ປີ່ນປາກກະບອກໃສ່ກັນ

4 views
Skip to first unread message

ຜູ່ບ່າວລາວ

unread,
Jul 11, 2007, 11:33:16 PM7/11/07
to amer...@googlegroups.com
ອີງຕາມຂ່າວທີ່ບໍ່ເປັນທາງການ ຈາກກັບແກ້ຢູ່ໂກນ ທີ່ຫົວໄຮ່ປາຍນາ ແຈ້ງການມາວ່າ:

ມີກອງກຳລັງປະກອບອາວຸດ ຝ່າຍຄອມມູນິດສ໌ ໄດ້ອອກເດີນທາງໄປຈັບກຸມ ກຸ່ມຄອມມູນິດສ໌ອັນດຽວກັນ
ທີ່ແຂວງບໍ່ແກ້ວ. ແຕ່ເວລາໄປເຖິງກໍໄດ້ມີການຈັບກຸມ ຜູ່ທີ່ຕ້ອງສົງໄສຫລາຍຄົນ ແຕ່ບາງຄົນທີ່ຍັງບໍ່ທັນໄດ້ຈັບ
ກໍໄດ້ມີການ ຫອບເອົາວຸດໂດດເຂົ້າປ່າ.

ເຈົ້າໜ້າທີ່ໆຝ່າຍຂັ້ນເທິງສົ່ງໄປນັ້ນ ໄດ້ອອກຕິດຕາມຈັບກຸມຕໍ່ໄປ ແຕ່ພໍຕິດຕາມກັນໄປ ບໍ່ດົນຝ່າຍທີ່ໂຕນເຂົ້າປ່າ
ກໍເລີຍຍົກທຸງກາວົງເດືອນ ຂຶ້ນເພື່ອສັນຍານໃຫ້ຝ່າຍຂັ້ນເທິງສົ່ງໄປນັ້ນຊາພວ່າ: ພວກເພີ່ນກ່າແມ່ນ
ຄອມມູນິດສ໌ດ້ວຍກັນ. ຫລັງຈາກນັ້ນກໍໄດ້ມີການເຈຣະຈາກັນ ແຕ່ວ່າຕົກລົງກັນບໍ່ໄດ້ ກໍເລີຍປີ່ນປາຍປືນເຂົ້າຫາກັນ
ທຳໃຫ້ນອນຄາງເຫລືອງ ກິນນ້ຳໝອກສອງຄົນ. (ນຶ່ງໃນສອງຄົນນັ້ນ ເປັນຫົວໜ້າທະຫານ)

ສ່ວນພົລເມືອງດີຈາກອາເມຣິກາ ທີ່ໄປຢ້ຽມຢາມທີ່ແຂວງບໍ່ແກ້ວນັ້ນ ກໍໄດ້ຖືກເຈົ້າໜ້າທີ່ລາວບອກໃຫ້ຜູ່ກ່ຽວອອກຈາກ
ໃນລະແວກນັ້ນໄວໆ ແລະຜູ່ກ່ຽວກໍໄດ້ເດີນທາງໄປເຖິງຝັ່ງໄທຍ໌ ຮຽບຮ້ອຍໂດຍບໍ່ມີບັນຫາຫຍັງໝົດ...
ເພາະຜູ່ກ່ຽວບໍ່ມີສ່ວນຮູ້ເຫັນນຳພວກເພີ່ນແຕ່ປະການໃດ!

ຈົບຂ່າວຂອງກັບຢູ່ໂກນ

ຜູ່ບ່າວລາວ

unread,
Jul 11, 2007, 11:43:41 PM7/11/07
to amer...@googlegroups.com
ເປັນຫຍັງຈຶ່ງເປັນແນວນີ້?
ເປັນນຳໄຫໃຫຍ່ລົ້ນໄຫນ້ອຍບໍ່ເຕັມບໍ?
ເປັນນຳໄຫໃຫຍ່ກັບໄຫໃຫຍ່ກວດປາກບໍ່ທໍ່ກັນບໍ?
ຫລືວ່າ ຄມ ກັບ ຄມ ລາວເບື່ອຂີ້ໜ້າກັນແລ້ວບໍ?
ຫລືວ່າຜູ່ມັກ ຄມ ກັບຜູ່ບໍ່ຢາກເປັນ ຄມ ແລ້ວລອງຣິດກັນ?

