ລາວວຽງ
ທ່ານລາວວຽງໄດ້ໄປໃຊ້ຣະບົບຕິດຕໍ່ແບບໂອໂຕມາຕິກທີ່ໜ້າປົກຂອງອາເມຣິລາວ ຕິດຕໍ່ເຂົ້າມາຫາອາເມຣິລາວ ໂດຍມີຄວາມເວົ້າດັ່ງຂ້າງເທິງນີ້. ຂພຈ ຂໍຕອບລາວວຽງວ່າ: ຂພຈ ຍັງບໍ່ທັນໄດ້ອອກຄວາມເຫັນໃດໆທັ້ງສິ້ນ ກ່ຽວກັບການຈັບກຸມ ກຸ່ມທ່ານນາຍພົນວັງປາວ ດ້ວຍເຫດຜົນທີ່ວ່າ: ຂພຈ ບໍ່ແມ່ນສະມາຊິກຂອງທ່ານນາຍພົນວັງປາວ, ຂພຈ ບໍ່ຮູ້ເຣຶ່ອງພາຍໃນແລະບໍ່ເຫັນເຣຶ່ອງພາຍນອກຂອງພວກເພີ່ນ ແລະຕັ້ງແຕ່ ຂພຈ ເກີດມາ ຍັງບໍ່ທັນໄດ້ເຫັນໜ້າທ່ານ ນາຍພົນ ວັງປາວຈັກເທື່ອ (ນອກຈາກເຫັນທາງຮູບແລະເຫັນທາງທີວີ) ທ່ານຂຽນວ່າ ຂພຈ ຄິດ, ຂພຈ ບໍ່ທັນໄດ້ຄິດຫຍັງເທື່ອກ່ຽວກັບເຣຶ່ອງນີ້ ທ່ານໄປເກັບເອົາຄວາມເວົ້ານີ້ມາແຕ່ໃສ ທ່ານລາວວຽງ? ຫລືວ່າທ່ານອ່ານໄປເຫັນຂ່າວ ແລະການວິຈັຍຂ່າວຂອງແຫລ່ງຂ່າວ ອື່ນໆທີ່ເຂົາບັນນາທິການບໍ? ອັນນັ້ນບໍ່ແມ່ນ ອາເມຣິລາວເດີ.

ສ່ວນກຸ່ມແລະເຄືອຄ່າຍອາເມຣິລາວຕ້ອງການຄື: ປ່ຽນແປງການປົກຄອງຂອງຄຸມມູນິດສ໌ລາວ ໃຫ້ເປັນປະຊາທິປະໄຕແບບສົມບູນ ໂດຍບໍ່ໃຫ້ມີການຂ້າຟັນລັນແທງຊຶ່ງກັນແລະກັນ ທີ່ພວກເຮົາເອີ້ນກັນວ່າ: "ດ້ວຍສັນຕິວິທີ"

http://www.amerilao.org/goal/

ຂໍຂອບໃຈທີ່ເຂົ້າມາໃຊ້ສອຍ ອາເມຣິລາວ
AmeriLao Admin

Reply all
Reply to author
Forward
0 new messages