ກັບມາແລ້ວ

7 views
Skip to first unread message

ຢູນີຄອນ

unread,
Feb 20, 2008, 5:42:41 PM2/20/08
to AmeriLao ອາເມຣິລາວ
ສະບາຍດີທ່ານພີ້ນ້ອງທີ່ຮ່ວມໂລກດຽວກັນ
ຜຂ ຫາກໍກັບມາແຕ່ເມືອງພໍ່ຄ້າຂາຍພູ ຈະເລົ່າການເປັນຢູ່ພຸ້ນໃຫ້ຟັງ:
໑-ຄ່າຄອງຊີບແມ່ນສູງ ຖ້າທຽບໃສ່ຢູ່ ອາເມລີກາ
໒-ເຮື່ອງສໍ້ຣາດບັງຫຼວງແມ່ນມີຫຼາຍທີ່ສຸດ ບໍ່ວ່າຢູ່ຕາມສະພາ ກາເຟ
ແມ່ນເວົ້າກັນແຕ່ເຮື້ອງນີ້.
໓-ເຮື້ອງຄາດຕະກັມກໍມີຫຼາຍ ໄປບໍ່ຊ່າງຍ່າງບໍ່ແມ່ນ ແມ່ນຖືກລູກຫຼົງ
ຫຼືຖືກລົດຢຽບຕາຍ ຄືມື້ ຜຂ ຈະກັບມານີ້ໄດ້ຍີນວ່າລົດບັນທຸກສິບລໍ້
ຢຽບ ນັກທ່ອງທຽວຊາວຕ່າງປະເທດຢູ່ໄກ້ກັບປະຕູໄຊ ຫຼືສ່ວນອະນຸສາວະລີນັ້ນ
໔-ແມ່ນເພີ່ນເຊັນອະນຸຍາດຮັບເອົາ ປະຊາຊົນຈີນຈໍານວນ ຫ້າພັນຄົນ
ມາຕັ້ງຖີ່ນຖານຢູ່ບຶງທາດຫຼວງ

ອັນນີ້ແມ່ນຟົດເດືອດທີ່ສຸດຕາມ ຜຂ ໄດ້ຍີນມາ
ຍັງມີຫຼາຍເຮື່ອງຢູ່ ແຕ່ຂໍພັກຜ່ອນກ່ອນ ໂອກາດໜ້າ
ຈະມາເລົ່າສູ່ຟັງອີກ
ຮັກແພງ
ຍນຄ

Hmong213

unread,
Feb 20, 2008, 10:33:57 PM2/20/08
to AmeriLao ອາເມຣິລາວ
Welcome back UNK. Please share a story of Mia Noi or Sao Noi. That is
safer than talking politik..

Hakpheng

Hmong213.

ຈອນນີ

unread,
Feb 22, 2008, 6:04:38 PM2/22/08
to AmeriLao ອາເມຣິລາວ
ໂທອາຍຸນິຄອນ,

ສບດ ອາຍາທ່ານຍນຄ,ຜຂກໍລໍຖ້າຟັງຂ່າວຢູ່ ຍາມໄດກໍຢຶດຄອງສ່ອງ
ເບິ່ງຍົນມັນບີນກາຍວ່ານີ້ຄຶຈະແມ່ນຍົນຍາຍຸນິຄອນຂີ່ນໍ, ໂອຍພໍ່ອາວເອີຍ!
ມັນຮ້າຍກ່າວລໍຖ້າ"ມັງດາ ຫຼຶແຊ໊ກເງີນ" ພີ່ນ້ອງຝາກມາໄຫ້ຄາວຢູ່ໄນສູນອີກຊ້ຳ.
ເອົານອນພັກຜ່ອນກ່ອນເດີພໍ່ອາວ,ອາບນ້ຳອາບໄນມີເຮຶ່ອມີແຮງແລ້ວ
ກໍອອກມາໄອອາຫອກອາແຮມແນ່ພໍໄຫ້ຜຂໄດ້ຊ່ວງເຫົ້ລາ,ແລະກໍໄຫ້ນອນ
ຫລັບ, ເອົາຂໍລົບກວນພຽງແຕ່ເທົ່ານີ້ແລ້ວນອນຫລັບຝັນດີ.