ຜຂ ກ່າຄິດບໍ່ອອກຄືກັນວ່າ: ເປັນຫຍັງພະນັກງານຂອງລັດນຳກັນ
ຈຶ່ງບໍ່ອຸ່ນອຽນຕໍ່ກັນ? ຖ້າເປັນແນວນີ້ມັນຈະຮອດປີສອງພັນຊາວຢູ່ບໍ?

ໂອ໊ຽ! ຄິດບໍ່ອອກແລ້ວ ໄປນອນກ່ອນເດີ.

ເຊີນຍີ້ມ

unread,
Jul 12, 2007, 12:39:46 AM7/12/07
to AmeriLao ອາເມຣິລາວ
ອະແຮ້ມ...!...ລະແມ່ນວ່ານໍ..


ທີ່ທ່ານເວົ້ານີ້..ມີຂໍ້ນຶ່ງສີຄືໆໄດ໋ເດີ.."ເປັນນຳໄຫໃຫຍ່ກັບໄຫໃຫຍ່ກວດປາກບໍ່ທໍ່ກັນບໍ?"
ຂູນເສິກໃຫຍ່ທາງວຽງຈັນພິ້ສັ່ງຈັບຂູນເສິກທ້ອງຖີ່ນບໍ່ແກ້ວ..ເພາະລືມຈ່າຍຄ່າຄຸ້ມຄອງ
ອະເຮີ່..ແຮ້ມ.ຄຸ້ມຄອງອັນນັ້ນຫັ້ນນ໋າ..ເມື່ອເວົ້າຣາຄາກັນບໍ່ຕົກແຕກ..ສຸຄົນສຸປັກທຸງຊາດ
ໃສ່ກັນວ່າຕົນເຄີຍມີຜົນງານຕໍ່ສູ້ຈັກກາພັດລ່າຫົວເມືອງມາແລ້ວ..ສຸດທ້າຍ..ກ່າເລີຍເປັນ
ອັນວ່າ..ຕ້ອງໂຍນໝາກກະໂພກໃສ່ກັນ...ດັ່ງນັ້ນແລ...

ລະແມ່ນລາຍການຂອງພວກເຮົາຈົບພຽງເທົ່ານີ້ນໍ...

ຊົມເຊີຍ...!


ເຊີນຍີ້ມ.

ປະຕິການ

unread,
Jul 12, 2007, 12:59:43 AM7/12/07
to AmeriLao ອາເມຣິລາວ
ຂໍຫົວຂວັນພວກເພີ່ນໄດ້ຢູ່ບໍ?
5555555555555555555555555555
5555555555555555555555555555

ພວກອິສຣະຜິດກັນ

5555555555555555555555555555
5555555555555555555555555555

ລາວສົດ

unread,
Jul 12, 2007, 2:56:37 PM7/12/07
to AmeriLao ອາເມຣິລາວ
ອັນລາວກັບລາວຊົກປາກກັນນີ້ລາວສົດບໍ່ແປກເຈີດອກເດີ
ຂະນາດປະຊຸມອີ່ຈັດງານບຸນຢູ່ວັດລ້າໆຍັງເກືອບອີ່ຂ້າກັນຍ້ອນ
ກະເສີນວ່າພວກເພີ່ນມີປືນມີຍົນມັນອີ່ເຫລືອບໍ່ວ່າອີ່ບໍ່ຍົກກຳປັ້ນເສີ່ກັນ

ຈອນນີ

unread,
Jul 12, 2007, 8:48:33 PM7/12/07
to AmeriLao ອາເມຣິລາວ
ສບດ ພີ່ນ້ອງທັງຫລາຍທີ່ເຄົາຣົບ,

ໂອຍນໍ! ເຫລີກຜຂໄປແຫ່ງໆທ້ອນ.
ນີ້ແລ້ວປັນກັນບໍ່ຖຶກຕ້ອງແລ້ວກໍມາຖຶ້ມຮ້າຍປ້າຍສີໄສ່ພັກແລະລັດ.
ເອົາບັດນີ້ຜຂຊີ້ປັນໄຫ້ມັນຖຶກຕ້ອງ.ຍັບອອກຜູ່ບ່າວລາວເຈົ້າບັດນີ້
ລາວສົດກໍຄຶກັນຜູ່ເຈົ້າບັນຫາຫລາຍ.

໑. ນຶ່ງຊີ້ນຕ່ອນໄຫ່ຍ:
ປັນໄຫ້ທ່ານຜບລ,ທ່ານລາວສົດ,ທ່ານເຊີນຍີ້ມ,ທ່ານຍຸນິຄອນ,ທ່ານປະຕິການ,
ທ່ານຫອຍນ້ຳ,ທ່ານພຣະເຈົ້າສາມຫໍາ,ອີ່ລຸງທອງວັນແລະຜູ່ຂ້າເອງເອົາໄປ.

