-
ມີຄວາມພະຍາຍາມຢູ່ທີໃດ...ມີຄວາມສຳເລັດຢູ່ທີ່ນັ້ນ...
ແຕ່ບັນດາເຖົ້າຫົວງູທັງຫລາຍຈະເວົ້າກັນວ່າ...
ມີຕັນຫາຢູ່ທີ່ໃດ...ມີຄວາມພະຍາຍາມຢູ່ທີ່ນັ້ນ...
-
ເຮັດດີໄດ້ດີ...ເຮັດຊົ່ວໄດ້ຊົ່ວ...ຫຼື
ຫວ່ານພືດແນວໃດ...ຍ່ອມໄດ້ຜົນເຊັ່ນນັ້ນ
ມີຂໍ້ຍົກເວັ້ນຄື...ປູກຖົ່ວຂຽວ...ໄດ້ຖົ່ວງອກ...
==========
ເນື້ອແດງ...ເມັດດຳ...
ໃຈຫງຸດຫງິດຄຶດຮ້ອຍແປດພັນປຣະການ
ເມື່ອນ້ອງຮັກມາຈາກໄກໃຫ້ເປົ່າປ່ຽວ
ຕ້ອງອົດຢາກປາກແຫ້ງຢູ່ຄົນດຽວ
ຈຶ່ງອອກທ່ຽວຫາຂອງດີເພື່ອມີທາງ
ພໍຍ່າງຜ່ານແຖວຜູ້ຍິງຂາຍຂອງສົດ
ຫ່າງງາມຫງົດແຕ່ນວນນ້ອງຫນັ່ງຖ່າງຂາ
ດ້ວຍຄວາມຢາກຄວາມຫິວໂຫຍຈຶ່ງຈ້ອງຂອງດີນາງ
ຢືນຕາຄ້າງສຸດຫ້າມໃຈຊ່າງໃຫຍ່ໂຕ
ເນື້ອໃນແດງແຕ່ເມັດດຳຫນ້າຫົວຂວັນ
ຈຳໃຈຄວັກເງິນຈ່າຍບໍ່ລັງເລ
ເຖິງເມັດດຳຈຳໃຈຫິ້ວດ້ວຍຄວາມຫິວແຮງ
ເພາະຫມາກໂມຂາຍບໍ່ແພງແຖມຫວານດີ...
Very funny! Thanks! I gotta go for now, and will be back in 45 min.
Smooth
-ອາຍນາຍຄູສາວ...ບໍ່ຮູ້ວິຊາ
ອາຍພັລຍາ...ບໍ່ມີລູກ
ແຕ່ຫາກໄດ້ນາຍຄູສາວເປັນພັລຍາ...ຈະໄດ້ທັງວິຊາແລະລູກ
-ອິທານັງທຸກຂັງໂລເກ...ຫມາຍເຖິງ...ການເປັນຫນີ້ເປັນທຸກໃນໂລກ...
ແຕ່ຜູ້ເຖົ້າຜູ້ແກ່ທີ່ບໍ່ຍອມສູ້ທັງຫລາຍກໍ່ຄື...
ກາເມມໍຣະນັງທຸກຂັງໂລເກ...ກາມຕາຍດ້ານເປັນທຸກໃນໂລກ
-ນ້ອງເມັຽເປັນສັພຍາກອນອັນມີຄຸນຄ່າຫລວງຫລາຍຂອງອ້າຍເຂີຍ...
ໃຜບັງອາດມາຈີບນ້ອງເມັຽຖືວ່າເປັນຜູ້ທີ່ທຳລາຍຄວາມຫວັງອັນບັນເຈີດຈ້າຂອງອ້າຍເຂີຍ...
============
ເມັດໃນດຳ...
ບັນຈົງແກະສິ່ງຫໍ່ຫຸ້ມອອກຈາກຮ່າງ
ເບິ່ງຕາຄ້າງເຫັນຜິວຂາວພາສົດໃສ
ກິ່ນກໍ່ຊ່າງຫອມຫວນເຢົ້າຢວນໃຈ
ນ້ຳລາຍໄຫຼສຸດຈະຝືນກືນລົງຄໍ
ດ້ວຍຄວາມຢາກຈຶ່ງຕ້ອງກົ້ມດົມໃກ້
ສຸດຫ້າມໃຈຕ້ອງໃຊ້ລີ້ນເລັຽເລີຍຫນໍ
ອົດມາດົນຕ້ອງເລັຽຈົນໃຫ້ພໍ
ເອົາລີ້ນຈໍ່ສັ່ນສະທ້ານຊື່ນອຸຣາ
ພໍແຫວກເນື້ອຢ່າງເປີດເຜີຍເລີຍເຫັນເມັດ
ເລັຽຈົນກ້ຽງແຕ່ເມັດແຂງແທ້ເດ໋ຫນໍ!
ແຖມຍັງດຳຈຳຕ້ອງຄາຍເມັດອອກມາ
ກິນຫມາກຂຽບຢ່າຄຶດເລິກຄຶດໄປໄກ...ເດີ້ທ່ານເອີຍ!!!!
ແລ່ນໄປໄດ້ໄກພໍສົມຄວນ..ເມື່ອຫລຽວກັບຫລັງບໍ່ເຫັນໃຜນຳມາກໍ່ເລີຍເຊົາແລ່ນ
ຍ່າງໄປຕາມຊອຍ...ເຫັນຜູ້ຊາຍສີ່ຫ້າຄົນຢືນຝີງໄຟຢູ່(ເລື້ອງນີ້ເກີດຂຶ້ນໃນຣະດູຫນາວ)
ກໍ່ເລີຍເຂົ້າໄປຝີງໄຟນຳເຂົາ...ພໍຝີງໄປຫນ້ອຍຫນຶ່ງ...ກໍ່ເອີ່ຍຂຶ້ນມາວ່າ...
"ໃຄຣດັງ!"...ເມື່ອພວກຄົນໄທໄດ້ງິນດັ່ງນັ້ນກໍ່ໄລ່ຊ້ອມທັນທີ...ທາງຝ່າຍຄົນລາວເຮົາ
ກໍ່ຕັດຕີນຫມາແລ່ນເຫມືອນເດີມ...
ໃຄຣດັງ...ທີ່ແທ້ເພິ່ນຢາກຖາມວ່າ...ໃຜດັງໄຟ...ບໍ່ແມ່ນ...ໃຜດັງ