ພໍ້ກັນໄຫ່ມທີ່ສວນພູເດີທ່ານເອີຍ ດີໃຈຫລາຍທ່ານກັບມາດ້ວຍຄວາມ
ສຫວັດດີພາບ

ຮັກແພງຈາກຄົນທີ່ຈອບເບິ່ງພໍ່ຄ້າຂາຍພູ
ຈອນນີ,

ຄົນບ້ານສີເມືອງ

unread,
Mar 6, 2008, 12:18:47 AM3/6/08
to AmeriLao ອາເມຣິລາວ

ສະບາຽດີ ຄົນບ້ານໃກ້ເຮືອນຄຽງ,
ເຂົ້າມາຖາມຂ່າວທ່ານຊື່ໆ ເພາະວ່າຫາກໍ່ຖືກຖີບອອກມາຈາກ ອິນລາວດັດແນດ ທ່ານ
ພະອາຈານ ຄວາມຍຸຕິທຳ ກໍ່ຮອດບໍ່ຊອ່ຽຈັກຫນ້ຽເລີຽ
ຊ່ວຽກັນຖີບຕໍ່ສໍ້າຈັ່ງແມ່ນເວນກຳເນາະ. ເປັນແນວໄດນໍ່ ທ່ານ ຍນຄ
ເກີດເປັນຄົນຂີ້ຄຸຽມາແຕ່ມື້ເຫິງ ເຮືອນໄກ້ກັນແກ່ວງຂອ້ນກໍ່ຍັງ ຂ້າມຫລັງຄາ
ເສັຽດາຽບໍ່ໄດ້ມີໂອກາດຕ້ອນຮັບຄັບສູ່ຟັງ ເຮືອນແຄບແຕ່ໃຈ ຄບສມ
ບໍ່ແຄບດອກເດີທ່ານ ເອົ້າແນວໃດກໍ່ຢ່າເນາະທ່ານ
ໂອກາດຫນ້າຟ້າດີປີໃຫມ່ຄືຊີ່ໄດ້ຕຳຈອກ ກັນເນາະ.
ຮັກແພງ
ຄບສມ

ຜູ່ບ່າວລາວ

unread,
Mar 6, 2008, 11:52:48 PM3/6/08
to AmeriLao ອາເມຣິລາວ
ສະບາຍດີທ່ານຢູນີຄອນ
ເປັນແນວໃດ? ມາຮອດແລ້ວບໍ? ບະ! ກິນປີ້ງກະຮອກເພື່ອຢູ່ບໍລະ?
ເວົ້າມາແລ້ວນ້ຳລາຍອອກ.... ກັບມາແລ້ວກ່າດີແລ້ວ...


ສະບາຍດີ ທ່ານ ຄົນບ້ານສີເມືອງ
ໃຜເດຖີບທ່ານອອກຖີບທ່ານ ອິນລາວດັດແນດ? ເສັຽດາຍແຕ່ ຜຂ
ເຂົ້າໄປມ່ວນນຳໝູ່ບໍ່ໄດ້ ເພາະ ຜຂ ມັກຢືມຄອມຂອງໝູ່ເລື້ອຍ ກະເລີຍ
ເຂົ້າຍາກ ຖ້າ ຜຂ ເຂົ້າໄດ້ງ່າຍຄືໝູ່ ຜຂ ຈະເຂົ້າໄປຂຽນນຳທ່ານຢູ່.
ທ່ານເອີຽ! ມາຂຽນຢູ່ພີ້ເດີ ຜຂ ບໍ່ໄດ້ຫ້າມ ບໍ່ໄດ້ຫວງ. ຜຂ ໃນຕອນນີ້
ກຳລັງຟ້າວຊອກເກັບເຫັດບົດ, ຟ້າວລ່ອງຫາດົງຜັກຫວານ, ຟ້າວຫາ
ກົກໄມ້ໃຫຍ່ຫາຜີ້ງຮັງໜາ, ກ່າເລີຍບໍ່ມີເວລາມາຂຽນນຳໝູ່ ຊັ້ນນາ!
ມີຂຽນຕາມເດີມໂລດ ຜຂ ມາກວດອ່ານຢູ່ເດີ ແຕ່ບໍ່ມີເວລາຂຽນຊື່ໆ