໒. ຕ່ອນທີ່ສອງຊີ້ນຕອ່ນໄຫ່ຍ:
ປັນໄຫ້ທ່ານຜບລ,ທ່ານລາວສົດ,ທ່ານເຊີນຍີ້ມ,ທ່ານຍຸນິຄອນ,ທ່ານປະຕິການ,
ທ່ານຫອຍນ້ຳ,ທ່ານພຣະເຈົ້າສາມຫໍາ,ອີ່ລຸງທອງວັນແລະຜູ່ຂ້າເອງເອົາໄປ.

໓. ຕ່ອນທີ່ສາມຊີ້ນຕອ່ນໄຫ່ຍ: ຂອງທ່ານຈອນນີເອົາໄປ.

໔. ຕ່ອນທີ່ສີ່ຊີ້ນຕອ່ນໄຫ່ຍ: ຂອງທ່ານຈອນນີເອົາໄປ.

໕. ຕ່ອນທີ່ຫ້າຊີ້ນຕອ່ນໄຫ່ຍ: ຂອງທ່ານຈອນນີເອົາໄປ.

ເອົາລະແມ່ນວ່າທຸກໆຄົນກໍໄດ້ຊີ້ນຕອ່ນໄຫ່ຍແລ້ວ
ຂໍສຽງຕົບມຶໄຫ້ແກ່ພັກແລະລັດເພຶ່ອສະແດງ
ຄວາມເຄົາຣົບແກ່ຜູ່ສະຫລາດສ່ອງໄສ. ແລ້ວທີນີ້ຜຂຊີ້ຮ້ອງເພງສູ່ຟັງ:

ຈູດທຽນວຽນວົນ.................ແລ້ວມາສອງຄົນວົນເອີຍວົນວຽນ
ຈູດທຽນວຽນມາ.................ຈະປູກຢາງພາລາມາສ້າງສາບ້ານເຮົາ (ຊ້ຳ).
ຢາງພາລາບໍ່ມີ...................ມີແຕ່ໂດລາເອົາບໍ່ລາວແດງ.

ເອົາທຸກໆຄົນໄນມືມີຊີ້ນ ໄນຫູໄດ້ຟັງອັນມ່ວນແລ້ວຊີ້ເອົາຫຍັງອີກ
ກັບບ້ານກັບສ່ອງໄດ້ເເລ້ວພໍກັນໄໝ່.
ຮີ.....
ນີ້ແລ້ວເພີ່ນວ່າ: ຄົນສະຫລາດຍ່ອມເປັນເຍຶ່ອຂອງຄົນໂງ່
ໝູ່ເພີ່ນໄດ້ຜູ່ລະສອງຕ່ອນຊີ້ນບັດຜູ່ຂ້າ
ໄດ້ແຄ້ຫ້າຕ່ອນນຶ່ງ.

ຮັກແພງຈອນ,

ອີ່ລຸງທອງວັນ

unread,
Jul 12, 2007, 11:43:30 PM7/12/07
to AmeriLao ອາເມຣິລາວ
ອິ ອິ ອິ
ເປັນຕາຟັງ
ອິ ອິ ອິ

Hmong213

unread,
Jul 13, 2007, 3:02:56 AM7/13/07
to AmeriLao ອາເມຣິລາວ

ສະບາຍດີທ່ານ ຜບລ,

ໝາຍຄວາມວ່າຂາ່ວກຽ່ວກັບເຣື້ອງນີ້ມີແທ້, ແມ່ນບໍ? ທາງ ສປປລ
ປະຕິເສດຕາມເຄີຍເພາະທາ່ນ
ທະນູໄຊ ເພີ່ນຕອບຜູ້ສື່ຂາ່ວວ່າບໍ່ມີຫຍັງເກີດຂື້ນຢູ່ລາວ.
ຖ້າມອງເບີ່ງຄັກໆໆແລ້ວກໍ່ຢາກຄາ້ຍເໝືອນ
ດັ່ງພວກທາ່ນເວົ້ານັ້ນເອງ. ຂພຈ ສົງໄສຄືຊີແມ່ນທາ່ນນາຍຍົກ ສປປລ
ສັ່ງປາບສໍ້ລັດບັງຫລວງນັ້ນ
ຊື່ໆໆຕີ. ນີ້ຄືກົດໝາຍປາບສໍ້ລັດບັງ ສໍ້ຫລວງບັງລັດຢູ່ລາວ.
ປາບໄດ້ແຕ່ປາໂຕນອ້ຍ. ສວ່ນປາໂຕໃຫ່ຍແລະໂຕພີໆໆນັ້ນບໍ່ມີທາງຊີປາບໄດ້ເລີຍ.

