ຂໍໃຫ້ທ່ານເປີດ ຈມ ຂອງທ່ານດ້ວຍ. ຣາຍລະອຽດຂອງການສົ່ງເງິນແມ່ນຢູ່ໃນ ຈມ ຂອງ ຂພຈ ນັ້ນ.
ຈຳນວນເງິນ (ປັດຈັຍຊ່ວຍເຫລືອພີ່ນ້ອງລາວມົ້ງທີ່ບ້ານຜາຫລັກ) ທີ່ສົ່ງມາໃນຄັ້ງນີ້ ມີຈຳນວນ $ ໒໐໐໐.໐໐
(ສອງພັນໂດລາ ສຫະຣັຖ). ໃນຕອນນີ້ ເງິນແມ່ນຢູ່ທີ່ ນະຄອນຫລວງວຽງຈັນທນ໌ ແລ້ວ.
(June 20, 2008 at 12:40 PM ຕອນບ່າຍ ເວລາຂອງວໍຊີງຕັນ)
ຮັກແພງ
ຜບລ
ຈຳນວນປັດຈັຍທີ່ສົ່ງໄປນັ້ນ ໄດ້ໄປເຖິງມືຂອງພວກທ່ານແລ້ວ ຂພຈ ແລະທຸກໆທ່ານທີ່ບໍຣິຈາກ ກໍດີໃຈ.
ຂໍຂອບໃຈຫລາຍໆເດີ.
ສະບາຍດີທຸກໆທ່ານ
ນີ້ແມ່ນຣາຍການເງິນທີ່ ຂພຈ ໄດ້ຮັບຈາກຜູ່ທີ່ບໍຣິຈາກ:
ຣາຍການຜູ່ທີ່ບໍຣິຈາກສົມທົບ ເພື່ອຊ່ວຍເຫລືອພີ່ນ້ອງມົ້ງທີ່ບ້ານຜາຫລັກມີດັ່ງນີ້:
ທ່ານ ກ $ 50.00
ທ່ານ ຂ $ 100.00
ທ່ານ ຄ $ 100.00
ທ່ານ ງ $ 200.00
ທ່ານ ຈ $ 481.00
ທ່ານ ສ $ 40.00
ທ່ານ ຊ $ 50.00
ເຈົ້າພາບ $ 1,000.00
ຮວມຍອດເງິນ $ 2021.00
ຈຳນວນເງິນທີ່ຝາກໄປຍັງວຽງຈັນທນ໌ $ 2,000.00
ຄ່າທຳນຽມຝາກ $25.00
ສ່ວນການຂຽນຊື່ແມ່ນ ຂພຈ ບໍ່ສາມາດຂຽນໄດ້ ດັ່ງທີ່ ຂພຈ ໄດ້ແຈ້ງໃຫ້ຊາບກ່ອນແລ້ວນັ້ນ.
ຜູ່ບໍຣິຈາກເຫັນໂຕເລກທີ່ບໍຣິຈາກ ກໍຈະຮູ້ແລ້ວວ່າ ຜູ່ກ່ຽວແມ່ນ ນາມປອມອັນໃດ. (ຖ້າທ່ານໃດຢາກປະກາດ
ນາມປາກກາຂອງໂຕເອງ ແມ່ນໃຫ້ຜູ່ກ່ຽວປະກາສເອງ)
ຂພຈ ຂໍຂອບໃຈອັນລົ້ນເຫລືອມາຍັງຜູ່ທີ່ບໍຣິຈາກສົມທົບ ເພື່ອຊ່ວຍພີ່ນ້ອງລາວມົ້ງຢູ່ທີ່ບ້ານຜາຫລັກໃນຄັ້ງນີ້. ລໍຖ້າ
ທ່ານ ທະນູໄຊ ແລະທີມງານ ເພີ່ນສົ່ງປັດຈັຍນີ້ໄປເຖິງຈຸດໝາຍປາຍທາງແລ້ວ ຫລັງຈາກນັ້ນ ຖ້າຫາກວ່າ ຂພຈ
ຍັງແຂງແຮງແລະຢູ່ດີມີແຮງ ກໍຈະອອກໄປຮັບຈ້າງຖາງຮົ້ວຖາງສວນຕື່ມອີກ. ແລ້ວຈຶ່ງຄ່ອຍບໍຣິຈາກສົບທົບກັນອີກຄັ້ງຕໍ່ໄປ.
ຮັກແພງ
ຜບລ
ປັດຈັຍໃນການຊ່ວຍເຫລືອພີ່ນ້ອງລາວມົ້ງທີ່ບ້ານຜາຫລັກ:
ໄດ້ມີຜູ່ບໍຣິຈາກສົ່ງປັດຈັຍມາຮ່ວມບໍຣິຈາກອີກ. ແຕ່ວ່າຊ້າເກີນໄປ ເພາະເງິນໄດ້ສົ່ງອອກໄປ ຕັ້ງແຕ່ວັນທີ ໒໐
ເດືອນ ໖, ໒໐໐໘ ພຸ້ນ. ເຖິງຢ່າງໃດກໍຕາມ ຈະເກັບກຳໄວ້ລໍຖ້າ ສົ່ງຄັ້ງຕໍ່ໄປ.
ທ່ານ ຍ $ 250.00
ທ່ານ ດ $ 50.00
ຂໍຂອບໃຈໄປຍັງຜູ່ທີ່ ບໍຣິຈາກຫລາຍໆເດີ. ຂໍໃຫ້ບຸນຄ້ຳນ້ຳຊູ ທຸກໆທ່ານ...
ຮັກແພງ
ຜບລ