ມາຂຽນນຳກັນຢູ່ພີ້ນາ ມັນຈຶ່ງບໍ່ມີເດັກນ້ອຍຣົບກວນ... ຢູ່ແຖວນີ້ຍັງ
ມີຄຣູບາ, ຍັງມີເຈົ້າອາວາສ, ຍັງມີຍາທ່ານ ພ້ອມທັງຍາຄຣູ ຍາຊາ
ກັນພຽບ. ໄປຂຽນທີ່ອື່ນ ມີແຕ່ອ້າຍຈົວເດີ ຣະວັງອ້າຍຈົວຈົກຕາໄດ໋!
ຂຽນແບບພວກເຮົາແມ່ນທີ່ ອາເມຣິລາວເປັນສຖາທີ່ເໝາະສົມທີ່ສຸດ.

ທ່ານຢູ່ ວຈ ຄືຈະໄດ້ຕຽມກິນແກງຜັກຫວານແລ້ວນໍ? ໂອ້ຽຢາກເດ!
ແກງຜັກຫວານໃສ່ ປາເຕົາ ອັຕະປືເຮົາ... ສົດຮ້ອນໆ ຄືແຊບແທ້ໆເດ
ປານໃດເດ ຜບລ ຈະໄດ້ກິນອີກ!!!!

ຮພ
ຜບລ

ຢູນີຄອນ

unread,
Mar 9, 2008, 10:05:25 PM3/9/08
to AmeriLao ອາເມຣິລາວ
ສະບາຍດີ ທ່ານ ຜບລ ແລະ ທ່ານ ຄບສມ
ທ່ານ ຜບລ ຢູ່ ວຈ ແມ່ນບໍ່ໄດ້ກີນແລ້ວກະຮອກນັ້ນນ່າ!
ສ່ວນຜັກຫວານນັ້ນພໍໄດ້ກີນ ແຕ່ ຜຂ ເອົາມາແກງໃສ່
ໄຂ່ມົດສົມແດງ.
ທ່ານ ຄບສມ ຂໍສະແດງຄວາມເສັຽໃຈນໍາ ທີ່ບໍ່ໄດ້ແວະເຂົ້າ
ໄປຕໍາຈອກເຫຼົ້ານໍາ ໄປເທື່ອນີ້ ບັງເອີນໝູ່ຜູ້ໃດ ກໍເອົາລົດ
ມາຮັບອອກໄປຫຼີ້ນທຸກໆມີ້ ບໍ່ຄືເທືອກ່ອນ ຄືຈະຄິດເຫັນຕອນ
ສມັຍນອນຫໍພັກແລະຕອນໄປຈັບເອົາໂຕກັບແກ້,ໂຕຄັນຄາກ
ມາປີ້ງສູ່ກັນກີນ ຫຼັງປົດປອ່ຍ 1975.
ຫຼັງຈາກນັ້ນພໍ່ເຖົ້າຫົວກູດກໍຊວນກັບມາ ເພາະເພີ່ນຢູ່ບໍ່ໄດ້
ມັນໜາວຫຼາຍ ເພີ່ນຊອກຫາຄູ່ນອນແກ້ໜາວບໍ່ໄດ້ຊັນນ່າ
ກໍເລີຍຟ້າວກັບ.
ເອົາໄວ້ເທື່ອໜ້າ ຖ້າຜຂຫາກໄດ້ກັບໄປອີກ ຈະເຂົ້າໄປຕໍາ
ຈອກນໍາ.
ຮັກແພງ
ຍນຄ
Reply all
Reply to author
Forward
0 new messages