ຮັກແພງ

Hm213

ລາວຣັກລາວ

unread,
Jul 14, 2007, 2:37:24 PM7/14/07
to AmeriLao ອາເມຣິລາວ

ອັນນີ້ເຂົາຮຽກວ່າ AK(47) ທິປະໄຕ VS
ຣະບອບຜະເດັດການຊົນຊັ້ນກັມມະຊີມທິປະໄຕ VS
ອັດຕາທິປະໄຕ. ເມື່ອກົດຫນາຍ ສປປລ ເຈິ໋ ກົດຫູ່ນແລະເຈິ໋ AK ທີປະໄຕ
ກົດຫນາຍຈະອອ່ນຄື
ຂີ້ເຜີ້ງແລະກາຍເປັນກະດາດອະນາໄມເຊັດກົ້ນໄປເລິຍ.

ລາວຮັກລາວ

ຜູ່ບ່າວລາວ

unread,
Jul 15, 2007, 10:10:37 PM7/15/07
to AmeriLao ອາເມຣິລາວ
ສະບາຍດີທຸກໆທ່ານ

ເຣຶ່ອງນີ້ມີມູນຄວາມຈິງເດີ ອີງຕາມຂ່າວຂອງກັບແກ້ຢູ່ໂກນ.
ສົງໄສຈະແມ່ນຕາມທ່ານເຊີນຍີ້ມເດົານັ້ນຫລະ.... ຖືກແລ້ວລະ!
ເຮັດຫຍັງກ່າຢ່າ ຖ້າບໍ່ທ່ຽງທັມແລ້ວ ບາບກັມຫາກຈະນຳສນອງກັມ
ບໍ່ແມ່ນອາເມຣິໂກຍ ບໍ່ແມ່ນ ຝາລັ່ງ ອັງກຸດ ດອກ ຈະຈັດການ
ແມ່ນຜູ່ທີ່ມີໂຕະແລະເກົ້າອີ້ຂ້າງໆ ເຈົ້ານາຍເພີ່ນນັ້ນຫລະ
ເປັນຜູ່ ໄອ ອ໋າແຮ໋ມເອງ
ພວກເຣົາຢູ່ທາງນອກ ກ່າໄດ້ແຕ່ພຽງຕົບມືຊ່ວຍເພີ່ນເທົ່ານັ້ນຫລະ...

ເຮັດດີ ກ່າຊົມເຊີຍ ເຮັດບໍ່ດີກ່າຊົມເຊີຍ ຂ້າກັນກ່າຊົມເຊີຍ
ເພາະລາວນອກບໍ່ມີຫຍັງກ່ຽວຂ້ອງ ແລະເພີ່ນກ່າບໍ່ຮັບຮູ້ວ່າພວກເຮົາ
ເປັນຄົນລາວອີກ... ຢ່າໄປສົນໃຈເທາະ ເພີ່ນບໍ່ໄດ້ນັບຖືໜັງໜ້າ
ຂອງພວກເຮົາແລ້ວ.... ກອງປະຊຸມທຸກເທື່ອເພີ່ນກ່າບໍ່ເວົ້າເຖິງແລ້ວ.

ແມ່ນຢູ່ບ້ານເກີດເມືອງນອນຂອງພວກເຮົາ ແຕ່ເພີ່ນບໍ່ໄດ້ຮັບຮູ້ພວກເຮົາ
ແລະເຮົາຈະໄປຮັບຮູ້ເພີ່ນເຮັດຫຍັງ???? ຕາມທັມະດາ ຊີ້ນໄປປາມາ
ຖ້າຊີ້ນບໍ່ໄປ ປາກ່າບໍ່ມາ ແນ່ນອນ.... ບໍ່ແມ່ນພວກເຮົາຜີບ້າ...

ຢູ່ດີກິນດີແລ້ວຢ່າຟ້າວ ດ່ວນພາກັນໄປຕາຍເດີ ພີ່ນ້ອງ....

ຮັກແພງ
ຜບລ

Reply all
Reply to author
Forward
0 new messages